ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຄະນະສະເພາະກິດໄດ້ຖະແຫຼງຂ່າວໃນຕອນເຊົ້າວັນທີ 12 ສິງຫານີ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ໄດ້ກວດວິເຄາະທັງໝົດ 2,413 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 202 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 12 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ນະຄອນຫຼວງ 1 ຄົນ
– ແຂວງວຽງຈັນ 2 ຄົນ
– ສະຫວັນນະເຂດ 6 ຄົນ
– ຈຳປາສັກ 2 ຄົນ
– ເຊກອງ 1 ຄົນ (ມີປະຫວັດສຳຜັດໃກ້ຊິດນຳຜູ້ທີ່ຕິດເຊື້ອ ໃນໄລຍະໄປຮ່ວມການອົບຮົມວຽກງານພະຍາດໄຂ້ມາລາເຣຍ ຢູ່ແຂວງສະຫວັນນະເຂດ)
ສ່ວນ ກໍລະນີນໍາເຂົ້າ ມີ 190 ຄົນ ຈາກ ຈຳປາສັກ 118 ຄົນ, ນະຄອນຫຼວງ 34 ຄົນ, ສະຫວັນນະເຂດ 27 ຄົນ, ບໍລິຄຳໄຊ 3 ຄົນ ແລະ ສາລະວັນ 8 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 9,363 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 1 ຈາກແຂວງຈຳປາສັກ) ແລະ ກໍາລັງປິ່ນປົວ ທັງໝົດ 4,087 ຄົນ.
 ຕໍ່ໄປ ຂ້າພະເຈົ້າ ຂໍລາຍງານລາຍລະອຽດ ຂອງຜູ້ເສຍຊີວິດ 1 ຄົນ ຈາກແຂວງຈຳປາສັກ ຄືດັ່ງນີ້:
– ເພດຍິງ, ອາຍຸ 28 ປີ, ອາຊີບ: ກຳມະກອນ, ບ້ານສົ້ມໂຮງ, ເມືອງໂຂງ, ແຂວງຈຳປາສັກ ເຊິ່ງເປັນແຮງງານທີ່ກັບມາຈາກປະເທດໄທ. ຜູ້ກ່ຽວຖືພາ ອາຍຸຄັນ 5 ເດືອນ.
• ປະຫວັດການເຄື່ອນໄຫວ:
– ວັນທີ 17 ກໍລະກົດ 2021 ຜູ້ກ່ຽວມາຮອດຊາຍແດນວັງເຕົ່າຊ່ອງເມັກ ແລະ ໄດ້ເກັບຕົວຢ່າງຢູ່ດ່ານ ແລະ ນຳສົ່ງໄປສູນຈຳກັດບໍລິເວນ
– ວັນທີ 19 ກໍລະກົດ 2021 ຜົນກວດວິເຄາະພົບເຊື້ອ COVID-19 ຈຶ່ງນຳສົ່ງເຂົ້າສະຖານທີ່ປິ່ນປົວທີ່ກຳນົດໄວ້
– ວັນທີ 1 ສິງຫາ 2021 ເລິ່ມມີອາການໄຂ້, ໄອ ແລະ ຫາຍໃຈຝຶດ
– ອາການຂອງຜູ້ກ່ຽວ ຊຸດໂຊມລົງເລື້ອຍໆ ຈາກການສ່ອງລັງສີປອດ ເຫັນວ່າເນື້ອປອດ ຖືກທຳລາຍຢ່າງຮູນແຮງທັງສອງຂ້າງ, ໜ້າທີ່ການຂອງຕັບຖືກທຳລາຍ ບົ່ງບອກເຖິງການຕິດເຊື້ອຢ່າງຮຸນແຮງ.
– ແພດໝໍ, ພະຍາບານ ໄດ້ຕິດຕາມການປິ່ນປົວຢ່າງໃກ້ຊິດ ແຕ່ອາການຜູ້ກ່ຽວບໍ່ດີຂຶ້ນ ມີແຕ່ໜັກໄປໜ້າເລື້ອຍໆ.
– ໃນວັນທີ 8 ສິງຫາ 2021 ລູກໃນທ້ອງບໍ່ເໜັງຕິງ
– ວັນທີ 10 ສິງຫາ 2021 ຜູ້ກ່ຽວອິດເມື່ອຍຫຼາຍ, ຄວາມດັນເລືອດຕ່ຳ ແພດໝໍ ແລະ ພະຍາບານ ໄດ້ສູມທຸກກຳລັງຊ່ວຍຜູ້ກ່ຽວຢ່າງສຸດຄວາມສາມາດ ຈົນຮອດເວລາ 6 ໂມງເຊົ້າຂອງວັນທີ 11 ສິງຫາ 2021 ຜູ້ກ່ຽວໄດ້ເສຍຊີວິດລົງ.
 ສຳລັບ ຈຸດບໍລິການກວດໂຄວິດ-19 ຢູ່ ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານທຸກໆມື້.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 10 ສິງຫາ 2021 ມີຜູ້ເດີນທາງເຂົ້າມາຜ່ານດ່ານຕ່າງໆ ໃນ ສປປລາວ ທັງໝົດ 2,836 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ 14 ວັນ.
