 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 29 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 6,337 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 358 ຄົນ ຊຶ່ງແຍກເປັນ ກໍລະນີນໍາເຂົ້າ ມີ 23 ຄົນ ແລະ ຕິດເຊື້ອໃນຊຸມຊົນ ມີ 335 ຄົນ.
ດັ່ງມີລາຍລະອຽດ ດັ່ງຕໍ່ໄປນີ້:
 ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ທົ່ວປະເທດ:
o ນະຄອນຫຼວງ 128 ຄົນ :
– ເມືອງນາຊາຍທອງ 9 ຄົນ
– ຈຸດບຶງຂະຫຍອງ 35 ຄົນ
– ເມືອງຫາດຊາຍຟອງ 5 ຄົນ
– ເມືອງໄຊເສດຖາ 1 ຄົນ (ບ້ານໂນນຫວາຍ ແລະ ສົມສະຫງ່າ)
– ເມືອງຈັນທະບູລີ 1 ຄົນ, ບ້ານສີຫອມ
– ເມືອງສີໂຄດຕະບອງ 18 ຄົນ
– ໂຮງໝໍ 103 ພົບ 10 ຄົນ
– ຈຸດເກັບຕົວຢ່າງສີເກີດ 19 ຄົນ
– ໂຮງໝໍມິດຕະພາບ 7 ຄົນ
– ຕະຫຼາດໜອງຈັນ 13 ຄົນ
o ສະຫວັນນະເຂດ 35 ຄົນ
– ວັດບ້ານໂພໄຊ, ນະຄອນໄກສອນ ມີ 24 ກໍລະນີ, ທັງໝົດເປັນຄູບາ ແລະ ເນນ ຊື່ງພົວພັນໃກ້ຊິດກັບກໍລະນີ ຕິດເຊື້ອລາຍງານໃນວັນທີ 27 ກັນຍາ 2021. ວັດດັ່ງກ່າວ ມີພະສົງທັງໜົດ 64 ອົງ, ຮອດປະຈຸບັນນີ້ ມີຄູບາໃນວັດດັ່ງກ່າວຕິດເຊື້ອທັງໝົດ 32 ກໍລະນີ
– ນະຄອນໄກສອນ ມີ 08 ກໍລະນີ
• ບ້ານສະພານໃຕ້ ມີ 07 ກໍລະນີ
• ບ້ານໂນນສະຫວາດ ມີ 01 ກໍລະນີ
– ຄ້າຍທະຫານຢູ່ເຂດບ້ານຈະເລີນສຸກ 3 ຄົນ, ເມືອງອຸທຸມພອນ
– ບ້ານໂນນຍາງ, ເມືອງອຸທຸມພອນ ມີ 01 ກໍລະນີ (ເປັນເພດຍິງ, ອາຍຸ 28 ປີ, ອາຊີບ: ພະນັກງານບໍລິສັດນິກຄອນ)
o ຈຳປາສັກ 20 ຄົນ
– ບາຈຽງ 7 ຄົນ (ກຸ່ມສຳຜັດຈຸ້ມສວນຢາງ 6 ຄົນ, ບໍລິສັດຂົນສົ່ງ 1 ຄົນ)
– ປາກເຊ 12 ຄົນ ຈາກ 7 ບ້ານ (ເປັນກຸ່ມສຳຜັດ) ໃນນັ້ນມີທະຫານຍາມສູນ 1 ຄົນ, ທະຫານທ້ອງຖີ່ນ 1 ຄົນ
– ປະທຸມພອນ 1 ຄົນ
o ຄຳມ່ວນ 11 ຄົນ ໃນນັ້ນ ມີແພດ 6 ຄົນ, ທະຫານ 1 ຄົນ ຊຶ່ງມາຈາກ ເມືອງ ທ່າແຂກ 10 ຄົນ ແລະ ເມືອງ ໜອງບົກ 1 ຄົນ.
