ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ3ມັງກອນ2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ2.982ຕົວຢ່າງໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ519ຄົນ(ຕິດເຊື້ອພາຍໃນມີ515ຄົນ ແລະ ຕິດເຊື້ອນໍາເຂົ້າ04ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ515 ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງວຽງຈັນ 174 ຄົນ
2. ຫຼວງນ້ຳທາ 80 ຄົນ
3. ຫົວພັນ 56 ຄົນ
4. ບໍ່ແກ້ວ 38 ຄົນ
5. ຊຽງຂວາງ 28 ຄົນ
6. ວຽງຈັນ 20 ຄົນ
7. ອຸດົມໄຊ 20 ຄົນ
8. ບໍລິຄຳໄຊ 15 ຄົນ
9. ຈຳປາສັກ 14 ຄົນ
10. ໄຊຍະບູລີ 12 ຄົນ
11. ສະຫວັນນະເຂດ 11 ຄົນ
12. ຄຳມ່ວນ 11 ຄົນ
13. ອັດຕະປື 10 ຄົນ
14. ຫຼວງພະບາງ 8 ຄົນ
15. ສາລະວັນ 7 ຄົນ
16. ໄຊສ ົມບູນ 6 ຄົນ
17. ຜົ້ງສາລີ 3 ຄົນ
18. ເຊກອງ 2 ຄົນ
• ສ່ວນກໍລະນີນຳເຂົ້າ4ຄົນຈາກ ນະຄອນຫຼວງວຽງຈັນ ທັງໝົດໂດຍແມ່ນຜູ້ທີ່ເດີນທາງມາຈາກຕ່າງປະເທດ ໄດ້ເກັບຕົວຢ່າງພາຍຫຼັງມາຮອດ ແລະ ເຂົ້າຈຳກັດບໍລິເວນຕາມສະຖານທີ່ຄະນະສະເພາະກິດກຳນົດໄວ້.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ113.951ກໍລະນີ, ອອກໂຮງໝໍວານນີ້646ຄົນ ແລະ ກຳລັງປິ່ນປົວ 8.841ຄົນ ແລະ ເສຍຊີວິດສະສົມທັງໝົດ391ຄົນ (ເສຍຊີວິດໃໝ່12ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 12ຄົນຈາກ: ນະຄອນຫຼວງ 7 ຄົນ,ບໍ່ແກ້ວ 3 ຄົນ, ແຂວງຫຼວງນໍ້າທາ 1 ຄົນແລະ ຄຳມ່ວນ1 ຄົນ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງຈະເລີ່ມເປີດໃຫ້ບໍລິການນັບແຕ່ມື້ນີ້ເປັນຕົ້ນໄປ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ສ່ວນ ມສ ເຈົ້າອານຸວົງ ຈະໄດ້ຢຸດໃຫ້ບໍລິການ ນັບແຕ່ວັນທີ່ 4 ມັງກອນ 2022 ເປັນຕົ້ນໄປ ເນື່ອງຈາກຈະມີການເປີດສົກຮຽນໃນໄວໄວນີ້.
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ສະພາບຂອງການລະບາດພະຍາດໂຄວິດໃນທົ່ວໂລກຍັງມີທ່າອ່ຽງສູງຂື້ນໃນຫຼາຍປະເທດເນື່ອງຈາກມີການລະບາດຂອງສາຍພັນໂອໄມຄຣອນ, ມາຮອດປະຈຸບັນມີລາຍງານສາຍພັນດັ່ງກ່າວ ໃນ 130 ກ່ວາປະເທດ,ຫຼາຍໆປະເທດ ແມ່ນພົບລາຍງານການຕິດເຊື້ອເພີ້ມສູງຂື້ນ ໃນໄລຍະສະຫຼອງປີໃໝ່!ໃນບາງປະເທດໃກ້ຄຽງ ພົບວ່າ ມີການເພີ້ມຂື້ນຂອງສາຍພັນໂອໄມຄຣອນແລະທ່າອ່ຽງອາດ ຈະທົດແທນສາຍພັນແດນຕ້າທີ່ກຳລັງລະບາດຢູ່!
