ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 7 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,484 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 731 ຄົນ ( ຕິດເຊື້ອພາຍໃນ = 726 ຄົນ ແລະ ຕິດເຊື້ອນໍາເຂົ້າ 5 ຄົນ )
ລາຍງານໂດຍຫຍໍ້ກ່ຽວກັບຜູ້ຕິດເຊື້ອພາຍໃນ (ຫຼື ຊຸມຊົນ)ໃໝ່ ທັງໝົດມີ 726 ຄົນ ດັ່ງນີ້:
1. ນະຄອນຫຼວງ 450 ຄົນ:
o ເມືອງຈັນທະບູລີ ມີ 5 ບ້ານ (15 ຄົນ)
o ເມືອງສີໂຄດຕະບອງ ມີ 10 ບ້ານ (13 ຄົນ)
o ເມືອງໄຊເສດຖາ ມີ 7 ບ້ານ (158 ຄົນ)
o ເມືອງສີສັດຕະນາກມີ 6 ບ້ານ (12 ຄົນ)
o ເມືອງນາຊາຍທອງ ມີ 8 ບ້ານ (31 ຄົນ)
o ເມືອງໄຊທານີ ມີ 7 ບ້ານ (216 ຄົນ) (ບ. ສາຍນໍ້າເງິນໂຮງງານເວັນເຈີ 198 ເກັບຕົວຢ່າງຄັ້ງທີ2
o ເມືອງຫາດຊາຍຟອງ ມີ 3 ບ້ານ ( 5 ຄົນ)
2. ແຂວງ ບໍລິຄຳໄຊ: 65 ຄົນຈາກ
o ເມືອງ ປາກກະດິງ ມີ 03 ບ້ານ (55 ຄົນ)
o ເມືອງປາກຊັນ ມີ 04 ບ້ານ (08 ຄົນ)
o ເມືອງວຽງທອງ ມີ 2 ບ້ານ (02 ຄົນ)
3. ຫຼວງພະບາງ 56 ຄົນ ຈາກ:
o ເມືອງງອຍ ມີ 26 ຄົນ
o ເມືອງນ້ຳບາກ ມີ 13 ຄົນ
o ນະຄອນຫຼວງພະບາງ ມີ 10 ຄົນ
o ເມືອງຈອມເພັດ ມີ 3 ຄົນ
o ເມືອງຊຽງເງີນ ມີ 4 ຄົນ
o ເມືອງນານ ມີ 1 ຄົນ
o ເມືອງປາກແຊງ ມີ 1 ຄົນ
4. ສະຫວັນນະເຂດ 42 ຄົນ ຈາກ:
1). ເມືອງອຸທຸມພອນ ມີ 4 ບ້ານ (33 ຄົນ)
2). ນະຄອນໄກສອນ ມີ 7 ບ້ານ (8 ຄົນ)
3). ເມືອງໄຊບູລີ ມີ 1 ບ້ານ (1 ຄົນ)
5. ແຂວງວຽງຈັນ 42 ຄົນ ຈາກ :
1) ເມືອງແກ້ວອຸດົມ 22 ຄົນ
2) ເມືອງ ວຽງຄໍາ 9 ຄົນ
3) ເມືອງ ວັງວຽງ 8 ຄົນ
4) ເມືອງ ໂພນໂຮງ 3 ຄົນ
6. ບໍ່ແກ້ວ 26 ຄົນ ຈາກ:
ເມືອງ ຕົ້ນເຜີ້ງ 13 ແລະ ເຂດພິເສດ 12 ຄົນ ແລະ ເມືອງຫ້ວຍຊາຍ 1 ຄົນ.
7. ຄໍາມ່ວນ 19 ຄົນ ຈາກ:
1). ກໍາມະກອນຢູໂຮງງານລາວຄາຍຢວນທີ່ກັກໂຕຢູ່ມີ 11 ຄົນ.
