ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນມື້ວານ ວັນທີ3ກຸມພາ2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ2,918ຕົວຢ່າງໃນຂອບເຂດທົ່ວປະເທດແລະພົບເຊື້ອທັງໝົດ359 ຄົນ(ຕິດເຊື້ອພາຍໃນມີ340ຄົນ ແລະ ຕິດເຊື້ອນໍາເຂົ້າ19ຄົນ)ດັ່ງນັ້ນຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນສປປລາວຮອດປະຈຸບັນ ແມ່ນ135.660 ຄົນ, ເສຍຊີວິດສະສົມ 562 ຄົນ (ໃນນີ້ເສຍຊີວິດໃໝ່ 4ຄົນ), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ269ຄົນ, ກໍາລັງປິ່ນປົວ5,029ຄົນ(ຜູ້ຕິດເຊື້ອໂຄວິດ ປະຈຸບັນ )
ຈຳນວນຕົວເລກ ການຕິດເຊືື້ອໃໝ່ພາຍໃນປະເທດມື້ວານນີ້ ທັງໝົດມີ340ຄົນຈາກ ນະຄອນຫຼວງວຽງຈັນແລະ 17 ແຂວງ ມີດັ່ງນີ້:
1 ນະຄອນຫຼວງ 82 ຄົນ
2 ຊຽງຂວາງ 47 ຄົນ
3 ຫົວພັນ 43 ຄົນ
4 ໄຊຍະບູລີ 26 ຄົນ
5 ອັດຕະປື 21 ຄົນ
6 ໄຊສົມບູນ 17 ຄົນ
7 ເຊກອງ 16 ຄົນ
8 ວຽງຈັນ 14 ຄົນ
9 ຄໍາມ່ວນ 14 ຄົນ
10 ຜົ້ງສາລີ 13 ຄົນ
11 ສະຫັວນນະເຂດ 12 ຄົນ
12 ສາລະວັນ 10 ຄົນ
13 ອຸດົມໄຊ 9 ຄົນ
14 ບໍ່ແກ້ວ 7 ຄົນ
15 ບໍລິຄໍາໄຊ 7 ຄົນ
16 ຫຼວງພະບາງ 5 ຄົນ
17 ຫຼວງນໍ້າທາ 5 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີ19ຄົນ ນະຄອນຫຼວງວຽງຈັນ 7 ຄົນ,ສະຫວັນນະເຂດ 7 ຄົນ, ຈຳປາສັກ 2 ຄົນ, ຄຳມ່ວນ 3 ຄົນ , ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ.
ສຳລັບຄົນທີ່ເສຍຊີວິດໃໝ່04ຄົນຈາກ: ນະຄອນຫຼວງວຽງຈັນ 3 ຄົນ ແລະ ຫົວພັນ 1 ຄົນ
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ຢູ່ນະຄອນຫຼວງວຽງຈັນແມ່ນມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່ຢູ່ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ 5 ເມສາ, ໂຮງໝໍແມ່ແລະເດັກເກີດໃໝ່ແລະໂຮງໝໍເດັກ).
