ວັນທີ 4 ພຶດສະພາ 2021, ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະ ເພາະ ກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ:
I. ສຳລັບ ສປປ ລາວ ມາຮອດປະຈຸບັນ ມີ ລາຍງານຜູ້ຕິດເຊື້ອທັງໝົດ 1,026 ຄົນ (ໃໝ່ 60) ບໍ່ມີຜູ້ເສຍຊີວີດ, ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີ 60 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນຕ່ລະແຂວງ ຈຳນວນ 966 ຄົນ ເຊັ່ນ:
– ນະຄອນຫຼວງວຽງຈັນ 606 ຄົນ (ໃໝ່ 😎
– ແຂວງຈຳປາສັກ 151 ຄົນ (ໃໝ່ 30), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນ
ປິ່ນປົວຢູ່ແຂວງຈຳປາສັກ
– ແຂວງບໍ່ແກ້ວ 118 ຄົນ (ໃໝ່ 20)
– ແຂວງສະຫວັນນະເຂດ 32 ຄົນ (ໃໝ່ 1)
– ແຂວງຫຼວງພະບາງ 13 ຄົນ
– ແຂວງວຽງຈັນ 14 ຄົນ (ໃໝ່ 1)
– ແຂວງສາລະວັນ 7 ຄົນ
– ແຂວງຫຼວງນ້ຳທາ 6 ຄົນ
– ແຂວງອຸດົມໄຊ 8 ຄົນ
– ແຂວງຜົ້ງສາລີ 3 ຄົນ
– ແຂວງໄຊຍະບູລີ 3 ຄົນ
– ແຂວງບໍລິຄຳໄຊ 3 ຄົນ
– ແຂວງຄຳມ່ວນ 1 ຄົນ
– ແຂວງຊຽງຂວາງ 1 ຄົນ
ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.
1. ວຽກງານວີເຄາະ ກວດຊອກຫາເຊື້ອພະຍາດ ໂຄວີດ 19
• ໃນວັນທີ 03 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງ ໝົດ 1,463 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 60 ຄົນ, ໃນນັ້ນມີ ນະຄອນຫຼວງ 8 ຄົນ, ຈໍາປາສັກ 30 ຄົນ, ບໍ່ແກ້ວ 20 ຄົນ, ສະຫວັນນະເຂດ 1 ຄົນ ແລະ ວຽງຈັນ 1 ຄົນ.
2. ການຕິດຕາມ ຜູ້ເດີນທາງເຂົ້າມາ ສປປ ລາວ
ວັນທີ 3 ພຶດສະພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 907 ຄົນ:
– ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 772 ຄົນ;
– ຜ່ານດ່ານສະໜາມບີນວັດໄຕສາກົນ 135 ຄົນ
• ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
o ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
o ໄດ້ເກັບຕົວຢ່າງທຸກໆຄົນມາກວດຫາເຊື້ອ COVID-19;
o ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້
3. ວຽກງານການຈຳກັດບໍລິເວນ ຢູ່ສູນຈຳກັດບໍລິເວນ
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 57 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,769 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
 ລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 60 ຄົນ (ກໍລະນີຢັ້ງຢືນທີ 967-1,026)
– ສຳລັບຄົນເຈັບກໍລະນີໃໝ່ 8 ຄົນ ທີ່ພົບຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ ເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ກ່ຽວພັນກັບກໍລະນີທີ 59 ເຊັ່ນກັນ.
– ສ່ວນ ກໍໍລະນີຕິດເຊື້ອໃໝ່ ຢູ່ແຂວງ ຈຳປາສັກ, ບໍ່ແກ້ວ, ສະຫວັນນະເຂດ ແລະ ແຂວງວຽງຈັນ ນັ້ນ ລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອເກົ່າ ຢູ່ໃນແຂວງຂອງເຂົ້າເຈົ້າ ຄືກັນ.
