ສະພາບການຕິດເຊືື້ອພະຍາດໂຄວິດ 19 ໃນມືື້ວານນີ້້ ວັນທີ 5 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,874 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 484ຄົນ ( ຊຸມຊົນ 468 ຄົນ ແລະ ຕິດເຊື້ອນໍາເຂົ້າ 16 ຄົນ )
ຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊືື້ອໃໝ່ໃນຊຸມຊົນ ທັງໝົດມີ 468 ຊຶ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 206 ຄົນ:
o ເມືອງຈັນທະບູລີ ມີ 08 ບ້ານ
o ເມືອງສີໂຄດຕະບອງ ມີ 12 ບ້ານ
o ເມືອງໄຊເສດຖາ ມີ 06 ບ້ານ
o ເມືອງສີສັດຕະນາກ ມີ 08 ບ້ານ
o ເມືອງນາຊາທອງ ມີ 08 ບ້ານ
o ເມືອງໄຊທານີ ມີ 14 ບ້ານ
o ເມືອງຫາດຊາຍຟອງ ມີ 07 ບ້ານ
2. ຫຼວງພະບາງ 96 ຄົນ:
o ເມືອງນໍ້າບາກ ມີ 30 ຄົນ (ທັງໝົດເຮັດວຽກຢູ່ສວນກ້ວຍຈີນບ້ານນະຄອນ)
– ບ້ານໂພນສະອາດ ມີ 22 ຄົນ (ພະນັກງານສາທາທັງໝົດ)
– ບ້ານນໍ້າຖ້ວມ ມີ 01 ຄົນ
– ບ້ານຟ້າ ມີ 04 ຄົນ
– ບ້ານນໍ້າລາ ມີ 02 ຄົນ
– ບ້ານໂພນໄຊ ມີ 01 ຄົນ
o ເມືອງງອຍ ມີ 57 ຄົນ
– ບ້ານເຄື່ອນນໍ້າອູ່ 23 ຄົນ (ກຳມະກອນເຮັດວຽກຢູ່ເຂື່ອນນ້ຳອູ 3)
– ບ້ານໜອງຂຽວ ມີ 17 ຄົນ
– ບ້ານປາກບາກ ມີ 17 ຄົນ
o ນະຄອນຫລວງພະບາງ ມີ 04 ຄົນ (ບ້ານພູຊ້າງ, ບ້ານເມືອງງາ, ບ້ານສັງກະໂລກແລະບ້ານວັດທາດມີບ້ານລະ 01 ຄົນ)
o ເມືອງຊຽງເງີນມີ 04 ຄົນ (ບ້ານຊຽງເງິນ)
o ເມືອງນານ ມີ 01 ຄົນ (ບ້ານໂພນໄຊ)
3. ບໍ່ແກ້ວ 78 ຄົນ: ຈາກເມືອງຫ້ວຍຊາຍ, ບ້ານໂພນງາມ 7 ຄົນ ແລະບ້ານໂພນໂຮມ 01 ຄົນແລະກຳມະກອນກໍ່ສ້າງສະໜາມບິນເຂດເສດຖະກິດພິເສດ 70 ຄົນຊຶ່ງແມ່ນຄົນພະມ້າທັງໝົດ
4. ສະຫວັນນະເຂດ 58 ຄົນ:
– ນະຄອນໄກສອນ ມີ 46 ຄົນ
– ເມືອງອຸທຸມພອນ ມີ 10 ຄົນ
– ເມືອງອາດສະພັງທອງ ມີ 01 ຄົນ
5. ແຂວງວຽງຈັນ 17 ຄົນ:
– ເມືອງວັງວຽງ ມີ 11 ຄົນ (ບ້ານຫ້ວຍແຍ້ ມີ 06 ຄົນ; ບ້ານໂພນຊູ ມີ 04 ຄົນ ແລະ ບ້ານວັງວຽງ ມີ 01 ຄົນ)
– ເມືອງວຽງຄໍາ ມີ 03 ຄົນ (ບ້ານໂພນໝີໃຕ້)
– ເມືອງແກ້ວອຸດົມ ມີ 03 ຄົນ (ບ້ານແສງສະຫວ່າງ)
6. ຈໍາປາສັກ 7 ຄົນ:
– ນະຄອນປາກເຊ ມີ 03 ຄົນ (ບ້ານຊົ້ງໃຫ່ຍ, ບ້ານສະພານໄຊແລະບ້ານໂນນສະຫວ່າງມີບ້ານລະ 01 ຄົນ)
– ເມືອງບາຈຽງຈະເລີນສຸກ ມີ 02 ຄົນ (ບ້ານລົ່ມສັກເໜຶອ ແລະ ບ້ານຫ້ວຍລຶສີມີບ້ານລະ 01 ຄົນ)
– ເມືອງໂພນທອງ ມີ 01 ຄົນ (ບ້ານໃໝ່ສີວິໄລ)
– ເມືອງປະທຸມພອນ ມີ 01 ຄົນ (ບ້ານນາສາຍຄໍາ)
7. ຄໍາມ່ວນ 4 ຄົນ: ບ້ານໂພນສູງ: 2 ຄົນແລະບ້ານລໍາມະລາດ: 2 ຄົນ (ໃນນີ້ມີຜູ້ຍິງຖືພາສາມເດືອນໜຶ່ງຄົນ)
8. ຊຽງຂວາງ 2 ຄົນ: ຊຶ່ງໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານຫໍສິມ
ສໍາລັບຜູ້ຕິດເຊືື້ອໃນຊຸມຊົນເຫຼົ່ານີີ້ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 16 ຄົນ ຄື: 07 ຄົນ ຈາກສະຫວັນນະເຂດ, ນະຄອນຫຼວງວຽງຈັນ 07 ຄົນ ແລະ ຈາກ ແຂວງບໍ່ແກ້ວ 02 ຄົນ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 5 ຕຸລານີ້ ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 26,462 ຄົນ, ເສຍຊີວິດສະສົມ 23 (01 ໃໝ່),ປິ່ນປົວດີ ແລະ ກັບບ້ານ ມີ 284 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6,558 ຄົນ.