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນ
• ຢູ່ບັນດາແຂວງມີ : ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
• ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ນອກນັ້ນຍັງມີຈຸດສັກຢາເພີ້ມ ( ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ)
• ວັດຈີນ ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
• ສູນການຄ້າລາວ-ໄອເຕັກ
• ເຊິ່ງ ປະຈຸບັນ ປະເທດຂອງພວກເຮົາກໍ່ແມ່ນສືບຕໍ່ ເອົາໃຈໃສ່ໃນການເລັ່ງໃຫ້ສັກວັກຊີນ ໃນຂອບເຂດທົ່ວປະເທດ ຂໍໃຫ້ ທຸກຄົນຈົ່ງໄດ້ເອົາໃຈ ໃສ່ ໃນການນຳພາລູກຫຼານ ແລະ ຄົນໃນຄອບຄົວໃຫ້ໄດ້ ໄປຮັບວັກຊີນຄົບເພື່ອເຮັດໃຫ້ການ ສັກວັກຊິນປົກຄຸມໃນປວງຊົນທຸກກຸ່ມຄົນ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນຈຳນວນຜູ້ຕິດເຊື້ອໃໝ່, ຫຼຸດຜ່ອນ ຜູ້ທີ່ເຈັບເປັນ ແລ້ວມີອາການໜັກ ທີ່ຈະນຳພາໄປເຖິງຂັ້ນ ເສຍຊີວິດໄດ້
• ມາຮອດປະຈຸບັນສປປ ລາວເຮົາໄດ້ສັກວັກຊີນເຂັມທີ 1ແມ່ນ 4,756,724 ກວມເອົາ64,83% ແລະ ເຂັມ 2 ແມ່ນ 4,122,683 ກວມເອົາ56,18%ແລະໃນກຸ່ມອາຍຸ 12-17 ປີສັກເຂັມທີ 1 ໄດ້531,581 ຄົນ ກວມເອົາ 61,4 %ແລະ ເຂັມ 2 ສັກໄດ້ 365,260 ຄົນ ກວມເອົາ 40,2 %.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກ ຍັງບໍ່ມີທ່າອຽງຫຼຸດລົງ ມື້ວານນີ້ມີລາຍງານຜູ້ຕິດເຊື້ອໃໝ່ທົ່ວໂລກສູງເຸຖີງ 3 ລ້ານກ່ວາຄົນ, ແລະ ສາຍພັນທີ່ລະບາດໃນປັດຈຸບັນແມ່ນສາຍພັນໂອໄມຄຣອນ ທີ່ມີອັດຕາການຕິດເຊື້ອຢ່າງໄວວາ ເຮັດໃຫ້ໂຕເລກຜູ້ຕິດເຊື້ອປະຈຳວັນໃນທົ່ວໂລກສູງຫຼາຍ.
• ສໍາລັບສປປລາວເຖີງວ່າໂຕເລກລາຍງານການຕິດເຊື້ອໃໝ່ ບໍ່ສູງຫຼາຍທຽບໃສ່ໄລຍະຜ່ານມາ ແຕ່ອັດຕາການຕິດເຊື້ອກໍ່ຍັງສູງທຽບໃສ່ຈຳນວນຕົວຢ່າງທີ່ຖືກເກັບ ແລະ ປະຊາຊົນຈຳນວນໜື່ງກໍ່ໄດ້ຊື້ເຄື່ອງກວດມາກວດເອງ ຈີ່ງເຮັດໃຫ້ໂຕເລກລາຍງານຫຼຸດລົງ ເຖີງຢ່າງໃດກໍ່ຕາມ ການລະບາດພະຍາດໂຄວິດ-19 ໃນ ສປປລາວກໍ່ຄືບັນດາແຂວງທົ່ວປະເທດກໍ່ຍັງມີໃນຫຼາຍຂົງເຂດ ສະນັ້ນການພວກເຮົາຈຶ່ງມີຄວາມຈໍາເປັນຕ້ອງໄດ້ເຝົ້າລະວັງຕິດຕາມທ່າອ່ຽງຂອງການຕິດເຊື້ອໃນປະເທດຂອງພວກເຮົາຈົນກວ່າສະພາບການລະບາດຂອງພະຍາດ ຈະຄ່ອຍຫຼຸດລົງຢູ່ໃນລະດັບ ທີ່ ສາມາດຄວບຄຸມໄດ້. ພ້ອມດຽວກັນພວກເຮົາ ,ທຸກຄົນຕ້ອງໄດ້ມີຄວາມຕື່ນໂຕ ແລະເປັນເຈົ້າການ ທີ່ຈະຕ້ອງມີຄວາມຮັບຜີດຊອບຕໍ່ຄວາມປອດໄພຕົນເອງ ແລະ ຂອງສັງຄົມ ໂດຍການສືບຕໍ່ ປະຕິບັດມາດຕະການປ້ອງກັນແລະ ຄວບຄຸມພະຍາດຢ່າງເຂັ້ມງວດ ແລະ ຄົບຖ້ວນ ເພື່ອບໍ່ໃຫ້ໂຕເຮົາເອງມີຄວາມສ່ຽງທີ່ຈະຕິດເຊື້ອພະຍາດໂຄວິດ-19.
