ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 03 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ5,481 ຕົວຢ່າງໃນຂອບເຂດທົ່ວປະເທດແລະພົບເຊື້ອທັງໝົດ 969 ຄົນ (ຕິດເຊື້ອພາຍໃນມີ 968 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 968 ຄົນຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 450 ຄົນ ໃນ 168 ບ້ານ ແລະ 9 ເມືອງ
• ເມືອງຈັນທະບູລີ ມີ 20 ບ້ານ (42 ຄົນ)
• ເມືອງສີໂຄດຕະບອງ ມີ 24 ບ້ານ (45 ຄົນ)
• ເມືອງໄຊເສດຖາ ມີ 30 ບ້ານ (72 ຄົນ)
• ເມືອງສີສັດຕະນາກມີ 17 ບ້ານ (84 ຄົນ)
• ເມືອງນາຊາຍທອງ ມີ 18 ບ້ານ (36 ຄົນ)
• ເມືອງໄຊທານີ ມີ 40 ບ້ານ (104 ຄົນ)
• ເມືອງຫາດຊາຍຟອງ ມີ 17 ບ້ານ (42 ຄົນ)
• ເມືອງປາກງື່ມ ມີ 01 ບ້ານ (01 ຄົນ)
• ເມືອງສັງທອງ ມີ 01 ບ້ານ (01 ຄົນ)
• ຕ່າງແຂວງ ມີ 04 ຄົນ
• ເຫຼືອນັ້ນແມ່ນຍັງສືບຕໍ່ເອົາຂໍ້ມູນ
2. ແຂວງວຽງຈັນ ມີ 108 ຄົນ
3. ຫຼວງພະບາງ ມີ 72 ຄົນ ໃນ 39 ບ້ານ ແລະ 4 ເມືອງ
4. ໄຊຍະບູລີ ມີ 56 ຄົນ ໃນ 10 ບ້ານ ແລະ 3 ເມືອງ
5. ບໍ່ແກ້ວ ມີ 48 ຄົນ ໃນ 22 ບ້ານ ແລະ 4 ເມືອງ
6. ອຸດົມໄຊ ມີ 40 ຄົນ ໃນ 15 ບ້ານ ແລະ 3 ເມືອງ
7. ຜົ້ງສາລີ ມີ 39 ຄົນ ໃນ 5 ບ້ານ ແລະ 2 ເມືອງ
8. ສະຫວັນນະເຂດ ມີ 30 ຄົນ ໃນ 18 ບ້ານ ແລະ 5 ເມືອງ
9. ຈຳປາສັກ ມີ 28 ຄົນ ໃນ 16 ບ້ານ ແລະ 5 ເມືອງ
10. ໄຊສົມບູນ ມີ 21 ຄົນ
11. ຫົວພັນ ມີ 18 ຄົນ ໃນ 4 ບ້ານ ແລະ 2 ເມືອງ
12. ຊຽງຂວາງ ມີ 18 ຄົນ ໃນ 9 ບ້ານ ແລະ 5 ເມືອງ
13. ບໍລິຄຳໄຊ ມີ 15 ຄົນ ໃນ 12 ບ້ານ ແລະ 5 ເມືອງ
14. ຄຳມ່ວນ ມີ 12 ຄົນ ໃນ 8 ບ້ານ ແລະ 4 ເມືອງ
15. ສາລະວັນ ມີ 7 ຄົນ ໃນ 3 ບ້ານ ແລະ 2 ເມືອງ
16. ເຊກອງ ມີ 4 ຄົນ ໃນ 3 ບ້ານ ແລະ 1 ເມືອງ
17. ອັດຕະປື ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 01 ຄົນ ຈາກແຂວງຫົວພັນ
• ມາຮອດວັນທີ 04 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 78,469 ຄົນ, ເສຍຊີວິດສະສົມ 201 ຄົນ(ໃໝ່ 10), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 954 ຄົນ, ກໍາລັງປິ່ນປົວ 11,932 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 10 ຄົນ ມີດັ່ງນີ້:
ຜູ້ທີ1). ເພດຍິງ, ອາຍຸ 74 ປີ, ບ້ານທົ່ງຈ່ອງ, ເມືອງຊໍາເໜືອ, ແຂວງຫົວພັນ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະພະຍາດຫົວໃຈຜິ່ວ
– ບໍ່ທັນໄດ້ຮັບການສັກວັກຊີນ
– ວັນທີ 01 ທັນວາ 2021: ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
– ມາຮອດເວລາ 8:41ໂມງ ຂອງວັນທີ 02 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 2). ເພດຍິງ, ອາຍຸ 92 ປີ, ບ້ານໂພນສະຫວາດ, ເມືອງໂພນໂຮງ, ແຂວງວຽງຈັນ
– ພະຍາດປະຈຳຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
– ວັນທີ 30 ພະຈິກ 2021: ຜູ້ກ່ຽວໄດ້ໄປກວດເກັບຕົວຢ່າງຢູ່ໂຮງໝໍແຂວງ ເນື່ອງຈາກຄອບຄົວຕິດໂຄ
ວິດຫຼາຍຄົນແລະຜົນກວດພົບເຊື້ອ
– ມາຮອດເວລາ 19:30 ໂມງ ຂອງວັນທີ 02 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 3). ເພດຍິງ, ອາຍຸ 17 ປີ, ບ້ານສຸກສາລາ, ເມືອງທຸລະຄົມ, ແຂວງວຽງຈັນ
– ພະຍາດປະຈໍາຕົວ: ພະຍາດເລືອດ
– ໄດ້ສັກວັກຊີນປ້ອງກັນໂຄວິດຄົບ
– ວັນທີ 1 ທັນວາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ຖືກນຳສົ່ງມາສູນປິ່ນປົວໂຄວິດໂພນໂຮງ.
