ວັນທີ 7 ເມສາ 2022 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ19 ທັງໝົດ 2,033 ຄົນ ແລະ ເສຍຊີວິດໃໝ່ 3 ຄົນ.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 6 ເມສາ 2022 ໄດ້ກວດວິເຄາະທັງໝົດ 4,827 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,033 ຄົນ (ຕິດເຊື້ອພາຍໃນ 2,013 ຄົນ ແລະ ນໍາເຂົ້າ 20 ຄົນ). ເຮັດໃຫ້ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 191,017 ຄົນ, ອອກໂຮງໝໍວານນີ້ 321 ຄົນ, ກຳລັງປິ່ນປົວ 4,857 ຄົນ ແລະ ເສຍຊີວິດທັງໝົດ 687 ຄົນ (ເສຍຊີວິດໃໝ່ 3 ກໍລະນີ)
– ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2,013 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1 ນະຄອນຫຼວງ 1069 ຄົນ
2 ໄຊຍະບູລີ 244 ຄົນ
3 ຫຼວງພະບາງ 104 ຄົນ
4 ວຽງຈັນ 86 ຄົນ
5 ສະຫັວນນະເຂດ 80 ຄົນ
6 ຄໍາມ່ວນ 65 ຄົນ
7 ອັດຕະປື 48 ຄົນ
8 ເຊກອງ 47 ຄົນ
9 ຊຽງຂວາງ 41 ຄົນ
10 ສາລະວັນ 40 ຄົນ
11 ຜົ້ງສາລີ 35 ຄົນ
12 ອຸດົມໄຊ 32 ຄົນ
13 ຫົວພັນ 26 ຄົນ
14 ບໍລິຄໍາໄຊ 24 ຄົນ
15 ຫຼວງນໍ້າທາ 23 ຄົນ
16 ຈໍາປາສັກ 21 ຄົນ
17 ໄຊສົມບູນ 14 ຄົນ
18 ບໍ່ແກ້ວ 13 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 20 ຄົນ ຈາກ ແຂວງ ຈຳປາສັກ 8 ຄົນ, ສະຫວັນນະເຂດ 3 ຄົນ, ຄຳມ່ວນ 1 ຄົນ, ນະຄອນຫຼວງ 8 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ສ່ວນຜູ້ເສຍຊີວິດໃໝ່ 3 ຄົນ ມື້ນີ້ ຈາກນະຄອນຫຼວງວຽງຈັນ 2 ກໍລະນີ ແລະ ແຂວງຫົວພັນ 1 ກໍລະນີ.
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈມາຍັງ ຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ມາຮອດມື້ນີ້ ທົ່ວປະເທດສັກວັກຊີນ ສໍາລັບ
– ກຸ່ມອາຍຸ 6-11 ປີ ເຂັ້ມ 1 ສັກໄດ້ 67,4%, ເຂັ້ມ 2 ສັກໄດ້ 13,5%
– ກຸ່ມອາຍຸ 12-17 ປີ ເຂັ້ມ 1 ສັກໄດ້ 72,6% ແລະ ເຂັ້ມ 2 ສັກໄດ້ 54,8 %.
– ສຳລັບທົ່ວປະເທດທຸກກຸ່ມອາຍຸ ເຂັມທີ 1 ສັກໄດ້ 5,669,700 (ອັດຕາປົກຄຸມ 77,27%) ແລະ ທຸກເຂັມທີ່ແນະນໍາ 4,614,286 (ອັດຕາປົກຄຸມ 62,88%) ແລະ ເຂັ້ມກະຕຸ້ນ ສັກໄດ້ 17,6%.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ມື້ນີ້ ທົ່ວໂລກມີລາຍງານ ຜູ້ຕິດເຊື້ອໃໝ່ ເຖີງ 1,193,383 ກໍລະນີ ແລະ ເສຍຊີວິດໃໝ່ 3,510 ກໍລະນີ, ໃນໄລຍະນີ້ໂຕເລກລາຍງານຜູ້ຕິດເຊື້ອໃໝ່ປະຈຳວັນຫຼາຍກ່ວາໝູ່ກໍ່ຍັງແມ່ນ ປະເທດ ສ ເກົາຫຼີ ທີ່ເປັນອັນດັບ1, ສຳລັບປະເທດອ້ອມຂ້າງ ສປປລາວ ຫຼາຍປະເທດກໍ່ຍັງມີການລາຍງານຜູ້ຕິດເຊື້ອໃໝ່ໃນແຕ່ລະວັນ ບາງປະເທດມີຜູ້ຕິດເຊື້ອໃໝ່ຫຼາຍກ່ວາ 40 ພັນກໍລະນີ, ຄາດຄະເນວ່າຜູ້ຕິດເຊື້ອໃໝ່ຈະເພີ່ມຂື້ນອີກໂດຍສະເພາະຫຼາຍປະເທດໃນຂົງເຂດປະເທດອາຊຽນທີ່ກຳລັງຈະມີການສະເຫຼີມສະຫຼອງປີໃໝ່ໃນມໍ່ໆນີ້.
