 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ30ມັງກອນ2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ2,657ຕົວຢ່າງໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ329ຄົນ(ຕິດເຊື້ອພາຍໃນ319ຄົນ ແລະ ນໍາເຂົ້າ 10 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ319 ຄົນຈາກ 17ແຂວງ ແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ຊຽງຂວາງ 83 ຄົນ
2 ນະຄອນຫຼວງ 41 ຄົນ
3 ບໍລິຄໍາໄຊ 33 ຄົນ
4 ໄຊສົມບູນ 32 ຄົນ
5 ຫົວພັນ 29 ຄົນ
6 ອັດຕະປື 28 ຄົນ
7 ໄຊຍະບູລີ 14 ຄົນ
8 ຄໍາມ່ວນ 9 ຄົນ
9 ວຽງຈັນ 7 ຄົນ
10 ເຊກອງ 7 ຄົນ
11 ສະຫັວນນະເຂດ 6 ຄົນ
12 ຫຼວງພະບາງ 6 ຄົນ
13 ບໍ່ແກ້ວ 6 ຄົນ
14 ອຸດົມໄຊ 6 ຄົນ
15 ຈໍາປາສັກ 5 ຄົນ
16 ຫຼວງນໍ້າທາ 4 ຄົນ
17 ສາລະວັນ 3 ຄົນ
18 ຜົ້ງສາລີ 0 ຄົນ
 
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 10 ຄົນ ທັງໝົດຈາກ ນະຄອນຫຼວງວຽງຈັນ 9 ຄົົນແລະສະຫວັນນະເຂດ 1 ຄົນເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ133,853ກໍລະນີ, ອອກໂຮງໝໍວານນີ້570 ຄົນ, ກຳລັງປິ່ນປົວ5.568 ຄົນ ແລະ ເສຍຊີວິດສະສົມທັງໝົດ547ຄົນ(ເສຍຊິວິດໃໝ່ 3 ຄົນ).
– ສຳລັບຜູ້ເສຍຊີວິດໃໝ່03ຄົນຈາກບໍລິຄໍາໄຊ 02 ຄົນ ແລະ ຫົວພັນ 01ຄົນ ໃນນີ້ ມີຜູ້ສູງອາຍຸ 5 ຄົນ ແລະ ບໍ່ສັກວັກຊິນ 4 ຄົນ
ຂ້າພະເຈົ້າຂໍສະແດງຄວາມເສຍໃຈມານຳຄອບຄົວແລະຍາດຕິພີ່ນ້ອງທີ່ໄດ້ສູນເສຍຄົນທີ່ຮັກແລະເຄົາລົບມານະທີ່ນີ້ດ້ວຍ
 ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ປັດຈຸບັນນີ້ການລາຍງານການຕິດເຊື້ອໃນທົ່ວໂລກຍັງບໍ່ທັນເຫັນທ່າອ່ຽງຫຼຸດລົງເທື່ອ, ສະຫະລັດອາເມຣິກາ, ຫຼາຍປະເທດໃນຢູໂລບແລະ ອິນເດຍ ແມ່ນມີລາຍການຕິດເຊື້ອເພີ່ມຂື້ນໃນແຕ່ລະວັນ ເຊິງສາເຫດ ແມ່ນສືບເນື່ອງມາຈາກການລະບາດສາຍພັນໂອມີຄຣອນ. ການລາຍງານການເສຍຊິວິດເມື່ອສົມທຽບໃສ່ການລະບາດຜ່ານມາ ເຫັນໄດ້ວ່າການເສຍຊິວິດແມ່ນຫຼຸດລົງ.
• ສໍາລັບ ສປປ ລາວ,ມື້ນີ້ກໍ່ເປັນອີກມື້ໜຶ່ງ ທີ່ມີລາຍງານການຕິດເຊື້ອຕໍ່າກວ່າ 400 ຄົນຕໍ່ວັນ, ຫຼາຍໂຮງໝໍພາກສະໜາມແມ່ນມີ ຄົນເຈັບໜ້ອຍລົງ ແລະ ບາງແຫ່ງກໍ່ແມ່ນໄດ້ປິດຊົ່ວຄາວ ແຕ່ພວກເຮົາກໍ່ຍັງມີລາຍງານການເສຍຊິວິດເຊິງພົບຫຼາຍໃນຜູ້ສູງອາຍຸ, ຜູ້ທີ່ບໍ່ໄດ້ຮັບວັກຊິນ ຫຼື ກວດ ແລະ ປິ່ນປົວດ້ວຍຕົນເອງ ເຮັດໃຫ້ເກີດມີອາການໜັກ ຈຶ່ງມາໂຮງໝໍ.