o ຫຼວງພະບາງ 69 ຄົນ
– ເມືອງງອຍ ມີ 43 ກໍລະນີ (ບ້ານໜອງຂຽວ ມີ 28 ຄົນ, ບ້ານປາກບາກ ມີ 06 ຄົນ, ບ້ານຜາທອກ ມີ 04 ຄົນ, ບ້ານສົບຮຸນ 03 ຄົນ), ມີ 02 ກໍລະນີ ຈາກບ້ານມົກລັກ ແລະ ບ້ານໜອງເບ້ຍ ມີບ້ານລະ 01 ກໍລະນີ
– ເມືອງນໍ້າບາກ ມີ 24 ຄົນ (ບ້ານນະຄອນ ມີ 23 ຄົນ; ບ້ານທ່າລີ່ ມີ 01 ກໍລະນີ)
– ນະຄອນຫລວງພະບາງ ມີ 03 ກໍລະນີ (ບ້ານໂພນສະອາດ, ບ້ານຂົວທີ່ 01 ແລະ ບ້ານນາຊາງ ມີບ້ານ ລະ 01 ກໍລະນີ)
– ເມືອງນານ ມີ 01 ກໍລະນີ (ບ້ານໂພນໄຊ)
o ແຂວງວຽງຈັນ 24 ຄົນ
 ເມືອງໂພນໂຮງ ມີ 11 ກໍລະນີ (ທັງໝົດແມ່ນມີປະຫວັດສໍາຜັດໃກ້ຊິດກັບຄົນເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານໂພນຫໍ)
– ມີ 06 ກໍລະນີ ຈາກບ້ານນາຊູ ແລະ ບ້ານໂພນງາມ ມີບ້ານລະ 03 ກໍລະນີ
– ບ້ານໂພນໂຮງ ມີ 02 ກໍລະນີ
– ບ້ານນາໂພເໜຶອ, ບ້ານໂພນຫໍ ແລະ ບ້ານໂພນແກ້ວ ມີບ້ານລະ 01 ກໍລະນີ
 ເມືອງວຽງຄໍາ ມີ 03 ກໍລະນີ (ບ້ານໂພນໝີເໜຶອ ມີ 03 ກໍລະນີ ແລະ ທັງໜົດແມ່ນມີປະຫວັດສໍາຜັດໃກ້ຊິດກັບຄົນເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານໂພນໝີ).
 ເມືອງວັງວຽງ ມີ 03 ກໍລະນີ (ບ້ານນໍ້າພ້າວ ມີ 02 ກໍລະນີ ແລະ ບ້ານວຽງແກ້ວ ມີ 01 ກໍລະນີ) ຊື່ງໄດ້ສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອຢູ່ບ້ານໂພນຊູ
 ເມືອງທຸລະຄົນ ມີ 01 ກໍລະນີ (ບ້ານໂພນແຮ່) ຊຶ່ງໄດ້ສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ (ເປັນສາມີ) ຊື່ງຂາຍຄໍາຢູ່ທ່າງ່ອນ, ເມືອງໄຊທານີ, ນະຄອນຫລວງວຽງຈັນ (ໄປ-ກັບ ລະຫວ່າງແຂວງວຽງຈັນ-ນະຄອນຫລວງ)
o ບໍ່ແກ້ວ 14 ຄົນ ໃນນັ້ນ 08 ຄົນ ຈາກບ້ານພຽງງາມ ແລະ 06 ຄົນ ຈາກ ເຂດເສຖະກິດພິເສດ
o ບໍລິຄຳໄຊ 15 ຄົນ
– ເມືອງປາກກະດິງ ມີ 13 ກໍລະນີ; ບ້ານໂພນສີ ມີ 13 ກໍລະນີ ທັງໜົດອາຊີບເປັນກໍາມະກອນ (ເປັນຄົນລາວ 10 ກໍລະນີ ແລະ ຄົນຈີນ ມີ 03 ກໍລະນີ)
– ເມືອງປາກຊັນ ມີ 01 ກໍລະນີ; ເພດຍິງ, ອາຍຸ 53 ປີ, ອາຊີບ: ຄ້າຂາຍ, ບ້ານສີມຸງຄຸນ
o ໄຊສົມບູນ 16 ຄົນ
– ເມືອງທ່າໂທມ ມີ 06 ກໍລະນີ (ບ້ານຊຽງຄົງ)
– ເມືອງລ້ອງຊານ ມີ 10 ກໍລະນີ
– ບ້ານພູປ່າມັນ ມີ 04 ກໍລະນີ
– ບ້ານຄອນມົດ ມີ 02 ກໍລະນີ
– ມີ 04 ກໍລະນີ ຈາກບ້ານໂພນເລົາ, ບ້ານນໍ້າຄຸ້ຍ, ບ້ານຖໍ້າດິນ ແລະ ບ້ານທ່າເຮືອ ມີບ້ານລະ 04 ກໍລະນີ.
