ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 8 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,081 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 425 ຄົນ (ຕິດເຊື້ອພາຍໃນມີ 419 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ)
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 419 ຄົນ ຊຶ່ງມີລາຍລະອຽດ ຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍດັ່ງນີ້:
o ນະຄອນຫຼວງ 273 ຄົນ: ມີ 7 ເມືອງ ແລະ78 ບ້ານ
1) ເມືອງຈັນທະບູລີ ມີ 12 ຄົນ, 7 ບ້ານ
2) ເມືອງສີໂຄດຕະບອງ ມີ 70 ຄົນ, 29 ບ້ານ
3) ເມືອງໄຊເສດຖາ ມີ 62 ຄົນ, 12 ບ້ານ
4) ເມືອງສີສັດຕະນາກ ມີ 45 ຄົນ, 9 ບ້ານ
5) ເມືອງນາຊາຍທອງ ມີ 55 ຄົນ, 9 ບ້ານ
6) ເມືອງໄຊທານີ ມີ 17 ຄົນ, 5 ບ້ານ
7) ເມືອງຫາດຊາຍຟອງ ມີ 11 ຄົນ, 7 ບ້ານ
o ຫຼວງພະບາງ 51 ຄົນ:
1. ນະຄອນຫລວງພະບາງ ມີ 12 ບ້ານ (27ຄົນ)
2. ເມືອງຊຽງເງີນ ມີ 02 ບ້ານ (09 ຄົນ)
3. ເມືອງງອຍ ມີ 03 ບ້ານ (06 ຄົນ)
4. ເມືອງຈອມເພັດ ມີ 02 ບ້ານ (04 ຄົນ)
5. ເມືອງນໍ້າບາກ ມີ 04 ບ້ານ (04 ຄົນ)
6. ບ້ານນໍ້າມີ້, ເມືອງວຽງຄໍາ ມີ 01 ຄົນ
o ສະຫວັນນະເຂດ 20 ຄົນ:
1. ເມືອງອຸທຸມພອນ ມີ 5 ບ້ານ (11 ຄົນ)
2. ນະຄອນໄກສອນ ມີ 07 ບ້ານ (09 ຄົນ)
o ແຂວງວຽງຈັນ 19 ຄົນ:
1). ເມືອງແກ້ວອຸດົມມີ 06 ບ້ານ (09 ຄົນ)
2). ເມືອງວັງວຽງ ມີ 04 ບ້ານ (07 ຄົນ)
3). ເມືອງຫີນເຫີບ ມີ 02 ບ້ານ (03 ຄົນ)
o ບໍ່ແກ້ວ 18 ຄົນ:
– ເມືອງຕົ້ນເຜິ້ງ: ບ້ານພຽງງາມ 11 ຄົນ; ບ້ານດອນມູນ 02 ຄົນ; ແລະເຂດພິເສດ 01 ຄົນ.
– ເມືອງຫ້ວຍຊາຍ: ບ້ານມົກກະຈອກ 02 ຄົນ; ບ້ານອຸດົມ 02 ຄົນ
o ບໍລິຄຳໄຊ 13 ຄົນ
– ເມືອງປາກກະດິງ ມີ 8 ຄົນ
– ເມືອງປາກຊັນ ມີ 05 ຄົນ
o ຫຼວງນໍ້າທາ 7 ຄົນ:
– ຄົນຈີນແມ່ນການລັກລອບເຂົ້າເມືອງໃນຊ່ວງປີຜ່ານມາເພື່ອມາເຮັດວຽກຢູ່ສາມລ່ຽມຄໍາ
– ສ່ວນຄົນລາວ 04 ຄົນນັ້ນ (03 ຄົນແມ່ນມີອາຊີບຂັບລົດບັນທຸກລົດພ່ວງຍາວຢູ່ດ່ານບໍ່ເຕັນແລະອີກ 01 ແມ່ນກໍາມະກອນເຂດພິເສດສາມລ່ຽມຄຳ).
