ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 7 ເມສາ 2022 ໄດ້ກວດວິເຄາະທັງໝົດ 4,097 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,842 ຄົນ (ຕິດເຊື້ອພາຍໃນ 1,807 ຄົນ ແລະ ນໍາເຂົ້າ 35 ຄົນ). ເຮັດໃຫ້ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 192,860 ຄົນ, ອອກໂຮງໝໍວານນີ້ 424 ຄົນ, ກຳລັງປິ່ນປົວ 4,763 ຄົນ ແລະ ເສຍຊີວິດທັງໝົດ 690 ຄົນ (ເສຍຊີວິດໃໝ່ 3 ກໍລະນີ)
– ຂໍ້ມູນໂດຍຫຍໍ້ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ມີທັງໝົດ 1,807 ຄົນ ຈາກ 17 ແຂວງ ແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 1123 ຄົນ
2 ສະຫັວນນະເຂດ 86 ຄົນ
3 ວຽງຈັນ 64 ຄົນ
4 ຄໍາມ່ວນ 55 ຄົນ
5 ສາລະວັນ 55 ຄົນ
6 ເຊກອງ 55 ຄົນ
7 ອັດຕະປື 48 ຄົນ
8 ໄຊຍະບູລີ 45 ຄົນ
9 ຫົວພັນ 41 ຄົນ
10 ຫຼວງພະບາງ 39 ຄົນ
11 ໄຊສົມບູນ 33 ຄົນ
12 ບໍ່ແກ້ວ 32 ຄົນ
13 ບໍລິຄໍາໄຊ 32 ຄົນ
14 ຜົ້ງສາລີ 28 ຄົນ
15 ອຸດົມໄຊ 25 ຄົນ
16 ຊຽງຂວາງ 21 ຄົນ
17 ຈໍາປາສັກ 15 ຄົນ
18 ຫຼວງນໍ້າທາ 10 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 35 ຄົນ ຈາກແຂວງຈຳປາສັກ 2 ຄົນ, ສະຫວັນນະເຂດ 5ຄົນ, ນະຄອນຫຼວງ 5 ຄົນ,ສາລະວັນ 5 ຄົນ, ບໍລິຄຳໄຊ 1 ຄົນ ແລະ ຫົວພັນ 17 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ສ່ວນຜູ້ເສຍຊີວິດໃໝ່ 3 ຄົນມື້ນີ້ຈາກນະຄອນຫຼວງວຽງຈັນ 1 ກໍລະນີ , ແຂວງສະຫວັນນະເຂດ 1 ຄົນ ແລະ ແຂວງສາລະວັນ 1 ກໍລະນີ.
 ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
No photo description available.