ນັບວ່າເປັນວິໄສທັດ ທີ່ເຫັນກວ້າງເບີ່ງໄກ ຂອງພັກ ແລະ ລັດຖະບານ ໃນການກໍານົດເອົາ ວັນທີ 13 ກໍລະກົດ ຂອງທຸກປີ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດ ຊຶ່ງໄດ້ເລີ່ມຕົ້ນມາແຕ່ປີ 1997 ມາ ຮອດປີນີ້ ແມ່ນຄົບຮອບ 24 ປີ, ພວກເຮົາໄດ້ຖືເອົາວັນສໍາຄັນນີ້ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນ ລຸ້ນຫຼັງ ກໍຄືທົ່ວສັງຄົມ ໃຫ້ເຫັນໄດ້ຄວາມສໍາຄັນ ຂອງສັດນໍ້າ ແລະ ສັດປ່າ.
ດັ່ງທີ່ພວກເຮົາຮູ້ແລ້ວວ່າ ສປປ ລາວ ເຮົາເປັນປະເທດໜຶ່ງ ທີ່ອຸດົມຮັ່ງມີ ໄປດ້ວຍຊັບພະຍາກອນທຳມະຊາດ, ຊັບໃນ ດິນ ສິນໃນນໍ້າ, ມີຊະນິດພັນປາພື້ນເມືອງ ຫຼາຍກວ່າ 500 ຊະນິດ ແລະ ເປັນບ່ອນອາໄສ ຂອງສັດປ່ານາງໆຊະນິດ ທີ່ຫາຍາກ ແລະ ໄກ້ຈະສູນພັນ ຂອງໂລກ ເຊັ່ນ: ໂຕເສົາລາ, ໂຕຂະຍຸ, ຊ້າງ, ເສືອໂຄ່ງ ແລະ ສັດປ່າຊະນິດອື່ນໆ, ສັດນໍ້າ ແລະ ສັດປ່າ ດັ່ງກ່າວ ແມ່ນມີຄວາມສໍາຄັນຕໍ່ການຮັກສາຄວາມອຸດົມສົມບູນ, ຄວາມສົມດູນ ຂອງລະບົບນິເວດໃນທຳມະຊາດ, ເປັນ ມໍລະດົກທາງທຳມະຊາດ ອັນລ້ຳຄ່າ ຂອງຊາດລາວເຮົາ, ປາ ແລະ ສັດນໍ້າອື່ນໆ ແມ່ນເປັນແຫຼ່ງທາດ ຊີ້ນທີ່ມີຄຸນຄ່າທາງດ້ານ ໂພສະນາການສູງ, ເນື່ອງຈາກ ປາໃຫ້ທາດຊີ້ນທີ່ຍ່ອຍງ່າຍ, ມີວິຕາມີນ ແລະ ແຫ່ທາດຕ່າງໆຫລາຍຊະນິດ ເພື່ອຕອບສະໜອງ ໃຫ້ແກ່ຄວາມຕ້ອງການ ຂອງຮ່າງກາຍມະນຸດ ໂດຍສະເພາະກັບແມ່ຖືພາ ແລະ ເດັກນ້ອຍ, ນອກຈາກປາແລ້ວຍັງມີ: ກຸ້ງ, ຫອຍ, ກົບ, ຂຽດ ແລະ ສັດນ້ຳ ປະເພດອື່ນໆ, ຊຶ່ງປະຊາຊົນຍັງຫາໄດ້ຕາມແຫລ່ງນ້ຳທຳມະຊາດ ແລະ ເປັນທາດອາຫານ ທີ່ມີ ຄຸນຄ່າສຳຄັນ ທາງດ້ານໂພສະນາການ ແກ່ປະຊາຊົນໃນເຂດຊົນນະບົດອີກດ້ວຍ.
