ວັນທີ 8 ມີນາ 2022 ໄດ້ກວດວິເຄາະທັງໝົດ 1,726 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 208 ຄົນ(ຕິດເຊື້ອພາຍໃນ 185 ຄົນ ແລະ ນໍາເຂົ້າ23ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ185ຄົນຈາກ 13ແຂວງແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 102 ຄົນ
2. ສະຫວັນນະເຂດ 30 ຄົນ
3. ຈຳປາສັກ 3 ຄົນ
4. ສາລະວັນ 1 ຄົນ
5. ອັດຕະປື 3 ຄົນ
6. ບໍ່ແກ້ວ 1 ຄົນ
7. ແຂວງວຽງຈັນ 5 ຄົນ
8. ຫຼວງພະບາງ 4 ຄົນ
9. ອຸດົມໄຊ 1 ຄົນ
10. ໄຊຍະບູລີ 5 ຄົນ
11. ຊຽງຂວາງ 5 ຄົນ
12. ບໍລິຄຳໄຊ 7 ຄົນ
13. ໄຊສົມບູນ 4 ຄົນ
14. ຫົວພັນ 14 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 23 ຄົນ ຈາກສະຫວັນນະເຂດ 9 ຄົນ, ຈຳປາສັກ 8 ຄົນ,ນະຄອນຫຼວງ 3 ຄົນ, ຫົວພັນ 2 ຄົນແລະ ຄຳມ່ວນ 1ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວມີຜູ້ຕິດເຊື້ອທັງໝົດ 144,759 ຄົນ, ອອກໂຮງໝໍວານນີ້ 81 ຄົນ, ກຳລັງປິ່ນປົວ 1,643 ຄົນ ແລະເສຍຊີວິດທັງໝົດ 635 ຄົນ(ເສຍຊິວິດໃໝ່ 1 ຄົນຈາກໄຊຍະບູລີ).
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
ຈຸດທີ 1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ຈຸດທີ 2. ໂຮງໝໍເມືອງ 9 ຕົວເມືອງ
ຈຸດທີ 3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ຈຸດທີ 4. ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
Loading...