ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 30 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.100 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1.006 ຄົນ (ຕິດເຊື້ອພາຍໃນ ມີ 1.005 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.005 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 394 ຄົນ
2. ອຸດົມໄຊ 114 ຄົນ
3. ຫຼວງນໍ້າທາ 52 ຄົນ
4. ວຽງຈັນ 35 ຄົນ
5. ຊຽງຂວາງ 28 ຄົນ
6. ບໍ່ແກ້ວ 58 ຄົນ
7. ຫຼວງພະບາງ 22 ຄົນ
8. ບໍລິຄໍາໄຊ 29 ຄົນ
9. ຜົ້ງສາລີ 12 ຄົນ
10. ເຊກອງ 30 ຄົນ
11. ໄຊສົມບູນ 37 ຄົນ
12. ໄຊຍະບູລີ 23 ຄົນ
13. ສະຫັວນນະເຂດ 18 ຄົນ
14. ຄໍາມ່ວນ 20 ຄົນ
15. ຫົວພັນ 3 ຄົນ
16. ຈໍາປາສັກ 21 ຄົນ
17. ສາລະວັນ 106 ຄົນ
18. ອັດຕະປື 3 ຄົນ
• ສ່ວນກໍລະນີນຳເຂົ້າແມ່ນມີ 1 ຄົນ ຈາກ ແຂວງສະຫວັນນະເຂດ
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 111.060 ກໍລະນີ, ອອກໂຮງໝໍວານນີ້ 930 ຄົນ ແລະ ກຳລັງປິ່ນປົວ 9.060 ຄົນ ແລະ ເສຍຊີວິດສະສົມທັງໝົດ 372 ຄົນ (ເສຍຊີວິດໃໝ່ 12 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 12 ຄົນ ຈາກ: ນະຄອນຫຼວງ 9 ຄົນ, ສະຫວັນນະເຂດ 1 ຄົນ, ຜົ້ງສາລີ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ມື້ນີ້ ກໍ່ເປັນອີກມື້ໜຶ່ງທີ່ທົ່ວປະເທດຕົວເລກຕິດເຊື້ອຍັງສູງກ່ວາ 1 ພັນຄົນ ຊຶ່ງ 99% ລ້ວນແຕ່ ແມ່ນການຕິດເຊື້ອພາຍໃນ. ສະເພາະ ນະຄອນຫຼວງວຽງຈັນແມ່ນມີຕົວເລກຕິດເຊື້ອສູງໃນແຕ່ລະວັນ ສະເລ່ຍ 400 ກ່ວາຄົນ ຕໍ່ວັນ. ສະພາບການລະບາດໃນທົ່ວປະເທດທ່າອ່ຽງຍັງສູງຂື້ນ ແລະ ຍັງບໍ່ຮູ້ເມື່ອໃດ ຈະຫຼຸດລົງເທື່ອ! ສະນັ້ນ, ພວກເຮົາທຸກຄົນຈະຕ້ອງເພີ້ມທະວີມາດຕະການປ້ອງກັນຕົນເອງໃຫ້ຫຼາຍຂື້ນ
ກ່ວາເກົ່າ
• ສິ່ງທີ່ໜ້າເປັນຫ່ວງ ຢູ່ປະເທດໃກ້ຄຽງ ໃນເວລານີ້ ມີລາຍງານການລະບາດສາຍພັນ Omicron ຈຶ່ງເຫັນໄດ້ວ່າ ສປປ ລາວເຮົາ ກຳລັງຢູ່ໃນສະພາບການທີ່ມີຄວາມສ່ຽງສູງ ທີ່ອາດຈະມີການລະບາດສາຍພັນດັ່ງກ່າວຢູ່ ສປປລາວ. ສະນັ້ນ ພວກເຮົາໝົດທຸກຄົນ ບໍ່ຄວນປະໝາດ, ລະເຫຼີງ ໂດຍເດັດຂາດ, ຕ້ອງພ້ອມກັນ ມີສະຕິລະວັງຕົວ ໃຫ້ສູງກວ່າເກົ່າ, ສືບຕໍ່ປະຕິບັດຕາມ ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ໃຫ້ເຂັ້ມງວດ. ພັກ ແລະ ລັດຖະບານ ໄດ້ຕິດຕາມ, ປະເມີນສະພາບການ ທຸກໆໄລຍະ ແລະ ເຝົ້າລະວັງຢ່າງໃກ້ຊິດ ເພື່ອເຮັດແນວໃດບໍ່ໃຫ້ມີການລະບາດຢູ່ປະເທດຂອງພວກເຮົາ.