ຄວາມຫມາຍສຳຄັນ ໃນວັນປ່ອຍປາ, ອະນຸລັກສັດນ້ຳ ແລະ ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ:
ຍ້ອມມີແນວໃທາງທີ່ສະຫຼາດຊ່ອງໃສ ຂອງພັກ ແລະ ລັດຖະບານ ທີ່ເຫັນໄດ້ເຖີງຄວາມຫມາຍ, ຄວາມສຳຄັນ ເພື່ອການອະນຸລັກສັດນໍ້າ ແລະ ສັດປ່າ ໃຫ້ອຸດົມສົມບູນຕະຫຼອດໄປ ໂດຍການເລັງໃສ່ຄວາມໝາຍຄວາມສຳຄັນ ພ້ອມທັງໄດ້ ກຳນົດເອົາເຫດການສຳຄັນ ມາໄວ້ໃນມື້ດຽວກັນ ຄື:
ອັນທີໜຶ່ງ: ເປັນວັນຄ້າຍວັນເກີດ ຂອງທ່ານ ປະທານ ສຸພານຸວົງ ຜູ້ນໍາ ທີ່ແສນເຄົາລົບຮັກ ຂອງພວກເຮົາ, ໃນປີນີ້ ແມ່ນບັນຈົບຄົບຮອບ 112 ປີ (13 ກໍລະກົດ 1909 – 13 ກໍລະກົດ 2021), ອາດີດ ຂອງເພີ່ນ ແມ່ນປະທານປະເທດ ຜູ້ທຳອິດ ຂອງ ສປປ ລາວ, ທີ່ມີຜົນງານດີເດັ່ນ ແລະ ຄຸນງາມຄວາມດີ ຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ໃນພາ ລະກິດຕໍ່ສູ້ກູ້ຊາດ ອັນພິລາດອາດຫານ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກ່ອນສະໃໝ່ ປົດປ່ອຍປະເທດຊາດ ຂອງພວກເຮົາ. ສະນັ້ນ, ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ຂອງເພີ່ນ ພັກ ແລະ ລັດ ຖະບານ ຈື່ງໄດ້ກຳນົດເອົາວັນສໍາຄັນດັ່ງກ່າວ ເປັນການສະເຫຼີມສະຫຼອງວັນຄ້າຍວັນເກີດ ຂອງເພີນ ແລະ ເປັນວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າ ແຫ່ງຊາດ 13 ກໍລະກົດ ຂອງທຸກໆປີ ຂື້ນມາ.
ອັນທີສອງ: ແມ່ນເພື່ອເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນ, ເຍົາວະຊົນຂອງຊາດ ກໍຄືລູກຫຼານຜູ້ເກີດໃໝ່ໃຫ່ຍລຸນ ໃຫ້ມີສະຕິ ຮັກ ແລະ ຫວງແຫນ ສັດນ້ຳ ແລະ ສັດປ່າ ແລະ ທັງເປັນການປຸກລະດົມທົ່ວປວງຊົນ ເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ ແລະ ສັດປ່າ ແນໃສ່ ເຮັດໃຫ້ ປະຊາກອນສັດນັບມື້ມີຄວາມອຸດົມສົມບູນ ແລະ ກາຍເປັນທ່ານແຮງໃນການຄ້ຳປະກັນດ້ານສະບຽງອາຫານ, ໂພຊະນາການ ກໍຄືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂື້ນ.
