ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ5ມັງກອນ2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ4.942ຕົວຢ່າງໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ1.083ຄົນ(ຕິດເຊື້ອພາຍໃນທັງໝົດ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ1.083ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງວຽງຈັນ 347ຄົນ
2. ອຸດົມໄຊ 143 ຄົນ
3. ຜົ້ງສາລີ 91 ຄົນ
4. ໄຊຍະບູລີ 83 ຄົນ
5. ຫຼວງນ້ຳທາ 79 ຄົນ
6. ວຽງຈັນ 57 ຄົນ
7. ຫຼວງພະບາງ 45 ຄົນ
8. ບໍ່ແກ້ວ 42 ຄົນ
9. ຫົວພັນ 34 ຄົນ
10. ເຊກອງ 32 ຄົນ
11. ບໍລິຄຳໄຊ 31 ຄົນ
12. ສາລະວັນ 22 ຄົນ
13. ຊຽງຂວາງ 22 ຄົນ
14. ຈຳປາສັກ 14 ຄົນ
15. ຄຳມ່ວນ 12 ຄົນ
16. ໄຊສ ົມບູນ 12 ຄົນ
17. ອັດຕະປື 9 ຄົນ
18. ສະຫວັນນະເຂດ 8 ຄົນ
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ115.870ກໍລະນີ, ອອກໂຮງໝໍວານນີ້292ຄົນ ແລະ ກຳລັງປິ່ນປົວ 8.129ຄົນ ແລະ ເສຍຊີວິດສະສົມທັງໝົດ411ຄົນ (ເສຍຊີວິດໃໝ່2ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 2ຄົນຈາກ: ແຂວງວຽງຈັນ1 ຄົນແລະ ຫຼວງນ້ຳທາ 1 ຄົນ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ສະພາບການລະບາດພະຍາດໂຄວິດ-19 ໃນ ສປປລາວຍັງສືບຕໍ່ມີລາຍງານຜູ້ຕິດເຊື້ອເພີ່ມຂື້ນ, ມື້ນີ້ກໍ່ເປັນອີກມື້ໜື່ງທີ່ໂຕເລກຜູ້ຕິດເຊື້ອຫຼາຍກ່ວາ 1,000 ຄົນ ແລະ ການເພີ່ມຂື້ນກໍ່ສືບເນື່ອງຈາກພາຍຫຼັງການສະເຫຼີມສະຫຼອງປີໃໝ່ສາກົນທີ່ຜ່ານມາ ແລະ ຄາດຄະເນວ່າໂຕເລກລາຍງານຜູ້ຕິດເຊື້ອອາດຈະຍັງສືບຕໍ່ເພີ່ມຂື້ນ, ສະນັ້ນ ຈີ່ງຂໍຮຽກຮ້ອງໃຫ້ທຸກຄົນທີ່ມີອາການບໍ່ສະບາຍຄ້າຍຄືໄຂ້ຫວັດ ຫຼື ມີປະຫວັດໄດ້ສຳຜັດກັບຜູ້ຕິດເຊື້ອມາກ່ອນຈົ່ງພາກັນໄປກວດຫາເຊື້ອ ແລະ ປີ່ນປົວໃຫ້ທັນເວລາ.
• ໄລຍະນີ້ ກໍ່ກ້າວເຂົ້າສູ່ງານບຸນປະເພນີຂອງຫຼາຍຊົນຊາດຊົນເຜົ່າ, ໂດຍສະເພາະງານບຸນກີນຈຽງ, ງານບຸນປີໃໝ່ຂອງເຜົ່າກືມມຸ, ບຸນປະເພນີກອງເຂົ້າ,ງານດອງ,ງານຂື້ນເຮືອນໃໝ່ ແລະ ບຸນອື່ນໆ ເຊີ່ງເປັນບຸນປະເພນີທີ່ສືບເນື່ອງມາຈາກບັນພະບຸລຸດທີ່ເຄີຍໄດ້ປະຕິບັດມາ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງຄະນະສະເພາະກິດຂັ້ນແຂວງ, ເມືອງ, ອຳນາດກັານປົກຄອງທຸກຂັ້ນຈົ່ງເອົາໃຈໃສ່ ຊີ້ນຳການຈັດປະຕິບັດມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ,ໂດຍສະເພາະການຈັດງານປະເພນີກໍ່ຂໍໃຫ້ເຮັດແບບກະທັດຮັດສະເພາະຄົນໃນຄອບຄົວ, ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ ແລະ ຫຼີກລຽງການຊຸມແຊວແບບເປັນຈຸ້ມ ທັງນີ້ກໍ່ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອ ເພາະຫຼາຍທ່ານຄິດວ່າການຕິດເຊື້ອພະຍາດໂຄວິດ-19 ປັດຈຸບັນບໍ່ມີອາການຮຸນແຮງ ແຕ່ກົງກັນຂ້າມຖ້າມີການຕິດເຊື້ອໃນຜູ້ສູງອາຍຸ ຫຼື ຜູ້ທີ່ມີພະຍາດປະຈຳໂຕ, ຜູ້ທີ່ບໍ່ທັນສັກວັກຊີນກໍ່ຈະເຮັດໃຫ້ມີອາການຮຸນແຮງ ແລະ ອາດຈະກ້າວສູ່ການເສຍຊີວິດໄດ້.
• ອີກເທື່ອໜື່ງ, ພວກເຮົາກໍ່ໄດ້ຮັບຟັງກ່ຽວກັບການຖະແຫຼງການກ່ຽວກັບການນຳໃຊ້ຢາປີ່ນປົວພະຍາດໂຄວີດ-19 ທີ່ ສປປລາວ ເຮົາສາມາດຜະລິດມານຳໃຊ້ ຖືວ່າເປັນຂ່າວດີຂອງສັງຄົມລາວທີ່ໄດ້ນຳໃຊ້ຢາປີ່ນປົວຢ່າງມີປະສິດທິພາບ ແລະ ຂ່າວດີອີກຢ່າງໜື່ງ ໃນບໍ່ດົນມານີ້ ທາງ ສປ ຈີນ ກໍ່ໄດ້ຄົ້ນພົບ ແລະ ທົດລອງນຳໃຊ້ຢາປີ່ນປົວພະຍາດໂຄວິດ-19 ທີ່ສາມາດຢັບຢັ້ງ ແລະ ປີ່ນປົວຜູ້ທີ່ຕິດເຊື້ອຈາກສາຍພັນໂອມິຄຣອນໄດ້ ສະນັ້ນຖືວ່າການຄົ້ນຄ້ວາໃນຄັ້ງນີ້ອາດຈະເປັນຂ່າວດີທີ່ພວກເຮົາຈະສາມາດຢັບຢັ້ງ ແລະ ຄວບຄຸມສະພາບການລະບາດໄດ້ ແຕ່ທັງນີ້ກໍ່ຕ້ອງຄຽງຄູ່ໄປກັບການເລັ່ງສັກຢາວັກຊີນໃຫ້ສູງຕາມເປົ້າໝາຍ.
Loading...