ວັນທີ 05 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3,867 ຕົວຢ່າງໃນຂອບເຂດທົ່ວປະເທດແລະພົບເຊື້ອທັງໝົດ 889 ຄົນ(ຕິດເຊື້ອພາຍໃນມີ 889 ຄົນ ແລະ ຕິດເຊື້ອນໍາເຂົ້າ 0 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 889 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນເຊິ່ງມີລາຍລະອຽດດັ່ງນີ້:

  1. ນະຄອນຫຼວງ 263 ຄົນ ໃນ 120 ບ້ານ ແລະ 9 ເມືອງ
  • ເມືອງຈັນທະບູລີ ມີ 18 ບ້ານ (33 ຄົນ)
  • ເມືອງສີໂຄດຕະບອງ ມີ 23 ບ້ານ (48 ຄົນ)
  • ເມືອງໄຊເສດຖາ ມີ 28 ບ້ານ (59 ຄົນ)
  • ເມືອງສີສັດຕະນາກມີ 10 ບ້ານ (46 ຄົນ)
  • ເມືອງນາຊາຍທອງ ມີ 9 ບ້ານ (15 ຄົນ)
  • ເມືອງໄຊທານີ ມີ 19 ບ້ານ (31 ຄົນ)
  • ເມືອງຫາດຊາຍຟອງ ມີ 10 ບ້ານ (19 ຄົນ)
  • ເມືອງປາກງື່ມ ມີ 03 ບ້ານ (03 ຄົນ)
  • ເມືອງສັງທອງ ມີ 02 ບ້ານ (06 ຄົນ)
  • ເຫຼືອນັ້ນແມ່ນຍັງສືບຕໍ່ເອົາຂໍ້ມູນ
  1. ຫຼວງພະບາງ ມີ 87 ຄົນ ໃນ 35 ບ້ານ ແລະ 5 ເມືອງ
  2. ອຸດົມໄຊ ມີ 82 ຄົນ ໃນ 29 ບ້ານ ແລະ 4 ເມືອງ
  3. ແຂວງວຽງຈັນ ມີ 66 ຄົນ ໃນ 27 ບ້ານ ແລະ 8 ເມືອງ
  4. ໄຊຍະບູລີ ມີ 66 ຄົນ ໃນ 15 ບ້ານ ແລະ 2 ເມືອງ
  5. ຫົວພັນ ມີ 54 ຄົນ ໃນ 12 ບ້ານ ແລະ 3 ເມືອງ
  6. ບໍ່ແກ້ວ ມີ 51 ຄົນ ໃນ 26 ບ້ານ ແລະ 2 ເມືອງ
  7. ສະຫວັນນະເຂດ ມີ 43 ຄົນ ໃນ 25 ບ້ານ ແລະ 8 ເມືອງ
  8. ຫຼວງນໍ້າທາ ມີ 32 ຄົນ ໃນ 17 ບ້ານ ແລະ 3 ເມືອງ
  9. ເຊກອງ ມີ 28 ຄົນ ໃນ 9 ບ້ານ ແລະ 2 ເມືອງ
  10. ຈຳປາສັກ ມີ 25 ຄົນ ໃນ 10 ບ້ານ ແລະ 2 ເມືອງ
  11. ຊຽງຂວາງ ມີ 21 ຄົນ ໃນ 11 ບ້ານ ແລະ 3 ເມືອງ
  12. ໄຊສົມບູນ ມີ 19 ຄົນ ໃນ 4 ບ້ານ ແລະ 3 ເມືອງ
  13. ສາລະວັນ ມີ 18 ຄົນ ໃນ 7 ບ້ານ ແລະ 4 ເມືອງ
  14. ຄຳມ່ວນ ມີ 10 ຄົນ ໃນ 6 ບ້ານ ແລະ 4 ເມືອງ
  15. ອັດຕະປື ມີ 9 ຄົນໃນ6ບ້ານ ແລະ 2 ເມືອງ
  16. ບໍລິຄຳໄຊ ມີ 9 ຄົນ ໃນ 5 ບ້ານ ແລະ 4 ເມືອງ
  17. ຜົ້ງສາລີ ມີ 6 ຄົນ ໃນ 4 ບ້ານ ແລະ 3 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 0 ຄົນ

ມາຮອດວັນທີ 06 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 80,722 ຄົນ, ເສຍຊີວິດສະສົມ 210 ຄົນ(ໃໝ່ 03), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 839ຄົນ, ກໍາລັງປິ່ນປົວ 12,088 ຄົນ.

  • ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:

1). ເພດຊາຍ, ອາຍຸ 77 ປີ, ບ້ານໄຊອຸດົມ, ເມືອງອຸທຸມພອນ, ແຂວງສະຫັວນນະເຂດ

– ພະຍາດປະຈໍາຕົວ: ອຳມະພາດເປັນມາໄດ້ 04 ປີແລ້ວກິນຢາປະຈໍາ

– ບໍ່ໄດ້ຮັບການສັກກັນພະຍາດໂຄວິດ-19

– ເວລາ 19:30ໂມງຂອງວັນທີ 27 ພະຈິກ 2021: ໄດ້ໄປກວດຢູ່ໂຮງໝໍແຂວງສະຫັວນນະເຂດດ້ວຍອາການໄຂ້, ໄອແຫ້ງໆ, ຫາຍໃຈຝືດແໜ້ນໜ້າເອິກ, ອິດເມື່ອຍມາໄດ້ 02 ມື້, ຜົນກວດອອກມາພົບເຊື້ອໂຄວິດ-19.

– ໄດ້ປິ່ນປົວແຕ່ວັນທີ 27 ພະຈິກ ຫາ 04 ທັນວາ 2021 ລວມເປັນເວລາ 08 ວັນ

– ຮອດເວລາ 18:45 ໂມງ ຂອງວັນທີ 4 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ

2). ເພດຍິງ, ອາຍຸ 38 ປີ, ບ້ານດົງໜໍ່ເມືອງຊະນະຄາມແຂວງວຽງຈັນ (ນັບເປັນຄົນເຈັບນະຄອນຫລວງວຽງຈັນ)

– ພະຍາດຜ່ານມາ: ພູມຄຸ້ມກັນບົກພ່ອງແລະຜູ້ກ່ຽວເປັນຄົນພິການແຕ່ກໍາເນີດ

– ບໍ່ໄດ້ຮັບການສັກກັນພະຍາດໂຄວິດ-19

– ເຂົ້າມາໂຮງໝໍມິດຕະພາບວັນທີ 03 ທັນວາ 2021, ອາການເບື້ອງຕົ້ນ: ໄອຫາຍໃຈຝືດຫາຍໃຈມີສຽງດັງມີອາການແໜ້ນເອິກຮາກຫຼາຍເທື່ອ, ອາການຊີວິດບໍ່ດີ.

– ເວລາ 12:00 ໂມງ ຂອງວັນທີ 05 ທັນວາ 2021 ຄົນເຈັບອິດເມື່ອຍຫຼາຍ ແລະເສຍຊີວິດ

  1. ເພດຍິງ, ອາຍຸ 71 ປີ, ບ້ານໂນນສະຫວັນ, ເມືອງໄຊເສດຖາ, ນະຄອນຫລວງ.

– ພະຍາດປະຈຳໂຕ: ຄວາມດັນເລືອດສູງ, ເບົາຫວານ(ບໍ່ໄດ້ຕິດຕາມ)

– ບໍ່ໄດ້ຮັບການສັກກັນພະຍາດໂຄວິດ-19

– ກ່ອນໜ້ານີ້ໄຂ້, ໄອ, ຫາຍໃຈຝືດມາໄດ້ 1 ອາທິດ

– ເວລາ 14:00 ໂມງ ຂອງວັນທີ 01 ທັນວາ 2021 ຄົນເຈັບເຂົ້າມາປິ່ນປົວຢູ່ໂຮງໝໍດ້ວຍອາການອິດເມື່ອຍ,ຈືດມ້ານ,ຖ່າຍເປັນເລືອດສີແດງສົດກວດພົບເຊື້ອພະຍາດໂຄວິດ-19

– ເວລາ 01:30 ໂມງ ຂອງວັນທີ 05 ທັນວາ 2021: ຄົນເຈັບມີອາການກະວົນກະວາຍ,ຫາຍໃຈຝືດ, ຫາຍໃຈຫອບແລະນອນພຽງບໍ່ໄດ້, ຄົນເຈັບໄດ້ເສຍຊີວິດ.

ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ

  • ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
  • ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 2 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
  • ຈຸດກວດຄົງທີ່

ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ

ມສ ເຈົ້າອານຸວົງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ

  • ໜ່ວຍກວດເຄື່ອນທີ່:
  • ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
  • ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
  • ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
  1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ

ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).

  1. ໂຮງໝໍເມືອງ 9 ຕົວເມືອງ
  2. ວັດຈີນ ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ (ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ).

ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້

ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:

  • ບ້ານແດງໃນທົ່ວປະເທດ ມີ: 1,147 ບ້ານ ໃນ 110 ເມືອງ ຈາກ 18 ແຂວງ
  • ບ້ານທີ່ກໍານົດເປັນເຂດແດງໃໝ່ ມີ 8 ບ້ານ ໃນ 8 ເມືອງ ຈາກ 06 ແຂວງ

 

ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ,​ ກະຊວງສາທາລະນະສຸກ.

  • ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ

ວັນທີ 05 ທັນວາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,581 ຄົນ.ຮອດປະຈຸບັນທົ່ວປະເທດມີຜູ້ຈຳກັດບໍລິເວນທັງໝົດ 4,370 ຄົນ (ສູນ 2,871 ຄົນ ແລະ ໂຮງແຮມ 1,499 ຄົນ) ໃນ 85 ສູນ ແລະ 59 ໂຮງແຮມ.

Loading...