– ມາຮອດເວລາ 16:40 ໂມງ ຂອງວັນທີ 02 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 4). ເພດຍິງ, ອາຍຸ 74 ປີ, ບ້ານພະທາວ, ເມືອງທຸລະຄົມ, ແຂວງວຽງຈັນ
– ພະຍາດປະຈໍາຕົວ: ໄຂມັນໃນເລືອດສູງ
– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
– ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອຫຼາຍຄົນ.
– ວັນທີ 21 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ຈຶ່ງໄດ້ຖືກນຳສົ່ງມາສູນປິ່ນປົວໂຄວິດ.
– ມາຮອດເວລາ 11:00 ໂມງ ຂອງວັນທີ 03 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 5). ເພດຍິງ, ອາຍຸ 60 ປີ, ບ້ານປາກຈັນ, ເມືອງໝື່ນ, ແຂວງວຽງຈັນ
– ພະຍາດປະຈຳຕົວ: ພະຍາດເລືອດ
– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
– ວັນທີ 1 ທັນວາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ນຳສົ່ງມາສູນປິ່ນປົວໂຄວິດ.
– ມາຮອດເວລາ 13:00 ໂມງ ຂອງວັນທີ 03 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 6). ເພດຍິງ, ອາຍຸ 43 ປີ, ບ້ານດອນກອຍ, ເມືອງໄຊເສດຖາ, ນະຄອນຫລວງ
– ພະຍາດປະຈໍາຕົວ: ພະຍາດພູມຄຸ້ມກັນບົກຜ່ອງແລະອັກເສບປອດຊໍ້າເຮື້ອ
– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ-19
-ວັນທີ 29 ພະຈິກ 2021:ຜົນກວດເປັນບວກໄດ້ເຂົ້ານອນປິ່ນປົວຢູ່ສູນ
– ມາຮອດເວລາ 20:00 ໂມງ ຂອງວັນທີ 03 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 7). ເພດຍິງ, ອາຍຸ 38 ປີ, ບ້ານດອນຝ້າຍ, ເມືອງຫາດຊາຍຟອງ, ນະຄອນຫລວງ
– ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ
– ວັນທີ 03 ທັນວາ 2021: ຄົນເຈັບໄດ້ມາກວດຢູ່ໂຮງໝໍເສດຖາທິລາດດ້ວຍອາການບໍ່ຮູ້ສະຕິ
ຫາຍໃຈຝຶດພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະຜົນກວດເປັນບວກ
– ມາຮອດເວລາ 17:30 ໂມງ ຂອງວັນທີ 03 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 😎. ເພດຊາຍ, ອາຍຸ 40 ປີ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫລວງ
– ວັນທີ 03 ທັນວາ 2021: ຖືກພາມາກວດຢູ່ສຸກເສີນຂອງໂຮງໝໍມະໂຫສົດດ້ວຍອາການບໍ່ຮູ້ສະຕິ, ກໍາ
ມະຈອນເອົາບໍ່ໄດ້ ແລະອົກຊີໃນເລືອດບໍ່ຂຶ້ນ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19
ແລະຜົນກວດເປັນບວກ
– ວັນທີ 03 ທັນວາ 2021: ຄົນເຈັບເສຍຊີວິດກ່ອນມາຮອດໂຮງໝໍ
ຜູ້ທີ 9). ເພດຍິງ, ອາຍຸ 77 ປີ, ບ້ານດົງໂດກ, ເມືອງໄຊທານີ, ນະຄອນຫລວງ.
– ພະຍາດປະຈຳຕົວ: ພະຍາດໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ
– ສັກວັກຊີນປ້ອງກັນພະຍາດໂຄວິດ-19 ບໍ່ຄົບເຂັມແນະນຳເທື່ອ
– ວັນທີ 02 ທັນວາ 2021: ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
– ຮອດເວລາ 04:30 ໂມງ ຂອງວັນທີ 03 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 10). ເພດຊາຍ, ອາຍຸ 90 ປີ, ບ້ານຂອນແກ່ນ, ເມືອງຫີນເຫີບ, ແຂວງວຽງຈັນ
– ພະຍາດປະຈຳຕົວ: ປະດົງຂໍ່
– ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ
– ສະມາຊິກຄົນໃນຄອບຄົວມີ 04 ຄົນ ແມ່ນຕິດເຊື້ອໂຄວິດ-19 ທັງໝົດ
– ວັນທີ 30 ພະຈິກ 2021: ຜົນກວດເປັນບວກ
– ຮອດເວລາ 03:00 ໂມງ ຂອງວັນທີ 04 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່(ກວດວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ມສ ເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ສູນການຄ້າລາວໄອເຕັກ
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດ ມີ: 1,154 ບ້ານໃນ 109 ເມືອງ ຈາກ 18 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ ມີ 14 ບ້ານ ໃນ 13 ເມືອງ ຈາກ 07 ແຂວງ
• ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນມີ 04 ບ້ານ 02 ເມືອງ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ.
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 03 ທັນວາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,141 ຄົນ.ຮອດປະຈຸບັນທົ່ວປະເທດມີຜູ້ຈຳກັດບໍລິເວນທັງໝົດ 4,352 ຄົນ (ສູນ 2,833 ຄົນ ແລະ ໂຮງແຮມ1,519 ຄົນ) ໃນ 85 ສູນ ແລະ 59 ໂຮງແຮມ.