ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດCOVID-19, ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ ລວມທັງຕົວເລກການຕິດເຊືື້ອພະຍາດ COVID-19 ໃນທົ່ວໂລກ ປະຈໍາວັນທີ 5 ຕຸລາ ປີ 2021.

 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ

ສະພາບການການຕິດເຊືື້ອພະຍາດໂຄວິດ19 ໃນມືື້ວານນີ້້ ວັນທີ 4 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3,825 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 454 ຄົນ ( ຊຸມຊົນ = 450 ຄົນ ຕິດເຊື້ອນໍາເຂົ້າ 4 ຄົນ )

 

  • ສໍາລັບຂໍ້ມູນໂດຍຫຍໍ້ຜູ້ຕິດເຊື້ອໃນຊຸມຊົນທັງໝົດ 450 ຄົນ ຂ້າພະເຈົ້າ ຈະຂໍລາຍງານເປັນລໍາດັບ ຈາກແຂວງ ທີ່ຕິດເຊື້ອຫຼາຍສຸດ ຈົນໄປເຖິງແຂວງທີ່ຕິດເຊື້ອຕໍ່າສຸດ ດັ່ງນີ້:
  1. ນະຄອນຫຼວງ 166 ຄົນ ຈາກ 47 ບ້ານ, 7 ເມືອງ, ລາຍລະອຽດມີດັ່ງນີີ້
    • ເມືອງໄຊເສດຖາ: 53 ຄົນ ມາຈາກ 8 ບ້ານ ລວມທັງຄ້າຍຄຸມຂັງນາໄຫ 40 ຄົນ
    • ເມືອງຈັນທະບູລີ: 36 ຄົນ ມາຈາກ 4 ບ້ານ
    • ເມືອງນາຊາຍທອງ: 20 ຄົນ ມາຈາກ 7 ບ້ານ
    • ເມືອງຫາດຊາຍຟອງ: 20 ຄົນ ມາຈາກ 7 ບ້ານ
    • ເມືອງສີໂຄດ: 11 ຄົນ ມາຈາກ 9 ບ້ານ
    • ເມືອງສີສັດຕະນາກ: 8 ຄົນ ມາຈາກ 4 ບ້ານ
    • ເມືອງໄຊທານີ: 11 ຄົນ ມາຈາກ 8 ບ້ານ
    • ແລະ ອີກ 7 ຄົນແມ່ນກຳລັງສອບສວນເອົາຂໍ້ມູນເພີ່ມເຕີມ
  1. ຫຼວງພະບາງ 90 ຄົນ ຊື່ງໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ ທີ່ໄດ້ລາຍງານ ຜ່ານມາຄື:

– ເມືອງງອຍ 13 ຄົນ, ຈາກ 5 ບ້ານ

– ເມືອງ ນ້ຳບາກ 41 ຄົນ, ຈາກ 10 ບ້ານ ລວມທັງສວນກ້ວຍບ້ານນະຄອນ

– ເມືອງໂພນທອງ 13 ຄົນ ຈາກ 3 ບ້ານ ເຊີ້່ງເປັນເມືອງທີ່ພົບການຕິດເຊື້ອໃໝ່ຂອງແຂວງຫຼວງພະບາງ

– ນະຄອນຫຼວງພະບາງ 11 ຄົນ ຈາກ 3 ບ້ານ

– ເມືອງຈອມເພັດ 9 ຄົນ ຈາກ 2 ບ້ານ, ໃນນີ້ມີພະນັກງານແພດໝໍ 1 ຄົນ

– ເມືອງຊຽງເງີນ 1 ຄົນ, ຈາກ 1 ບ້ານ

–  ມີ 2 ຄົນເປັນຄົນນະຄອນຫຼວງວຽງຈັນທີ່ເຮັດວຽກຢູ່ສວນກ້ວຍເມືອງນ້ຳບາກ

3 .  ບໍ່ແກ້ວ 81 ຄົນ: ທັງໝົດຈາກເຂດເສດຖະກິດພິເສດ ທີ່ສ້າງສະໜາມບີນ (ຄົນລາວ 21 ຄົນ,

ຄົນມຽນມາ 49 ຄົນ ແລະ ຄົນຈີນ 11 ຄົນ)

