ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 29 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 2,212 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 155 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 15 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ບໍ່ແກ້ວ 3 ຄົນ
– ຫຼວງນ້ຳທາ 1 ຄົນ
– ແຂວງວຽງຈັນ 1 ຄົນ
– ສາລະວັນ 1 ຄົນ
– ສະຫວັນນະເຂດ 9 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 140 ຄົນ ຈາກ ນະຄອນຫຼວງ 5 ຄົນ, ຫຼວງພະບາງ 1 ຄົນ, ຄຳມ່ວນ 14 ຄົນ, ສາລະວັນ 48 ຄົນ, ສະຫວັນນະເຂດ 19 ຄົນ ແລະ ຈຳປາສັກ 53 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
#ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:
#ແຂວງວຽງຈັນ 1 ຄົນ: ຈາກບ້ານ ໂພນສະຫວາດ, ເມືອງກາສີ ຊື່ງເດີນທາງມາຈາກແຂວງບໍ່ແກ້ວ ຈຳກັດບໍລິເວນຢູ່ສູນກັກກັນ.
#ຫຼວງນ້ຳທາ 1 ຄົນ ເປັນກໍລະນີສຳຜັດກັບຜູ້ຕິດເຊື້ອ ທີ່ໄດ້ຖະແຫຼງຂ່າວວານນີ້ (ກ່ຽວພັນກັບງານສົບຢູ່ເມືອງນານ, ແຂວງຫຼວງພະບາງ), ມີຜູ້ສຳຜັດໃກ້ໃນຫ້ອງປະຊຸມ ທັງໝົດ 52 ຄົນ ລວມທັງຜູ້ກ່ຽວ ເຊິ່ງລາຍລະອຽດ ທາງແຂວງ ໄດ້ອອກແຈ້ງການສະເພາະ.
#ສະຫວັນນະເຂດ 9 ຄົນ, ໃນນັ້ນ 1 ຄົນ ເປັນພະນັກງານແພດ ທີ່ເຂົ້າປະຈຳການ ຢູ່ໂຮງໝໍ, ເຫຼືອນັ້ນ ແມ່ນເກີດແບບກະແຈກກະຈາຍ ໃນບັນດາບ້ານທີ່ຂື້ນກັບນະຄອນໄກສອນ.
#ສາລະວັນ 1 ຄົນ ແມ່ນພະນັກງານປະຈຳສູນຈຳກັດບໍລິເວນ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
#ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,816 ຄົນ, ຄົນເຈັບເສຍຊີວິດສະສົມ 14 ຄົນ (ໃໝ່ 2 ຄົນ ຈາກສະຫວັນນະເຂດ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,040 ຄົນ.
#ລາຍລະອຽດ ຜູ້ເສຍຊີວິດ 2 ຄົນ ຢູ່ແຂວງສະຫວັນນະເຂດ:
– ຜູ້ທີ 1: ເພດຊາຍ, ອາຍຸ 33 ປີ, ບ້ານ ຕາກແດດ, ເມືອງ ໄຊພູທອງ, ແຂວງສະຫວັນນະເຂດ, ປະຈຸບັນເປັນຜູ້ຖືກຂັງ ຢູ່ສະຖານຄຸມຂັງ ແຂວງສະຫວັນນະເຂດ, ເລີ້ມມີອາການ 25 ສິງຫາ 2021 ແລະ ເສຍຊີວິດໃນວັນທີ 29 ສິງຫາ 2021.
– ຜູ້ທີ 2: ເພດຍິງ, ອາຍຸ 74 ປີ, ອາຊີບ ແມ່ເຮືອນ, ບ້ານ ລັດຕະລັງສີໃຕ້, ນະຄອນໄກສອນ, ແຂວງສະຫວັນນະເຂດ, ຜູ້ກ່ຽວມີພະຍາດປະຈໍາຕົວ ຄວາມດັນເລືອດສູງ, ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ໃນວັນທີ 27 ສິງຫາ 2021 ແລະ ເສຍຊີວິດ ໃນວັນທີ 29 ສິງຫາ 2021.
#ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບ ນະຄອນຫຼວງວຽງຈັນນີ້ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຮອດ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
#ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
Loading...