ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ

ວັນທີ4ມັງກອນ2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ4.140ຕົວຢ່າງໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ836 ຄົນ(ຕິດເຊື້ອພາຍໃນມີ835ຄົນ ແລະ ຕິດເຊື້ອນໍາເຂົ້າ01ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ835 ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງວຽງຈັນ 394 ຄົນ
2. ເຊກອງ 63 ຄົນ
3. ວຽງຈັນ 47 ຄົນ
4. ອຸດົມໄຊ 46 ຄົນ
5. ບໍ່ແກ້ວ 41 ຄົນ
6. ຫົວພັນ 35 ຄົນ
7. ໄຊຍະບູລີ 28 ຄົນ
8. ບໍລິຄຳໄຊ 26 ຄົນ
9. ຫຼວງພະບາງ 25 ຄົນ
10. ຫຼວງນ້ຳທາ 23 ຄົນ
11. ຊຽງຂວາງ 22 ຄົນ
12. ໄຊສ ົມບູນ 20 ຄົນ
13. ຜົ້ງສາລີ 17 ຄົນ
14. ຄຳມ່ວນ 13 ຄົນ
15. ຈຳປາສັກ 9 ຄົນ
16. ສາລະວັນ 9 ຄົນ
17. ອັດຕະປື 9 ຄົນ
18. ສະຫວັນນະເຂດ 8 ຄົນ
• ສ່ວນກໍລະນີນຳເຂົ້າ1ຄົນຈາກ ນະຄອນຫຼວງວຽງຈັນ ໂດຍແມ່ນຜູ້ທີ່ເດີນທາງມາຈາກຕ່າງປະເທດ ໄດ້ເກັບຕົວຢ່າງພາຍຫຼັງມາຮອດ ແລະ ເຂົ້າຈຳກັດບໍລິເວນຕາມສະຖານທີ່ຄະນະສະເພາະກິດກຳນົດໄວ້.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ114.787ກໍລະນີ, ອອກໂຮງໝໍວານນີ້914ຄົນ ແລະ ກຳລັງປິ່ນປົວ 8.236ຄົນ ແລະ ເສຍຊີວິດສະສົມທັງໝົດ409ຄົນ (ເສຍຊີວິດໃໝ່6ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 12ຄົນຈາກ: ນະຄອນຫຼວງ 4 ຄົນ,ບໍ່ແກ້ວ 1 ຄົນແລະ ອຸດົມໄຊ 1 ຄົນ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ສະພາບການລະບາດໃນທົ່ວໂລກຫຼາຍປະເທດມີການລາຍງານຜູ້ຕິດເຊື້ອເພີ່ມຂື້ນ ມາຮອດມື້ນີ້ໂຕເລກຕິດເຊື້ອລາຍງານຫຼາຍກ່ວາ 2 ລ້ານຄົນ ເຫັນໄດ້ວ່າໂຕເລກຕິດເຊື້ອເພີ່ມຂື້ນເທົ່າໂຕ ໃນນັ້ນ ສະຫະລັດອາເມລິກາມີລາຍງານຕິດເຊື້ອ ສູງກ່ວາ 1 ລ້ານຄົນ ເຊີ່ງທັງໝົດນີ້ກໍ່ສືບເນື່ອງມາຈາກມີຈຳນວນຄົນຫຼວງຫຼາຍອອກມາສະເຫຼີມສະຫຼອງປີໃໝ່ສາກົນ ແລະ ບໍ່ມີມາດຕະການປ້ອງກັນຕົນເອງທີ່ດີ. ມາຮອດປັດຈຸບັນການລະບາດຂອງສາຍພັນໂອໄມຄຣອນໄດ້ພົບເຫັນຫຼາຍກ່ວາ 130 ປະເທດ ແລະ ຜົນການຄົ້ນຄ້ວາດ້ານວິຊາການເບື້ອງຕົ້ນ ໃນປະເທດອາຟຣິກກາໃຕ້ກໍ່ຄືປະເທດອັງກິດ ພົບວ່າສາຍພັນໂອມີຄຣອນເຖີງຈະຕິດເຊື້ອໄດ້ງ່າຍ ແລະ ແຜ່ສູ່ຄົນອ້ອມຂ້າງໄດ້ໄວ ແຕ່ກໍ່ສ້າງຄວາມຮຸນແຮງ ແລະ ເປັນສາເຫດໃຫ້ແກ່ການເສຍຊີວິດໜ້ອຍກ່ວາສາຍພັນເດວຕາ ແລະ ກໍ່ຍັງພົບວ່າວັກຊີນທຸກຊະນິດທີ່ໃຊ້ໃນປັດຈຸບັນແມ່ນຍັງມີປະສິດທິພາບໃນການປ້ອງກັນ ແຕ່ໄລຍະຂອງການປ້ອງກັນອາດຈະຫຼຸດລົງ ດັ່ງນັ້ນ, ຫຼາຍປະເທດລວມທັງປະເທດເຮົາກໍ່ແນະນຳໃຫ້ສັກວັກຊີນເຂັມກະຕຸ້ນ. ແຕ່ສີ່ງທີ່ເຮົາຮູ້ຢ່າງແນ່ນອນວ່າ ເມື່ອໂອມິຄຣອນຫາກລະບາດສູ່ຊຸມຊົນແມ່ນຈະມີຈຳນວນຄົນຕິດເຊື້ອຢ່າງຫຼວງຫຼາຍ ເຊີ່ງອາດຈະສົ່ງຜົນກະທົບຕໍ່ຈຳນວນຄອງຕຽງໃນສະຖານທີ່ບໍລິການປີ່ນປົວທີ່ມີຢູ່ ໂດຍສະເພາະໃນກຸ່ມທີ່ບໍ່ທັນໄດ້ສັກວັກຊີນ ຫຼື ມີພູມປ້ອງກັນຫຼຸດລົງເຊັ່ນ ໃນກຸ່ມຜູ້ສູງອາຍຸ, ຜູ້ມີພະຍາດປະຈຳໂຕ. ດັ່ງນັ້ນ ພັກ ແລະ ລັດຖະບານ ກໍ່ຄື ກະຊວງສາທາລະນະສຸກຂອງ ສປປລາວ ຈີ່ງໃຫ້ຄວາມສຳຄັນເປັນພິເສດໃນການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນບໍ່ໃຫ້ສາຍພັນໂອມິຄຣອນເຂົ້າມາໃນປະເທດຂອງພວກເຮົາໂດຍມີການກັ່ນກອງ ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ລົງເລິກສາຍພັນຂອງພະຍາດໂຄວິດ-19ໃນກຸ່ມທີ່ເດີນທາງມາຈາກຕ່າງປະເທດ.
• ສປປລາວ ມື້ນີ້ກໍ່ເປັນອີກມື້ໜື່ງທີ່ການລາຍງານຄົນເຈັບຕິດເຊື້ອໃນ ສປປລາວ ພົບຜູ້ຕິດເຊື້ອ 836 ກ່ວາຄົນອັດຕາການກວດພົບເຊື້ອແມ່ນ 20.19% ທຽບໃສ່ຈຳນວນຕົວຢ່າງທີ່ກວດທັງໝົດ 4.140 ຕົວຢ່າງ ຖືວ່າເປັນໂຕເລກທີ່ມີອັດຕາການພົບເຊື້ອຍັງສູງຢູ່ ສະນັ້ນພວກເຮົາກໍ່ບໍ່ຄວນລະເຫຼີງ ຫຼື ນີ້ງນອນໃຈເທື່ອ, ພວກເຮົາທຸກຄົນຈະຕ້ອງເພີ້ມທະວີມາດຕະການປ້ອງກັນຕົນເອງໃຫ້ຫຼາຍຂື້ນກ່ວາເກົ່າ
• ປະຈຸບັນ ຄືດັ່ງທີ່ໄດ້ລາຍງານໃນມື້ວານວ່າອົງການອະນາໄມໂລກຮຽກຮ້ອງໃຫ້ທຸກປະເທດສັກວັັກຊີນໃຫ້ປະຊາກອນຕົນເອງໃຫ້ກວມເອົາ70% ຂື້ນໄປ, ສະນັ້ນເຫັນໄດ້ວ່າບັນດາປະເທດໃນທົ່ວໂລກ ລວມທັງ ສປປລາວ ເຮົາ ແມ່ນເຫັນຄວາມສຳຄັນ ໃນການໃຫ້ວັກຊິນ ທົ່ວປວງຊົນ ເພື່ອເປັນການສ້າງພູມຄຸ້ມກັນໃນຊຸມຊົນ ແລະ ຖືວ່າເປັນມາດຕະການອີກອັນນຶ່ງທີ່ຈະສາມາດຢັບຢັ້ງ ແລະ ຫຼຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ອອກເປັນວົງກ້ວາງ ໃນສັງຄົມ. ດັ່ງນັ້ນ ພັກ ແລະ ລັດຖະບານ ແມ່ນສືບຕໍ່ຈັດຫາວັກຊິນເພີ້ມ ເພື່ອໃຫ້ປະຊາຊົນໃນຂອບເຂດທົ່ວປະເທດ ໄດ້ຮັບວັກຊີນຕາມຄາດໝາຍທີ່ວາງໄວ້ ແລະ ໃຫ້ໄດ້ຮັບຫຼາຍທີ່ສຸດ ພ້ອມກັນນີ້ ກໍ່ໄດ້ເຮັດແຜນແຈກຢາຍ ໃຫ້ແຕ່ລະພາກສ່ວນ ຕາມສະພາບ ແລະ ເງື່ອນໄຂຕົວຈິງຂອງແຕ່ລະບ່ອນ ຢ່າງເໝາະສົມ. ປັດຈຸບັນ ກຳລັງເລັ່ງສັກເຂັມທີ 3 ແລະ ກຸ່ມນັກຮຽນອາຍຸ 12-17 ປີ ກໍ່ຂໍໃຫ້ບັນດາທ່ານ ຈົ່ງພາກັນໄປສັກໃນສະຖານທີ່ໃກ້ບ້ານທ່ານເພື່ອຫຼຸດຜ່ອນອັດຕາການເຈັບໜັກແລະເສຍຊີວິດ.
• ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດ:
– ເຂັມ1ໄດ້4.593.945(ກວມເອົາ62,61%) ເຊີ່ງພວກເຮົາຈະຕ້ອງໄດ້ສູ້ຊົນຕໍ່ເພື່ອບັນລຸເປົ້້າໝາຍທີ່ທາງອົງການອະນາໄມໂລກໄດ້ກຳນົດໄວ້ ລວມທັງເປົ້າໝາຍຂອງປະເທດພວກເຮົາທີ່ວາງໄວ້
– ທຸກເຂັມທີ່ແນະນໍາ3.658.585 (ກວມເອົາ49,86%)
– ກຸ່ມອາຍຸ 12-17 ປີ ໄດ້ 478.654 ຄົນ (ເຂັມ 1 = 55,3%)
• ປະຈຸບັນ ຄະນະສະເພາະກິດກໍ່ໄດ້ອະນຸຍາດໃຫ້ຜູ້ທີ່ຕິດເຊື້ອທີ່ມີອາການເບົາບາງ ຫຼື ບໍ່ມີອາການສາມາດປິ່ນປົວຕົນເອງຢູ່ເຮືອນການປິ່ນປົວຢູ່ເຮືອນ ຄວນມີຫ້ອງແຍກປ່ຽວ ແລະ ຫຼີກລ້ຽງ ການສຳຜັດໃກ້ຊິດກັບບຸກຄົນອື່ນ ເພື່ອຫຼຸດຜ່ອນການແຜ່ເຊື້ອໃຫ້ຄົນອ້ອມຂ້າງ. ພ້ອມດຽວກັນນີ້ ກໍ່ຂໍໃຫ້ຜູ້ຕິດເຊື້ອທີ່ມີຈຸດປະສົງປິ່ນປົວຢູ່ເຮືອນ ຈິງໃຈລາຍງານຄວາມເປັນຈິງຂອງສະພາບອາການຕົນເອງ ເມື່ອແພດໂທສອບຖາມ ເພື່ອຕິດຕາມອາການນັ້ນ ແລະ ກໍ່ຕ້ອງຮູ້ປະເມີນອາການຂອງຕົນເອງໃນແຕ່ລະວັນ (ຖ້າມີອາການໄຂ້ສູງ, ຫາຍໃຈຍາກ, ຫຼືໄອຫຼາຍ…)ແມ່ນໃຫ້ໂທຫາສາຍດ່ວນ 164 ຫຼື ອຳນາດການປົກຄອງບ້ານໂດຍໄວເພື່ອຈະໄດ້ນຳສົ່ງໄປໂຮງໝໍໃຫ້ທັນເວລາ. ເພາະຜ່ານມາຜູ້ຕິດເຊື້ອມີອາການໄຂ້ສູງ, ຫັນໃຈຍາກ ຫຼື ຜູ້ສູງອາຍຸ, ແມ່ຍິງຖືພາ ແລະ ຜູ້ມີພະຍາດປະຈຳໂຕ ແມ່ນມີຄວາມສ່ຽງທີ່ຈະກ້າວໄປສູ່ຂັ້ນຮຸນແຮງ ແລະ ເສຍຊີວິດສູງ ຈີ່ງບໍ່ຄວນປິ່ນປົວຢູ່ເຮືອນຢ່າງເດັດຂາດ .