ຂໍ້ແນະນຳ
• ຕໍ່ກັບສະພາບ ການລະບາດຂອງພະຍາດໃນປະເທດດັງກ່າວ ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນກໍໄດ້ມີການວາງ ມາດຕະການ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດອອກມາເປັນແຕ່ລະໄລຍະ , ພ້ອມດຽວກັນ ອຳນາດການ ປົກຄອງທຸກຂັ້ນ ກໍໄດ້ເອົາໃຈໃສ່ໃນການຕິດຕາມການ ຈັດຕັ້ງປະຕິບັດ ມາດຕະການຂອງຄະນະສະເພາະກີດຢ່າງເຂັ້ມງວດ ໂດຍສະເພາະແມ່ນເອົາໃຈໃສ່ ແລະ ຕີດຕາມ ກວດກາຜູ້ທີ່ເດີີນທາ ມາຈາກ ປະເທດທີ່ມີການລະບາດຂອງພະຍາດ COVID-19,
• ສະຖານະການໃນປະຈຸບັນ ເຫັນວ່າຕາມຈຸດບໍລິການກວດຕົວຢ່າງ ແລະ ບໍລິການສັກວັກຊີນແມ່ນມີປະຊາຊົນຈຳນວນຫຼາຍໃນສັງຄົມ ໄດ້ມາໃຊ້ບໍລິການໃນສະຖານທີ່ຈຸດບໍລິ ການດັ່ງກ່າວ ເຊິງຖືວ່າເປັນຈຸດທີ່ມີກຸ່ມຄົນ ມາຈາກຫຼາຍສະຖານທີ່ແຕກຕ່າງກັນ ອາດເປັນຈຸດສ່ຽງທີ່ຈະເປັນບ່ອນແຜ່ເຊື້ອ ແລະ ຮັບເຊື້ອ ພະຍາດຫາກເຮົາ ຖືເບົາໃນການປ້ອງກັນໂຕເອງ ຈຶ່ງຂໍໃຫ້ບັນດາທ່ານ ທີ່ໄປໃຊ້ບໍລິການ ໃນສະຖານບໍລິການດັ່ງກ່າວ ຈົ່ງໄດ້ປະຕີບັດມາດຕະການຮັກສາໄລຍະຫ່າງຢ່າງເຂັ້ມງວດ ແລະ ໃສ່ຜ້າປີດປາກ ປິດດັງຕະຫຼອດເວລາ ເພື່ອປ້ອງກັນໂຄເອງ ແລະ ຄົນອ້ອມຂ້າງ;
• ສຳລັບ ຢູ່ ນະຄອນຫຼວງວຽງຈັນ ແມ່ນມີ:
o ຈຸດຮັບເກັບຕົວຢ່າງນອກຈາກໂຮງໝໍທີ່ບໍລິການເກັບຕົວຢ່າງແລ້ວຍັງມີ 03 ຈຸດ:
– ມສ ສີໂຄດ
– ມສ ລາວຫວຽດ
– ສະໜາມ ກິລາເຈົ້າອານຸວົງ
o ຈຸດບໍລິການໃຫ້ວັກຊິນນອກຈາກໂຮງໝໍເມືອງແລ້ວມີຈຸດບໍລິການ:
– ມວສ ດົງໂພສີ
– ວຽງຈັນເຊັນເຕີ
– ສູນກາງຄ້າຊັງຈຽງ
– ແລະມີແຜນຈະເພີ້ມອີກ1 ຈຸດ ຢູສູນການຄ້າ ໄອເຕັກ
• ສິ່ງນື່ງທີ່ສຳຄັນ ແລະ ທຸກຄົນ ໃນສັງຄົມ ຕ້ອງ ເຂົ້າໃນ ພ້ອມທັງ ເອົາໃຈໃສ່ ແລະເປັນເຈົ້າການນຳກັນ ສຳລັບຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງແມ່ນ ຕ້ອງແຍກໂຕເອງອອກຈາກຄົນໃກ້ຊິດ ພ້ອມທັງ ໃຫ້ໄປກວດຫາເຊື້ອພະຍາດ COVID-19 ໂດຍໄວຕາມຈຸດບໍລິການກວດທີ່ທີ່ທາງຄະນະສະເພາະກິດກຳນົດໄວ້ ໂດຍໃຫ້ ແລະ ພາຍຫຼັງກວດແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີ ແລະ ສືບຕໍ່ ປະຕິບັດຮັກສາໄລຍະຫ່າງກັບບຸກຄົນ ອື່ນ ເປັນເວລາ 14 ວັນ ຕາມມາດຕະການຂອງຄະນະສະເພາະກີດວາງອອກ
– ຖ້າການກວດໃຫ້ຜົນບວກ ແພດຈະແຈ້ງ
– ຖ້າຜົນລົບ ແພດບໍ່ແຈ້ງແຕ່ງຕ້ອງສືບຕໍ່ ກັກຕົວເອງໃຫ້ຄົບ 14 ວັນ
• ອີກເທືອນຶ່ງຕໍ່ໜ້າກັບສະພາບວິກິດການລະບາດພະຍາດພາຍໃນປະເທດເຮົານີ້ ຂ້າພະ ເຈົ້າ ຂໍການຮ່ວມມີມາຍັງທຸກທ່ານ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງໄດ້ສືບຕໍ່ຮ່ວມແຮງຮ່ວມໃຈກັນໃນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດເພື່ອສະກັດກັ້ນການລະບາດຂອງ ພະຍາດ COVID-19 ບໍ່ໃຫ້ແຜ່ຂະຫຍາຍຈົນເຖິງລະດັບທີ່ບໍ່ສາມາດຄວບຄຸມໃດຄືກັບບາງປະເທດໃນໂລກ ແລະ ຂ້າພະເຈົ້າເຊື່ອໝັນວ່າ ບົນພື້ນຖານມູນເຊື້ອ ຄວາມສາມັກຄີ ເປັນຈິດນຶ່ງໃຈດຽວກັນ ຂອງປະຊາຊົນລາວເຮົາ ທຸກຄົນ ພວກເຮົາຈະສາມາດຕີຖອຍ ພະຍາດ COVID-19 ເທື່ອລະກ້າວ ແລະ ກ້າວໄປເຖິງ ບໍ່ມີການຕິດເຊື້ອ ພະຍາດໂຄວີດໃນປະເທດຂອງພວກເຮົາ
• ທ້າຍສຸດນີ້ ຂໍແຈ້ງໃຫ້ທ່ານຊາບວ່າ ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດຕາມຂໍ້ມູນຂ່າວສານ ທີ່ເປັນທາງການໄດ້:
– ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 covid19.gov.la
– ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
– ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກcdc.gov.la
– ແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165).
Loading...