• ສປປ ລາວ ແມ່ນໄດ້ເຝົ້າລະວັງພະຍາດ COVID-19 ສາຍພັນ ໂອມີຄຣອນ ເປັນພິເສດ ເນື່ອງຈາກເປັນສາຍພັນທີ່ພາໃຫ້ມີການລະບາດໃນທົ່ວໂລກ ແລະ ປະເທດໃກ້ຄຽງ ເປັນຈໍານວນຫຼວງຫຼາຍ ເຊິງເປັນສາຍພັນທີ່ແພ່ລະບາດໄວກວ່າສາຍພັນອື່ນ ສໍາລັບອາການຂອງສາຍພັນນີ້ ມີ ໄຂ້, ໄອ, ເຈັບຄໍ. ສະນັ້ນ ຕ້ອງລະມັດລະວັງ ປ້ອງກັນຕົນເອງໂດຍການໃສ່ຜ້າອັດປາກ-ດັງ ແລະ ລ້າງມືເລື່ອຍໆ ໃສ່ສະບູ ຫຼື ເຈວລ້າງມື ນອກຈາກນັ້ນກໍ່ຂໍຮຽກຮ້ອງໃຫ້ໄປສັກວັກຊິນ ໃຫ້ຄົບໂດສ ແລະ ເຂັ້ມກະຕຸ້ນ ຕາມສະຖານທີບໍລິການສາທາລະນະສຸກ ຫຼື ຈຸດທີ່ຄະນະສະເພາະກິດໄດ້ກໍານົດໄວ້ ເພື່ອເຮັດໃຫ້ມີພູມຄຸ້ມກັນໝູ່ ແລະ ປ້ອງກັນຄວາມຮຸນແຮງຂອງການຕິດເຊື້ອ.
• ອີກເທື່ອໜື່ງຂ້າພະເຈົ້າຂໍຮຽກຮ້ອງໃຫ້ພວກເຮົາທຸກຄົນຈົ່ງເປັນເຈົ້າການນຳກັນໃນການສະກັດກັ້ນແລະຄວບຄຸມພະຍາດໂຄວິດ 19 ບໍ່ໃຫ້ມີການລະບາດເປັນວົງກ້ວາງອອກຕື່ມໃນສັງຄົມ
• ສໍາລັບການໃຊ້ເຄື່ອງກວດແບບໄວດ້ວຍຕົນເອງຖ້າຫາກມີຄົນໃນຄອບຄົວທ່ານ 01 ຄົນໃຊ້ກວດເຄື່ອງກວດແບບໄວຜົນກວດຂຶ້ນເປັນ 2 ຂີດສ່ວນຄົນອື່ນໃນສະມະຊິກຄອບຄົວເຖິງຈະຂຶ້ນເປັນ 1 ຂີດກໍ່ຂໍໃຫ້ທຸກຄົນໃນຄອບຄົວຈົ່ງພ້ອມກັນໄປເກັບຕົວຢ່າງຢູ່ຈຸດບໍລິການທີ່ຄະນະສະເພາະກີດກຳນົດໄວ້ເພື່ອຄວາມປອດໄພຂອງຄອບຄົວແລະທຸກຄົນໃນສັງຄົມ, ມີເຫດການຕົວຈິງທີ່ເກີດມາແລ້ວໃນຄອບຄົວມີ 1 ຄົນທີ່ກວດເປັນ 2 ຂີດສ່ວນອີກ 3 ຄົນແມ່ນຂື້ນຂີດດຽວແຕ່ຍ້ອນມີການພົວພັນໃກ້ຊີດຈຶ່ງໄປກວດທຸກຄົນຜົນອອກມາແມ່ນຕິດເຊື້ອ (ບວກ), ຍ້ອນວ່າຜູ້ທີ່ຂື້ນ 1 ຂີດ ບໍ່ເອົາໃຈໃສ່ໃນການປ້ອງກັນຕົນເອງ ເພາະຕົນເອງຂື້ນຂີດດຽວແລ້ວວ່າບໍ່ຕິດເຊື້ອ ເພາະເຄື່ອງກວດແບບໄວດ້ວຍຕົນເອງຈະເປັນ 2 ຂີດກໍລະນີທີ່ມີເຊື້ອພະຍາດຈຳນວນຫຼາຍແລະມີອາການສະແດງອອກແລ້ວເທົ່ານັ້ນ, ນັ້ນແມ່ນເຫດຜົນທີ່ກຸ່ມສ່ຽງສຳພັດກັບຜູ້ຕິດເຊື້ອຕ້ອງໄປກວດຕາມຈຸດບໍລິການຄະນະສະເພາະກີດເພື່ອກວດດ້ວຍRT PCR