2). ກໍາມະກອນຢູ່ບໍລິສັດສະປີດຂົນສົ່ງສາກົນ (ຂົວມິດຕະພາບ3): ມີ 2 ຄົນ
3). ບ້ານນາບົງ ມີ 01 ຄົນຈາກ
4). ບ້ານເລົ່າໂພໄຊ ມີ 05 ຄົນ
8. ຈໍາປາສັກ 12 ຄົນ:
1). ເມືອງບາຈຽງຈະເລີນສຸກ ມີ 10 ຄົນ
2). ເມືອງໂພນທອງ ມີ 2 ຄົນ
9. ສາລະວັນ 12 ຄົນ
– ເມືອງສາລະວັນ 12 ຄົນ
10. ໄຊສົມບູນ 2 ຄົນ
1) ເມືອງລ່ອງຊານ ມີ 1 ຄົນ
2) ເມືອງອານຸວົງ ມີ 1 ຄົນ
• ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ຄື: 3 ຄົນ ຈາກແຂວງຫຼວງພະບາງ ແລະ 2 ຄົນ ຈາກ ສະຫວັນນະເຂດ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 7 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 27,607 ຄົນ, ເສຍຊີວິດສະສົມ 24 (1 ໃໝ່),ປິ່ນປົວດີ ແລະ ກັບບ້ານໃນມື້ວານ ມີ 925 ຄົນ, ກໍາລັງປິ່ນປົວ 6.084ຄົນສຳລັບກໍລະນີຜູ້ເສຍຊີວິດໃໝ່ມີລາຍລະອຽດດັ່ງຕໍ່ໄປນີ້
ສຳລັບກໍລະນີຜູ້ເສຍຊີວິດໃໝ່ມີລາຍລະອຽດດັ່ງຕໍ່ໄປນີ້:
– ເພດຍິງ, ອາຍຸ 50 ປີ ຈາກບ້ານນາດາວ ເມືອງວັງວຽງ ແຂວງວຽງຈັນ
– ຜູ້ກ່ຽວມີການສຳພັດໃກ້ຊິດກັບຜູ້ຕິດເຊື້ອຢູ່ບ້ານນາມອນ ເມືອງວັງວຽງ ເຊິ່ງໄດ້ມີການອອກຖະແຫຼ່ງຂ່າວກ່ອນໜ້ານີ້ແລ້ວ
– ພະຍາດປະຈຳໂຕ : ເບົາຫວານ,ຄວາມດັນ,ໄຂ່ຫຼັງຊຸດໂຊມແລະປອດບວມ.
– ໃນວັນທີ 2/10/2021 ຜູ້ກ່ຽວມີອາການອິດເມື່ອຍ, ແໜ້ນໜ້າເອິກ,ຫາຍໃຈຍາກ.
– ໃນວັນທີ: 05/10/2021 ຜູ້ກ່ຽວໄດ້ໄປກອບຕົວຢ່າງແລະໄດ້ນອນຕິດຕາມຢູ່ໂຮງໜໍວັງວຽງພ້ອມທັງແຍກຫ້ອງປ່ຽວ
– ໃນວັນທີ 07/10/2021: ລາຍງານຜົນອອກມາເປັນບວກ (Covid-19) ແລະ ຜູ້ກ່ຽວອາການບໍ່ດີຂຶ້ນໃດ້ສົ່ງມາໂຮງໜໍແຂວງວຽງຈັນສູນປິ່ນປົວພະຍາດໂຄວິດ
ຜູ້ສໍາພັດ:ຄົນໃນຄອບຄົວທັງໝົດມີ: 07 ຄົນ.
 ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງແມ່ນທ່ານສາມາດໄປເກັບຕົວຢ່າງ ເພື່ອກວດຊອກຫາເຊືື້ອພະຍາດໂຄວິດ-19 ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມທີ່ທາງຄະນະສະເພາະກິດຂອງແຂວງໄດ້ແຈ້ງບອກ ພ້ອມດຽວກັນທາງແຂວງກໍ່່ມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອເກັບຕົວຢ່າງ ຄົ້ນຫາຄົນຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ທຸກຈຸດກວດ ໃຫ້ບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
– ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາ ເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາ ເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາ ເມືອງນາຊາຍທອງ ແມ່ນມີ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4. ສໍາລັບຈຸດບໍລິການສູນການຄ້າລາວໄອເຕັກ ໄດ້ໂຈະການບໍລິການຊົ່ວຄາວ, ຈະແຈ້ງໃຫ້ຊາບ ວັນເວລາ ທີ່ຈະເປີດບໍລິການຄືນໃໝ່