ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດCOVID-19,ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ ລວມທັງຕົວເລກການຕິດເຊືື້ອພະຍາດ COVID-19 ໃນທົ່ວໂລກ
ວັນທີ 6 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,965 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 414 ຄົນ ( ຕິດເຊື້ອພາຍໃນ = 404 ຄົນ ແລະ ຕິດເຊື້ອນໍາເຂົ້າ 10 ຄົນ )
ຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊືື້ອພາຍໃນ ໃໝ່ ທັງໝົດມີ 404 ຄົນ ຊຶ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 146 ຄົນ: ມີ 7 ເມືອງ ແລະ 59 ບ້ານ
o ເມືອງຈັນທະບູລີ ມີ 07 ບ້ານ (25 ຄົນ)
o ເມືອງສີໂຄດຕະບອງ ມີ 12 ບ້ານ (21 ຄົນ)
o ເມືອງໄຊເສດຖາ ມີ 07 ບ້ານ (20 ຄົນ)
o ເມືອງສີສັດຕະນາກມີ 05 ບ້ານ (19 ຄົນ)
o ເມືອງນາຊາທອງ ມີ 09 ບ້ານ (28 ຄົນ)
o ເມືອງໄຊທານີ ມີ 14 ບ້ານ (17 ຄົນ)
o ເມືອງຫາດຊາຍຟອງ ມີ 05 ບ້ານ (10 ຄົນ)
o ແລະ ຍັງສືບຕໍ່ເອົາຂໍ້ມູນຕື່ມ 06 ຄົນ
2. ຫຼວງພະບາງ 143 ຄົນ:
1. ເມືອງງອຍ ມີ 02 ບ້ານ (63 ຄົນ)
• ບ້ານປາກບາກ ມີ 51 ຄົນ
• ບ້ານໜອງຂຽວ ມີ 12 ຄົນ
2. ເມືອງນໍ້າບາກ ມີ 07 ບ້ານ (41 ຄົນ)
• ບ້ານໂພນສະອາດ ມີ 23 ຄົນ
• ບ້ານນໍ້າລາ ມີ 11 ຄົນ
• ບ້ານທ່າບູ້ ແລະ ບ້ານຟ້າ ມີບ້ານລະ 02 ຄົນ
• ບ້ານທ່າລີ້ເໜຶອ, ບ້ານນໍ້າຖ້ວມເໜຶອ ແລະ ບ້ານໂພນໄຊ ມີບ້ານລະ 01 ຄົນ
3. ນະຄອນຫລວງພະບາງ ມີ 07 ບ້ານ (21 ຄົນ)
• ບ້ານຜາໂອ ມີ 11 ຄົນ
• ບ້ານໜອງຊາຍ ມີ 04 ຄົນ
• ບ້ານພູເຫຼັກ ມີ 02 ຄົນ
• ບ້ານຜາສຸກ, ບ້ານຜາໂຄມ, ບ້ານນູນສະຫວາດ ແລະ ບ້ານໂພສີ ມີບ້ານລະ 01 ຄົນ (ລວມເປັນ 4 ຄົນ)
4. ເມືອງຊຽງເງີນ ມີ 04 ບ້ານ (18 ຄົນ)
• ບ້ານຊຽງເງີນ ມີ 12 ຄົນ
• ບ້ານປາກຂັນ ມີ 04 ຄົນ
• ບ້ານດອນໂມ ແລະ ບ້ານປາກແວດ ມີບ້ານລະ 01 ຄົນ
3. ສະຫວັນນະເຂດ 54 ຄົນ:
1). ເມືອງອຸທຸມພອນ ມີ 11 ບ້ານ (40 ຄົນ)
2). ນະຄອນໄກສອນ ມີ 05 ບ້ານ (09 ຄົນ)
3). ເມືອງໄຊບູລີ ມີ 02 ບ້ານ (03 ຄົນ)
4). ເມືອງໄຊພູທອງ ມີ 01 ບ້ານ (01 ຄົນ)
5). ເມືອງສອງຄອນ ມີ 01 ບ້ານ (01 ຄົນ)
4. ແຂວງ ບໍລິຄຳໄຊ: 23 ຄົນ, ທັງໝົດ ແມ່ນໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອຜ່ານມາ ດັ່ງລຸ່ມນີ້:
– ເມືອງປາກກະດິງ ມີ 02 ບ້ານ (23 ຄົນ):
5. ໄຊສົມບູນ 9 ຄົນ: ທັງໝົດຈາກ ເມືອງລ້ອງຊານ
6. ຄໍາມ່ວນ 7 ຄົນ: ທັງໝົດ ແມ່ນຕິດເຊື້ອພາຍໃນສູນ
7. ແຂວງວຽງຈັນ 6 ຄົນ: ທັງໜົດໄດ້ສໍາຜັດໃກ້ຊິດກັບຕິດເຊື້ອຜ່ານມາ, ດັ່ງລຸ່ມນີ້:
1). ເມືອງວັງວຽງ ມີ 04 ຄົນ
2). ເມືອງໂພນໂຮງ ມີ 02 ຄົນ
8. ບໍ່ແກ້ວ 6 ຄົນ: ຈາກ ເມືອງ ຕົ້ນເຜີ້ງ 2 ແລະ ເຂດພິເສດ 4 ຄົນ (ເເຮງງານພະມ້າ).
