 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 30 ມີນາ 2022 ໄດ້ກວດວິເຄາະທັງໝົດ 5,688 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,762 ຄົນ (ຕິດເຊື້ອພາຍໃນ 2,743 ຄົນ ແລະ ນໍາເຂົ້າ 19 ຄົນ).
– ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2,743 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 1,345 ຄົນ
2. ສະຫວັນນະເຂດ 364 ຄົນ
3. ໄຊຍະບູລີ 154 ຄົນ
4. ຄຳມ່ວນ 128 ຄົນ
5. ວຽງຈັນ 115 ຄົນ
6. ຜົ້ງສາລີ 86 ຄົນ
7. ອຸດົມໄຊ 71 ຄົນ
8. ອັດຕະປື 69 ຄົນ
9. ຫຼວງພະບາງ 65 ຄົນ
10. ຊຽງຂວາງ 60 ຄົນ
11. ສາລະວັນ 51 ຄົນ
12. ເຊກອງ 42 ຄົນ
13. ໄຊສົມບູນ 41 ຄົນ
14. ຫົວພັນ 40 ຄົນ
15. ບໍ່ແກ້ວ 40 ຄົນ
16. ບໍລິຄຳໄຊ 38 ຄົນ
17. ຫຼວງນ້ຳທາ 24 ຄົນ
18. ຈຳປາສັກ 10 ຄົນ
 
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 19 ຄົນ ຈາກ ນະຄອນຫຼວງ 10 ຄົນ, ສະຫວັນນະເຂດ 6 ຄົນ, ບໍລິຄຳໄຊ 2 ຄົນ ແລະ ຈຳປາສັກ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
 
• ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 176,898 ຄົນ, ອອກໂຮງໝໍວານນີ້ 435 ຄົນ, ກຳລັງປິ່ນປົວ 5,784 ຄົນ ແລະ ເສຍຊີວິດທັງໝົດ 665 ຄົນ (ເສຍຊີວິດໃໝ່ 1 ຄົນ ຈາກ ແຂວງຫຼວງນ້ຳທາ)
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈມາຍັງ ຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ.
 