  1. 4. ສະຫວັນນະເຂດ 34 ຄົນ:

– ເມືອງ ອຸທຸມພອນ 25 ຄົນ, ຈາກ 6 ບ້ານ ໃນນີ້ມີພະນັກງານຄ້າຍທະຫານ 619 ມີ 12 ຄົນແລະ ຄ້າຍທະຫານ 644

– ນະຄອນໄກສອນ 3 ຄົນ

– ເມືອງອາດສະພັງທອງ ມີ 02 ຄົນ

– ເມືອງຈໍາພອນ ມີ 01 ຄົນ

– ເມືອງສອງຄອນ ມີ 01 ຄົນ

– ເມືອງອາດສະພອນ ມີ 02 ຄົນ

  1. 5. ຈໍາປາສັກ 24 ຄົນ: ພົວພັນກັບຜູ້ຕິດເຊື້ອຜ່ານມາ
  2. 6. ແຂວງວຽງຈັນ 16 ຄົນ ທັງໜົດໄດ້ສໍາຜັດໃກ້ຊິດກັບຕິດເຊື້ອຜ່ານມາ:
  • ເມືອງວັງວຽງ ມີ 07 ຄົນ (ພະນັກງານຢູ່ໂຮງໝໍ 108 ມີ 03 ຄົນ; ບ້ານສະຫວ່າງ ມີ 02 ຄົນ; ບ້ານຫ້ວຍແຍ້ ແລະ ບ້ານພູດິນແດງ, ບ້ານລະ 01 ຄົນ)
  • ເມືອງວຽງຄໍາ ມີ 05 ຄົນ (ບ້ານພູເຂົາຄໍາ ມີ 03 ຄົນ; ບ້ານຖີ່ນແກ້ວ, ບ້ານທ່າລາດ, ບ້ານລະ 01 ຄົນ
  • ເມືອງແກ້ວອຸດົມ ມີ 04 ຄົນ (ບ້ານທ່າລາດ)
  1. 7. ໄຊສົມບູນ 15 ຄົນ:

ທັງໝົດມາຈາກເມືອງລ້ອງຊານໃນ 3 ບ້ານ ເຊີ່ງເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ

  1. ບໍລິຄໍາໄຊ 13 ຄົນ:
  • ເມືອງປາກຊັນ 09 ຄົນ ຊື່ງທັງໜົດໄດ້ສໍາຜັດໃກ້ຊິດກັບຕິດເຊື້ອຜ່ານມາ
  • ເມືອງ ປາກກະດິງ 04 ຄົນ (ຍັງສອບສວນແຫຼ່ງທີ່ມາຂອງການຕິດເຊື້ອ)
  1. 9. ສາລະວັນ 6 ຄົນ: ເຊີ່ງເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ
  2. 10. ຫຼວງນໍ້າທາ 4 ຄົນ ແມ່ນຊາວຈີນທັງໝົດ
  3. 11. ຊຽງຂວາງ 1 ຄົນ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານຫໍສິມ

 

ສໍາລັບຜູ້ຕິດເຊືື້ອໃນຊຸມຊົນເຫຼົ່ານີີ້ ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

  • ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນ ຄື: ຈາກແຂວງສະຫວັນນະເຂດທັງ 4 ຄົນ ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້ເປັນສະຖານທີ່ປິ່ນປົວຄົນເຈັບທີ່ຕິດເຊືື້ອ.
  • ມາຮອດວັນທີ 5 ຕຸລານີ້ ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 987 ຄົນ ຊຶ່ງເທົ່າກັບ 0,35% ຂອງປະຊາຊົນລາວ, ເສຍຊີວິດສະສົມ 22 (0 ໃໝ່). ຄົນເຈັບປິ່ນປົວດີສະສົມ 19.399 ຄົນ ກວມເອົາ 74.64% ຂອງຈຳນວນຜູ້ຕິດເຊື້ອທັງໝົດ (ປິ່ນປົວຫາຍດີ ໃນວັນທີ 4 ຕຸລາ ມີ 326 ຄົນ).

ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19

  • ສໍາລັບຢູ່ບັນດາແຂວງແມ່ນທ່ານສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊືື້ອພະຍາດໂຄວິດ19ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ແຈ້ງບອກ ພ້ອມດຽວກັນທາງແຂວງກໍ່່ມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດໃນຊຸມຊົນ ເພື່ອເກັບຕົວຢ່າງ ຄົ້ນຫາຄົນຕິດເຊືື້ອໃໝ່.
  • ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນິ້:
  • ຈຸດກວດຄົງທີ່: ທຸກຈຸດກວດ ຄົງທີ່ແມ່ນໃຫບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ

o ສະໝານກິລາໃນຮົ່ມ ບຶງຂະຫຍອງ

  • ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
  • ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
  • ທີມກວດເຄື່ອນທີ
  • 01 ທີມ ຂອງສາທາເມືອງໄຊທານີ
  • 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
  • 01 ທີມ ຂອງສາທາເມືອງສີໂຄດຕະບອງ ແມ່ນເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
  • ສາທາເມືອງນາຊາຍທອງ ແມ່ນມີ 02 ທີມ
    • o ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
  • ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
  1. ໂຮງໝໍສູນກາງ
  2. ໂຮງໝໍເມືອງ 9 ຕົວເມືອງ
  3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຮອດ ວັນສຸກ)
  4. ສໍາລັບຈຸດບໍລິການສູນການຄ້າລາວໄອເຕັກ ໄດ້ໂຈະການບໍລິການຊົ່ວຄາວ ເນື່ອງຈາກມີການລະດົມທິມແພດ ໄປຊ່ວຍຈຸດອື່ນ. ຄະນະສະເພາະກິດຈະແຈ້ງໃຫ້ຊາບ ວັນເວລາ ທີ່ຈະເປີດບໍລິການຄືນໃໝ່ ທີ່ຈຸດບໍລິການ ຂອງສູນການຄ້າລາວໄອເຕັກ
  • ໃນຄົນທີ່ທ່ານບໍ່ໄດ້ຢູ່ບ້ານແດງ: ທ່ານທີ່ໄປສັກເຂັມ 1 ແມ່ນໃຫ້ສະເໜີຂໍອະນຸຍາດອໍານາດການປົກຄອງບ້ານເພື່ອອອກໃບຍັງຢືນໃຫ້ , ສ່ວນທ່ານທີ່ໄປສັກເຂັມ 2 ແມ່ນໃຫ້ ເອົາບັດຂຽວທີ່ສັກເຂັມ1 ແລ້ວໄປຢັ້ງຢືນຕໍ່ເຈົ້າໜ້າທີ່ປະຈໍາດ່ານກວດ ເພື່ອອໍານວຍຄວາມສະດວກແກ່ຜູ້ຈະໄປຮັບວັກຊີນປ້ອງກັນ ໂຄວີດ 19
  • ສໍາລັບທ່ານໃດທີ່ຢູ່ບ້ານແດງນັ້ນ ແມ່ນຈະມີທີມເຄື່ອນທີ່ໄປໃຫ້ບໍລິການສັກວັກຊີນຢູ່ບ້ານ ທີ່ເປັນເຂດແດງ
  • ບ້ານແດງໃນທົ່ວປະເທດ ຂອງວັນທີ 4/10/2021 ມີ: 362 ບ້ານ, 43 ເມືອງ ແລະ 10 ແຂວງ
  • ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ມາເປັນເຂດເຫຼືອງ ແມ່ນ ບ້ານໂນນແສງຈັນ ເມືອງ ໄຊທານິ ນະຄອນຫຼວງວຽງຈັນ

