ການຖະແຫຼງຂ່າວ ຂອງ ຄະນະສະເພາະກິດ, ໃນຕອນເຊົ້າມື້ນີ້ ວັນທີ 9 ສິງຫາ 2021 ກ່ຽວກັບ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈຸບັນເຫັນວ່າ ປະເທດເຮົາມີລາຍງານ ການຕິດເຊື້ອສູງ ໃນແຮງງານ ແລະ ບຸກຄົນ ທີ່ເດີນທາງເຂົ້າປະເທດໃນແຕ່ລະວັນ, ມື້ວານນີ້ ວັນທີ 08 ສິງຫາ 2021 ມີລາຍງານຜູ້ຕິດເຊື້ອໃໝ່ ຈຳນວນ 170 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນ ສປປລາວ ຮອດປະຈຸບັນ ແມ່ນ 8,562 ຄົນ, ມີຈຳນວນ ເສຍຊີວິດສະສົມ 8 ຍັງສືບຕໍ່ປິ່ນປົວ 4,092 ຄົນ.
ໃນມື້ວານນີ້ ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 2,731ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 170 ຄົນ ເຊິ່ງ ກໍລະນີຕິດເຊື້ອໃໝ່ທັງໝົດ ແມ່ນມີລາຍລະອຽດດັ່ງນີ້
ການຕິດເຊື້ອພາຍໃນແຂວງ ຈຳນວນ 21 ຄົນ
– ນະຄອນຫຼວງ 2
– ແຂວງວຽງຈັນ 1 ຄົນ,
– ບໍ່ແກ້ວ 9 ຄົນ,
– ສະຫວັນນະເຂດ 6 ຄົນ
– ແລະ ຈຳປາສັກ 3 ຄົນ
• ການຕິດເຊື້ອໃນແຮງງານ ແລະ ຜູ້ທີ່ເດີນທາງເຂົ້າປະເທດ ຈຳນວນ 149 ຄົນຄື:
– ຈາກ ນະຄອນຫຼວງ 44 ຄົນ,
– ຄຳມ່ວນ 7 ຄົນ,
-ສາລະວັນ 25 ຄົນ,
-ສະຫວັນນະເຂດ 2 ຄົນ
-ແລະ ຈຳປາສັກ 71 ຄົນ.
ຂໍ້ມູນໂດຍຫຍໍ້ກ່ຽວກັບກໍລະນີຕິດເຊື້ອໃໝ່ 170 ຄົນ
• ສຳລັບ ນະຄອນຫຼວງ 02 ແຂວງວຽງຈັນ 1 ຄົນ, ບໍ່ແກ້ວ 9 ຄົນ, ສະຫວັນນະເຂດ 6 ຄົນ ແລະ ຈຳປາສັກ 3 ຄົນ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອໃນໄລຍະຜ່ານມາ
• ສ່ວນ ນະຄອນຫຼວງ 44 ຄົນ, ຄຳມ່ວນ 7 ຄົນ, ສາລະວັນ 25 ຄົນ, ສະຫວັນນະເຂດ
ຄົນ ແລະ ຈຳປາສັກ 71 ຄົນ ແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.
• ສໍາລັບສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19
໐ ນະຄອນຫຼວງ ແມ່ນໂຮງໝໍສູນກາງ ແລະ ຈຸດກວດເພີ້ມ ຢູ່ ມສ ສີໂຄດ,
໐ ສ່ວນຂັ້ນແຂວງ ແມ່ນໂຮງໝໍແຂວງ ແລະ ຈຸດກວດເພີ້ມທີ່ຄະນະສະເພາະກິດກຳນົດພາຍໃນແຂວງ
º ນອກຈາກຈຸດກວດຄົງທີ່ ຖ້າຫາກມີການລະບາດໃນຊຸມຊົນ ທີມງານເຝົ້າລະວັງຈະມີການຄົ້ນຫາກໍລະນີຜູ້ຕິດເຊື້ອໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູ່ສະຖານທີ່ເຊິ່ງມີຜູ້ຕິດເຊື້ອໃໝ່
໐ ສ່ວນຂັ້ນແຂວງ ແມ່ນໂຮງໝໍແຂວງ ແລະ ຈຸດກວດເພີ້ມທີ່ຄະນະສະເພາະກິດກຳນົດພາຍໃນແຂວງ
– ນອກຈາກຈຸດກວດຄົງທີ່ ຖ້າຫາກມີການລະບາດໃນຊຸມຊົນ ທີມງານເຝົ້າລະວັງຈະມີການຄົ້ນຫາກໍລະນີຜູ້ຕິດເຊື້ອໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູ່ສະຖານທີ່ເຊິ່ງມີຜູ້ຕິດເຊື້ອໃໝ່ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ ວັນທີ 8 ສິງຫາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປລາວ ຈຳນວນ ທັງໝົດ 1,569 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ 19 ແລະ ນຳສົ່ງເຂົ້າໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼືໂຮງແຮມຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ ຈົນຄົບ 14 ວັນຈຶ່ງຈະໄປເຄື່ອນໄຫວໄດ້, ຮອດປະຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ ເປີດນຳໃຊ້ຢູ່ທັງໝົດ 101 ສູນ ແລະ 48 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 15,025 ຄົນ.