ວັນທີ 7 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ6,234 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 786 ຄົນ (ຕິດເຊື້ອພາຍໃນມີ 783 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 783 ຄົນຈາກ 15 ແຂວງເຊິ່ງລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 314 ຄົນ:ມາຈາກ 130 ບ້ານ, ໃນ 9 ເມືອງ
• ເມືອງຈັນທະບູລີ ມີ 10 ບ້ານ (27 ຄົນ)
• ເມືອງສີໂຄດຕະບອງ ມີ 22 ບ້ານ (38 ຄົນ)
• ເມືອງໄຊເສດຖາ ມີ 25 ບ້ານ (83 ຄົນ)
• ເມືອງສີສັດຕະນາກ ມີ 15 ບ້ານ (23 ຄົນ)
• ເມືອງນາຊາຍທອງ ມີ 08 ບ້ານ (34 ຄົນ)
• ເມືອງໄຊທານີ ມີ 27 ບ້ານ (77 ຄົນ)
• ເມືອງຫາດຊາຍຟອງ ມີ 18 ບ້ານ (26 ຄົນ)
• ເມືອງສັງທອງ 04 ບ້ານ (05 ຄົນ)
• ເມືອງປາກງື່ມ 01 ບ້ານ (01 ຄົນ)
2. ຫຼວງພະບາງ, ມີ 138 ຄົນ ໃນ 30 ບ້ານ ແລະ 6 ເມືອງ
3. ແຂວງວຽງຈັນ ມີ 71 ຄົນ ໃນ 20 ບ້ານ ແລະ 5 ເມືອງ
4. ຫຼວງນ້ຳທາ ມີ 48 ຄົນ ໃນ 27 ບ້ານ ແລະ 3 ເມືອງ
5. ຜົ້ງສາລີ ມີ 40 ຄົນ ໃນ 2 ເມືອງ
6. ໄຊຍະບູລີ ມີ 33 ຄົນ ໃນ 7 ບ້ານ ແລະ 1 ເມືອງ
7. ຈຳປາສັກ ມີ 29 ຄົນ ໃນ 12 ບ້ານ ແລະ 3 ເມືອງ
8. ອຸດົມໄຊ ມີ 26 ຄົນ
9. ເຊກອງ ມີ 19 ຄົນ ໃນ 10 ບ້ານ ແລະ 3 ເມືອງ
10. ບໍລິຄຳໄຊ ມີ 16 ຄົນ ໃນ 4 ບ້ານ ແລະ 1 ເມືອງ
11. ຄຳມ່ວນ ມີ 15 ຄົນ ໃນ 5 ບ້ານ ແລະ 3 ເມືອງ
12. ສະຫວັນນະເຂດ ມີ 13 ຄົນ ໃນ 7 ບ້ານ ແລະ 2 ເມືອງ
13. ບໍ່ແກ້ວ ມີ 12ຄົນ ໃນ 4 ບ້ານ ແລະ 3 ເມືອງ
14. ສາລະວັນ ມີ 8 ຄົນ ໃນ 3 ບ້ານ ແລະ 2 ເມືອງ
15. ໄຊສົມບູນ ມີ 1 ຄົນ ໃນ 1 ບ້ານ ແລະ 1ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 03 ຄົນ ຈາກ ແຂວງສະຫວັນນະເຂດ2 ຄົນ ແລະ ບໍ່ແກ້ວ 1 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 8 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 47,842 ຄົນ, ເສຍຊີວິດສະສົມ 86 ຄົນ(ໃໝ່04), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 499 ຄົນ, ກໍາລັງປິ່ນປົວ8,862 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຊາຍ, ອາຍຸ 86 ປີ, ບ້ານນໍ້າສ້າງ, ເມືອງປາກກະດິງ, ແຂວງບໍລິຄຳໄຊ.
