ວັນທີ 4 ເມສາ 2022 ໄດ້ກວດວິເຄາະທັງໝົດ 4,754 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,272 ຄົນ (ຕິດເຊື້ອພາຍໃນ 2,223 ຄົນ ແລະ ນໍາເຂົ້າ 49 ຄົນ).
– ຂໍ້ມູນໂດຍຫຍໍ້ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ມີທັງໝົດ 2,223 ຄົນ ຈາກ 16 ແຂວງ ແລະນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 1376 ຄົນ
2. ວຽງຈັນ 106ຄົນ
3. ສະຫັວນນະເຂດ 94 ຄົນ
4. ຄໍາມ່ວນ 85 ຄົນ
5. ອຸດົມໄຊ 75 ຄົນ
6. ໄຊຍະບູລີ 73 ຄົນ
7. ຜົ້ງສາລີ 68 ຄົນ
8. ອັດຕະປື 61 ຄົນ
9. ຊຽງຂວາງ 58 ຄົນ
10. ຫຼວງພະບາງ 56 ຄົນ
11. ບໍລິຄໍາໄຊ 45 ຄົນ
12. ໄຊສົມບູນ 36 ຄົນ
13. ສາລະວັນ 32 ຄົນ
14. ບໍ່ແກ້ວ 17 ຄົນ
15. ຫົວພັນ 17 ຄົນ
16. ເຊກອງ 16 ຄົນ
17. ຫຼວງນໍ້າທາ 8 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 49 ຄົນ ຈາກແຂວງຈຳປາສັກ 24 ຄົນ, ສະຫວັນນະເຂດ 13 ຄົນ, ຄຳມ່ວນ 9 ຄົນ ແລະ ນະຄອນຫຼວງ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 186,870 ຄົນ, ອອກໂຮງໝໍວານນີ້ 673 ຄົນ, ກຳລັງປິ່ນປົວ 5,047 ຄົນ ແລະເສຍຊີວິດທັງໝົດ 682 ຄົນ (ມື້ນີ້ກໍ່ຖືເປັນຂ່າວດີພວກເຮົາບໍ່ມີຜູ້ເສຍຊີວິດໃໝ່)
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
