- ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
- ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
- ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
- ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
- ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
- ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
- ໂຮງໝໍເມືອງ 9 ຕົວເມືອງ
- ວັດຈີນ ດົງປາແຫຼບ (ວັນຈັນ - ສຸກ)
- ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
- ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
- ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ 7 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.794 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 324 ຄົນ (ຕິດເຊື້ອພາຍໃນ 321 ຄົນ ແລະ ນໍາເຂົ້າ 3 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 324 ຄົນ ຈາກ 17 ແຂວງແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 | ນະຄອນຫຼວງ | 77 | ຄົນ |
2 | ຫົວພັນ | 29 | ຄົນ |
3 | ຜົ້ງສາລີ | 28 | ຄົນ |
4 | ຊຽງຂວາງ | 26 | ຄົນ |
5 | ອັດຕະປື | 24 | ຄົນ |
6 | ສະຫັວນນະເຂດ | 19 | ຄົນ |
7 | ໄຊຍະບູລີ | 19 | ຄົນ |
8 | ວຽງຈັນ | 18 | ຄົນ |
9 | ບໍລິຄໍາໄຊ | 18 | ຄົນ |
10 | ໄຊສົມບູນ | 18 | ຄົນ |
11 | ຄໍາມ່ວນ | 10 | ຄົນ |
12 | ອຸດົມໄຊ | 9 | ຄົນ |
13 | ຫຼວງພະບາງ | 8 | ຄົນ |
14 | ເຊກອງ | 8 | ຄົນ |
15 | ຈໍາປາສັກ | 4 | ຄົນ |
16 | ບໍ່ແກ້ວ | 2 | ຄົນ |
17 | ຫຼວງນໍ້າທາ | 2 | ຄົນ |
18 | ສາລະວັນ | 2 | ຄົນ |
- ສໍາລັບການຕິດເຊື້ອນໍາເຂົ້າ ມີ 3 ຄົນ ທັງໝົດຈາກຈຳປາສັກ 2 ຄົນ ແລະສະຫວັນນະເຂດ 01 ຄົນເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
- ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢູ່ໃນ ສປປ ລາວ ທັງໝົດ 103 ກໍລະນີ, ອອກໂຮງໝໍວານນີ້ 224 ຄົນ, ກຳລັງປິ່ນປົວ 4,052 ຄົນ ແລະ ເສຍຊີວິດສະສົມທັງໝົດ 577 ຄົນ (ເສຍຊິວິດໃໝ່ 03ຄົນ).
– ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ຜົ້ງສາລີ 2 ຄົນ ແລະ ຫົວພັນ 1 ຄົນ.