ຕໍ່ໄປນີ້ ຂະພະເຈົ້າຂໍລາຍງານ ບ້ານທີ່ກໍານົດເປັນເຂດແດງໃໝ່ ວັນທີ 4 ຕຸລາ ມີ 18 ບ້ານ ໃນ 11ເມືອງ ແລະ 4 ແຂວງ

ລໍາດັບ/Noແຂວງ/Provincesເມືອງ/Districtບ້ານ/Villageຈໍານວນປະຊາກອນ (No. Of population)ຈຳນວນຄົນໃໝ່/Casesວັນເລີ່ມຕົ້ນນັບເປັນເຂດແດງ/  Starting dayວັນທີສິ້ນສຸດການເປັນເຂດແດງ/Ending Day
1ສະຫັວນນະເຂດ/SVKນະຄອນໄກສອນ/NakhoneKhaisone Cityຫົວເມືອງເໜືອ/HouameuangNeua3,7211*10/04/202117/10/201
ຫົວເມືອງໃຕ້/HouameuangNeua3,3721*10/04/202117/10/201
ທ່າເມືອງ/Thameuang1,3821*10/04/202117/10/201
ອຸທຸມພອນ/Outhoumphoneໜອງຄຳແຮດ/Nongkhamhet1,8701*10/04/202117/10/201
ດົງໝາກແງວ/dongMakGnao1,6382*10/04/202117/10/201
ໂພນໝາກຫຍ້າ/PhoneMakYah1,5431*10/04/202117/10/201
ຈຳພອນ/Chomephoneຊຽງຊູມ/Xiengxoum 1*10/04/202117/10/201
2ນະຄອນຫລວງວຽງຈັນ/Vientiane Capitalຈັນທະບູລີ/Chanthaburyທົ່ງສ້າງນາງ/Thongsangnang            2,392210/04/202117/10/201
ສີໂຄດຕະບອງ/Sikhotabongດົງກະເລົາ/Dongkalao               742510/04/202117/10/201
ສີສັດຕະນາກ/Sisattanakສ້າງເຫວີຍ/Xangwei            1,478210/04/202117/10/201
ນາຊາຍທອງ/Nasaithongໂພນມ່ວງ/Phonmouang            1,353210/04/202117/10/201
ນາໜາດ/Nanad             1,006210/04/202117/10/201
ໜອງສະ/Nongsa             1,721210/04/202117/10/201
ບົວ/Boua               795210/04/202117/10/201
ໄຊທານີ/Xaythanyສະພັງຄະນົງ/Saphungkhanong            1,030210/04/202117/10/201
ຫາດຊາຍຟອງ/​Hadsaifongຫ້ອມໃຕ້/Hom Tai             1,251210/04/202117/10/201
3ຫລວງພະບາງ/Louangprabangນໍ້າບາກ/Nambakປາກຍາງ/PakYang 210/04/202117/10/201
6ສາລະວັນ/Saravaneສາລະວັນ/Saravaneຄັນທະລາດ/Phonekeo 310/04/202117/10/201

 

ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ

ວັນທີ 4 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,556 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອພະຍາດໂຄວີດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມຈໍາກັດບໍລີເວນ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈື່ງອອກມາເຄີອນໄຫວໃນສັງຄົມໄດ້ ,

ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 99 ສູນ ແລະ 55ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 6,644 ຄົນ.

ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:

ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ ເຮັດໃຫ້ຕົວຜູ້ຕິດເຊືື້ອສະສົມໃນທົ່ວໂລກມີຈໍານວນ ທັງໝົດ 236.079.933 (451.257 ໃໝ່), ເສຍຊິວິດທັງໝົດ 4.821.007 (5.914 ໃໝ່), ປີ່ນປົວຫາຍດີ 213.079.181 (534.286 ໃໝ່).