o ຈໍາປາສັກ 7 ຄົນ:
1. ນະຄອນປາກເຊ ມີ 03 ບ້ານ (04 ຄົນ)
2. ເມືອງປະທຸມພອນ ມີ 02 ບ້ານ (02 ຄົນ)
3. ເມືອງບາຈຽງຈະເລີນສຸກ 01 ຄົນ
o ຄຳມ່ວນ 6 ຄົນ
– ເມືອງທ່າແຂກມີ 05 ຄົນ
– ສູນກັກກັນເມືອງຍົມມະລາດມີ 1 ຄົນ
o ສາລະວັນ 3 ຄົນ
– ບ້ານໂນດູ, ເມືອງເລົ່າງາມ ມີ 02 ຄົນ (ເປັນຄົນຫວຽດ)
– ບ້ານຫຼັກສອງ, ເມືອງສາລະວັນ ມີ 01ຄົນ (ເປັນຄົນລາວ)
o ຊຽງຂວາງ 2 ຄົນບ້ານຫໍສິມ, ເມືອງຜາໄຊມີ 02 ຄົນ (ນັກຮຽນແລະປະຊາຊົນທັງສອງຄົນແມ່ນມີຄົນໃນຄອບຄົວຕິດເຊື້ອ)
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ ຄື: ນະຄອນຫຼວງວຽງຈັນ 5 ຄົນ ແລະ ສະຫວັນນະເຂດ 1 ຄົນ, ເຊິ່ງທັງໝົດ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 8 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 28,032ຄົນ, ເສຍຊີວິດສະສົມ 26 (ໃໝ່ 2),ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 295 ຄົນ, ກໍາລັງປິ່ນປົວ 6,027 ຄົນ.
ສຳລັບ ຄົນເຈັບເສຍຊີວີດ 2 ຄົນ, ລາຍລະອຽດ ດັ່ງນີ້:
o ຜູ້ທີ1: ເພດຊາຍ, ອາຍຸ 80 ປີ, ອາຊີບ: ຜູ້ເຖົ້າ, ບ້ານໂພນສະຫວັນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ມີພະຍາດປະຈຳໂຕ ຄື ຄວາມດັນເລືອດສູງ ແລະ ເປັນອຳມະພາດ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19 (ລູກຊາຍ ແລະ ລູກໄພ້ ຕິດເຊື້ອ). ວັນທີ 1 ຕຸລາ 2021 ຜູ້ກ່ຽວມີອາການໄອ ແລະ ຫາຍໃຈຝຶດ, ວັນທີ 6 ຕຸລາ 2021 ຜູ້ກ່ຽວ ພ້ອມດ້ວຍພັນລະຍາ ຈຶ່ງໄດ້ໄປເກັບຕົວຢ່າງກວດ ແລະ ຜົນກວດພົບເຊື້ອໃນວັນທີ 8 ຕຸລາ 2021 ໃນມື້ດຽວກັນ ທີມງານໄດ້ໂທແຈ້ງຜົນກວດ ແລະ ປະສານພົວພັນລົດ ແຕ່ຄົນເຈັບໄດ້ເສຍຊີວິດລົງຢູ່ບ້ານ ໃນເວລາ 16:00 ໂມງ.
o ຜູ້ທີ 2: ເພດຊາຍ, ອາຍຸ 58 ປີ, ອາຊີບ: ຂາຍດິນບ໋ອກເຮັດເສົາ, ບ້ານທ່າແຂກ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ມີພະຍາດປະຈໍາໂຕ: ໄຂ່ຫຼັງຊຸດໂຊມ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19 (ພັນລະຍາຕິດເຊື້ອ).
ວັນທີ 8 ຕຸລາ 2021:
– ຜູ້ກ່ຽວໄດ້ໄປຟອກໄຂ່ຫຼັງໃນຕອນທ່ຽງ
– ພາຍຫຼັງຟອກແລ້ວ ໃນເວລາ 16:00 ໂມງ ມີອາການເມື່ອຍ ແລະ ງ້ວງຊືມ
– ເວລາ 18:00 ໂມງ ມາກວດຢູ່ໂຮງໝໍມີດຕະພາບ (ຄົນເຈັບບໍ່ໄດ້ສະຕິ)
– ເວລາ 19:00 ໂມງ ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19
– ເວລາ 20:00 ໂມງ ຜູ້ກ່ຽວເສຍຊີວິດ
 ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ປະກອບມີ:
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
– ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາ ເມືອງ ໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາ ເມືອງ ສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາ ເມືອງ ນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4. ສໍາລັບຈຸດບໍລິການສູນການຄ້າລາວໄອເຕັກ ຈະໄດ້ເປີດໃຫ້ບໍລິການທ່ານ ເລິ່ມແຕ່ວັນທີ 11-15 ຕຸລາ 2021.
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 8 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,028 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈຶ່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 99 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 6,356 ຄົນ (ສູນ 4,392 ຄົນແລະ ໂຮງແຮມ 1,964 ຄົນ).