ວັນທີ 5 ກຸມພາ 2022 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ 19 ທັງໝົດ 488 ຄົນ, ຕິດເຊື້ອພາຍໃນ 476 ຄົນ ແລະ ເສຍຊີວິດໃໝ່ເພີ່ມ 3 ຄົນ.

 

ວັນທີ 5 ກຸມພາ 2022, ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ-19, ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ປະຈໍາວັນທີ 5 ກຸມພາ ປີ 2022.

   ສະພາບການຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ

ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:

  • ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 222.310 (2.855.636 ໃໝ່)
  • ເສຍຊິວິດທັງໝົດ 742.779 (11.013 ໃໝ່)
  • ປີ່ນປົວຫາຍດີ 138.891 (2.347.871 ໃໝ່)

5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ

ລ/ດ

 

ປະເທດກໍລະນີຕິດເຊື້ອ 
ສະສົມທັງໝົດໃໝ່ສະສົມທັງໝົດໃໝ່
1ໄທ2,475,6329,90922,25322
2ຫວຽດນາມ2,315,68911,59438,14784
3ມຽນມາ537,22331919,310 
4ກໍາປູເຈຍ121,550663,015 
5ຈີນ106,270294,636 

 

  • ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
  • ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
  • ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
  • ຈຸດກວດຄົງທີ່

ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,

ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).

ໜ່ວຍກວດເຄື່ອນທີ່:

  • ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
  • ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
  • ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
  1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,

ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).

  1. ສໍາລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3): ຜູ້ສູງອາຍຸ, ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕ ສາມາດໄປຮັບການບໍລິການ ໄດ້ທີ່:
  • ວັດຈີນ ດົງປາແຫຼບ (ວັນຈັນ -​ ສຸກ)
  • ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
  • ໂຮງໝໍສູນກາງ
  • ໂຮງໝໍເມືອງ 9 ຕົວເມືອງ
  • ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 4 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2906 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 488 ຄົນ (ຕິດເຊື້ອພາຍໃນ 476 ຄົນ ແລະ ນໍາເຂົ້າ 12 ຄົນ).

– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 476 ຄົນ ຈາກ 16 ແຂວງ ( ແຂວງບໍ່ມີລາຍງານ }ຫຼວງນໍ້າທາ) ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

1ຊຽງຂວາງ102ຄົນ
2ນະຄອນຫຼວງ93ຄົນ
3ສາລະວັນ74ຄົນ
4ຫົວພັນ39ຄົນ
5ໄຊຍະບູລີ28ຄົນ
6ອັດຕະປື24ຄົນ
7ບໍລິຄໍາໄຊ21ຄົນ
8ໄຊສົມບູນ21ຄົນ
9ວຽງຈັນ16ຄົນ
10ອຸດົມໄຊ16ຄົນ
11ຈໍາປາສັກ13ຄົນ
12ເຊກອງ8ຄົນ
13ຄໍາມ່ວນ6ຄົນ
14ສະຫັວນນະເຂດ5ຄົນ
15ຫຼວງພະບາງ4ຄົນ
16ບໍ່ແກ້ວ3ຄົນ
17ຜົ້ງສາລີ3ຄົນ

 

  • ສໍາລັບການຕິດເຊື້ອນໍາເຂົ້າ ມີ 12 ຄົນ ທັງໝົດຈາກ ນະຄອນຫຼວງ 2 ຄົນ, ຄໍາມ່ວນ 01 ຄົນ, ບໍລິຄໍາໄຊ 01 ຄົນ, ສະຫວັນນະເຂດ 04 ຄົນ ແລະ ຈໍາປາສັກ 04 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
  • ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 136,148 ກໍລະນີ, ອອກໂຮງໝໍວານນີ້ 604 ຄົນ, ກຳລັງປິ່ນປົວ 4542 ຄົນ ແລະ ເສຍຊີວິດສະສົມທັງໝົດ 565 ຄົນ (ເສຍຊິວິດໃໝ່ 03 ຄົນ).

ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ ອັດຕະປື 2 ຄົນ ແລະ ບໍ່ແກ້ວ 01 ຄົນ.

ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ

  • ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
  • ປັດຈຸບັນ ທົ່ວໂລກ ຍັງພົບຜູ້ຕິດເຊື້ອ ໂຄວິດ-19 ປະຈໍາລາຍວັນແມ່ນສືບຕໍ່ສູງຂື້ນ ວານນີ້ມີຜູ້ຕິດເຊື້ອເຖິງ 2,8 ລ້ານກວ່າຄົນ ເຊິງປະເທດທີ່ລາຍງານຜູ້ຕິດເຊື້ອສູງໝູ່ກວ່າພາຍໃນ 1 ມື້ ແມ່ນປະເທດອາເມຣິກາ ແລະ ປະເທດຝຣັ່ງ ຕາມລໍາດັບ.
  • ສໍາລັບ ສປປ ລາວ ຈໍານວນຕົວເລກຜູ້ຕິດເຊື້ອແມ່ນ ເປັນທີ່ໜ້າເພິງພໍໃຈ ໃນໄລຍະ 10 ກວ່າວັນຜ່ານມາ ທີ່ພວກເຮົາສາມາດຄວບຄຸມຜູ້ຕິດເຊື້ອໄດ້ຢູ່ໃນລະດັບ 500 ກວ່າຄົນ ແລະ ບາງມື້ກໍ່ໜ້ອຍກວ່າ. ສໍາລັບມື້ນີ້ກໍ່ແມ່ນອີກມື້ໜື່ງທີ່ມີການລາຍງານຜູ້ຕິດເຊື້ອຕໍ່າກວ່າ 500 ຄົນ ຕິດຕໍ່ກັນເປັນມື້ທີ 4 ແລ້ວ. ການຕິດເຊື້ອຢູ່ນະຄອນຫຼວງວຽງຈັນມີທ່າອຽງຫຼຸດລົງ ຈໍານວນຜູ້ຕິດເຊື້ອແມ່ນຕໍ່າກວ່າ 100 ຄົນ ເປັນມື້ທີ 3 ຕິດຕໍ່ກັນ, ນອກຈາກນັ້ນ ກໍ່ມີຫຼາຍແຂວງໄດ້ລາຍງານຜູ້ຕິດເຊື້ອໜ້ອຍລົງ. ເຖິງຢ່າງໃດກໍ່ຕາມ ຍັງມີບາງແຂວງໄດ້ລາຍງານອັດຕາການຕິດເຊື້ອລາຍວັນສູງຢູ່ທຽບໃສ່ຈໍານວນການເຂົ້າມາເກັບຕົວຢ່າງ ແລະ ການລາຍງານຜູ້ເສຍຊິວິດໃນແຕ່ລະວັນກໍ່ຍັງມີໃຫ້ເຫັນຢູ່ ສາເຫດສ່ວນຫຼາຍ ຍັງແມ່ນ ຜູ້ສູງອາຍຸ, ມີພະຍາດປະຈໍາໂຕ, ຜູ້ທີ່ປິ່ນປົວຕົນເອງຢູ່ເຮືອນທີ່ມີອາການໜັກຈຶ່ງຕັດສິນໃຈເຂົ້າມາໂຮງໝໍ ແລະ ບໍ່ໄດຮັບການສັກວັກຊິນປ້ອງກັນໂຄວິດ-19. ດັ່ງນັ້ນ, ມາດຕະການທີ່ປະຊາຊົນທຸກຄົນ ຄວນປະຕິບັດ ມາດຕະການປ້ອງກັນຕົນເອງຢ່າງເຄັງຄັດ ດ້ວຍການດໍາລົງຊິວິດປະຈໍາວັນແບບໃໝ່ ເຊັ່ນ: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ້ນລ້າງມື ແລະ ຫຼີ້ກລ້ຽງໄປບ່ອນທີ່ມີຄົນແອອັດ, ອະນາໄມທໍາຄວາມສະອາດສະຖານເຮັດວຽກ ແລະ ບ່ອນທີ່ສໍາຜັດເລື່ອຍໆ. ມາດຕະການສໍາຄັນອີກຢ່າງໜຶ່ງ ແມ່ນທຸກຄົນຕ້ອງຮ່ວມແຮງຮ່ວມໃຈ ພ້ອມພາກັນເຂົ້າໄປສັກວັກຊິນໃຫ້ຄົບໂດສ. ສໍາລັບທ່ານໃດສັກຄົບແລ້ວພາຍໃນ 4 ເດືອນກໍ່ສາມາດເຂົ້າໄປສັກເຂັ້ນກະຕຸ້ນອີກໄດ້ ເພື່ອຫຼຸດຜ່ອນອັດຕາການຕິດເຊື້ອ ຫຼື ຄວາມຮຸນແຮງພາຍຫຼັງຕິດເຊື້ອ ແລະ ການເສຍຊິວິດ.
  • ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 130/ຫສນຍ ລົງວັນທີ 3 ກຸມພາ 2022, ດັ່ງນັ້ນ, ກະຊວງສາທາລະນະສຸກກໍ່ຄື ຄະນະສະເພາະກິດຂັ້ນສູນກາງ ແມ່ນ ປັງປຸງ ຄຳແນະນຳ ສໍາລັບຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ໃນໄລຍະການປະຕິບັດມາດຕະການປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂໍອະນຸຍາດ ແຈ້ງໃຫ້ທ່ານຊາບວ່າ ທຸກຄົນທີ່ເຂົ້າມາ ສປປ ລາວ ຕ້ອງມີໃບຢັ້ງຢືນການກວດຊອກຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ພາຍໃນ 72 ຊົ່ວໂມງກ່ອນການເດີນທາງ; ຕ້ອງມີບັດຢັ້ງຢືນການສັກວັກຊີນກັນພະຍາດ COVID-19 ຄົບທຸກເຂັມທີ່ແນະນໍາ; ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR, ເຂົ້າພັກກັກຕົວຢູ່ສະຖານທີ່ ທີ່ຄະນະສະເພາະກິດກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ.
  • ປະຈຸບັນນີ້ ສປປ ລາວ ໄດ້ຮັບວັກຊິນທັງໝົດ 18 ລ້ານກວ່າ ໂດສ ເຊິງຖືວ່າມີຈໍານວນພຽງພໍສໍາລັບສັກໃຫ້ປະຊາກອນລາວທັງໝົດ 7 ລ້ານກວ່າຄົນ ດັ່ງນັ້ນ, ພັກ ແລະ ລັດຖະບານ, ສະເໜີໃຫ້ຄະນະສະເພາະກິດຂັ້ນຕ່າງໆກໍ່ຄືອໍານາດການປົກຄອງທ້ອງຖິ່ນ ຊີ້ນໍາຂະບວນການສັກວັກຊິນປ້ອງກັນ ໂຄວິດ19 ໃນສໍານັກງານອົງການ, ແຂວງ, ເມືອງ ຂອງທ່ານ ໃຫ້ບັນລຸຫຼາຍກວ່າ 80 ເປີເຊັນ ເພື່ອຮອງຮັບການເປີດປະເທດ, ຮອງຮັບການທ່ອງທ່ຽວສີຂຽວ ເພື່ອຟື້ນຟູເສດຖະກິດໂດຍໄວ.
  • ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດ: ເຂັມທີ 1 ສັກໄດ້ 774.614 ຄົນ  (ອັດຕາປົກຄຸມ 65,07%), ເຂັມ 2 ສັກໄດ້ 4.163.436 ຄົນ (ອັດຕາປົກຄຸມ 56,74%).

 

Loading...