• ຕໍ່ກັບສະພາບການລະບາດດັ່ງກ່າວ, ທ່ານDr Tedros Adhanom Ghebreyesus,ອຳນວຍການໃຫຍ່ຂອງອົງການອະນາໄມໂລກໄດ້ອອກມາຖະແຫຼງຂ່າວໃນວັນທີ 31- ທັນວາ-2021ປີຜ່ານມາວ່າໂລກເຮົາສາມາດເອົາຊະນະການລະບາດຂອງພະຍາດໂຄວິດໃນປີ2022ນີ້ໄດ້ເນື່ອງຈາກພວກເຮົາມີເຄື່ອງມືຫຼາຍຢ່າງ,ເຊັ່ນຢາວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ມີຫຼາຍຊະນິດ, ຢາປິ່ນປົວພະຍາດລວມທັງເຄື່ອງມືທາງການແພດອື່ນໆແຕ່ອົງການອະນາໄມໂລກຢ້ຳຕື່ມວ່າຜົນສຳເລັດດັ່ງກ່າວຈະບັນລຸໄດ້ກໍ່ຕໍ່ເມື່ອຄວາມແຕກຕ່າງກ່ຽວກັບການເຂົ້າເຖີງການສັກວັກຊີນປ້ອງກັນໂຄວິດ19 ໝົດໄປຫຼືມີໜ້ອຍທີ່ສຸດ! ດັ່ງນັ້ນທ່ານຮຽກຮ້ອງໃຫ້ບັນດາປະເທດຮ່ວມແຮງກັນເພື່ອພ້ອມກັນຄວບຄຸມແລະສະກັດກັ້ນການລະບາດໃຫ້ຢຸດຕິໂດຍໄວແລະໄດ້ຢ້ຳກ່ຽວກັບການແບ່ງປັນວັກຊີນລະຫວ່າງປະເທດທີ່ພັດທະນາແລ້ວກັບປະເທດທີ່ກຳລັງພັດທະນາທີ່ກຳລັງປະເຊີນໜ້າກັບການລະບາດໃນຂະໜາດນີ້ລວມທັງການລະບາດຂອງສາຍພັນໂອມິກຣອນຊຶ່ງເມື່ອປະຊາຊົນໃນປະເທດທີ່ກຳລັງພັດທະນາບໍ່ໄດ້ຮັບຢາໃນອັດຕາສ່ວນທີ່ສູງໄດ້ຄາດໝາຍເຮັດໃຫ້ເຊື້ອມີໂອກາດກາຍພັນເຊີ່ງຜົນໄດ້ຮັບກໍ່ຄືມີເກີດມີຫຼາກຫຼາຍສາຍພັນທີ່ພວກເຮົາກຳລັງປະເຊີນໜ້າໃນຄະນະນີ້ແລະສ້າງຄວາມວິຕົກກັງວົນບໍ່ໜ້ອຍໃຫ້ແກ່ເຫຼົ່າບັນດາປະເທດໃນທົ່ວໂລກ! ອົງການອະນາໄມໂລກວາງຄາດໃຫ້ນານາປະເທດເລັ່ງສັກຊີນປ້ອງກັນໃຫ້ໄດ້70% ຂື້ນໄປເພື່ອຢຸດຕິການລະບາດໃນຄັ້ງນີ້ໂດຍໄວ.
• ສະພາບການລະບາດພະຍາດ ໂຄວິດ-19 ໃນ ສປປ ລາວ ຍັງບໍ່ເປັນທີ່ນ່າໄວ້ວາງໃຈ ເຖີງວ່າໄລຍະນີ້ໂຕເລກລາຍງານການຕິດເຊື້ອຈະໜ້ອຍ ແຕ່ກໍ່ຈະສັງເກດເຫັນວ່າຕົວຢ່າງການກວດຫາເຊື້ອກໍ່ໜ້ອຍເຊັ່ນກັນໃນແຕ່ລະແຂວງ ມີສະເພາະຜູ້ທີ່ມີອາການສະແດງເທົ່ານັ້ນທີ່ມາກວດຫາເຊື້ອ ແລະ ອັດຕາການກວດພົບເຊື້ອໃນແຕ່ລະແຂວງແມ່ນສູງຫຼາຍ ບາງແຂວງອັດຕາກວດພົບເຊື້ອສູງຫຼາຍກ່ວາ 50 % ຂອງຈຳນວນຕົວຢ່າງທີ່ເກັບມາກວດ. ພາຍຫຼັງການສະເຫຼີມສະຫຼອງປີໃໝ່ສາກົນພວກເຮົາຈະຕ້ອງໄດ້ຈັບຕາຕິດຕາມເຝົ້າລະວັງຢ່າງເຄັ່ງຄັດ ແລະ ອາດຈະມີການລາຍງານຜູ້ຕິດເຊື້ອສູງຂື້ນພາຍໃນ1-2ອາທິດໃນຕໍ່ໜ້າ.