3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ

ລ/ດປະເທດຄົນຕິດເຊື້ອເສຍຊີວິດ
ສະສົມທັງໝົດໃໝ່ສະສົມທັງໝົດໃໝ່
1ອາເມຣິກາ44,628,79451,730721,263471
2ອິນເດຍ33,851,00516,762449,283254
3ບຣາຊິວ21,478,54610,425598,152166

 

  • 05 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດປະເທດຄົນຕິດເຊື້ອເສຍຊີວິດ
ສະສົມທັງໝົດໃໝ່ສະສົມທັງໝົດໃໝ່
1ໄທ1,647,3629,93017,11197
2ຫວຽດນາມ813,9615,38319,845130
3ມຽນມ້າ469,7821,31917,92138
4ກໍາປູເຈຍ113,4752192,40623
5ຈີນ96,258274,636 

ການນໍາສະເໜີຂອງມູນການລະບາດຂອງໂລກ ແລະ ຂອບປະເທດໄກ້ຄຽງນີ້ ເພື່ອເປັນຂໍ້ມູນໃຫ້ທ່ານໄດ້ຕິດຕາມ ແລະ ຮັບຊາບວ່າປະເທດໃດແດ່ ທີ່ຍັງມີການລະບາດ ແລະ ມີຄວາມສ່ຽງສູງ ເພື່ອທ່ານຈະໄດ້ຊ່ວຍເປັນເຈົ້າການເຝົ້າລະວັງການເຂົ້າເມືອງແບບຜິດກົດໝາຍ ແລະ ມີສະຕິໃນການປ້ອງກັນຕົນເອງ.