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 96 ສູນ ແລະ 45 ໂຮງແຮມ ມີ
ຜູ້ຈຳກັດບໍລິເວນ 14,174 ຄົນ.
• ສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ຍັງຄົງໜ້າວິຕົກກັງວົນ ຈຳເປັນຕ້ອງໄດ້ເຝົ້າລະວັງ ແລະ ຕິດຕາມສະພາບການຢ່າງໃກ້ຊິດ;
• ສຳລັບ ບັນດາປະເທດອ້ອມຂ້າງ ສປປ ລາວ ສັງເກດເຫັນວ່າ ຫຼາຍພື້ນທີ່ຂອງບາງປະເທດ ມີການລະບາດຢ່າງໜັກ ເນື່ອງຈາກສາຍພັນເດວຕ້າ ສົ່ງຜົນໃຫ້ ມີລາຍງານຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດເພິ່ມຂຶ້ນສູງຢ່າງຕໍ່ເນື່ອງ ເຮັດໃຫ້ມີການປະກາດຂະຫຍາຍມາດຕະການລ໋ອກດາວອອກໄປຕື່ມອີກ;
• ສະເພາະ ສປປລາວ ເຮົາ ເພື່ອຊ່ວຍຫຼຸດຜ່ອນອັດຕາຄວາມຮຸນແຮງຂອງພະຍາດ ແລະ ການເສຍຊີວິດຈາກພະຍາດດັ່ງກ່າວ ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ໄປຮັບການບໍລິການສັກວັກຊີນ ໃກ້ຈຸດບໍລິການໃກ້ບ້ານທ່ານ ເພື່ອຊ່ວຍກັນສ້າງພູມຄຸ້ມກັນໝູ່ ເພື່ອສະກັດກັ້ນການລະບາດໃນປະເທດຂອງພວກເຮົາບໍ່ໃຫ້ຂະຫຍາຍເປັນວົງກວ້າງ;
• ການໄດ້ຮັບວັກຊີນຄົບ ແມ່ນຈະເປັນການສ້າງພູມຄຸ້ມກັນ ຂອງທ່ານ ແລະ ຫຼຸດຜ່ອນຄວາມສ່ຽງທີຈະຕິດເຊື້ອພະຍາດ ໂຄວິດ-19 ເຖິງຢ່າງໃດກໍຕາມ ພວກເຮົາຍັງຕ້ອງຍັງສືບຕໍ່ ປະຕິບັດ ມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງໂຕເຮົາເອງ, ຄົນໃນຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ ແລະ ທຸກຄົນໃນສັງຄົມ ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ (ນິວນໍມໍ) ເປັນຕົ້ນ: ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດ ໃສ່ສະບູ ຫລື ເຈວລ້າງມື, ການຮັກສາໄລຍະຫ່າງ ແລະ ໃສ່ຜ້າອັດປາກ-ດັງ ທຸກຄັ້ງ.
• ແລະ ສຸດທ້າຍ ກ່ອນຈະຈົບການລາຍງານຂ່າວມື້ນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ຕິດຕາມຮັບຊົມ ແລະ ຮັບຟັງການລາຍງານຂ່າວໃນມື້ນີ້ ຈົ່ງໄດ້ມີສະຕິ ໃນການ ຮັບຂໍ້ມູນຂ່າວສານ ຈາກສື່ຕ່າງໆ ແລະ ກ່ອນທີ່ທ່ານຈະສົ່ງຕໍ່ຂໍ້ມູນໃຫ້ແກ່ບຸກຄົນອື່ນ ຂໍໃຫ້ພິຈາລະນາເບິ່ງຕື່ມວ່າ ທີ່ມາຂອງຂໍ້ມູນຂ່າວສານດັ່ງກ່າວ ມີຄວາມໜ້າເຊື່ອຖືໄດ້ຫຼາຍໜ້ອຍສຳໃດ ເພາະສື່ສັງຄົມອອນລາຍ ແມ່ນຈະມີການສົ່ງຕໍ່ຂໍ້ມູນອອກເປັນວົງກວ້າງໃນເວລາໄວທີ່ສຸດ ຖ້າມີການສົ່ງຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ບໍ່ແມ່ນຄວາມຈິງ ອອກໄປ ກໍ່ຈະເປັນການ ສ້າງຄວາມຫຍຸ້ງຍາກສັບສົນ ແລະ ແຕກຕື່ນໃນສັງຄົມຕື່ມອີກ.
• ບັນດາທ່ານ, ພໍ່ແມ່ພີ່ນ້ອງ ປະຊາຊົນລາວ ທີ່ຮັກແພງ. ວັນທີ 13 ສິງຫາ 2021 ການຖ່າຍທອດສົດ ຖະແຫຼງຂ່າວໂຄວິດ ປະຈຳວັນ ແມ່ນຈະໄດ້ທຳການອອກອາກາດ ທາງ ໂທລະພາບແຫ່ງຊາດລາວ ຊ່ອງ 3 ເລີ່ມເວລາ 10:30 ໂມງ ເປັນຕົ້ນໄປ. ຂໍເຊີນ ບັນດາທ່ານຕິດຕາມຮັບຊົມ ແລະ ຮັບຟັງໄດ້ຕາມນີ້ດ້ວຍ.