• ໃນໄລຍະນີ້ກໍ່ເຂົ້າສູ່ລະດູໜາວ ເຮັດໃຫ້ມີຄົນມີອາການຄ້າຍຄືໄຂ້ຫວັດຫຼາຍໂດຍສະເພາະໃນບັນດາແຂວງພາກເໜືອ ພົບມີການລະບາດໄຂ້ຫວັດເປັນຈຸ້ມ ແລະ ຍັງກວດພົບການລະບາດພະຍາດ ໂຄວິດ-19 ເປັນຈູ້ມໃນຫຼາຍເມືອງ, ສະນັ້ນປັດຈຸບັນຖືວ່າທຸກບ່ອນມີຄວາມສ່ຽງ ແລະ ມີການຢັ້ງຍືນວ່າທ່ານສາມາດຕິດໄຂ້ຫວັດຕາມລະດູການ ແລະ ໂຄວິດພ້ອມກັນໄດ້, ສະນັ້ນ ພັກ-ລັດ ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງຍົກສູງສະຕິລະວັງຕົວໃນການປະຕິບັດປ້ອງກັນຕົນເອງຢ່າງເຂັ້ມງວດ, ງົດເດີນທາງໄປສະຖານທີ່ສ່ຽງ ຖ້າບໍ່ຈໍາເປັນແທ້ໆ ຫຼີກລ່ຽງການເອົາຕົນເອງໄປຈຸດສ່ຽງຕ່າງໆ ເຊັ່ນຕະຫຼາດ, ງານພິທີຕ່າງໆ ຖ້າມີຄວາມຈໍາເປັນແທ້ໆຕ້ອງໄປ ກໍ່ຄວນແຍກຫ່າງຈາກຄົນອື່ນ ໃສ່ຜ້າອັດປາກດັງຢ່າງຖືກຕ້ອງ ລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າເລື້ອຍໆ ເຮັດຄວບຄູ່ກັນໄປທຸກຢ່າງຈົນເປັນຄວາມຊິນເຄີຍ.
• ສໍາລັບສໍານັກງານອົງການ ພາຍຫຼັງພັກຊ່ວງປີໃໝ່ຫຼາຍວັນ, ຫຼາຍຄົນໄດ້ເດີນທາງກັບມາຈາກການໄປຢ້ຽມຢາມຄອບຄົວ,ກັບຄືນທ້ອງຖີ່ນ, ໄປສະຖານທີ່ທ່ອງທ່ຽວຕ່າງໆໃນຫຼາຍແຂວງ, ດັ່ງນັ້ນເມື່ອກັບມາເຮັດວຽກປົກກະຕິຫ້ອງການກໍ່ຄວນມີມາດຕະການປ້ອງກັນການຕິດເຊື້ອ ໂດຍສະເພາະຄວນມີການວັດແທກອຸນຫະພູມກ່ອນເຂົ້າເຮັດວຽກ, ມີຈຸດລ້າງມືໃນສະຖານທີ່ເຮັດວຽກ, ຮັກສາໄລຍະຫ່າງ ແລະ ແນະນຳໃຫ້ເປີດປ່ອງຢ້ຽມເພື່ອໃຫ້ອາກາດຖ່າຍເທສະດວກ. ຖ້າພະນັກງານຄົນໃດບໍ່ສະບາຍມີອາການຄ້າຍຄືໄຂ້ຫວັດ ຫຼື ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອກໍ່ໃຫ້ຜູ້ກ່ຽວໂຈະການມາເຮັດວຽກໃນຫ້ອງການທັນທີ ພ້ອມທັງຈຳກັດບໍລິເວນຕົນເອງ ແລະ ໃຫ້ເຮັດວຽກທາງໄກຢູ່ບ້ານ, ພ້ອມທັງກວດຫາເຊື້ອໂດຍໄວ ທັງນີ້ກໍ່ເພື່ອໃຫ້ທຸກຄົນປອດໄພ.