  • ສະພາບການລະບາດຂອງປະເທດເຮົາເຖີງວ່າມີທ່າອ່ຽງຫຼຸດລົງໃນຫຼາຍແຂວງເຊັ່ນ: ຈຳປາສັກ, ສະຫວັນນະເຂດ, ສາລະວັນ ແລະ ຄຳມ່ວນ ແຕ່ມີລາຍງານການຕິດເຊື້ອໃນຊຸມຊົນ ໃນບາງແຂວງໃໝ່ເຊັ່ນ: ໄຊສົມບູນ, ຫຼວງພະບາງ ເປັນຕົ້ນ. ສາເຫດຂອງການລະບາດແມ່ນເກີດຢູ່ໃນຊຸມຊົນ ເຊີ່ງມີອັດຕາສູງກ່ວາ 90 ເປີເຊັນທຽບກັບກໍລະນີນຳເຂົາ. ດ້ວຍເຫດນັ້ນທາງຄະນະສະເພາະກິດຈີ່ງມີແຈ້ງການສະບັບເລກທີ 1620/ຫສນຍ, ລົງວັນທີ 30 ກັນຍາ ເຊີ່ງຈຸດປະສົງຫຼັກກໍ່ແມ່ນໃຫ້ຢູ່ເຮືອນ ແລະ ງົດການເດີນທາງອອກຈາກບ້ານຖ້າບໍ່ມີຄວາມຈຳເປັນ, ມີມາດຕະການບໍ່ໃຫ້ຄົນມາສຳຜັດໃກ້ຊິດກັນ ທັັງໝົດນີ້ກໍ່ເພື່ອຢຸດຢັ້ງການແຜ່ເຊື້ອຢູ່ກັບທີ່ ໃຫ້ເວລາໃຫ້ແກ່ທີມແພດຊອກຄົ້ນຫາກໍລະນີຜູ້ຕິດເຊື້ອ ແລະ ຜູ້ສຳຜັດໃກ້ຊິດ ໃຫ້ເຂົ້າໄປປີ່ນປົວ ແລະ ຈຳກັດບໍລິເວນໂດຍໄວ.
  • ໃນໄລຍະປະຕິບັດມາດຕະການນີ້ ບັນດາທ່ານກໍ່ໄດ້ມີການຫັນສູ່ການດໍາລົງຊິວິດແບບໃໝ່ເປັນຕົ້ນ:
  • ສຳລັບບັນດາຫ້ອງການ: ຈັດແຈງແບ່ງປັນ ຈໍານວນພະນັກງານ ມາປະຈໍາແຕ່ລະຫ້ອງການໃຫ້ນ້ອຍລົງ, ຈັດຫາລະບົບ ເຮັດວຽກທາງໄກ, ໃຊ້ລະບົບເອລິກໂຕນິກເຂົ້າໃນການໃຊ້ຈ່າຍ ເພື່ອຫຼີກລ້ຽງການສໍາພັດ ຫຼື ຕິດເຊື້ອໃນສະຖານທີ່ເຮັດວຽກ
  • ໃນໄລຍະທີ່ມີການລະບາດ: ຫ້າມອອກຈາກເຮືອນຖ້າບໍ່ຈໍາເປັນ, ບໍ່ໂຮມຊຸມນຸມກັນ, ບໍ່ຊຸມແຊວກັນເປັນກຸ່ມ, ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ, ການຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ, ລ້າງມືເລື້ອຍໆ, ຮັກສາມາລະຍາດໃນການໄອ-ຈາມ, ອະນາໄມຂ້າເຊື້ອຈຸດທີ່ມີຄວາມສ່ຽງ
  • ການສັກວັກຊີນແມ່ນສິ່ງສໍາຄັນ ແລະ ຈໍາເປັນເພື່ອສ້າງພູມຄຸ້ມກັນໝູ່
  • ໃນໄລຍະປັດຈຸບັນນີ້ສັງເກດເຫັນວ່າເດັກນ້ອຍ ແລະ ແມ່ມານຈຳນວນໜື່ງຕິດເຊື້ອ. ພັກ ແລະ ລັດຖະບານ ແລະ ອົງການອະນາໄມໂລກກໍ່ຄືຄູ່ຮ່ວມພັດທະນາແມ່ນໄດ້ມີການຄົ້ນຄ້ວາປືກສາຫາລື ໃນການຂະຫຍາຍການສັກວັກຊີນໃຫ້ແມ່ມານ ແລະ ເດັກນ້ອຍ, ໃນປັດຈຸບັນນີ້ ຄະນະສະເພາະກິດກໍ່ໄດ້ມີແຈ້ງການໃຫ້ແມ່ມານ ແລະ ແມ່ລູກອ່ອນລວມທັງນັກຮຽນທີ່ເສັງຈົບມ 7 ທີ່ຈະໄປເສັງເຂົ້າ ມຊ ໃຫ້ໄປສັກຢາວັກຊີນຕາມສະຖານທີ່ກຳນົດໄວ້.
  • ມາດຕະການຫຼັກໃນການຢຸດຢັ້ງການລະບາດພະຍາດໂຄວິດ-19 ກໍ່ແມ່ນການປະຕິບັດມາດຕະການທາງດ້ານການແພດ ແລະ ສັງຄົມ ແລະ ໃນນັ້ນການສັກວັກຊີນເປັນວິທີໜື່ງທີ່ສ້າງພູມຄຸ້ມກັນຮ່າງກາຍຂອງແຕ່ລະຄົນລວມທັງການສ້າງພູມຄຸ້ມກັນໝູ່ ເພື່ອຢຸດຕິການແຜ່ລະບາດໃນປະເທດຂອງພວກເຮົາ ແຕ່ການໄດ້ຮັບວັກຊີນຄົບບໍ່ໝາຍຄວາມວ່າທ່ານຈະບໍ່ຕິດເຊື້ອຖ້າຫາກທ່ານຍັງບໍ່ປະຕິບດຕາມມາດຕະການເຊັ່ນບໍ່ໃສ່ຜ້າປິດປາກດັງ, ບໍ່ຮັກສາໄລຍະຫ່າງ…ໜື່ງໃນພຶດຕິກຳສ່ຽງທີ່ສງເກດເຫັນຢູ່ໃນບັນດາສຳນັກງານອົງການ ຫຼື ພະນັກງານທີ່ກຳລັງປະຕິບັດໜ້າທີ່ໂດຍທົ່ວໄປແມ່ນມີການປ້ອງກັນຕົນເອງໄດ້ດີແຕ່ສັງເກດເຫັນວ່າໃນຍາມຮັບປະທານອາຫານແມ່ນມັກຈະຈຸ້ມກັນກີນເຂົ້າ ເຊີ່ງຈຸດນີແມ່ນສ່ຽງຕໍ່ການຕິດເຊື້ອ ເພາະທ່ານມີການພົວພັນກັບບຸກຄົນອ້ອມຂ້າງ, ບໍ່ໄດ້ໃສ່ຜ້າປິດປາກ ແລະ ບໍ່ຮັກສາໄລຍະຫ່າງດັ່ງນັ້ນຈີ່ງເປັນສາເຫດໃນການພົບເຊື້ອໃນຖັນແຖວພະນັກງານ.
  • ມື້ວານນີ້ທາງຄະນະສະເພາະກິດໄດ້ປະກາດຕາມຫາ 6 ທ່ານ ທີ່ມີຜົນກວດເປັນບວກ ແຕ່ ບໍ່ສາມາດຕິດຕໍ່ໄດ້, ປັດຈຸບັນພົບແລ້ວ 3 ທ່ານ ແລະ ຍັງ 3 ທ່ານທີ່ຍັງບໍ່ພົບ ປະກອບມີ:
    • 1 ທ່ານ ເພດຍີງ ຈາກບ້ານ ດົງປ່າແລບ ເມືອງ ຈັນທະບູລີ, ເບີໂທ 56405689
    • 1 ທ່ານ ເພດຊາຍ ຈາກບ້ານນາໄຫ, ເມືອງຫາດຊາຍຟອງ ເບີໂທ 98897188
    • 1 ທ່ານ ເພດຍີງ ຈາກບ້ານດອນໜູນ, ເມືອງໄຊທານີ ເບີໂທ 55554828

