ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 04 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6,423 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,364 ຄົນ (ຕິດເຊື້ອພາຍໃນ ມີ 1,359 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,359 ຄົນ ຈາກ 17 ແຂວງ ແລະ ນະ
ຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 658 ຄົນ ໃນ 194 ບ້ານ ແລະ 9 ເມືອງ
• ເມືອງຈັນທະບູລີ ມີ 25 ບ້ານ (73 ຄົນ)
• ເມືອງສີໂຄດຕະບອງ ມີ 35 ບ້ານ (163 ຄົນ)
• ເມືອງໄຊເສດຖາ ມີ 34 ບ້ານ (88 ຄົນ)
• ເມືອງສີສັດຕະນາກ ມີ 16 ບ້ານ (53 ຄົນ)
• ເມືອງ ນາຊາຍທອງ ມີ 36 ບ້ານ (103 ຄົນ)
• ເມືອງໄຊທານີ ມີ 30 ບ້ານ (126 ຄົນ)
• ເມືອງຫາດຊາຍຟອງ ມີ 16 ບ້ານ (30 ຄົນ)
• ເມືອງ ປາກງື່ມ ມີ 01 ບ້ານ (01 ຄົນ)
• ເມືອງ ສັງທອງ ມີ 01 ບ້ານ (01 ຄົນ)
• ຕ່າງແຂວງ ມີ 09 ຄົນ
• ເຫຼືອນັ້ນແມ່ນຍັງສືບຕໍ່ເອົາຂໍ້ມູນ
2. ຫຼວງນໍ້າທາ ມີ 176 ຄົນ ໃນ 46 ບ້ານ ແລະ 4 ເມືອງ
3. ຈຳປາສັກ ມີ 79 ຄົນ ໃນ 37 ບ້ານ ແລະ 7 ເມືອງ
4. ບໍ່ແກ້ວ ມີ 77 ຄົນ ໃນ 26 ບ້ານ ແລະ 5 ເມືອງ
5. ຫຼວງພະບາງ ມີ 72 ຄົນ ໃນ 36 ບ້ານ ແລະ 6 ເມືອງ
6. ອຸດົມໄຊ ມີ 53 ຄົນ ໃນ 22 ບ້ານ ແລະ 4 ເມືອງ
7. ຫົວພັນ ມີ 44 ຄົນ ໃນ 11 ບ້ານ ແລະ 3 ເມືອງ
8. ໄຊສົມບູນ ມີ 38 ຄົນ ໃນ 4 ບ້ານ ແລະ 3 ເມືອງ
9. ສະຫວັນນະເຂດ ມີ 34 ຄົນ ໃນ 31 ບ້ານ ແລະ 5 ເມືອງ
10. ໄຊຍະບູລີ ມີ 29 ຄົນ ໃນ 6 ບ້ານ ແລະ 2 ເມືອງ
11. ຊຽງຂວາງ ມີ 20 ຄົນ ໃນ 8 ບ້ານ ແລະ 2 ເມືອງ
12. ສາລະວັນ ມີ 18 ຄົນ ໃນ 7 ບ້ານ ແລະ 4 ເມືອງ
13. ແຂວງວຽງຈັນ ມີ 15 ຄົນ ໃນ 12 ບ້ານ ແລະ 8 ເມືອງ
14. ຄຳມ່ວນ ມີ 13 ຄົນ ໃນ 9 ບ້ານ ແລະ 3 ເມືອງ
15. ເຊກອງ ມີ 10 ຄົນ ໃນ 6 ບ້ານ ແລະ 2 ເມືອງ
16. ອັດຕະປື ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ
17. ຜົ້ງສາລີ ມີ 8 ຄົນ ໃນ 2 ບ້ານ ແລະ 1 ເມືອງ
18. ບໍລິຄຳໄຊ ມີ 6 ຄົນ ໃນ 3 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 05 ຄົນ ຈາກແຂວງຈຳປາສັກ 4 ຄົນ ແລະ ສະຫວັນນະເຂດ 1 ຄົນ.
