ໃນຕອນເຊົ້າວັນທີ 31 ພຶດສະພາ 2021, ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະກອງເລຂາສະເພາະກິດ ເພື່ອປ້ອງກັນ ຄວບຄຸມ
ແລະ ແກ້ໄຂການລະບາດຂອງ ພະຍາດ COVID-19 ໄດ້ຖະແຫຼງຂ່າວ ສະພາບຕົວເລກ ການຕິດເຊື້ອພະຍາດ COVID-19 ຢູ່ ສປປ ລາວ, ລາຍລະອຽດ ດັ່ງລຸ່ມນີ້:
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ, ຮອດປະຈຸບັນ ສປປ ລາວ:
ມີຜູ້ຕິດເຊື້ອ ສະສົມ ທັງໝົດ 1,912 ຄົນ (ໃໝ່ 1),
ເສຍຊິວິດສະສົມທັງໝົດ 03 ຄົນ (ໃໝ່ 00),
ປິ່ນປົວດີທັງໝົດ 1,543 ຄົນ (ໃໝ່ 117 ຄົນ)
ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 366 ຄົນ
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ, ວັນທີ 30 ພຶດສະພາ 2021 ມີຜູ້ເດີນທາງທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຈຳນວນ 1,180 ຄົນ
– ຜ່ານດ່ານລາວ-ໄທ 1,070 ຄົນ
– ຜ່ານສະໜາມບິນສາກົນວັດໄຕ 110 ຄົນ
ວຽກງານການຈຳກັດບໍລິເວນ ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 48 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,024 ຄົນ.
ວຽກງານການກວດວິເຄາະ:
ໃນວັນທີ 30 ພຶດສະພາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 2,002 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ
• ກ່ຽວກັບກໍລະນີຕິດເຊື້ອໃໝ່ 1 ຄົນ (ກໍລະນີຢັ້ງຢືນທີ 1912)
– ຄົນເຈັບຕິດເຊື້ອໃໝ່ ຈາກຈຳປາສັກ 1 ຄົນ ແມ່ນເປັນກໍລະນີນຳເຂົ້າ ເຊິ່ງເປັນແຮງງານທີ່ເຂົ້າມາຖືກກົດໝາຍ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ເຖິງແມ່ນວ່າ ສະພາບການລະບາດໃນ ສປປ ລາວ ຈຳນວນຜູ້ຕິດເຊື້ອໃໝ່ ຈະມີທ່າອ່ຽງຫຼຸດລົງກໍ່ຕາມ ແຕ່ກໍ່ຍັງສືບຕໍ່ມີລາຍງານທຸກມື້. ດັ່ງນັ້ນ ພວກເຮົາບໍ່ຄວນປະໝາດ ຫຼື ປ່ອຍປະລະເລີຍ ໃນການປະຕິບັດ
ມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ;
• ບົດຮຽນທີ່ຜ່ານມາ ເຫັນໄດ້ວ່າ ມີການລະບາດເປັນຈຸ້ມໃນຄອບຄົວ, ໝູ່ຄູ່, ຄົນໃກ້ຊິດ, ບັນດາຫ້ອງການ ແລະ ສຳນັກງານອົງການ;
• ເພື່ອຈຳກັດການລະບາດໃຫ້ເປັນວົງແຄບ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບຂອງຕົນ ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກ
ທີ 528/ຫສນຍ ໃນໄລຍະວັນທີ 21 ພຶດສະພາ ຫາ 4 ມິຖຸນາ 2021 ຢ່າງເຂັ້ມງວດ;
• ສິ່ງທີ່ສຳຄັນ ແລະ ຕ້ອງເອົາໃຈໃສ່ປະຕິບັດ ກໍ່ຄື ມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ແມ່ນ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ,
ຮັກສາໄລຍະຫ່າງທາງສັງຄົມ, ຫຼີກລ້ຽງການເອົາມືສຳຜັດໃບໜ້າ, ຕາ, ດັງ ແລະ ປາກ, ຮັກສາມາລະຍາດໃນການໄອ-ຈາມ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ແອອັດ….
• ເມື່ອທ່ານສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເດີນທາງໄປຍັງສະຖານທີ່ທີ່ມີຄວາມສ່ຽງໃຫ້ທ່ານຮີບຮ້ອນໄປພົບແພດເພື່ອເກັບຕົວຢ່າງກວດ ແລະ ຈຳກັດບໍລິເວນຕົນເອງ ໃນໄລຍະລໍຖ້າຜົນກວດ, ພາຍຫຼັງຜົນກວດ
ບໍ່ພົບເຊື້ອ ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບ 14 ວັນ ເພື່ອປ້ອງກັນການແຜ່ເຊື້ອໃຫ້ຄົນໃນຄອບຄົວ ແລະ ຄົນອ້ອມຂ້າງ;
• ການອອກກຳລັງກາຍຢ່າງເປັນປະຈຳ ຊ່ວຍໃຫ້ສຸຂະພາບຂອງທ່ານແຂງແຮງ ແລະ ເສີມສ້າງພູມຄຸ້ມກັນ ຕໍ່ສຸ້ກັບເຊື້ອພະຍາດ. ຕໍ່ກັບສະພາບການລະບາດໃນປະຈຸບັນ ການອອກກຳລັງກາຍ ຈຶ່ງຫັນປ່ຽນຕາມການ
ດຳລົງຊີວິດແບບໃໝ່ ຕາມຄວາມເໝາະສົມກັບສະພາບທ້ອງຖິ່ນຂອງທ່ານ;
• ອີກເທື່ອນຶ່ງ ຂໍໃຫ້ບັນດາພໍ່ແມ່ປະຊາຊົນຈົ່ງໄດ້ມີສະຕິໃນການຮັບຂໍ້ມູນຂ່າວສານຈາກສື່ສັງຄົມອອນລາຍຕ່າງໆຄວນຕ້ອງໄດ້ວິເຄາະ ແລະ ພິຈາລະນາ ຢ່າງຖີ່ຖ້ວນວ່າແຫຼ່ງທີ່ມາຂອງຂໍ້ມູນຂ່າວສານນັ້ນມີຄວາມ
ໜ້າເຊື່ອຖືຫຼາຍໜ້ອຍສຳໃດ ແລະ ຂ່າວດັ່ງກ່າວ ແມ່ນຂ່າວແທ້ ຫຼື ຂ່າວປອມ ກ່ອນທີ່ທ່ານຈະສົ່ງຕໍ່ຂໍ້ມູນດັ່ງກ່າວ ໃຫ້ແກ່ບຸກຄົນອື່ນ ເຊິງອາດຈະເປັນການສ້າງຄວາມປັ່ນປ່ວນ ແລະ ແຕກຕື່ນໃນສັງຄົມ
• ສຳລັບ ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການທ່ານສາມາດຕິດຕາມໄດ້ທາງ:
o ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ
o ນອກຈາກນີ້ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື covid19.gov.la
o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກ cdc.gov.la
o ເຟດບຸກຂອງສູນຂ່າວສານການແພດແລະສຸຂະສຶກສາ, ກະຊວງສາທາລະນະສຸກ
o ແລະສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).