ວັນທີ 8 ພະຈິກ 2021, ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,107 ຕົວຢ່າງ, ໃນນັ້ນກວດພົບຜູ້ຕິດເຊືື້ອໃໝ່ 1,049 ຄົນ (ຕິດເຊື້ອພາຍໃນມີ 1,045 ຄົນແລະຕິດເຊື້ອນໍາເຂົ້າ 4 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 1,045 ຄົນຈາກ 14 ແຂວງເຊິ່ງລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 512 ຄົນ: ມາຈາກ 159 ບ້ານ, ໃນ 8 ເມືອງ
• ເມືອງຈັນທະບູລີ ມີ 15 ບ້ານ (57 ຄົນ)
• ເມືອງສີໂຄດຕະບອງ ມີ 23 ບ້ານ (63 ຄົນ)
• ເມືອງໄຊເສດຖາ ມີ 31 ບ້ານ (144 ຄົນ)
• ເມືອງສີສັດຕະນາກ ມີ 11 ບ້ານ (40 ຄົນ)
• ເມືອງນາຊາຍທອງ ມີ 06 ບ້ານ (9 ຄົນ)
• ເມືອງໄຊທານີ ມີ 39 ບ້ານ (128 ຄົນ)
• ເມືອງຫາດຊາຍຟອງ ມີ 22 ບ້ານ (38 ຄົນ)
• ເມືອງປາກງື່ມ 12 ບ້ານ (40 ຄົນ)
• ຕ່າງແຂວງ 03 ຄົນ ຈາກໂຮງໝໍເສດຖາທິລາດ
2. ຫຼວງພະບາງ, ມີ 137 ຄົນ ໃນ 29 ບ້ານ ແລະ 6 ເມືອງ
3. ແຂວງວຽງຈັນ ມີ 86 ຄົນ ໃນ 31 ບ້ານ ແລະ 9 ເມືອງ
4. ບໍ່ແກ້ວ ມີ 81 ຄົນ ໃນ 3 ເມືອງ
5. ຈຳປາສັກ ມີ 44 ຄົນ ໃນ 15 ບ້ານ ແລະ 3 ເມືອງ
6. ເມືອງຫຼວງນ້ຳທາ ມີ 44 ຄົນ ໃນ 23 ບ້ານ ແລະ 2 ເມືອງ
7. ຜົ້ງສາລີ ມີ 31 ຄົນ ໃນ 9 ບ້ານ ແລະ 2 ເມືອງ
8. ບໍລິຄຳໄຊ ມີ 25 ຄົນ ໃນ 6 ບ້ານ ແລະ 1 ເມືອງ
9. ສະຫວັນນະເຂດ ມີ 19 ຄົນ ໃນ 11 ບ້ານ ແລະ 2 ເມືອງ
10. ເຊກອງ ມີ 21 ຄົນ ໃນ 5 ບ້ານ ແລະ 2 ເມືອງ
11. ຄຳມ່ວນ ມີ 16 ຄົນ ໃນ 5 ບ້ານ ແລະ 1 ເມືອງ
12. ອຸດົມໄຊ ມີ 14 ຄົນ ໃນ 10 ບ້ານ ແລະ 3 ເມືອງ
13. ໄຊຍະບູລີ ມີ 12 ຄົນ ໃນ 5 ບ້ານ ແລະ 1 ເມືອງ
14. ໄຊສົມບູນ ມີ 3 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 04 ຄົນ ຈາກແຂວງສະຫວັນນະເຂດ 2 ຄົນ ແລະຈໍາປາສັກ 2 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 9 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ສປປລາວ 48.892 ຄົນ, ເສຍຊີວິດສະສົມ 89 ຄົນ (ໃໝ່ 03), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 469 ຄົນ, ກໍາລັງປິ່ນປົວ 9,348 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນມີດັ່ງນີ້:
ຜູ້ທີ 1: ເພດຍິງ, 52 ປີ, ອາຊີບ: ປະຊາຊົນ, ບ້ານດອນຂາຊ້າຍ, ເມືອງຫາດຊາຍຟອງ, ນະຄອນຫລວງ
– ວັນທີ 18 ຕຸລາ 2021: ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະຜົນກວດອອກມາແມ່ນພົບເຊື້ອ
– ພະຍາດປະຈໍາຕົວ: ເບົາຫວານແລະຄວາມດັນເລືອດສູງ
– ຍັງບໍ່ທັນໄດ້ຮັບການສັກວັກຊີນ
– ໄລຍະເວລານອນປີ່ນປົວຢູ່ໂຮງໝໍ 103 ແຕ່ວັນທີ 18 ຕຸລາ 2021 – 07 ພະຈິກ, ເປັນເວລາ 21 ວັນ
– ມາຮອດເວລາ 16:00 ໂມງຂອງວັນທີ 07 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 2: ເພດຍິງ, ອາຍຸ 65 ປີ, ອາຊີບ: ແມ່ເຮືອນ, ບ້ານສາຍລົມ, ນະຄອນຫລວງພະບາງ, ແຂວງຫລວງພະບາງ
– ພະຍາດປະຈໍາຕົວ: ເບົາຫວານແລະຫົວໃຈຊຸດໂຊມ