ອັນທີສາມ: ເປັນຊ່ວງໄລຍະເວລາເຂົ້າພັນສາ, ຊື່ງແມ່ນຮີດຄອງປະເພນີອັນດີງາມ ຂອງຊາວພຸດທະສາດສະໜາ ຂອງ ລາວເຮົາ ທີ່ໄດ້ສຶບທອດກັນມາແຕ່ບູຮານນະການ ແລະ ເປັນຊ່ວງໄລຍະເວລາ ຂອງປາ ຂື້ນວາງໄຂ່ ແລະ ສັດປ່າ ທີ່ກໍາ ລັງຖືພາມານ ໃນບາງທ້ອງຖິ່ນ, ບາງແຂວງ ທີ່ມີຄວາມແຕກຕ່າງກັນໄປຕາມພູມີປະເທດ, ອຸນຫະພູມ, ດິນຟ້າອາກາດ ແລະ ສິ່ງແວດລ້ອມ ທີ່ມີອິທິພົນຕໍ່ການວາງໄຂ່ ແລະ ຂະຫຍາຍພັນ ຂອງສັດນ້ຳ ແລະ ສັດປ່າ ປະເພດຕ່າງໆ, ການ ແຜ່ພັນ ຫລື ການຂະຫຍາຍພັນ ຂອງສັດນ້ຳ ແລະ ສັດປ່າ ບາງຊະນິດພັນ ແມ່ນມີອັດຕາສູນເສຍ ຫລື ຄວາມເສຍສູງ ໃນການສູນພັນຢູ່ໃນຊ່ວງໄລຍະນີ້. ສະນັ້ນ, ເພື່ອເປັນການສົ່ງເສີມ ໃນການຂະຫຍາຍພັນສັດນ້ຳ ແລະ ສັດປ່າ ໃຫ້ມີຢູ່ທຸກຫົນທຸກແຫ່ງ ຂອງ ສປປ ລາວ ບໍ່ວ່າຈະຢູ່ເທິງບົກ ຫລື ໃນນ້ຳກໍ່ຕາມ ໂດຍການຊຸກຍູ້ສ້າງຂະບວນການປ່ອຍສັດນ້ຳ ລົງຕາມແມ່ນ້ຳລຳເຊ, ຫ້ວຍຮອງຄອງບຶງ ແລະ ປ່ອຍ ຕາມສະລ້ຽງປາ ຂອງບຸກຄົນ ຫລື ສ່ວນລວມ ເພື່ອເຮັດໃຫ້ ປະເທດຂອງພວກເຮົາ ອຸດົມສົມບູນໄປດ້ວຍປູປານານ້ຳ, ເພື່ອເປັນການປະກອບສ່ວນ ໃນການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ນັບມື້ນັບດີຂື້ນເລື້ອຍໆ.
ໃນປີຜ່ານມາກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບບັນດາແຂວງ ໃນຂອບເຂດທົ່ວປະເທດ ຈັດຕັ້ງພິທີ ປ່ອຍປາ ແລະ ອະນຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດ ໂດຍການມີສ່ວນຮ່ວມ ຂອງປະຊາຊົນ, ພໍ່ຄ້າຊາວຂາຍ, ເອກະຊົນ ແລະ ຜູ້ປະກອບການ ລວມທັງອົງການຈັດຕັ້ງສາກົນ ທີ່ກຳລັງເຮັດໜ້າທີ່ເຄື່ອນໄຫວ ໃນວຽກງານດັ່ງກ່າວໄດ້ເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນແນວພັນປາ ແລະ ແນວພັນສັດນໍ້າ ແລະ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກ ສັດນໍ້າ ແລະ ສັດປ່າ ແຫ່ງຊາດ, ວັນທີ 13 ກໍລະກົດ 2020 ໄດ້ປ່ອຍປາ ທັງໝົດ 55 ລ້ານໂຕ. ໄປຄຽງຄູ່ກັນນັ້ນ ການປ່ອຍສັດປ່າ ເຊັ່ນ: ນົກ, ສັດເລື່ອຄານ ແລະ ສັດປະເພດອື່ນໆ ກໍມີຈຳນວນເພີ່ມຂື້ນ, ສະເພາະແຜນການປ່ອຍປາ ໃນປີ 2021 ນີ້ ທາງຂະແໜງການໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການ ປ່ອຍປາ ເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າ ໃຫ້ໄດ້ທັງໝົດ 58 ລ້ານໂຕ.