 
 ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
 
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ປັດຈຸບັນ ທົ່ວໂລກໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຫຼາຍກວ່າ 11.2 ຕື້ໂດສ ໃນ 197 ປະເທດ, ໃນນັ້ນ ປະເທດທີ່ມີການສັກວັກຊີນສູງກວ່າໝູ່ແມ່ນ ສປ ຈີນ 3.2 ຕື້ໂດສ, ຮອງລົງມາ ແມ່ນ ອິນເດຍ 1.8 ຕື້ໂດສ ແລະ ສະຫະລັດອາເມລິກາ ປະມານ 560 ລ້ານໂດສ.
• ການໄດ້ຮັບວັກຊີນຄົບທຸກເຂັມທີ່ແນະນຳ ລວມທັງ ເຂັມກະຕ້້ນ ແມ່ນເປັນການສ້າງພູມຄຸ້ມກັນ ໃຫ້ແກ່ຮ່າງກາຍຂອງທ່ານ ເພື່ອຊ່ວຍຫຼຸດຜ່ອນອັດຕາຄວາມຮຸນແຮງຂອງພະຍາດ ແລະ ການເສຍຊີວິດຈາກພະຍາດດັ່ງກ່າວ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ໄປຮັບການບໍລິການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ ເພື່ອຊ່ວຍກັນສ້າງພູມຄຸ້ມກັນໝູ່ ແລະ ສະກັດກັ້ນການລະບາດໃນປະເທດຂອງພວກເຮົາບໍ່ໃຫ້ຂະຫຍາຍເປັນວົງກວ້າງ. ຄຽງຄູ່ກັບການສັກວັກຊີນ ພວກເຮົາຍັງຕ້ອງຍັງສືບຕໍ່ປະຕິບັດ ມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງໂຕເຮົາເອງ, ຄົນໃນຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ ແລະ ທຸກຄົນໃນສັງຄົມ.
• ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ໃນ ປະເທດເຮົາ ເຫັນວ່າ ການຕິດເຊື້ອໃນຊຸມຊົນ ຍັງເພີ້ມຂື້ນຢ່າງຕໍ່ເນື່ອງໃນແຕ່ລະວັນ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ ຍັງຄົງໜ້າເປັນຫ່ວງທີ່ສຸດ ຈຳເປັນຕ້ອງໄດ້ເຝົ້າລະວັງ ແລະ ຕິດຕາມສະພາບການລະບາດຢ່າງໃກ້ຊິດ ໃນແຕ່ລະໄລຍະ, ເນື່ອງຈາກ ຍັງມີລາຍງານຕົວເລກຜູ້ຕິດເຊື້ອຫຼັກພັນໃນແຕ່ລະວັນ ໝາຍຄວາມວ່າ ທຸກຄົນ ແມ່ນມີຄວາມສ່ຽງສູງ ແລະ ສາມາດຕິດເຊື້ອພະຍາດໂຄວິດໄດ້ທຸກທີ່ ແລະ ທຸກເວລາ, ຖ້າຫາກທ່ານ ຍັງບໍ່ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ທີ່ໄດ້ວາງອອກໃນແຕ່ລະໄລຍະ ຢ່າງເຄັ່ງຄັດ.
• ຕໍ່ກັບສະພາບການດັ່ງກ່າວ, ຂໍຮຽກຮ້ອງມາຍັງພໍ່ແມ່, ພີ່ນ້ອງ, ທະຫານ, ຕຳຫຼວດ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ເປັນເຈົ້າການຕົນເອງ ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ໃຫ້ກາຍເປັນຄວາມຊີນເຄີຍໃນການດຳລົງຊີວິດປົກກະຕິປະຈຳວັນແບບໃໝ່ (new normal) ເປັນຕົ້ນ ໃສ່ຜ້າປິດປາກດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຮັກສາໄລຍະຫ່າງ 2 ແມັດຂຶ້ນໄປ, ບໍ່ຊຸມແຊວກັນເປັນກຸ່ມ, ຫຼີກລ້ຽງການເດີນທາງໄປສະຖານທີ່ແອອັດ ຫຼື ມີຄວາມສ່ຽງ ເຊິ່ງ ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອສະກັດກັ້ນການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງໃນປະເທດຂອງພວກເຮົາ.
• ອີກເທື່ອໜຶ່ງ ກ່ອນຈະເຂົ້າສູ່ໄລຍະບຸນປີໃໝ່ລາວໃນອີກ 2 ອາທິດຂ້າງໜ້ານີ້ ຄາດຄະເນວ່າ ຈຳນວນຜູ້ຕິດເຊື້ອໃໝ່ປະຈຳວັນ ຢູ່ ສປປລາວ ອາດຈະເພິ່ມສູງຂຶ້ນເປັນຈຳນວນຫຼາຍ, ຖ້າຫາກບັນດາທ່ານປ່ອຍປະລະເລີຍໃນການປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງບັນດາທ່ານ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຮອບດ້ານ ເພື່ອຄວາມປອດໄພຂອງໂຕທ່ານເອງ, ຄົນໃນຄອບຄົວ ແລະ ຊຸມຊົນຂອງທ່ານ. ນອກຈາກນີ້ ບາງທ່ານ ກໍ່ໄດ້ວາງແຜນທີ່ຈະໄປອວຍພອນປີໃໝ່ຜູ້ໃຫຍ່, ຜູ້ເຖົ້າຜູ້ແກ່ ລວມທັງ ການສັງສັນກິນເຂົ້າກັບຄອບຄົວ ແລະ ໝູ່ເພື່ອນ, ການອະນາໄມເຮືອນຊານໃຫ້ສະອາດປອດເຊື້ອ ແລະ ຊຸມຊົນສະອາດ ປາສະຈາກພະຍາດໂຄວິດ-19 ຈຶ່ງມີຄວາມຈຳເປັນ ເພື່ອກຽມຄວາມພ້ອມກ່ອນເຂົ້າສູ່ປີໃໝ່ລາວ ເຊິ່ງຖືວ່າ ເປັນສ່ວນສຳຄັນໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ ໄດ້ອີກຊ່ອງທາງໜຶ່ງ.
• ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ຕິດຕາມຮັບຊົມ ແລະ ຮັບຟັງການລາຍງານຂ່າວໃນມື້ນີ້ ຈົ່ງໄດ້ມີສະຕິ ໃນການຮັບຂໍ້ມູນຂ່າວສານ ຈາກສື່ຕ່າງໆ ແລະ ກ່ອນທີ່ທ່ານຈະສົ່ງຕໍ່ຂໍ້ມູນຕໍ່ໃຫ້ແກ່ບຸກຄົນອື່ນ ຂໍໃຫ້ພິຈາລະນາເບິ່ງຕື່ມວ່າ ທີ່ມາຂອງຂໍ້ມູນຂ່າວສານດັ່ງກ່າວ ມີຄວາມໜ້າເຊື່ອຖືໄດ້ຫຼາຍໜ້ອຍສຳໃດ ເພາະສື່ສັງຄົມອອນລາຍ ແມ່ນຈະມີການສົ່ງຕໍ່ຂໍ້ມູນອອກເປັນວົງກ້ວາງໃນເວລາໄວທີ່ສຸດ ຖ້າມີການສົ່ງຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ບໍ່ແມ່ນຄວາມຈິງອອກໄປ ກໍ່ຈະເປັນການ ສ້າງຄວາມຫຍຸ້ງຍາກສັບສົນ ແລະ ແຕກຕື່ນໃນສັງຄົມຕື່ມອີກ.
• ກ່ອນຈະຈົບການລາຍງານຂ່າວ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ປັດຈຸບັນ ທົ່ວປະເທດ ສັກວັກຊີນເຂັມທີ 1 ໄດ້ ສັກວັກຊີນເຂັມທີ 1 ໄດ້ 5,605,948 ໂດສ (ກວມເອົາ 76.40%) ແລະ ທຸກເຂັມທີ່ແນະນໍາ 4,475,255 ໂດສ (ກວມເອົາ 60.99%).
Loading...