– ໃນຄອບຄົວມີ 9 ຄົນແລະຕິດເຊື້ອທັງໝົດ
– ພະຍາດປະຈໍາຕົວ: ຜູ້ກ່ຽວເປັນອໍາມະພາດນອນຕິດຕຽງ
– ຜ່ານມາໄດ້ສັກວັກຊີນກັນໂຄວິດ-19 ຄົບ
– ວັນທີ 27 ຕຸລາ 2021: ໄດ້ເກັບຕົວຢ່າງຊອກຫາພະຍາດໂຄວິດ-19
– ວັນທີ 30 ຕຸລາ 2021:ຜົນອອກພົບເຊື້້ອ ແລະເຂົ້າສູນປີ່ນປົວ
– ໄລຍະທີ່ນອນປິ່ນປົວຢູ່ສູນດັ່ງກ່າວແຕ່ວັນທີ 27 ຕຸລາ – 06 ພະຈິກ 2021 ເປັນເວລາ 12 ມື້
– ເວລາ 24:00 ໂມງຂອງວັນທີ 6 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ
ຜູ້ທີ 2: ເພດຍິງ, ອາຍຸ 42 ປີ, ອາຊີບແມ່ເຮືອນ, ບ້ານສີບຸນເຮືອງທ່າ, ເມືອງສີໂຄດຕະບອງ, ນະຄອນ
ຫລວງ
-ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະພະຍາດອ້ວນ
– ຜ່ານມາບໍ່ໄດ້ສັກວັກຊີນກັນໂຄວິດ-19
– ວັນທີ 05 ພະຈິກ 2021: ເກັບຕົວຢ່າງກວດໂຄວິດຢູ່ມະໂຫສົດ ແລະ ໃຫ້ຜົນບວກ
– ວັນທີ 06 ພະຈິກ 2021: ໄດ້ຍ້າຍມາຕິດຕາມຢູ່ໂຮງໝໍມິດຕະພາບດ້ວຍອາການໄອຫຼາຍ, ມີຂີ້
ສະເຫລດ, ອິດເມື່ອຍ, ຫາຍໃຈຫອບ, ເຈັບຫນ້າເອິກ, ນອນພຽງບໍ່ໄດ້ແລະກະວົນກະວາຍ
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແຕ່ວັນທີ 06-07 ພະຈິກ 2021 ເປັນເວລາ 02 ມື້
– ຮອດເວລາ 05:45 ໂມງຂອງວັນທີ 07 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ 3: ເພດຍິງ, ອາຍຸ 65 ປີ, ອາຊີບ: ແມ່ເຮືອນ, ບ້ານຫນອງປາໄນ, ເມືອງສີໂຄດຕະບອງ, ນະຄອນ
ຫລວງ.
– ພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນເລືອດສູງ
– ຜ່ານມາໄດ້ສັກວັກຊີນກັນໂຄວິດ-19 ຄົບ
– ວັນທີ 17 ຕຸລາ 2021: ໄດ້ເກັບຕົວຢ່າງກວດພະຍາດໂຄວິດ-19
– ວັນທີ 18 ຕຸລາ 2021: ຜົນກວດອອກມາແມ່ນພົບເຊື້ອແລະໃນມື້ດຽວກັນໄດ້ຮັບເຂົ້າປິ່ນປົວຢູ່ໂຮງ
ໝໍມິດຕະພາບດ້ວຍມີອາການໄອ, ຫາຍໃຈບໍ່ອີ່ມ, ຫນາວສັ່ນມີໄຂ້ ແລະວິນຫົວ.
– ໄລຍະນອນປິ່ນປົວປົວຢູ່ມິດຕະພາບແຕ່ວັນທີ 18 ຕຸລາ 2021 – 07 ພະຈິກ 2021.
– ມາຮອດເວລາ 07:10 ໂມງຂອງວັນທີ 07 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 4: ເພດຍິງ, ອາຍຸ 84 ປີ, ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
– ປະຫັວດພະຍາດປະຈໍາຕົວ: ເບົາຫວານ,ໄຂ່ຫຼັງຊຸດໂຊມ, ຊ່ວຍເຫຼືອຕົນເອງບໍ່ໄດ້ຫຼາຍປີແລ້ວ
– ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
– ວັນທີ 27 ຕຸລາ 2021: ໄດ້ເອົາຜູ້ກ່ຽວເຂົ້ານອນຢູ່ສູນຂອງສະໂມສອນແຂວງຍ້ອນວ່າຄອບຄົວ
ຕິດເຊື້ອໝົດທຸກຄົນແລະບໍ່ມີໃຜເບິ່ງແຍງຜູ້ກ່ຽວ
– ວັນທີ 30 ຕຸລາ 2021: ໄດ້ເກັບຕົວຢ່າງແລະຜົນກວດອອກມາພົບເຊື້ອຊື່ງຄົນເຈັບມີອາການ
ອິດເມື່ອຍ, ໄອ, ຫາຍໃຈຝຶດ, ຫາຍໃຈໄວແລະເວລາ 10:00 ໂມງຂອງມື້ດຽວກັນໄດ້ນໍາສົ່ງຄົນເຈັບ
ມາປີ່ນປົວຢູ່ໂຮງໝໍແຂວງ
– ໄລຍະນອນປິ່ນປົວປົວແຕ່ວັນທີ 27 ຕຸລາ 2021 – 07 ພະຈິກ 2021, ເປັນເວລາ 12 ມື້
– ມາຮອດເວລາ 18:00 ໂມງຂອງວັນທີ 07 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່: ມີຄື
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຈຸດເປັນຕົວຢ່າງ ຢູ່ ມສ ລາວ-ຫວຽດ ແລະ ມ. ຕົ້ນ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 7ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,007 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,240 ຄົນ (ສູນ 3,426 ຄົນ ແລະ ໂຮງແຮມ 1,814 ຄົນ).