9. ຈໍາປາສັກ 6 ຄົນ:
1). ນະຄອນປາກເຊ ມີ 03 ຄົນ
2). ເມືອງບາຈຽງຈະເລີນສຸກ ມີ 03 ຄົນ
10. ສາລະວັນ 4 ຄົນ
– ເມືອງສາລະວັນ ມີ 03 ບ້ານ (04 ຄົນ)
ສໍາລັບຜູ້ຕິດເຊືື້ອໃນຊຸມຊົນເຫຼົ່ານີີ້ ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 10 ຄົນ ຄື: ສາລະວັນ 5 ຄົນ,ສະຫວັນນະເຂດ 3 ຄົນ ແລະ ແຂວງ ຈໍາປາສັກ 2 ຄົນ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 6 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 26.876 ຄົນ, ເສຍຊີວິດສະສົມ 23 (0 ໃໝ່), ປິ່ນປົວດີ ແລະ ກັບບ້ານໃນມື້ວານ ມີ 304 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6,393 ຄົນ.
 ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
• ສໍາລັບຢູ່ບັນດາແຂວງແມ່ນທ່ານສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊືື້ອພະຍາດໂຄວິດ-19ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ແຈ້ງບອກ ພ້ອມດຽວກັນທາງແຂວງກໍ່່ມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອເກັບຕົວຢ່າງ ຄົ້ນຫາຄົນຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ທຸກຈຸດກວດ ໃຫ້ບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
– ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ ແມ່ນມີ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4. ສໍາລັບຈຸດບໍລິການສູນການຄ້າລາວໄອເຕັກ ໄດ້ໂຈະການບໍລິການຊົ່ວຄາວ, ຈະແຈ້ງໃຫ້ຊາບ ວັນເວລາ ທີ່ຈະເປີດບໍລິການຄືນໃໝ່
• ບ້ານແດງໃນທົ່ວປະເທດ ຂອງວັນທີ 6 ຕຸລາ 2021 ມີ: 367 ບ້ານ, 43 ເມືອງ ແລະ 10 ແຂວງ
• ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ມາເປັນເຂດເຫຼືອງ ແມ່ນ ບໍ່ມີ
• ຕໍ່ໄປນີ້ ຂະພະເຈົ້າຂໍລາຍງານ ບ້ານທີ່ກໍານົດເປັນເຂດແດງໃໝ່ ວັນທີ 6 ຕຸລາ ມີ 18 ບ້ານ ໃນ 8 ເມືອງ ແລະ 4 ແຂວງ ດັ່ງນີ້:
ລໍາດັບ/No ແຂວງ/Provinces ເມືອງ/District ບ້ານ/Village
1 ສະຫັວນນະເຂດ ນະຄອນໄກສອນ ຈອມເເກ້ວ
ສຸນັນທາ
ທາດອີງຮັງ
ນາເລົ່າ
ລາດຊະວົງໄຊ
ວັດໂນນຫີນແຮ່(ສະພານເໜືອ)
ໜອງຜື/
ອຸດົມວິໄລ/
ໂພນຊາຍ
ອຸທຸມພອນ/ ນາຊາຍ/
2 ນະຄອນຫລວງວຽງຈັນ/ ສີໂຄດຕະບອງ/ ຂຸນຕາທົ່ງ
ສີສັດຕະນາກ/ ເພຍວັດ/
ນາຊາຍທອງ ຫົວຂົວ
ໄຊທານີ/ ພູຄໍາ/
3 ຫລວງພະບາງ/ ນໍ້າບາກ ບ້ານໂພນສະອາດ/
ຟ້າ/
ນໍ້າລາ/
4 ວຽງຈັນ ແກ້ວອຸດົມ/ ແສງສະຫວ່າງ
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 6 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,533 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອພະຍາດໂຄວີດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມຈໍາກັດບໍລີເວນ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 99 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 6,609 ຄົນ (ສູນ 4,568 ຄົນ ແລະ ໂຮງແຮມ 2,041 ຄົນ).
 ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ ເຮັດໃຫ້ຕົວຜູ້ຕິດເຊືື້ອສະສົມໃນທົ່ວໂລກມີຈໍານວນ ທັງໝົດ 236.554.407 (476.085 ໃໝ່), ເສຍຊິວິດທັງໝົດ 4.839.129 (8.762 ໃໝ່), ປີ່ນປົວຫາຍດີ 214.163.828 (520.356 ໃໝ່).
• 3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ: ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
• 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ ປະເທດ ຄົນຕິດເຊື້ອ ເສຍຊີວິດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ໄທ 1,667,097 9,866 17,305 102
2 ຫວຽດນາມ 822,687 4,363 20,098 119
3 ມຽນມ້າ 473,025 1,717 17,998 41
4 ກໍາປູເຈຍ 113,924 221 2,431 13
5 ຈີນ 96,310 26 4,636
• ມາຮອດມື້ນີ້ ການຕິດເຊື້ອໃນບັນດາໂຮງຈັກໂຮງງານ ແມ່ນຍັງມີການຄົ້ນພົບ ແລະ ລາຍງານຕໍ່ເນື່ອງ. ຍ້ອນວ່າໂຮງງານເປັນບ່ອນເຕົ້າໂຮມກໍາມະກອນ ມີຜູ້ໃຊ້ແຮງງານຢ່າງຫຼວງຫຼາຍ ຖ້າມີຜູ້ໜຶ່ງໄດ້ຕິດເຊື້ອຢູ່ໃນໂຮງງານ, ກໍ່ຈະກາຍເປັນສະຖານທີ່ ທີ່ມີຄວາມສ່ຽງສູງໃນການແຜ່ເຊື້ອທັນທີ. ສະນັ້ນ ຂໍຮຽກຮ້ອງ ໃຫ້ກໍາມະກອນທຸກທ່ານ ຈົ່ງປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ. ຜູ້ບໍລິຫານໂຮງງານ ຄວນໄດ້ສ້າງມາດຕະການເພື່ອປົກປ້ອງສຸຂະພາບຂອງກໍາມະກອນ ແລະ ຈັດສັນສະຖານທີ່ ເຮັດວຽກຢ່າງປອດໄພ ໃຫ້ມີອາກາດລ່ວງດີ ແລະ ມີມາດຕະການຮັກສາໄລຍະຫ່າງ ຢ່າງເປັນຮູບປະທໍາ ລວມທັງເວລາເລີກວຽກພັກທ່ຽງກິນເຂົ້າຂອງອ້າຍນ້ອງແຮງງານ ກໍ່ຕ້ອງຮັກສາໄລຍະຫ່າງເຊັ່ນກັນ ແລະ ບໍ່ຄວນກິນເຂົ້າຊຸມກັນ.