• ບັນດາທ່ານທີ່ນັບຖືສະພາບການລະບາດຂອງໂຄວິດ 19 ໃນປະເທດຂອງພວກເຮົາແມ່ນແກ່ຍາວມາແຕ່ປີ 2020 ຈົນຮອດປະຈຸບັນເຮັດໃຫ້ກະທົບຕໍ່ເສດຖະກິດສັງຄົມທົ່ວປະເທດດັ່ງນັ້ນພວກເຮົາຕ້ອງໄດ້ຮຽນຮູ້ແລະປັບຕົນເອງທີ່ຈະດຳລົງຊີວິດແລະ ຮຽນຮູ້ການຢູ່ຮ່ວມກັບ ພະຍາດໂຄວິດໃຫ້ໄດ້.ໃນເງືອນໄຂທີ່ມີການລະບາດຂອງພະຍາດໂຄວິດ 19, ທຸກຄົນຕ້ອງສືບຕໍ່ດຳລົງຊີວິດໃນສັງຄົມເພື່ອປະກອບອາຊີບທໍາມາຫາກິນໂດຍຕົນເອງເຊິ່ງຂ້າພະເຈົ້າເຊື່ອໜັ້ນວ່າບົນພື້ນຖານຄວາມສາມັກຄີແລະຮ່ວມແຮງຮ່ວມໃຈກັນຂອງທຸກຄົນໃນສັງຄົມ, ບໍ່ໃຫ້ຖືເບົາຕໍ່ການປະຕິບັດມາດຕະການປ້ອງກັນຕົນເອງຕາມຄຳແນະນຳຂອງຄະນະສະເພາະກິດວາງອອກຢ່າງຖືກຕ້ອງແລະເຂັ້ມງວດກໍ່ຈະເຮັດໃຫ້ສະພາບການລະບາດຂອງພະຍາດໂຄວີດ 19 ຄ່ອຍຫຼຸດຜ່ອນລົງໃນລະດັບທີ່ສາມາດຄວບຄຸມໄດ້ໃນອານາຄົດອັນໃກ້ໆນີ້
• ການສັກວັກຊິນໂຄວິດ-19 ປະຈໍາວັນທີ30 ມັງກອນ2022 ສັກໄດ້ທັງໝົດ: 16.934 ເຂັມ.ເຂັມ 1 ສັກໄດ້: 2.080 ເຂັມ, ເຂັມ2 ສັກໄດ້5.944 ເຂັມ. ເຂັມ3 ກະຕຸ້ນ8.910 ເຂັມຕົວເລກສະສົມໃນທົ່ວປະເທດເຂັມທີ1 ສັກໄດ້4.733. 538 ຄົນ (ອັດຕາປົກຄຸມ64, 51%), ເຂັມ2 ສັກໄດ້4.070.995 ຄົນ (ອັດຕາປົກຄຸມ55.48%) ທຽບໃສ່ປະຊາກອນທັງໝົດທົ່ວປະເທດ. ປະຊາກອນກຸ່ມເປົ້າໝາຍ12 ປີຂື້ນໄປເຂັມທີ່1 ປົກຄຸມ86.4% , ເຂັມທີ່2 ສັກໄດ້ 74.1% ແລະເຂັມ3 ສັກໄດ້514.761 ຄົນ, ກວມເອົາ 9.2%. ກຸ່ມອາຍຸ12-17 ປີເຂັມທີ1 ໄດ້60.7% ແລະເຂັມ2 ສັກໄດ້40.2%, ທຽບໃສ່ປະຊາກອນກຸ່ມເປົ້າໝາຍ12- 17 ປີ.
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ສໍາລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3): ຜູ້ສູງອາຍຸ, ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕສາມາດໄປຮັບການບໍລິການ ໄດ້ທີ່:
– ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
– ໂຮງໝໍສູນກາງ
– ໂຮງໝໍເມືອງ 9 ຕົວເມືອງ
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
Loading...