ຕອນເຊົ້າວັນພຸດ ວັນທີ 4 ສິງຫາ 2021, ຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ໃນ ສປປ ລາວ,ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 3 ສິງຫາ 2021 :
ໄດ້ກວດວິເຄາະທັງໝົດ 2,696 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 290 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 7 ຄົນ ຄື:ນະຄອນຫຼວງວຽງຈັນ 1 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ເປັນພະນັກງານຢູ່ສູນຈຳກັດບໍລິເວນ)
ໄຊຍະບູລີ 3 ຄົນ, ສະຫວັນນະເຂດ 2 ຄົນ, ຈຳປາສັກ 1 ຄົນ. ສຳລັບ ກໍລະນີນໍາເຂົ້າ ມີ 283 ຄົນ ຈາກ ນະຄອນຫຼວງ 37 ຄົນ, ຄຳມ່ວນ 6 ຄົນ, ສະຫວັນນະເຂດ 92 ຄົນ, ສາລະວັນ 17 ຄົນ ແລະ ຈຳປາສັກ 131 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ສຳລັບ ຜູ້ຕິດເຊື້ອໃໝ່ 1 ຄົນ ຢູ່ນະຄອນຫຼວງວຽງຈັນ ແມ່ນເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອທີ່ເປັນພະນັກງານຢູ່ສູນຈຳກັດບໍລິເວນ. ປະຈຸບັນ ຜູ້ກ່ຽວ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7,305 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3,620 ຄົນ.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
ວັນທີ 3 ສິງຫາ 2021 ມີຜູ້ເດີນທາງເຂົ້າມາຜ່ານດ່ານຕ່າງໆ ໃນ ສປປ ລາວ ທັງໝົດ 3,804 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ 14 ວັນ.
ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 69 ສູນ ແລະ 44 ໂຮງແຮມ ມີຜູ້ຈຳກັດບໍລິເວນ 10,639 ຄົນ.
ອົງການອະນາໄມໂລກ ໄດ້ມີການຖະແຫຼງວ່າ ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ຍັງມີລັກສະນະທີ່ເພິ່ມທະວີໃນການແຜ່ເຊື້ອຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ໃນໄລຍະ 6 ອາທິດທີ່ຜ່ານມາ ຈຳນວນຜູ້ຕິດເຊື້ອໃໝ່ ເພິ່ມຂຶ້ນກວ່າ 2 ເທົ່າ, ຫຼາຍປະເທດ ແມ່ນຍັງປະສົບກັບການລະບາດຮອບໃໝ່ ເຊິ່ງເກີດຈາກສາຍພັນເດວຕ້າ ເຊັ່ນ: ສະຫະລັດອາເມລິກາ ແລະ ບັນດາປະເທດໃນທະວີບຍູໂຣບ ລວມທັງ ບັນດາປະເທດໃນອາຊຽນ;
ສຳລັບ ສປ ຈີນ ເຖິງວ່າຕົວເລກຜູ້ຕິດເຊື້ອໃໝ່ລາຍວັນ ຍັງບໍ່ສູງກໍ່ຕາມ ກໍ່ມີການລາຍງານ ພົບກໍລະນີຕິດເຊື້ອໃໝ່ສາຍພັນເດວຕ້າ ຈາກພະນັກງານອະນາໄມຢູ່ສະໜາມບິນໜານຈິງ ເຊິ່ງເປັນສາເຫດ ໃຫ້ມີການແຜ່ເຊື້ອໄປຍັງ 5 ແຂວງ ລວມທັງ ນະຄອນປັກກິ່ງ ເຊິ່ງທາງລັດຖະບານຈີນ ແມ່ນໄດ້ມີການປະຕິບັດມາດຕະການຢ່າງເຂັັ້ມຂຸ້ນ ແລະ ຊອກຄົົ້ນຫາກໍລະນີແບບທ່າບຸກ ເພື່ອຢຸດຕິການລະບາດຄັ້ງນີ້ໂດຍໄວ;
ຕໍ່ກັບສະພາບການດັ່ງກ່າວ, ເພື່ອສະກັດກັ້້ນການລະບາດຂອງສາຍພັນເດວຕ້າ ຢູ່ໃນໂລກ ກໍ່ຄື ຢູ່ໃນປະເທດຂອງພວກເຮົານີ້, ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ມາຍັງ ພໍ່ແມ່, ປະຊາຊົນ, ທະຫານ, ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມ ໂດຍສະເພາະ ຜູ້ທີ່ນອນຢູ່ໃນກຸ່ມເປົ້າໝາຍທີ່ເປັນບູລິມະສິດ ຕ້ອງຮີບຮ້ອນໄປຮັບກາສັກວັກຊີນ ເພື່ອສ້າງຄວາມພູມຄຸ້ມກັນໃຫ້ແກ່ຕົນເອງ ກໍ່ຄື ພູມຄຸ້ມກັນໝູ່ ເພື່ອເຮັດໃຫ້ສັງຄົມລາວຂອງພວກເຮົາ ຫຼຸດພົ້ນອອກຈາກການລະບາດຂອງພະຍາດໂຄວິດ-19 ໂດຍໄວ ແລະ ກັບຄືນສະພາວະການດຳລົງຊີວິດປົກກະຕິແບບໃໝ່; ເຖິງຢ່າງໃດກໍ່ຕາມ ໃນສະພາວະປັດຈຸບັນ ເຖິງວ່າທ່ານໄດ້ຮັບວັກຊີນ ເຂັມ 1 ຫຼື ຄົບແລ້ວ ການປະຕິບັດມາດຕະການປ້ອງກັນຕົນເອງ ກໍ່ມີຄວາມຈຳເປັນຕ້ອງໄດ້ສືບຕໍ່ ເຊັ່ນ: ການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ການຮັກສາໄລຍະຫ່າງ;ອີກເທື່ອໜຶ່ງ, ຂໍຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 956/ຫສນຍ, ລົງວັນທີ 3 ສິງຫາ 2021 ຢ່າງເຄັ່ງຄັດ ເພື່ອສະກັດກັ້ນການລະບາດໃນປະເທດຂອງພວກເຮົາ ແລະ ໃຫ້ຢຸດຕິລົງໂດຍໄວ.