– ທັງໝົດ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານຖໍ້າດິນ ທີ່ມາງານເຮືອນດີ ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021
o ອັດຕະປຶ 3 ຄົນ
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 23,846 ຄົນ
 ເສຍຊີວິດສະສົມ 18 ຄົນ (ໃໝ່ 1 ຄົນ):
– ເພດຊາຍ, ອາຍຸ 75 ປີ, ບ້ານແກ້ງຢາງ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ
– ວັນທີ 17/09/2021: ເຂົ້າມາກວດຢູ່ໂຮງໝໍມິດຕະພາບ ຍ້ອນອາການຂອງໝາກໄຂ່ຫລັງຊຸດໂຊມ ແລະ ນອນໂຮງໝໍດັ່ງກ່າວ ຮອດວັນທີ 29/09/2021 ແລະ ໄດ້ເກັບຕົວຢ່າງກວດໂຄວິດ ພົບເຊື້ອ
– ຄອບຄົວຂໍເອົາຜູ້ກ່ຽວກັບບ້ານ ກ່ອນຜົນກວດຈະອອກ ຍ້ອນວ່າສະພາບອາການຂອງຄົນເຈັບມີອາການໜັກຫລາຍ ປະມານຕອນສວຍ (ບໍ່ຈື່ໂມງ)
– ເສຍຊີວິດຕອນເວລາ 14:30 ໂມງ ຂອງວັນທີ 29 ກັນຍາ 2021 (ເສຍຊີວິດຢູ່ບ້ານ) ແລະ ປະຈຸບັນນີ້ ສົບຂອງຜູ້ກ່ຽວ ແມ່ນຢູ່ບ້ານ ແລະ ຈັດງານຕາມຮິດຄອງປະເພນີ
ໝາຍເຫດ:
ໄລຍະນອນປີ່ນປົວຢູ່ໂຮງໝໍມິດຕະພາບ ໄດ້ນອນຫ້ອງດຽວກັນກັບຜູ້ຕິດເຊື້ອ ທີ່ໄດ້ລາຍງານກ່ອນໜ້ານັ້ນ
 ປັດຈຸບັນ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,441 ຄົນ ແລະ ຫາຍດີອອກໂຮງໝໍໃນມື້ວານນີ້ ມີ 296 ຄົນ.
 ການກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນ:
ສູນວິເຄາະ ແລະ ລະບາດວິທະຍາ ໄດ້ສືບຕໍ່ສອບສວນ ບຸກຄົນຕິດເຊື້ອ ແລະ ຄົນສໍາຜັດໃກ້ຊິດ. ບຸກຄົນທົ່ວໄປ ທີ່ໄດ້ມີສໍາຜັດໃກ້ຊິດກັບຄົນທີ່ຕິດເຊື້ອ ຫຼືສົງໃສວ່າຕິດເຊື້ອ ສາມາດໄປໃຊ້ບໍລິການ ຢູ່ຈຸດກວດຄົງທີ່ ດັ່ງນີ້:
– ຈຸດເກັບຕົວຢ່າງ ສະໝານກິລາໃນຮົ່ມ ບຶງຂະຫຍອງ
– ຈຸດເກັບຕົວຢ່າງ ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
– ຈຸດເກັບຕົວຢ່າງ ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
– ນອກຈາກນີ້ ຍັງມີບັນດາໂຮງໝໍສູນກາງ
ສໍາລັບຜູ້ສໍາພັນໄກ້ຊິດກັບຜູ້ຕິດເຊື້ອທີ່ຢູ່ໃນບ້ານແດງ ແມ່ນທີມເກັບຕົວຢ່າງເຄື່ອນທີ່ ຈະໄປເກັບຕົວຢ່າງໃນບ້ານທ່ານ ຊຶ່ງມີໜ່ວຍງານດັ່ງນີ້:
– ທີມເຄື່ອນທີ່ຂອງ ເມືອງ ໄຊທານີ ເຄື່ອນທີ່ຕາມຈຸດທີ່ມີການລະບາດ ພາຍໃນເມືອງ,
– ເມືອງ ສີສັດຕະນາກ ທີມເຄື່ອນທີ່ຕາມຈຸດທີ່ມີການລະບາດ
– ເມືອງນາຊາຍທອງ ມີທີມເຄື່ອນໄປເກັບຕາມສູນຈຳກັດບໍລິເວນພາຍໃນເມືອງຕື່ມອີກ
– ເມືອງສີໂຄດຕະບອງ ມີທີມເຄື່ອນທີ່ໄປຕາມເຂດທີ່ມີການລະບາດເຊັ່ນກັນ
– ທີມເຄື່ອນທີ່ຂອງ ນະຄອນຫຼວງ 2 ທີມ ເຄື່ອນທີ່ໄປຊ່ວຍທຸກເມືອງເກັບຕົວຢ່າງຢູ່ບ່ອນທີ່ມີການລະບາດ
ທຸກທີມແມ່ນໃຫ້ບໍລິການທຸກວັນ ສໍາລັບພາກເຊົ້າເທົ່ານັ້ນ ເລີ່ມ 9:00–11:30 ໂມງ (ວັນຈັນ ເຖິງ ວັນອາທິດ) ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
ສຳລັບບັນດາແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການລະບາດໃນຊຸມຊົນ.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 29 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1,850 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 106 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7,078 ຄົນ.
Loading...