• ປະຈຸບັນ ບັນດາປະເທດໃນທົ່ວໂລກ ລວມທັງ ສປປລາວ ເຮົາ ແມ່ນເຫັນຄວາມສຳຄັນ ໃນການໃຫ້ວັກຊິນ ທົ່ວປວງຊົນ ເພື່ອເປັນການສ້າງພູມຄຸ້ມກັນໃນຊຸມຊົນ ແລະ ຖືວ່າເປັນມາດຕະການອີກອັນນຶ່ງທີ່ຈະສາມາດຢັບຢັ້ງ ແລະ ຫຼດຜ່ອນການແຜ່ລະບາດຂອງພະຍາດ ໂຄວິດ-19 ອອກເປັນວົງກ້ວາງ ໃນສັງຄົມ. ດັ່ງນັ້ນ ພັກ ແລະ ລັດຖະບານ ແມ່ນສືບຕໍ່ຈັດຫາວັກຊິນເພີ້ມ ເພື່ອໃຫ້ປະຊາຊົນໃນຂອບເຂດທົ່ວປະເທດ ໄດ້ຮັບວັກຊີນຕາມຄາດໝາຍທີ່ວາງໄວ້ ແລະ ໃຫ້ໄດ້ຮັບຫຼາຍທີ່ສຸດ ພ້ອມກັນນີ້ ກໍ່ໄດ້ເຮັດແຜນແຈກຢາຍ ໃຫ້ແຕ່ລະພາກສ່ວນ ຕາມສະພາບ ແລະ ເງື່ອນໄຂຕົວຈິງຂອງແຕ່ລະບ່ອນ ຢ່າງເໝາະສົມ. ປັດຈຸບັນ ກຳລັງເລັ່ງສັກເຂັມທີ 3 ກໍ່ຂໍໃຫ້ບັນດາທ່ານ ຈົ່ງພາກັນໄປສັກໃນສະຖານທີ່ໃກ້ບ້ານທ່ານ ເພື່ອຫຼຸດຜ່ອນອັດຕາການເຈັບໜັກ ແລະ ເສຍຊີວິດ.