• ມື້ວານນີ້ ພໍ່ແມ່ພີ່ນ້ອງ ປະຊາຊົນລາວ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ ທຸກຄົນໃນສັງຄົມກໍ່ຈະໄດ້ຮັບຟັງ ແລະ ຮັບຊາບກ່ຽວກັບການຖະແຫຼງຂ່າວແຈ້ງການຂອງຫ້ອງວ່າການສຳນັກງານນາຍົກ ສະບັບເລກທີ 130/ຫສນຍ ລົງວັນທີ່ 3 ກຸມພາ 2022 ກ່ຽວກັບມາດຕະການໄລຍະໃໝ່ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ກໍ່ຈະເຫັນໄດ້ວ່າພັກ-ລັດຖະບານກໍ່ໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນຊົນ ແລະ ທຸກຄົນໃນສັງຄົມລາວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກສະພາບການລະບາດພະຍາດໂຄວິດ-19 ເປັນເວລາແກ່ຍາວກ່ວາ 2 ປີ, ແລະ ມາດຕະການໃນແຈ້ງການໃໝ່ນີ້ກໍ່ໄດ້ມີການຫຼຸດຜ່ອນບັນດາມາດຕະການທາງບໍລິຫານ ແລະ ສັງຄົມເພື່ອຟື້ນຟູເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ ເປັນຕົ້ນແມ່ນສ້າງເງື່ອນໄຂໃຫ້ປະຊາຊົນມີຄວາມສະດວກໃນການທຳມາຫາກີນ ແລະ ການເຄື່ອນໄຫວຕ່າງໆ ເປັນຕົ້ນແມ່ນ:
– ເງື່ອນໄຂ ແລະ ໄລຍະເວລາໃນການຈຳກັດບໍລິເວນ ບຸກຄົນ, ນິຕິບຸກຄົນເດີນທາງເຂົ້າມາ ສປປ ລາວ ໂດຍໄດ້ຫຼຸດຜ່ອນການຈຳກັດບໍລິເວນຈາກ 14 ວັນມາເປັນຈຳກັດບໍລິເວນຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນໄລຍະລໍຖ້າຜົນກວດ 48ຊົ່ວໂມງ ຖ້າຜົນກວດບໍ່ພົບເຊື້ອແມ່ນສາມາດໄປສືບຕໍ່ຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງໃຫ້ຄົບອີກ 7 ວັນ ໂດຍປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ປະຕິບັດຕາມລະບຽບການທີ່ທາງຄະນະສະເພາະກິດກຳນົດໄວ້ ຢ່າງເຄັ່ງຄັດ.
– ການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າພາຍໃນ ແລະ ຕ່າງປະເທດ ໂດຍເປີດດ່ານທ້ອງຖີ່ນ ແລະ ດ່ານປະເພນີໃນບັນດາດ່ານທີ່ມີຄວາມກຽມພ້ອມໃນການປ້ອງກັນມາດຕະການການຕິດເຊື້ອ
– ອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວທີ່ຈະເດີນທາງມາ ສປປລາວພາຍໃຕ້ໂຄງການເສັ້ນທາງທ່ອງທ່ຽວສີຂຽວ
– ເລັ່ງສັກວັກຊີນດ້ວຍຫຼາຍຮູບການ ແລະ ຫຼາຍວິທີການ ເພື່ອໃຫ້ສາມາດສັກໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ໃຫ້ອັດຕາການປົກຄຸມໃນ ສປປລາວສູງຂື້ນ
– ເປີດການຮຽນການສອນໃນທຸກຊັ້ນຮຽນທົ່ວປະເທດບົນຟື້ນຖານການເຄັ່ງຄັດມາດຕະການປ້ອງກັນການຕິດເຊື້ອ
ກ່ອນຈະຈົບຖະແຫຼງຂ່າວໃນມື້ນີ້ ຂ້າພະເຈົ້າຮຽກຮ້ອງມາຍັງ ທຸກອົງການຂອງພັກ, ລັດ, ທຸກການຈັດຕັ້ງ ແລະ ທຸກຄົນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນ ໃນການປະຕິບັດມາດຕະການ ທີ່ລັດຖະບານ ກໍຄືຄະນະສະເພາະກິດ ວາງອອກ ຢ່າງເປັນເອກະພາບ ແລະ ເຂັ້ມງວດ; ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ທີ່ເປັນພື້ນຖານ ເປັນຕົ້ນ:ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ຮັກສາໄລຍະຫ່າງ, ໄປຮັບວັກຊີນໃຫ້ຄົບລວມທັງ ເຂັມກະຕຸ້ນເພື່ອໃຫ້ທຸກຄົນມີພູມຄຸ້ມກັນໝູ່.