ສໍາລັບການຈັດພິທີປ່ອຍປາ ໃນປີນີ້ ບາງແຂວງ ແມ່ນໄດ້ສ້າງເງື່ອນໄຂ ໂດຍການຈັດພິທີປູກຕົ້ນໄມ້ ໃນວັນທີ 01 ມິຖຸນາ 2021 ພ້ອມທັງຈັດພິທີປ່ອຍປາ ແລະ ປ່ອຍສັດປ່າ ຄືນສຸທຳມະຊາດ ດ້ວຍແບບກະທັດຮັດ, ເບົາບາງ, ປະຢັດ ມັດທະຍັດ ແລະ ມີເນື້ອໃນ, ໃນນາມມາຫາພາກ ກົມປ່າໄມ້ ແລະ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ພະແນກການ ແລະ ສູນຝຶກອົບຮົມປ່າໄມ້ (ຫ້ວຍປ່າມ້ອມ) ທີ່ຂື້້ນ ກັບກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຈະໄດ້ຮ່ວມກັນ ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ ແລະ ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ ປະຈໍາປີ 2021 ຂຶ້ນ ທີ່ສູນຝຶກອົບຮົມປ່າໄມ້ (ຫ້ວຍປ່າມ້ອມ), ເມືອງ ຫີນເຫີບ, ແຂວງ ວຽງຈັນ ຊຶ່ງຄາດຄະເນປາທີ່ຈະປ່ອຍ ມີ 03 ຊະນິດພັນ ລວມທັງໝົດ 50,000 ໂຕ (ຫ້າສີບພັນໂຕ) ໃນນັ້ນ ປາປາກ ມີ 20,000 ໂຕ, ປາໃນ ມີ 15,000 ໂຕ ແລະ ປານວນຈັນ ມີ 15,000 ໂຕ ແລະ ຈັດໃນແບບກະທັດຮັດ, ເບົາບາງ, ປະຢັດມັດທະຍັດ ແຕ່ໃຫ້ຮັບປະກັນທາງດ້ານເນື້ອໃນ ແລະ ຄວາມເປັນ ລະບຽບຮຽບຮ້ອຍຮອບດ້ານ ເນື່ອງຈາກ ມີຄວາມສ່ຽງ ຂອງພະຍາດໂຄວິດ-19 ຈຶ່ງໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ປະຕິບັດ ມາດຕະການສະກັດກັ້ນ, ຕ້ານ ແລະ ປ້ອງກັນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ລັດຖະບານ ວາງອອກຢ່າງ ເຂັ້ມງວດ.
ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ ຂໍຮຽກຮ້ອງມາຍັງພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນທົ່ວສັງຄົມ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈ ຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນໍ້າສັດປ່າ ໃຫ້ຫຼາຍຂຶ້ນ ແນ່ໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈຳ ນວນປະຊາກອນ ຂອງສັດນໍ້າ ແລະ ສັດປ່າ ທີ່ເປັນມໍລະດົກທາງທໍາມະຊາດ ຂອງຊາດ ໃຫ້ໄດ້ຮັບການປົກປັກຮັກສາ, ຊົມໃຊ້ ແບບຍືນນານ ແລະ ເປັນມູນມໍລະດົກຕົກທອດຮອດ ເຊັ່ນລູກເຊັ່ນຫລານ ຂອງພວກເຮົາຕະຫຼອດໄປ. ສະເພາະຄຳຂວັນ ໃນວັນດັ່ງກ່າວນີ້ ແມ່ນ:
“ຊົມເຊີຍ ວັນປ່ອຍປາ, ອະນຸລັກ ສັດນໍ້າ ແລະ ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ ປະຈໍາປີ 2021”
“ຈົ່ງພ້ອມກັນປ່ອຍປາ, ອະນຸລັກ ສັດນໍ້າ ແລະ ສັດປ່າ ໃຫ້ອຸດົມສົມບູນຕະຫຼອດໄປ”
“ການປົກປັກຮັກສາປາ, ອະນຸລັກ ສັດນໍ້າ ແລະ ສັດປ່າ ແມ່ນພັນທະ ຂອງປວງຊົນ ລາວທັງຊາດ”
“ສັດນໍ້າມີຄ່າ, ສັດປ່າມີຄຸນ ຈົ່ງຊ່ວຍກັນປົກປັກຮັກສາ, ອະນຸລັກສັດນໍ້າ ແລະ ສັດປ່າ ໃຫ້ຍືນຍົງຕະຫຼອດໄປ”