• ມາຮອດວັນທີ 05 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 79,833 ຄົນ, ເສຍຊີວິດສະສົມ 207 ຄົນ (ໃໝ່ 06), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 551 ຄົນ, ກໍາລັງປິ່ນປົວ 11,842 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 06 ຄົນ ມີດັ່ງນີ້:
ຜູ້ທີ 1). ເພດຊາຍ, ອາຍຸ 67 ປີ, ບ້ານສີສະຫວາດ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
– ພະຍາດຜ່ານມາ: ຄວາມດັນເລືອດສູງ
– ໄດ້ສັກຢາວັກຊີນຄົບ
– ວັນທີ 01 ທັນວາ 2021: ເຂົ້າມາໂຮງໝໍມິດຕະພາບ ອາການເບື້ອງຕົ້ນ: ໄຂ້, ໄອ,ຫາຍໃຈຝືດ, ແໜ້ນ
ເອິກ
– ຮອດເວລາ 08:00 ໂມງ ຂອງວັນທີ 04 ທັນວາ 2021: ຄົນເຈັບເສຍຊີວິດ
ຜູ້ທີ 2). ເພດຍິງ, ອາຍຸ 70 ປີ, ບ້ານສະພານທອງ, ເມືອງ ສີນາກ, ນະຄອນຫລວງ.
– ພະຍາດປະຈຳໂຕ: ຄວາມດັນເລືອດສູງ ແລະ ເບົາຫວານ
– ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19
– ຜູ້ກ່ຽວມີອາການໄຂ້, ເມື່ອຍ ແລະ ຫາຍໃຈຝືດ
– ວັນທີ 26 ພະຈິກ 2021: ຄົນເຈັບໄດ້ໄປກວກຢູ່ໂຮງມໍມະໂຫສົດ ເກັບຕົວຢ່າງ ແລະ ຜົນກວດເປັນ
ບວກ ແແລະ ໄດ້ສົ່ງເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ
– ຮອດເວລາ 12:00 ໂມງຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 3). ເພດຊາຍ, ອາຍຸ 87 ປີ, ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫລວງ.
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
– ບໍ່ໄດ້ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
– ເວລາ 18:00 ໂມງ ຂອງວັນທີ 04 ທັນວາ 2021: ໄດ້ມາກວດຢູ່ພະແນກສຸກເສີນຂອງໂຮງໝໍ
ມິດຕະພາບ ຍ້ອນບໍ່ຮູ້ສະຕິ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນ
ບວກ, ຈົນມາຮອດເວລາ 19:30 ນາທີ ຄົນເຈັບ ໄດ້ເສຍຊີວິດ (ເສຍຊີວິດກ່ອນມາຮອດໂຮງໝໍ)
ຜູ້ທີ 4). ເພດຊາຍ ອາຍຸ 88 ປີ, ບ້ານອາມອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
– ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມຊຳເຮື້ອ ແລະ ຄວາມດັນເລືອດສູງ
– ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
– ວັນທີ 25 ພະຈິກ 2021 ມາໂຮງໝໍ ດ້ວຍອາການ ໄອ, ຫາຍໃຈຝືດ ແລະ ນອນພຽງບໍໄດ້
– ຮອດເວລາ 00ໂມງ:30 ນາທີ ຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 5). ເພດຊາຍ ອາຍຸ 52 ປີ, ບ້ານ ພູຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
– ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
– ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມຊຳເຮື້ອ ແລະ ຄວາມດັນເລືອດສູງ
– ວັນທີ 02 ທັນວາ 2021 ມາໂຮງໝໍດ້ວຍອາການ ອິດເມື່ອຍ, ໄອ, ຫາຍໃຈຝືດ ແລະ ນອນພຽງບໍໄດ້
– ມາຮອດຮອດເວລາ 00:00 ໂມງ ຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 6). ເພດຍິງ, ອາຍຸ 88 ປີ, ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫລວງ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ເບົາຫວານ
– ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
– ວັນທີ 22 ພະຈິກ 2021: ມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຍາກ ແລະ ແໜ້ນ
ໜ້າເອີກ
– ມາຮອດຮອດເວລາ 07:45 ນາທີ ຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວຜູ້ເສຍ ຊີວິດ ທີ່ໄດ້ສູນເສຍຄົນຮັກແພງໃນຄອບຄົວ
ມານະທີ່ນີ້ດ້ວຍ
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ມສ ເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ສູນການຄ້າລາວໄອເຕັກ
ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດ ມີ: 1,147 ບ້ານ ໃນ 110 ເມືອງ ຈາກ 18 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ ມີ 8 ບ້ານ ໃນ 8 ເມືອງ ຈາກ 06 ແຂວງ
• ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນບໍ່ມີ
ອີກເທື່ອນື່ງ ສໍາລັບລາຍລະອຽດ ບັນດາຊື່ຂອງບ້ານແດງຕ່າງໆ ຂໍໃຫ້ບັນດາທ່ານຕິດຕາມ ໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ.
