ວັນທີ 5 ເມສາ 2022 ໄດ້ກວດວິເຄາະທັງໝົດ 4,631ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,115 ຄົນ(ຕິດເຊື້ອພາຍໃນ 2,088 ຄົນ ແລະ ນໍາເຂົ້າ 27 ຄົນ).
– ຂໍ້ມູນໂດຍຫຍໍ້ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ມີທັງໝົດ 2,088 ຄົນ ຈາກ 17 ແຂວງ ແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 1167 ຄົນ
2 ວຽງຈັນ 107ຄົນ
3 ສະຫັວນນະເຂດ 86 ຄົນ
4 ຫຼວງພະບາງ 77 ຄົນ
5 ບໍລິຄໍາໄຊ 72 ຄົນ
6 ໄຊສົມບູນ 68 ຄົນ
7 ຄໍາມ່ວນ 66 ຄົນ
8 ອັດຕະປື 65 ຄົນ
9 ໄຊຍະບູລີ 57 ຄົນ
10 ເຊກອງ 55 ຄົນ
11 ຜົ້ງສາລີ 44 ຄົນ
12 ສາລະວັນ 43 ຄົນ
13 ອຸດົມໄຊ 41 ຄົນ
14 ຈໍາປາສັກ 36 ຄົນ
15 ຫົວພັນ 33 ຄົນ
16 ບໍ່ແກ້ວ 30 ຄົນ
17 ຫຼວງນໍ້າທາ 22 ຄົນ
18 ຊຽງຂວາງ 19 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 27 ຄົນຈາກແຂວງຈຳປາສັກ 8 ຄົນ, ສະຫວັນນະເຂດ 3 ຄົນ, ຄຳມ່ວນ 8 ຄົນ,ນະຄອນຫຼວງ 6 ຄົນ ແລະ ບໍລິຄຳໄຊ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວມີຜູ້ຕິດເຊື້ອທັງໝົດ188,985 ຄົນ, ອອກໂຮງໝໍວານນີ້ 528 ຄົນ, ກຳລັງປິ່ນປົວ 4,900 ຄົນ ແລະ ເສຍຊີວິດທັງໝົດ 684 ຄົນ (ເສຍຊີວິດໃໝ່ 2 ຄົນ ຈາກນະຄອນຫຼວງ 1 ຄົນແລະ ຄໍາມ່ວນ 1 ຄົນ)
 ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
No photo description available.
Loading...