– ຍັງບໍ່ທັນໄດ້ຮັບການສັກວັກຊີນ
– ວັນທີ 04 ພະຈິກ 2021: ແໜ້າໜ້າເອີກແລະຫາຍໃຈຍາກພ້ອມທັງເກັບຕົວຢ່າງແລະຜົນກວດອອກມາແມ່ນພົບເຊື້ອ
– ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 04 – 08 ພະຈິກ, ເປັນເວລາ 05 ວັນ
– ເວລາ 19:00 ໂມງຂອງວັນທີ 08 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
– ບົ່ງມະຕິການເສຍຊີວິດ: Covid-19 + Respiratory failure + Cardiogenic Shock
ຜູ້ທີ 3: ເພດຊາຍ, 40 ປີ, ອາຊີບ: ປະຊາຊົນ, ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ, ນະຄອນຫລວງ
– ເວລາ 12 ໂມງ 45 ນາທີຂອງວັນທີ 06 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍ 103 ຍ້ອນເມື່ອຍ, ຫາຍໃຈຝຶດແລະແໜ້ນໜ້າເອິກພ້ອມເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະຜົນກວດອອກມາແມ່ນພົບເຊື້ອ
– ພະຍາດປະຈໍາຕົວ: ພະຍາດຫືດ, ຄວາມດັນເລືອດສູງແລະອັກເສບຕັບບີ
– ໄດ້ຮັບການສັກວັກຊີນຊີໂນຟາມຈໍານວນ 01 ເຂັມ
– ໄລຍະເວລານອນປີ່ນປົວຢູ່ໂຮງໝໍ 103 ແຕ່ວັນທີ 06 – 08 ພະຈິກ, ເປັນເວລາ 03 ວັນ
– ມາຮອດເວລາ 23:00 ໂມງຂອງວັນທີ 08 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
– ບົ່ງມະຕິການເສຍຊີວິດ: Covid-19 + ຊຸດໂຊມລະບົບຫາຍໃຈແລະອັກເສບຕັບບີ
ການບໍລິການເກັບຕົວຢ່າງເພື່ອກວດຫາເຊືື້ອໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງຫຼືຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ພ້ອມດຽວກັນແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ໃນຈຸດຫຼືບ້ານທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດດັ່ງນີ້:
ຈຸດກວດຄົງທີ່: ມີຄື
– ສະໜາມກິລາໃນຮົ່ມບຶງຂະຫຍອງ (ວັນຈັນຫາອາທິດ) ເວລາ 9:00–11:30 ໂມງ
– ຈຸດເປັນຕົວຢ່າງຢູ່ ມສ ລາວ-ຫວຽດ ແລະ ມ. ຕົ້ນ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– 01 ທີມຂອງສາທາເມືອງໄຊທານີ
– 01 ທີມຂອງສາທາເມືອງສີສັດຕະນາກ
– 01 ທີມຂອງສາທາເມືອງສີໂຄດຕະບອງເຄື່ອນທີ່ເກັບຕົວຢ່າງຕາມຈຸດທີ່ມີການລະບາດພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນມີ 2 ທີມເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນບ້ານດົງປາແລບເມືອງຈັນທະບູລີ (ເປີດວັນຈັນຫາວັນສຸກ)
• ບ້ານແດງໃນທົ່ວປະເທດວັນທີ 8 ພະຈິກ 2021 ມີ: 771 ບ້ານ 62 ເມືອງແລະ 14 ແຂວງ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດແລະສຸຂະສຶກສາໄດ້
ການເດີນທາງເຂົ້າມາສປປລາວຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 8 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາສປປລາວຈໍານວນທັງໝົດ 1,574 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,280 ຄົນ (ສູນ 3,368 ຄົນ ແລະ ໂຮງແຮມ 1,912 ຄົນ).