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 04 ທັນວາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,374 ຄົນ. ຮອດປະຈຸບັນທົ່ວປະເທດ ມີຜູ້ຈຳກັດບໍລິເວນທັງໝົດ 4,371 ຄົນ (ສູນ 2,859 ຄົນ ແລະ ໂຮງແຮມ 1,512 ຄົນ) ໃນ 85 ສູນ ແລະ 59 ໂຮງແຮມ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ຍັງສືບຕໍ່ເພີ່ມຂື້ນ ໂດຍສະເພາະ ຢູໂຣບ ແລະ ອາເມລິກາ ຊື່ງສະເລ່ຍການເພີ່ມຂື້ນໃນອາທິດທີ່ຜ່ານມາຫຼາຍກວ່າ 5 ແສນຄົນ. ໃນຂະນະດຽວກັນ ການເພີ່ມຂື້ນຂອງຜູ້ຕິດເຊື້ອໃໝ່ຢູ່ປະເທດ ສ ເກົາຫຼີ ແລະ ສສ ຫວຽດນາມ ກໍ່ຍັງໜ້າເປັນຫ່ວງເຊັ່ນກັນ ຫຼາຍກວ່າ 10,000 ຄົນ ຕໍ່ວັນ. ພວກເຮົາມີຄວາມຈໍາເປັນຕ້ອງເບີ່ງຂໍ້ມູນການລະບາດຂອງໂລກ ເນື່ອງຈາກປະຈຸບັນ ການເດີນທາງທົ່ວໂລກສະດວກຂຶ້ນ ຊຶ່ງເປັນປັດໃຈໜຶ່ງ ເກີດມີການແຜ່ເຊື້ອໄປກວ້າງຂວາງ.
• ເພື່ອປະຕິບັດການເຝົ້າລະວັງຢ່າງໃກ້ຊິດ ສັງລວມການເດີນທາງເຂົ້າ ສປປລາວ ໃນ 2 ອາທິດທ້າຍເດືອນພະຈິກ (15-30 ພະຈິກ) ທັງໝົດ ລວມມີ 28,984 ຄົນ ແລະ ພົບວ່າຕິດເຊື້ອ 31 ຄົນ ຄິດໄລ່ເປັນ 0.1 % ຂອງຜູ້ເດີນທາງເຂົ້າມາທັງໝົດ. ນັບແຕ່ວັນທີ 1 ເຖິງວັນທີ 4 ທັນວາ ມີຈໍານວນຄົນເຂົ້າປະເທດທັງໝົດ 6,535 ຊຶ່ງພົບຕິດເຊື້ອ 9 ຄົນ ກວມ 0.13 % ຂອງຈໍານວນຜູ້ເດີນທາງເຂົ້າປະເທດທັງໝົດ. ສັດສວ່ນການຕິດເຊື້ອນໍາເຂົ້າ ຂອງຜູ້ເດີນທາງເຂົ້າປະເທດ ຍັງພົບບໍ່ສູງ, ຄະນະສະເພາະກິດ ກໍ່ບໍ່ໄດ້ປະ
ໝາດ ແຕ່ກໍ່ໃຫ້ຄວາມສໍາຄັນ ໃນການຕິດຕາມ ການເຂົ້າ-ອອກປະເທດ ເປັນແຕ່ລະໄລຍະ ເຊິ່ງນອນຢູ່ໃນລະບົບເຝົ້າລະວັງ.