ສຳລັບ ຄົນເຈັບ 1 ຄົນ ເສຍຊີວີດ, ລາຍລະອຽດ ດັ່ງນີ້:
– ເພດຊາຍ, ອາຍຸ 74 ປີ, ບ້ານໜອງຈັນ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ, ມີປະຫວັດພະຍາດປະຈຳໂຕ ແລະ ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19. ຜູ້ກ່ຽວເຂົ້າມານອນປິ່ນປົວຢູ່ໂຮງໝໍເສດຖາທິຣາດ ໃນວັນທີ 20 ກັນຍາ 2021 (ຄອບຄົວຕິດເຊື້ອໝົດທຸກຄົນ). ວັນທີ 21 ກັນຍາ 2021 ມີອາການໄອ ຈຶ່ງໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19. ຜູ້ກ່ຽວນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ 15 ມື້,ຈົນມາຮອດວັນທີ 5 ຕຸລາ 2021 ເວລາ 15:00 ໂມງ ຜູ້ກ່ຽວໄດ້ເສຍຊີວີດ.
 ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງແມ່ນທ່ານສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊືື້ອພະຍາດໂຄວິດ-19 ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມທີ່ທາງຄະນະສະເພາະກິດຂອງແຂວງໄດ້ແຈ້ງບອກ ພ້ອມດຽວກັນທາງແຂວງກໍ່່ມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດໃນຊຸມຊົນເພື່ອເກັບຕົວຢ່າງ ຄົ້ນຫາຄົນຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນິ້:
 ຈຸດກວດຄົງທີ່: ທຸກຈຸດກວດ ໃຫ້ບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
– ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ ແມ່ນມີ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 5 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ.
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປ່າແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4. ສໍາລັບຈຸດບໍລິການສູນການຄ້າລາວໄອເຕັກ ໄດ້ໂຈະການບໍລິການຊົ່ວຄາວ ເນື່ອງຈາກມີການລະດົມທີມແພດ ໄປຊ່ວຍຈຸດອື່ນ. ຄະນະສະເພາະກິດຈະແຈ້ງໃຫ້ຊາບ ວັນເວລາ ທີ່ຈະເປີດບໍລິການຄືນໃໝ່ ທີ່ຈຸດບໍລິການ ຂອງສູນການຄ້າລາວໄອເຕັກ
• ສຳລັບຄົນທີ່ທ່ານບໍ່ໄດ້ຢູ່ບ້ານແດງ: ທ່ານທີ່ໄປສັກເຂັມ 1 ແມ່ນໃຫ້ສະເໜີຂໍອະນຸຍາດອໍານາດການປົກຄອງບ້ານເພື່ອອອກໃບຢັ້ງຢືນໃຫ້ , ສ່ວນທ່ານທີ່ໄປສັກເຂັມ 2 ແມ່ນໃຫ້ ເອົາບັດຂຽວທີ່ສັກເຂັມ1 ແລ້ວໄປຢັ້ງຢືນຕໍ່ເຈົ້າໜ້າທີ່ປະຈໍາດ່ານກວດເພື່ອອໍານວຍຄວາມສະດວກແກ່ຜູ້ຈະໄປຮັບວັກຊີນປ້ອງກັນ ໂຄວິດ – 19
• ສໍາລັບທ່ານໃດທີ່ຢູ່ບ້ານແດງນັ້ນແມ່ນຈະມີທີມເຄື່ອນທີ່ໄປໃຫ້ບໍລິການສັກວັກຊີນຢູ່ບ້ານ ທີ່ເປັນເຂດແດງ
• ບ້ານແດງໃນທົ່ວປະເທດ ຂອງວັນທີ 5 ຕຸລາ 2021 ມີ: 390 ບ້ານ, 44 ເມືອງ ແລະ 10 ແຂວງ
•ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ມາເປັນເຂດເຫຼືອງ ແມ່ນບໍ່ມີ
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 5 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,957 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອພະຍາດໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼືໂຮງແຮມຈໍາກັດບໍລິເວນ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈຶ່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 99 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 6,666 ຄົນ (ສູນ 4.636 ຄົນ ແລະ ໂຮງແຮມ 2.030 ຄົນ).
Loading...