• ສຳລັບ ສປປລາວ, ສະພາບການລະບາດສືບຕໍ່ເພີ່ມຂື້ນໃນແຕ່ລະວັນ ໃນໄລຍະນີ້ ສາຍພັນທີ່ກຳລັງຈໍລະຈອນລະບາດໃນຊຸມຊົນກໍ່ຍັງແມ່ນໂອໄມຄຣອນ ທີ່ມີອັດຕາການພົບເຊື້ອຫຼາຍກ່ວາ 90% ໃນແຕ່ລະວັນ ສະເພາະ 1 ອາທິດຜ່ານມາມີຜູ້ຕິດເຊື້ອສະສົມທັງໝົດ 14,119 ກໍລະນີ ສະເລ່ຍຕິດເຊື້ອ ຫຼາຍກ່ວາ 2,000 ກໍລະນີ/ວັນ ໃນນີ້ຕິດເຊື້ອພາຍໃນ ກວມເອົາຫຼາຍກ່ວາ 98,7%, ສະເພາະ ນະຄອນຫຼວງວຽງຈັນ ຫຼາຍກ່ວາ 50 % ຂອງຜູ້ຕິດເຊື້ອທັງໝົດ ສັງເກດເຫັນວ່າໄລຍະນີ້ອັດຕາການກວດພົບເຊື້ອໃນແຕ່ລະແຂວງແມ່ນສູງຫຼາຍ ທົ່ວປະເທດອັດຕາການກວດພົບເຊື້ອ ຫຼາຍກ່ວາ 45% ທຽບໃສ່ຈຳນວນຕົວຢ່າງທີ່ເກັບມາກວດ ,
• ຕໍ່ກັບສະພາບການລະບາດໃນໄລຍະນີ້ພວກເຮົາຕ້ອງສືບຕໍ່ປັບຕົວເຂົ້າກັບການດຳລົງຊີວິດປົກກະຕິແບບໃໝ່ ເພື່ອຮຽນຮູ້ການຢູ່ຮ່ວມກັບໂຄວິດ-19ຢ່າງປອດໄພຕໍ່ຕົນເອງ ແລະ ທຸກຄົນໃນສັງຄົມ , ໃນໄລຍະນີ້ການຕິດເຊື້ອແຜ່ກະຈາຍໃນວົງກ້ວາງພົບໃນທຸກກຸ່ມອາຍຸລວມທັງເດັກນ້ອຍທີ່ມີອາຍຸຕ່ຳກ່ວາ 5 ປີ ເຊີ່ງເປັນໄວທີ່ຍັງບໍ່ຮອດເກນອາຍຸຮັບການສັກຢາວັກຊີນປ້ອງກັນ ພະຍາດໂຄວິດ 19 ສົມທົບກັບໄລຍະນີ້ກໍ່ໄດ້ ຄ່ອຍເລີ້ມ ມີການເປີດການຮຽນ-ການສອນເປັນປົກກະຕິເພື່ອໃຫ້ເດັກນ້ອຍໄດ້ເຂົ້າໂຮງຮຽນຕາມໄວອາຍຸ ເຊີ່ງບັນດາ ໂຮງຮຽນທີ່ເປີດນັ້ນ ກໍ່ໄດ້ ມີການ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແຕ່ກໍ່ຂໍໃຫ້ພໍ່ແມ່ຜູ້ປົກຄອງຈົ່ງໝັ່ນສັງເກດອາການລູກຫຼານຕົນເອງ ເພາະເດັກອາດຈະບໍ່ຮູ້ປະຕິບັດມາດຕະການປ້ອງກັນຕົນເອງ ໄດ້ດີເທົ່າທີ່ຄວນ ຕ້ອງອາໃສຄູອາຈານ ແລະ ພໍ່ແມ່ຜູ້ປົກຄອງເປັນເຈົ້າການໃນການປ້ອງກັນການຕິດເຊື້ອໃນ ເດັກ ກູ່ມອາຍຸດັ່ງກ່າວ ພ້ອມກັນນີ້ກໍ່ຂໍໃຫ້ພໍ່ແມ່ຜູ້ປົກຄອງໝັ່ນສັງເກດອາການຖ້າເດັກນ້ອຍບໍ່ສະບາຍຫຼືມີອາການຄ້າຍຄືໄຂ້ຫວັດກໍ່ໃຫ້ພາລູກຫຼານໄປກວດໂດຍທັນທີ ແລະ ຢຸດການໄປໂຮງຮຽນຊົ່ວຄາວ ທັງນີ້ກໍ່ເພື່ອໃຫ້ກວດພົບການຕິດເຊື້ອພະຍາດໄດ້ໄວ ຫຼີກລຽງແຜ່ເຊື້ອໃສ່ຄົນອື່ນ. ແລະ ເດັກກໍຈະໄດ້ຮັບການປີ່ນປົວຮັກສາໃຫ້ທັນເວລາ
• ຄືທີ່ຮູ້ນຳກັນວ່າ ປະຈຸບັນມີນະໂຍບາຍໃຫ້ຜູ້ຕິດເຊື້ອທີ່ບໍ່ມີອາການ ຫຼື ມີ ອາການເບົາບາງສາມາດ ຕິດຕາມ ປີ່ນປົວຕົນເອງຢູ່ເຮືອນ ດັ່ງນັ້ນ ຜູ້ທີ່ ນຳໃຊ້ ເຄື່ອງກວດແບບໄວ ດ້ວຍຕົນເອງ ຖ້າຜົນກວດ ຂື້ນເປັນ 2 ຂີດ ຂໍໃຫ້ທ່ານ
o ລາຍງານຜົນກວດພົບເຊື້ອຕົນເອງດ້ວຍການໂທແຈ້ງສາຍດ່ວນ 164 ເພື່ອໃຫ້ເຈົ້າໜ້າທີ່ປະເມີນອາການຂອງທ່ານວ່າ ສາມາດເຂົ້າກັບເງື່ອນໄຂ ທີ່ຈະປິ່ນປົວຢູ່ເຮືອນ ໄດ້ບໍ
o ລົງທະບຽນເພື່ອເອົາລະຫັດຄົນເຈັບຂອງຕົນເອງໄວ້ເພື່ອສະດວກໃນການປະສານງານເວລາທີ່ທ່ານມີອາການໜັກຂື້ນເພື່ອໃຫ້ລົດຮັບສົ່ງໄປປີ່ນປົວຢູ່ໂຮງໝໍ ຫຼື ສະຖານທີ່ກຳນົດໄວ້ຢ່າງທັນເວລາ,
o ທ່ານສາມາດລົງທະບຽນ ເພື່ອແຈ້ງຜົນກວດໂຄວິດເປັນບວກໄດ້ດ້ວຍຕົນເອງຜ່ານທາງມືືຖືໄດ້ ໂດຍການກົດລິ້ງ https://forms.gle/wNJ7uTWH1i22onPm7 ເຊິ່ງທ່ານສາມາດ ເຂົ້າໄປຊອກລິ້ງດັ່ງກ່າວ ໄດ້ທີ່ ເຟດບຸກຂອງສູນຂ່າວສານການແພດສຸຂະສຶກສາ
o ເມື່ອສຳເລັດການລົງທະບຽນ ເຈົ້າໜ້າທີ່ກ່ຽວຂ້ອງ ຈະຕິດຕໍ່ທ່ານ ເພື່ອໃຫ້ຄຳປຶກສາ ແລະ ຕິດຕາມອາການຂອງທ່ານ
• ບັນດາທ່ານທີ່ນັບຖື, ໃນອາທິດຕໍ່ໄປນີ້ກໍ່ຈະກ້າວເຂົ້າສູ່ເທດສະການປີໃໝ່ລາວ ກໍ່ຂໍໃຫ້ທຸກຄົນຈົ່ງໄດ້ປະຕິບັດ ມາດຕະການ ໃນການສະຫຼອງ ງານບຸນປີໃໝ່ ຕາມ ມາດຕະການທີ່ໄດ້ກຳນົດໃນແຈ້ງການ ຄະນະສະເພາະກິດ ສະບັບເລກທີ 370 ສພກ ລົງວັນທີ 31/3/2022 ເພື່ອ ຮັບປະກັນໃຫ້ທຸກຄົນປອດໄພຈາກພະຍາດໂຄວີດ 19 ໃນໄລຍະງານບຸນປະເພນີດັ່ງກ່າວ
