 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ6ກຸມພາ2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ2.887 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 282ຄົນ(ຕິດເຊື້ອພາຍໃນ277ຄົນ ແລະ ນໍາເຂົ້າ 5 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ277 ຄົນຈາກ 16ແຂວງແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 48 ຄົນ
2 ຫົວພັນ 79 ຄົນ
3 ໄຊສົມບູນ 40 ຄົນ
4 ສະຫັວນນະເຂດ 18 ຄົນ
5 ບໍລິຄໍາໄຊ 14 ຄົນ
6 ໄຊຍະບູລີ 13 ຄົນ
7 ອັດຕະປື 12 ຄົນ
8 ຊຽງຂວາງ 11 ຄົນ
9 ຄໍາມ່ວນ 6 ຄົນ
10 ເຊກອງ 6 ຄົນ
11 ວຽງຈັນ 5 ຄົນ
12 ບໍ່ແກ້ວ 5 ຄົນ
13 ສາລະວັນ 5 ຄົນ
14 ອຸດົມໄຊ 5 ຄົນ
15 ຈໍາປາສັກ 4 ຄົນ
16 ຜົ້ງສາລີ 4 ຄົນ
17 ຫຼວງພະບາງ 2 ຄົນ
18 ຫຼວງນໍ້າທາ 0 ຄົນ
 
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 5 ຄົນ ທັງໝົດຈາກ ນະຄອນຫຼວງ 3 ຄົນ, ຈຳປາສັກ 1 ຄົນ ແລະສະຫວັນນະເຂດ 01 ຄົນເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ136,720ກໍລະນີ, ອອກໂຮງໝໍວານນີ້529ຄົນ, ກຳລັງປິ່ນປົວ4,014ຄົນ ແລະ ເສຍຊີວິດສະສົມທັງໝົດ574ຄົນ(ເສຍຊິວິດໃໝ່ 05ຄົນ).
– ສຳລັບຜູ້ເສຍຊີວິດໃໝ່05ຄົນຢູ່ນະຄອນຫຼວງ 3 ຄົນ, ຫຼວງພະບາງ 1 ຄົນ ແລະ ຄຳມ່ວນ 1 ຄົນ.
ຂ້າພະເຈົ້າຂໍສະແດງຄວາມເສຍໃຈມານຳຄອບຄົວແລະຍາດຕິພີ່ນ້ອງທີ່ໄດ້ສູນເສຍຄົນທີ່ຮັກແລະເຄົາລົບມານະທີ່ນີ້ດ້ວຍ
 ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ສະພາບການລະບາດພະຍາດໂຄວິດ-19 ທົ່ວໂລກຍັງບໍ່ຄົງທີ່ ເຖີງແນວໃດກໍ່ຕາມບັນດາປະເທດໃນທົ່ວໂລກກໍ່ຍັງຈັບຕາຕິດຕາມເຝົ້າລະວັງຢ່າງໃກ້ຊິດ ແລະ ມື້ວານນີ້ໂຕເລກລາຍງານຜູ້ຕິດເຊື້ອໃໝ່ ມີ 1,8 ລ້ານກ່ວາຄົນ ແລະ ຜູ້ເສຍຊີວິດໃໝ່ 6,3 ລ້ານຄົນ ເຫັນວ່າຫຼຸດລົງທຽບໃສ່ມື້ຜ່ານມາ.
• ສຳລັບ ສປປ ລາວມື້ນີ້ກໍ່ເປັນອີກມື້ໜື່ງໂຕເລກການຕິດເຊື້ອທົ່ວປະເທດຕ່ຳກ່ວາ 500 ຄົນ/ວັນເປັນເວລາ 9 ວັນຕິດຕໍ່ກັນ ເຊີ່ງສະແດງໃຫ້ເຫັນວ່າ ທ່າອ່ຽງຂອງການລະບາດແມ່ນຢູ່ໃນຂາລົງ ເຖີງຢ່າງໃດກໍ່ຕາມ ພວກເຮົາກໍ່ຕ້ອງໄດ້ສືບຕໍ່ເຝົ້າລະວັງ ແລະ ປະຕິບັດຕາມແຈ້ງການ ເລກທີ 130/ຫສນຍ ລົງວັນທີ່ 3 ກຸມພາ 2022 ດ້ວຍຄວາມຕື່ນຕົວ ແລະ ມີສະຕິໃນການປ້ອງກັນຕົນເອງ, ຄົນອ້ອມຂ້າງ ລວມທັງຄົນໃນຄອບຄົວ.
