ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 7 ມີນາ 2022 ໄດ້ກວດວິເຄາະທັງໝົດ 2,066 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 231 ຄົນ (ຕິດເຊື້ອພາຍໃນ 204 ຄົນ ແລະ ນໍາເຂົ້າ 27 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 204 ຄົນ ຈາກ 14 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 132 ຄົນ
2. ຫົວພັນ 12 ຄົນ
3. ຄຳມ່ວນ 10 ຄົນ
4. ຊຽງຂວາງ 9 ຄົນ
5. ເຊກອງ 8 ຄົນ
6. ອັດຕະປື 6 ຄົນ
7. ສະຫວັນນະເຂດ 5 ຄົນ
8. ໄຊຍະບູລີ 4 ຄົນ
9. ບໍລິຄຳໄຊ 4 ຄົນ
10. ວຽງຈັນ 4 ຄົນ
11. ບໍ່ແກ້ວ 3 ຄົນ
12. ຈຳປາສັກ 2 ຄົນ
13. ສາລະວັນ 2 ຄົນ
14. ຫຼວງພະບາງ 2 ຄົນ
15. ອຸດົມໄຊ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 27 ຄົນ ຈາກສະຫວັນນະເຂດ 14 ຄົນ, ຈໍາປາສັກ 4 ຄົນ ແລະ ຫົວພັນ 9 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 144,551 ຄົນ, ອອກໂຮງໝໍວານນີ້ 78 ຄົນ, ກຳລັງປິ່ນປົວ 1,670 ຄົນ ແລະ ເສຍຊີວິດທັງໝົດ 634 ຄົນ (ເສຍຊິວິດໃໝ່ 02 ຄົນ).
• ສຳລັບຜູ້ເສຍຊີວິດໃໝ່ 02 ຄົນ ຢູ່ ຈໍາປາສັກ 01 ຄົນ ແລະ ສະຫວັນນະເຂດ 01 ຄົນ.
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
ຈຸດທີ 1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ຈຸດທີ 2. ໂຮງໝໍເມືອງ 9 ຕົວເມືອງ
ຈຸດທີ 3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ຈຸດທີ 4. ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.