ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນສຸກ ວັນທີ 6 ສິງຫາ 2021. ໃຫ້ຮູ້ວ່າ:ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 5 ສິງຫາ 2021 :
ໄດ້ກວດວິເຄາະທັງໝົດ 2,200 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 267 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 10 ຄົນ ຄື:
ບໍ່ແກ້ວ 8 ຄົນ (ເມືອງຕົ້ນເຜິ້ງ)
ສະຫວັນນະເຂດ 1 ຄົນ
ຈຳປາສັກ 1 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 257 ຄົນ ຈາກ ນະຄອນຫຼວງ 35 ຄົນ, ວຽງຈັນ 1 ຄົນ, ໄຊຍະບູລີ 2 ຄົນ, ຫຼວງພະບາງ 1​ ຄົນ,​ ບໍລິຄຳໄຊ 1​ ຄົນ, ຄຳມ່ວນ 15 ຄົນ, ສະຫວັນນະເຂດ 73 ຄົນ, ສາລະວັນ 52 ຄົນ ແລະ ຈຳປາສັກ 77 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ປະຈຸບັນ ເນື່ອງຈາກບາງແຂວງຈະໄດ້ປິດເພື່ອປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ເພື່ອຮອງຮັບແຮງງານທີ່ຈະກັບມາໃນຕໍ່ໜ້າ. ສະນັ້ນ, ແຮງງານດັ່ງກ່າວ ຈະເຂົ້າມາຜ່ານນະຄອນຫຼວງວຽງຈັນ ເຊິ່ງພວກເຮົາຄາດຄະເນວ່າ ຈະມີແຮງງານເຂົ້າມາເປັນຈຳນວນຫຼວງຫຼາຍ ກໍ່ບໍ່ໃຫ້ບັນດາທ່ານແຕກຕື່ນ ເພາະທີມງານຈະໄດ້ເກັບຕົວຢ່າງ ແລະ ນຳສົ່ງພວກກ່ຽວເຂົ້າໄປສູນຈຳກັດບໍລິເວນທັນທີ ເມື່ອມາຮອດ. ຄະນະສະເພາະກິດຂັ້ນສູນກາງ ສົມທົບນະຄອນຫຼວງ ໄດ້ກະກຽມສະຖານທີ່ຮອງຮັບ ແລະ ຂະຫຍາຍໄປຫຼາຍແຫ່ງ ຈຶ່ງຂໍໃຫ້ບັນດາທ່ານໝັ້ນໃຈໃນການຕ້ອນຮັບແຮງງານດັ່ງກ່າວ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7,778 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3,887 ຄົນ.
ສຳລັບ ຈຸດບໍລິການກວດໂຄວິດ-19 ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານທຸກມື້.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
ວັນທີ 5 ສິງຫາ 2021 ມີຜູ້ເດີນທາງເຂົ້າມາຜ່ານດ່ານຕ່າງໆ ໃນ ສປປລາວ ທັງໝົດ 3,651 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ 14 ວັນ.
ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 79 ສູນ ແລະ 43 ໂຮງແຮມ ມີຜູ້ຈຳກັດບໍລິເວນ 13,398 ຄົນ.
ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ໃນອາຊຽນ ຍັງຄົງໜ້າເປັນຫ່ວງໃນຫຼາຍປະເທດ ມີຜູ້ຕິດເຊື້ອສະສົມເພິ່ມສູງຂຶ້ນ ຍ້ອນ ສາຍພັນເດວຕ້າ ຈຶ່ງເຮັດໃຫ້ບາງປະເທດກັບມາໃຊ້ມາດຕະການລ໋ອກດາວຄືນອີກ;
ສຳລັບ ສປປ ລາວ ຜູ້ທີ່ເດີນທາງເຂົ້າມາ ພາຍຫຼັງຈຳກັດບໍລິເວນຄົບກຳນົດ 14 ວັນ ຢູ່ສູນຂອງສູນກາງ/ແຂວງ ແລ້ວ ຈະໄດ້ສືບຕໍ່ໄປຈຳກັດບໍລິເວນຢູ່ສູນຂອງເມືອງ/ບ້ານ ຕື່ມອີກ 14 ວັນ ເພື່ອສະກັດກັ້ນ ການແຜ່ລະບາດໃນຊຸມຊົນບໍ່ໃຫ້ເປັນວົງກວ້າງ ຕ້ອງປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 956/ຫສນຍ, ລົງວັນທີ 3 ສິງຫາ 2021. ນອກຈາກນັ້ນ, ສັງເກດເຫັນວ່າ ຍັງມີບາງຮ້ານກິນດື່ມ ເປີດໃຫ້ບໍລິການແກ່ລູກຄ້າ ບໍ່ປະຕິບັດຕາມແຈ້ງການທີ່ຄະນະສະເພາະກິດວາງອອກ ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການລະບາດຮອບໃໝ່;
ໃນອາທິດນີ້ ພວກເຮົາໄດ້ຮັບວັກຊີນ AstraZeneca ຈຳນວນ 1 ລ້ານກວ່າໂດສ (ຈາກການຊ່ວຍເຫຼືອຂອງລັດຖະບານອັງກິດ ແລະ ລັດຖະບານຍີ່ປຸ່ນ) ມາສັກໃຫ້ແກ່ພໍ່ແມ່, ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈຶ່ງບໍ່ໃຫ້ບັນດາທ່ານກັງວົນວ່າວັກຊີນຈະບໍ່ພຽງພໍ ແລະ ຈະໄດ້ສັກໃຫ້ກຸ່ມເປົ້າໝາຍ ໃຫ້ໄດ້ຄາດໝາຍ 50% ຂຶ້ນໄປ ພາຍໃນປີ 2021 ນີ້. ເມື່ອທ່ານໄປຮັບວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ ຕ້ອງຊ່ວຍກັນຮັກສາຄວາມເປັນລະບຽບຮຽບຮ້ອຍ,​ ບໍ່ໃຫ້ແຊງຄິວກັນ, ໃຫ້ກຽດຜູ້ອາວຸໂສ, ມາຕາມນັດຂອງແພດໝໍ;
ເພື່ອກ້າວຂ້າມຜ່ານວິກິດນີ້ໄປດ້ວຍກັນ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງເຂັ້ມງວດໃນການປ້ອງກັນຕົນເອງ, ບໍ່ເອົາມືສຳຜັດໃບໜ້າ​, ໃສ່ຜ້າປິດປາກ-ດັງ, ຫຼີກລ້ຽງການອອກຈາກບ້ານ ຖ້າບໍ່ຈຳເປັນ, ຮັກສາໄລຍະຫ່າງ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ບໍ່ຈັດງານສັງສັນກັບໝູ່ຄູ່, ຖ້າທ່ານຮູ້ສຶກບໍ່ສະບາຍ ຫຼື ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຕ້ອງຮີບໄປພົບແພດ ເພື່ອເກັບຕົວຢ່າງກວດ ແລະ ຮັບການປິ່ນປົວທັນການ.