ວັນທີ 03 ມີນາ 2022 ໄດ້ກວດວິເຄາະທັງໝົດ 2,085 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 224 ຄົນ(ຕິດເຊື້ອພາຍໃນ 193 ຄົນ ແລະ ນໍາເຂົ້າ 31 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 193 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 86 ຄົນ
2 ຊຽງຂວາງ 17 ຄົນ
3 ສະຫັວນນະເຂດ 14 ຄົນ
4 ຫົວພັນ 12 ຄົນ
5 ວຽງຈັນ 9 ຄົນ
6 ສາລະວັນ 9 ຄົນ
7 ຈໍາປາສັກ 8 ຄົນ
8 ໄຊຍະບູລີ 8 ຄົນ
9 ຫຼວງພະບາງ 6 ຄົນ
10 ເຊກອງ 4 ຄົນ
11 ອັດຕະປື 4 ຄົນ
12 ຄໍາມ່ວນ 3 ຄົນ
13 ອຸດົມໄຊ 3 ຄົນ
14 ໄຊສົມບູນ 3 ຄົນ
15 ຫຼວງນໍ້າທາ 2 ຄົນ
16 ຜົ້ງສາລີ 2 ຄົນ
17 ບໍລິຄໍາໄຊ 2 ຄົນ
18 ບໍ່ແກ້ວ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 31 ຄົນ ຈາກສະຫັວນນະເຂດ 13 ຄົນ, ຈໍາປາສັກ 8 ຄົນ,ນະຄອນຫຼວງ 03 ຄົນ, ຊຽງຂວາງ 02 ຄົນ, ບໍລິຄໍາໄຊ 02 ຄົນ, ບໍ່ແກ້ວ 01 ຄົນ, ຄໍາມ່ວນ 01 ຄົນ ແລະຫົວພັນ 01 ຄົນເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວມີຜູ້ຕິດເຊື້ອທັງໝົດ 143,710 ຄົນ, ອອກໂຮງໝໍວານນີ້ 55 ຄົນ, ກຳລັງປິ່ນປົວ 1,826 ຄົນ ແລະ ເສຍຊີວິດທັງໝົດ 628 ຄົນ(ເສຍຊິວິດໃໝ່ 02 ຄົນ).
• ສຳລັບຜູ້ເສຍຊີວິດໃໝ່ 02 ຄົນ ຈາກບໍລິຄໍາໄຊ 01 ຄົນ ແລະ ຫຼວງພະບາງ 01 ຄົນ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
ຈຸດເກັບຕົວຢ່າງກວດຫາເຊື້ອສຳລັບຜູ້ທີ່ມີຈຸດປະສົງຢາກເດີນທາງອອກນອກປະເທດມີ:
1. ສູນວິເຄາະ ແລະ ລະບາດວິທະຍາ, ຕັ້ງຢູ່ຫຼັກ 3 ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
2. ສະຖາບັນປັດສະເຕີລາວ ຕັ້ງຢູ່ບ້ານເພຍວັດ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ
3. ສູນວິໄຈພະຍາດຊືມເຊື້ອລາວ-ຄຣິດສະຕົຟເມລີເອີ ຕັ້ງຢູ່ບ້ານເພຍວັດ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
ຈຸດທີ 1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ຈຸດທີ 2. ໂຮງໝໍເມືອງ 9 ຕົວເມືອງ
ຈຸດທີ 3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ຈຸດທີ 4. ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.