ວັນທີ 08 ພຶດສະພາ 2022 ໄດ້ກວດວິເຄາະທັງໝົດ 1,247 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບຜູ້ຕິດເຊື້ອທັງໝົດ 110 ຄົນ (ຕິດເຊື້ອພາຍໃນ 82 ຄົນ ແລະ ນໍາເຂົ້າ 28 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 208,939 ຄົນ (ຕິດເຊື້ອພາຍໃນ 192,891 ຄົນ ແລະ ນໍາເຂົ້າ 16,048 ຄົນ), ອອກໂຮງໝໍວານນີ້ 62 ຄົນ, ກຳລັງປິ່ນປົວ 324 ຄົນ ແລະ ເສຍຊີວິດສະສົມທັງໝົດ 751 ຄົນ (ຜູ້ເສຍຊີວິດໃໝ່ 1 ຄົນ ແມ່ນມາຈາກ ແຂວງສາລະວັນ).
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດຈຳນວນ82ຄົນແມ່ນມາຈາກ12ແຂວງແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 51 ຄົນ
2. ຄຳມ່ວນ 5 ຄົນ
3. ຫົວພັນ 5 ຄົນ
4. ບໍ່ແກ້ວ 4 ຄົນ
5. ວຽງຈັນ 3 ຄົນ
6. ຫຼວງພະບາງ 3 ຄົນ
7. ສະຫວັນນະເຂດ 3 ຄົນ
8. ສາລະວັນ 2 ຄົນ
9. ອຸດົມໄຊ 2 ຄົນ
10. ໄຊຍະບູລີ 2 ຄົນ
11. ອັດຕະປື 1 ຄົນ
12. ບໍລິຄຳໄຊ 1 ຄົນ
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 28 ຄົນຈາກຈໍາປາສັກ 4 ຄົນ, ນະຄອນຫຼວງ 5 ຄົນ, ສະຫວັນນະເຂດ 5 ຄົນແລະ ຫົວພັນ 14 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີຄື :
– ຈຸດບໍລິການໃນສະຖານທີ່ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ(ຈັນ ຫາ ສຸກ ໃນໂມງລັດຖະການ), ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ, ເມືອງຈັນທະບູລີ(ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ).