• ເຖີງວ່າປະຈຸບັນນີ້ໂຕເລກລາຍງານຕິດເຊື້ອລາຍວັນ ໃນ ສປປລາວ ແມ່ນຫຼຸດລົງເລື້ອຍໆກໍ່ຕາມ ແຕ່ຍັງມີລາຍງານຜູ້ເສຍຊີວິດໃໝ່ໃນແຕ່ລະວັນ, ຄົນທີ່ເສຍຊີວິດສ່ວນໃຫ່ຍກໍ່ຍັງແມ່ນຜູ້ທີ່ມີພະຍາດປະຈຳໂຕ, ຜູ້ບໍ່ໄດ້ສັກວັກຊີນຄົບໂດສ ແລະ ຜູ້ທີ່ມາຫາແພດໝໍຊັກຊ້າຈີ່ງພາໃຫ້ເກີດການສູນເສຍບຸກຄົນອັນເປັນທີ່ຮັກໃນຄອບຄົວໄປ , ສະນັ້ນຈີ່ງຮຽກຮ້ອງໃຫ້ບັນດາທ່ານເອົາໃຈໃສ່ປ້ອງກັນຕົນເອງຢ່າງເຄັ່ງຄັດລວມທັງຜູ້ທີ່ປີ່ນປົວຕົນເອງຢູ່ເຮືອນ ກໍ່ຂໍໃຫ້ເອົາໃຈໃສ່ຕິດຕາມອາການຕົນເອງຄືດັ່ງທີ່ໄດ້ຖະແຫຼງຂ່າວໃນມື້ວານ ແລະ ການນຳໃຊ້ຢາປີ່ນປົວກໍ່ໃຫ້ເອົາໃຈໃສ່ຢ່າງລະມັດລະວັງ ເປັນຕົ້ນແມ່ນມີຫຼາຍຄົນເຂົ້າໃຈຜິດວ່າຢາໂມລາໂກເວີຍ (Molacovir)ເປັນຢາປ້ອງກັນພະຍາດໂຄວິດ-19 ເຮັດໃຫ້ປະຊາຊົນຈຳນວນໜື່ງຊື້ຕາມຮ້ານຂາຍຢາມາກີນເພື່ອປ້ອງກັນ ຂ້າພະເຈົ້າຂໍຊີ້ແຈງວ່າ ຢາດັ່ງກ່າວບໍ່ແມ່ນຢາປ້ອງກັນໄວຣັດ ຂໍ້ບົ່ງໃຊ້ຂອງຢາດັ່ງກ່າວແມ່ນນຳໃຊ້ໃນຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ໃນໄລຍະເລີ່ມຕົ້ນແມ່ນສາມາດກີນໄດ້ໂດຍສະເພາະ ຜູ້ທີ່ມີອາຍຸ 18 ປີຂື້ນໄປ, ແຕ່ຫ້າມນຳໃຊ້ຢານີ້ໃນແມ່ຍີງຖືພາ, ລ້ຽງລູກດ້ວຍນົມແມ່ ແລະ ເດັກນ້ອຍທີ່ມີອາຍຸຕ່ຳກ່ວາ 18 ປີ, ຜູ້ທີ່ຈະໃຊ້ຢານີ້ຕ້ອງໄດ້ຮັບການແນະນຳ ແລະ ຕິດຕາມຢ່າງໃກ້ຊິດຈາກແພດໝໍ
• ບັນດາທ່ານທີ່ນັບຖື ໄລຍະນີ້ພວກເຮົາກຳລັງຢູ່ໃນໄລຍະຂ້າມຜ່ານໂດຍການປັບຕົວເຂົ້າກັບວິຖີການດຳລົງຊີວິດແບບໃໝ່ຮ່ວມກັບໂຄວິດໃຫ້ປອດໄພ ແລະ ອົງການອະນາໄມໂລກກໍ່ໄດ້ແນະນຳໃຫ້ທຸກປະເທດໃນທົ່ວໂລກເອົາໃຈໃສ່ສັກວັກຊີນໃຫ້ກຸ່ມປະຊາກອນເປົ້າໝາຍໃຫ້ໄດ້ສູງທີ່ສຸດ,
ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ຂໍແຈ້ງໃຫ້ບັນດາທ່ານຊາບວ່າມາຮອດມື້ນີ້ທົ່ວປະເທດລາວສັກວັກຊີນສະສົມທັງໝົດ: ເຂັມທີ1 ສັກໄດ້4.783.468 (ອັດຕາປົກຄຸມ 65,19%)ແລະທຸກເຂັມທີ່ແນະນໍາ 4.176.873(ອັດຕາປົກຄຸມ 56,92 %)
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ:
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
– ໂຮງໝໍເມືອງ 9 ຕົວເມືອງ
2. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
Loading...