• ປັດຈຸບັນ ກະຊວງສາທາລະນະສຸກ ສົມທົບ ກັບ ອົງການອະນາໄມໂລກ ປະຈຳ ສປປລາວ ກໍາລັງເຝົ້າລະວັງການປະກົດຕົວຂອງເຊື້ອໄວຣັສສາຍພັນ ໂອໄມຄຣອນ ເຊິ່ງກໍ່ໄດ້ຕິດຕາມຢ່າງໃກ້ຊິດ ແລະ ເກັບຕົວຢ່າງຄົນທີ່ເດີນທາງເຂົ້າປະເທດທັງໝົດ ບໍ່ວ່າ ຈະເປັນ ທາງອາກາດ ຫຼື ທາງບົກ ພ້ອມທັງ ໃຫ້ຜູ້ກ່ຽວກັກຕົວ 14 ວັນ ເພື່ອຕິດຕາມຢ່າງເຂັ້ມງວດ. ບັນດາຕົວຢ່າງທີ່ເກັບ ແມ່ນຈະຖືກສົ່ງກວດຢູ່ຫ້ອງວິເຄາະ ດ້ວຍເຕັກນິກ RT-PCR ເທົ່ານັ້ນ ( ບໍ່ໄດ້ກວດດ້ວຍຊຸດເຄື່ອງກວດແບບໄວ! ) ພ້ອມດຽວກັນນັ້ນ ກໍ່ຈະໄດ້ຊອກຫາສາຍພັນດ່ັ່ງກ່າວ.
• ເພື່ອປະຕິບັດຕາມທິດຊີ້ນໍາຂອງພັກ ແລະ ລັດຖະບານ ກະຊວງສາທາລະນະສຸກ ໂດຍການມີສວ່ນຮ່ວມຂອງອົງການປົກຄອງແຕ່ລະຂັ້ນ ໄດ້ຕະລຸມບອນສັກວັກຊິນໃຫ້ປະຊາຊົນຢ່າງຕັ້ງໜ້າ. ໂດຍສະເພາະ ປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ປະຊາຊົນທີ່ບໍ່ສາມາດເດີນທາງໄດ້ ກໍ່ສາມາດໄດ້ຮັບວັກຊິນຢ່າງທົ່ວເຖິງ. ວັກຊີນເຂັມທີ 1 ແມ່ນສໍາຄັນທີ່ສຸດ ຊຶ່ງໄດ້ບໍລິການບັນລຸແລ້ວ ເຖິງ 4,052,579 ເຂັມ ກວມເອົາ 55.2%. ເຖິງຢ່າງໃດກໍ່ຕາມ ຍັງມີອີກ 6 ເມືອງ ໃນ 5 ແຂວງ ທົ່ວປະເທດ ທີ່ຍັງສັກວັກຊິນເຂັມທໍາອິດ ບໍ່ທັນບັນລຸເປົ້າໝາຍ ເຖິງ 30%.
• ລັດຖະບານມີມາດຕະການຜ່ອນຜັນ ໂດຍສະເພາະ ການເດີນທາງລະຫວ່າງແຂວງຫາແຂວງ, ປະເທດເຮົາໄດ້ເປີດການເດີນທາງພາຍໃນ ດ້ວຍລົດໄຟຄວາມໄວສູງຢ່າງເປັນທາງການ ທຸກຄົນກໍ່ຢາກໄປທົດລອງນັ່ງ ເຮັດໃຫ້ຍອດຈອງປີ້ ແມ່ນເຕັມທຸກວັນ. ຄະນະສະເພາະກິດ ມີຄວາມກັງວົນ ຕໍ່ການແຜ່ເຊື້ອໂຄວີດ-19 ທີ່ມີຢູ່ທຸກແຂວງ ທີ່ເປັນສະຖານນີຕົ້ນທາງ-ປາຍທາງ ແລະ ສະຖານນີທີ່ເປັນຈຸດແວ່ຮັບເອົາຄົນໂດຍສານ. ສະນັ້ນ ຂໍຮຽກຮ້ອງຜູ້ເດີນທາງທຸກທ່ານ ຈົ່ງປ້ອງກັນຕົນເອງຢ່າງເຂັ້ມງວດ ໃສ່ຜ້າປິດປາກ-ດັງ ແລະ ໝັ່ນລ້າງມືເລື້ອຍໆ ຕະຫຼອດການເດີນທາງ. ອີກປະການໜຶ່ງ ຂໍໃຫ້ທຸກທ່ານຫຼີກເວັ້ນການຊຸມແຊວ, ລະມັດລະວັງສູງ ໃນການເຂົ້າຮ່ວມປະຊຸມ ຫຼື ງານອື່ນໆ ທີ່ສ່ຽງຕໍ່ການສົ່ງເຊື້ອໃຫ້ຄົນອ້ອມຂ້າງ ແລະ ສະມາຊິກໃນຄອບຄົວ.