ທາງຄະນະສະເພາະກິດ ໄດ້ສືບຕໍ່ຕິດຕໍ່ຫາຜູ້ກ່ຽວ ພ້ອມທັງໄດ້ແຈ້ງປົກຄອງບ້ານ ເພື່ອປະກາດບອກຜູ້ກ່ຽວຫຼືຜູ້ທີ່ຮູ້ຈັກບຸກຄົນເຫຼົ່ານັ້ນ ເພື່ອຈະໄດ້ໄປຮັບໄປປິ່ນປົວຢູ່ສະຖານທີ່ ທີ່ໄດ້ກໍານົດ, ຖ້າຫາກຍັງບໍ່ມາສະເໜີຕົວແມ່ນຈະໄດ້ເອົາຊື່ລົງປະກາດຫາຕາມສື່ອອນລາຍ, ຖ້າທ່ານມີເຈດຕະນາລົບໜີແມ່ນຈະໄດ້ປະຕິບັດລະບຽບວິໄນຕາມກົດໝາຍ.

  • ຂໍຂອບໃຈ ປະຊາຊົນທຸກທ່ານ ທີ່ຕື່ນຕົວ ປະຕິບັດມາດຕະການປ້ອງກັນ ແລະ ພ້ອມໃຈກັນຜ່ານຜ່າວິກິດການນີ້ໄປນໍາກັນ ພາຍໄຕ້ສິ່ງທ້າທາຍຫຼາຍປະການ. ຂອບໃຈ ບັນດາທ່ານທີ່ ສົ່ງກໍາລັງໃຈໃຫ້ແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ທີ່ປ່ຽມລົ້ນໄປດ້ວຍຄວາມຫ່ວງໃຍ ແລະ ຮັກແພງ. ຂໍສົ່ງກໍາລັງໃຈໃຫ້ແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງທຸກທ່ານ ແລະ ຂອບໃຈທຸກທ່ານທີ່ໄດ້ສະຫຼະເວລາສວ່ນຕົວ ແລະ ປະຫ່າງຄອບຄົວເພື່ອພາລະກິດອັນຊົງກຽດ ເພື່ອພິທັກຮັກສາສຸຂະພາບຂອງປະຊາຊົນທັງຊາດ.

 

Loading...