• ໄລຍະນີ້ຫຼາຍຄົນໄດ້ຊື້ເຄື່ອງກວດແບບໄວຕາມອອນລາຍມາກວດເອງຢູ່ບ້ານ ແລະ ບາງຄົນກວດພົບເຊື້ອກໍ່ບໍ່ຍອມມາກວດຕາມສະຖານທີ່ກຳນົດໄວ້ ເຮັດໃຫ້ປະຫວັດການຕິດເຊື້ອຂອງທ່ານບໍ່ໄດ້ເຂົາຢູ່ໃນລະບົບການຕິດຕາມຂອງແພດໝໍແກ່ຍາວການປີ່ນປົວຕົນເອງໂດຍບໍ່ມີແພດຕິດຕາມແນະນຳຢ່າງໃກ້ຊິດ ເຊີ່ງເຮັດໃຫ້ມີຄວາມສ່ຽງທີ່ ອາດຈະກ້າວເຂົ້າສູ່ອາການຮຸນແຮງ ຫຼື ຮ້າຍແຮງໄປກ່ວານັ້ນອາດຈະ ເສຍຊີວິດໄດ້, ສະນັ້ນ ຖ້າໃຜມີຄວາມສ່ຽງ ຫຼື ມີອາການສະແດງກໍ່ໃຫ້ໄປເກັບຕົວຢ່າງກວດຫາເຊື້ອຕາມສະຖານທີ່ກຳນົດໄວ້ ເພາະຖ້າທ່ານມີອາການບໍ່ຮຸນແຮງກໍ່ຈະສາມາດປີ່ນປົວຢູ່ບ້ານໂດຍມີການຕິດຕາມປະເມີນອາການຈາກເຈົ້າໜ້າທີ່ ແລະ ທ່ານຍັງສາມາດຂໍຄຳປືກສາຈາກສາຍດ່ວນ 164 ຖ້າມີອາການຮຸນແຮງຂື້ນກໍ່ຈະມີລົດແພດໄປຮັບມາປີ່ນປົວຢູ່ຕາມໂຮງໝໍທີ່ກຳນົດໄວ້.
• ແລະ ຍັງມີຫຼາຍແຫຼ່ງຂ່າວທີ່ບໍ່ເປັນທາງການໄດ້ໂຄສະນາເຄື່ອງກວດແບບໄວສາມາດກວດຫາສາຍພັນໂອໄມຄຣອນໄດ້, ຂ້າພະເຈົ້າຂໍອະທິບາຍວ່າ ການວິເຄາະຊອກຫາເຊື້ອໂດຍວິທີເຄື່ອງກວດແບບໄວທີ່ມີໃນປະຈຸບັນແມ່ນບໍ່ມີເຄື່ອງກວດແບບໄວຊະນິດໃດສາມາດໄຈ້ແຍກລະຫວ່າງສາຍພັນແດນຕາແລະໂອມິກຣອນໄດ້ມີວິທີດຽວໃນການກວດຊອກຫາເຊື້ອໂຄວິດສາຍພັນ “omicron “ ປະຈຸບັນການກວດຊອກຫາເຊື້ອໂຄວິດ19 ດ້ວຍວິທີRT-PCR, ຊຶ່ງມີເຕັກນິກໃນການກວດສະເພາະຂອງມັນ, ຊຶ່ງສາມາດກວດໃນເບື້ອງຕົ້ນບົ່ງຊີ້ບອກວ່າສົງໄສສາຍພັນomicron , ສ່ວນການຢັ້ງຢືນສາຍພັນນັ້ນແມ່ນຕ້ອງກວດລົງເຫຼິກຊອກຫາສາຍພັນທຸກຳລະອຽດຊຶ່ງຈະໃຊ້ເວລາປະມານ 4-5 ວັນຈຶ່ງຈະຮູ້ຜົນ!