• ການໄດ້ຮັບວັກຊິນ ແມ່ນການ ຫຼຸດຜ່ອນຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ເພາະ ຜູ້ໄດ້ຮັບວັກຊິນ ມີພູມຄຸ້ມກັນຕໍ່ກັບເຊື້ອພະຍາດດ່ັງກ່າວ ແລະ ຖ້າມີການຕິດເຊື້ອໃນຜູ້ທີ່ຮັບວັກຊິນແລ້ວ ອາການຮຸນແຮງຈະຫຼຸດລົງ. ເຖິງແມ່ນວ່າ ທ່ານຈະໄດ້ຮັບວັກຊີນໂຄວິດຄົບແລ້ວກໍ່ຕາມ ກໍ່ຍັງສາມາດຕິດເຊື້ອໄດ້ ແຕ່ອາການຈະບໍ່ຮຸນແຮງ ເທົ່າຄົນທີ່ບໍ່ໄດ້ສັກວັກຊີນ. ຄຽງຄູ່ກັບການສັກວັກຊີນ ຍັງຈຳເປັນຕ້ອງໄດ້ປະຕິບັດມາດຕະການ ມາດຕະການປ້ອງກັນຕົນເອງ ແລະ ການຮັກສາໄລຍະຫ່າງໃນສັງຄົມ ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຕົວເຮົາເອງ ແລະ ທຸກຄົນໃນສັງຄົມ;
• ໃນໄລຍະຜ່ານມາ ສັງເກດເຫັນວ່າ ທ່ານຫຼາຍໄດ້ກວດຊອກຫາເຊື້ອດ້ວຍຕົນເອງ ດ້ວຍຊຸດເຄື່ອງກວດແບບໄວ ເມື່ອຜົນກວດຂຶ້ນ 2 ຂີດ ກໍ່ບໍ່ລາຍງານໃຫ້ພາກສ່ວນກ່ຽວຂ້ອງຮັບຊາບ ພ້ອມທັງ ປົກປິດຂໍ້ມູນຕົນເອງ ເນື່ອງຈາກ ຢ້ານຖືກສັງຄົມລັງກຽດ ແລະ ອາດຈະສົ່ງຜົນກະທົບຕໍ່ວຽກງານຂອງຕົນ. ສະນັ້ນ ຈຶ່ງຂໍຮຽກຮ້ອງ ໃຫ້ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ, ເພື່ອນຮ່ວມງານ ແລະ ສັງຄົມ ຈົ່ງມີຄວາມເອື້ອເຟື້ອເຜື່ອແຜ່ ຕໍ່ຜູ້ທີ່ຕິດເຊື້ອ ແລະ ໃຫ້ກຳລັງໃຈ ເພື່ອໃຫ້ເຂົາເຈົ້າສາມາດກັບມາໃຊ້ຊີວິດແບບປົກກະຕິໄດ້ໂດຍໄວ.
• ແລະ ມື້ນີ້ກໍ່ແມ່ນມື້ສຸດທ້າຍຂອງປີເກົ່າ ແລະ ຕ້ອນຮັບປີໃໝ່ທີ່ຈະມາເຖີງນີ້ ກໍ່ຂໍໃຫ້ທຸກຄົນມີສະຕິນຳກັນ ສະເຫຼີມສະຫຼອງປີໃໝ່ກັບຄົນໃນເຮືອນຂອງຕົນເອງເທົ່ານັ້ນ ທັງນີ້ກໍ່ເພື່ອໃຫ້ຕົນເອງ ແລະ ສະມາ
ຊິກໃນຄອບຄົວມີຄວາມປອດໄພ ຫຼີກລ້ຽງຈາກການຕິດເຊື້ອພະຍາດໂຄວິດ-19 ແລະ ພ້ອມກັນນີ້ ກໍ່ໃຫ້ມີສະຕິໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕະຫຼອດເວລາ ໂດຍຍຶດໝັ້ນການຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ, ໝັ້ນລ້າງມືດ້ວຍເຈວທີ່ມີທາດເຫຼົ້າ ແລະ ບໍ່ຊຸມແຊວທຸກຮູບແບບກັບຄົນອຶ່ນ.
• ເນື່ອງໃນໂອກາດປີໃໝ່ທີ່ຈະມາເຖິງໃນມື້ຄ່ຳນີ້ ຂ້າພະເຈົ້າ ຂໍອວຍພອນໄຊ ໃຫ້ການນຳພັກ-ລັດ ຈົ່ງມີສຸຂະພາບແຂງແຮງ ແລະ ສືບຕໍ່ຊີ້ນຳ-ນຳພາ ປະເທດຂອງພວກເຮົາ ໃຫ້ສາມາດຜ່ານວິກິດການລະບາດໄດ້ໂດຍໄວ. ແລະ ສຸດທ້າຍນີ້ ຂໍອວຍພອນໄຊ ໃຫ້ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ມີຄວາມສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ປາດສະຈາກການເຈັບເປັນຈາກພະຍາດໂຄວິດ-19