• ດັ່ງມື້ວານນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ຜ່ານສື່ມວນຊົນ ວ່າ: ຖ້າປະຊາຊົນ ກໍ່ຄືທຸກຄົນໃນສັງຄົມ ບໍ່ເຂົ້າຮ່ວມ, ບໍ່ໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດມາດຕະການທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ ເຖິງມາດຕະການດີປານໃດ ເຖິງແພດໝໍ, ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຄະນະສະເພາະກິດ ຈະສຸມກຳລັງ ເຫື່ອແຮງ ເຮັດໜ້າທີ່ຂອງຕົນສຸດຄວາມສາມາດ ກໍ່ຈະບໍ່ມີຜົນສຳເລັດ. ສະນັ້ນ, ເພື່ອຜ່ານວິກິດນີ້ໄດ້ ຂໍໃຫ້ປະຊາຊົນ ເຂົ້າຮ່ວມ, ມີຄໍາເຫັນທີ່ສ້າງສັນ ແລະ ສະເໜີວິທີທາງອອກ ໃຫ້ລັດຖະບານ ເພື່ອພິຈາລະນາ ໃນການວາງນະໂຍບາຍ ໃຫ້ແທດເໝາະ ແລະ ມີປະສິດທິຜົນ. ອັນສຳຄັນ ຕ້ອງໃຊ້ເຫດຜົນ ໃນການຕໍານິສົ່ງຂ່າວ, ບໍ່ໃຊ້ອາລົມ, ສະເໜີທາງອອກຢ່າງສ້າງສັນ, ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາມສຸພະສິດບູຮານ ທີ່ວ່າ: “ໄມ້ລໍາດຽວ ລ້ອມຮົ້ວບໍ່ໄຂວ່ ປະຊາຊົນບໍ່ພ້ອມ ແປງບ້ານບໍ່ເຮືອງ”.
• ສໍາລັບທ່ານທີ່ໄດ້ໄປເກັບຕົວຢ່າງກວດໃນຈຸດບໍລິການ ກໍ່ຂໍໃຫ້ຂຽນເບີໂທຕິດຕໍ່ຂອງທ່ານໃຫ້ຖືກຕ້ອງ ເພາະຜູ້ຕິດເຊື້ອບາງທ່ານ ໃຫ້ເບີໂທທາງອິນເຕີເນັດ ບໍ່ແມ່ນເບີໂທທີ່ໃຊ້ປົກກະຕິ ຊຶ່ງເຮັດໃຫ້ເກີດຄວາມຫຍຸ້ງຍາກ ໃນການຕິດຕໍ່ ແລະ ແຈ້ງບອກຂ່າວ. ສໍາລັບທ່ານທີ່ຕິດເຊື້ອ ແຕ່ບໍ່ຍອມໄປສະເໜີຕົວປິ່ນປົວ ຫຼື ມີເຈດຕະນາຫຼົບຫຼີກ ແມ່ນຈະໄດ້ຖືກປະຕິບັດວິໃນ ແລະ ຮັບຜິດຊອບຕໍ່່ສັງຄົມ ຖ້າຫາກທ່ານເປັນຕົ້໊ນເຫດເຮັດໃຫ້ເກີດການແຜ່ເຊື້ອລາມກວ້າງໃນສັງຄົມ.
• ຂໍໃຫ້ທຸກທ່ານສືບຕໍ່ປະຕິບັດ ປະຕິບັດມາດຕະການ ປ້ອງກັນຕົນເອງ ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງໂຕເຮົາເອງ ແລະ ທຸກຄົນໃນສັງຄົມ. ຮັກສາໄລຍະຫ່າງ, ລ້າງມື້ເລື່ອຍໆດ້ວຍນໍ້າສະອາດໃສ່ສະບູ, ໃສ່ຜ້າອັດປາກ-ດັງ, ຮັກສາມາລະຍາດການໄອຈາມ, ອະນາໄມ-ຂ້າເຊື້ອຈຸດສ່ຽງ, ຖ້າເປັນກຸ່ມສ່ຽງແຍກ ແລະ ກັກໂຕທັນທີ ພ້ອມທັງໄປກວດຫາເຊື້ອ ເຖິງຜົນກວດເປັນລົບຍັງຕ້ອງສືບຕໍ່ຈໍາກັດບໍລິເວນຈົນຄົບ 14 ວັນ.
• ປັດຈຸບັນ ທົ່ວປະເທດ ສັກຢາເຂັມທີ 1 ໄດ້ 3,034,982 (41,38%) ຂອງປະຊາກອນເປົ້າໝາຍທັງໝົດ ແລະ ເຂັມຄົບໂດສ ກວມເອົາ 2,164,411 (29,50 %).
• ກ່ອນຈະຈົບການລາຍງານມືື້ນີື້ເພື່ອເປັນການຫຼີກລຽງການຮັບຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ຂໍແຈ້ງໃຫ້ຊາບວ່າ ທ່ານສາມາດຕິດຕາມ ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ ໄດ້:
 ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
 ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ cdc.gov.la
 ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
ແລະ ສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).