ສະພາບການລະບາດພະຍາດ ໂຄວິດ-19 ຢູ່ ສປປ ລາວ, ມາຮອດ ວັນທີ 8 ກໍລະກົດ 2021:
• ໄດ້ກວດວິເຄາະທັງໝົດ 1,460 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 68 ຄົນ,ຈາກ ຈາກນະຄອນຫຼວງວຽງຈັນ 7, ສະຫວັນນະເຂດ 40 ກໍລະນີ, ຈຳປາສັກ 19 ກໍລະນີ ຄຳມ່ວນ 1 ກໍລະນີ ແລະ ແຂວຽງຈັນ 1 ກໍລະນີ.
• ໃນນັ້ນ ກໍລະນີນຳເຂົ້າມີ 67 ຄົນ ຈາກ ຈາກນະຄອນຫຼວງວຽງຈັນ 7, ສະຫວັນນະເຂດ 40 ກໍລະນີ, ຈຳປາສັກ 19 ກໍລະນີ ຄຳມ່ວນ 1 ກໍລະນີເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.
• ການຕິດເຊື້ອໃນຊຸມຊົນມີ 1 ຄົນຈາກແຂວງວຽງຈັນທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.
ມາຮອດມື້ນີ້ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,537 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່)ແລະ ກໍາລັງປິ່ນປົວ ທັງໝົດ 427 ຄົນ.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
• ວັນທີ8ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,514 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14ວັນ;
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່49 ສູນ ແລະ ມີຜູ້ຈຳກັດບໍລິເວນ 4,979 ຄົນ.
ປະຈຸບັນຈຳນວນບ້ານແດງໃນນະຄອນຫຼວງວຽງຈັນແມ່ນມີ05 ບ້ານ (ບໍ່ມີບ້ານແດງໃໝ່)ໃນ 04 ເມືອງ ຄື: ເມືອງຈັນທະບູລີ, ໄຊທານີ, ໄຊເສດຖາ ແລະ ນາຊາຍທອງ.
• ສຳລັບ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ ມີ 4 ບ້ານ ຄື:
– ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ
– ບ້ານເກົ້າລ້ຽວ ເມືອງ ສີໂຄດຕະບອງ
– ບ້ານໂນນແກ້ວ ເມືອງ ສີໂຄດຕະບອງ
– ບ້ານຫ້ວຍເຕີຍ ເມືອງໄຊທານີ
Loading...