ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
– ໂຮງໝໍເມືອງ 9 ຕົວເມືອງ
2. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ 8 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.546 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 513 ຄົນ (ຕິດເຊື້ອພາຍໃນ 496 ຄົນ ແລະ ນໍາເຂົ້າ 17 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 496 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:
1 ຊຽງຂວາງ 115 ຄົນ
2 ນະຄອນຫຼວງ 57 ຄົນ
3 ອຸດົມໄຊ 57 ຄົນ
4 ຫົວພັນ 41 ຄົນ
5 ເຊກອງ 33 ຄົນ
6 ສະຫັວນນະເຂດ 29 ຄົນ
7 ຄໍາມ່ວນ 28 ຄົນ
8 ໄຊສົມບູນ 22 ຄົນ
9 ບໍລິຄໍາໄຊ 21 ຄົນ
10 ຫຼວງພະບາງ 20 ຄົນ
11 ຜົ້ງສາລີ 18 ຄົນ
12 ໄຊຍະບູລີ 15 ຄົນ
13 ຈໍາປາສັກ 13 ຄົນ
14 ວຽງຈັນ 10 ຄົນ
15 ສາລະວັນ 6 ຄົນ
16 ອັດຕະປື 6 ຄົນ
17 ບໍ່ແກ້ວ 3 ຄົນ
18 ຫຼວງນໍ້າທາ 2 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 17 ຄົນ ທັງໝົດຈາກນະຄອນຫຼວງ 01 ຄົນ, ບໍລິຄໍາໄຊ 03 ຄົນ ແລະສະຫວັນນະເຂດ 13 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ 137.616 ກໍລະນີ, ອອກໂຮງໝໍວານນີ້ 224 ຄົນ, ກຳລັງປິ່ນປົວ 3,943 ຄົນ ແລະ ເສຍຊີວິດສະສົມທັງໝົດ 583 ຄົນ (ເສຍຊິວິດໃໝ່ 06ຄົນ).
– ສຳລັບຜູ້ເສຍຊີວິດໃໝ່ 06 ຄົນ ຢູ່ນະຄອນຫຼວງວຽງຈັນ 02 ຄົນ, ຫົວພັນ, ອຸດົມໄຊ, ໄຊສົມບູນ ແລະ ບໍລິຄໍາໄຊ ແຂວງລະ 01 ຄົນ.