ໃນຕອນບ່າຍວັນທີ 13 ພຶດສະພາ 2021 ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ຖະແຫຼງຂ່າວ ເພື່ອລາຍງານສະພາບການການລະບາດຂອງພະຍາດ COVID-19 ຢູ່ສປປລາວ:
I. ຢູ່ ສປປ ລາວ ມາຮອດປະຈຸບັນ ມີ
• ລາຍງານຜູ້ຕິດເຊື້ອ ທັງໝົດ 1,482 ຄົນ (ໃໝ່ 65)
• ເສຍຊີວີດ 1 ຄົນ (ໃໝ່ 0)
• ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີ ທັງໝົດ 431 ຄົນ (ໃໝ່ 103 ຄົນ: ຈາກນະຄອນຫຼວງ 65 ຄົນ, ຈໍາປາສັກ 33 ຄົນ ແລະ ສະຫວັນນະເຂດ 5 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັງຄັດ;
• ແລະ ຍັງນອນສືບຕໍ່ ຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນແຕ່ລະແຂວງ ຈຳນວນ 1,050 ຄົນ
ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 65 ຄົນ (ກໍລະນີຢັ້ງຢືນທີ 1,418 – 1,482)
– ສໍາລັບຄົນເຈັບຕິດເຊື້ອໃໝ່ ຈາກ ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ 24 ຄົນ, ນະຄອນຫຼວງ 26 ຄົນ ຈໍາປາສັກ 12 ຄົນ ແລະ ສະຫວັນນະເຂດ 03 ກໍລະນີ. (ກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 12 ກໍລະນີ, ສະຫວັນນະເຂດ 03 ກໍລະນີ ເຫຼືອຈາກນັ້ນ ແມ່ນ ກໍລະນີຕິດເຊື້ອພາຍໃນຊຸມຊົນ 50 ກໍລະນີ ທີ່ພົວພັນກັບຜູ້ຕິດເຊື້ອເກົ່າ).
– ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.
1. ວຽກງານວິເຄາະ ກວດຊອກຫາເຊື້ອພະຍາດ ໂຄວິດ 19
• ໃນວັນທີ 12 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 4,143 ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 65 ຕົວຢ່າງ.
2. ວຽກງານການຈຳກັດບໍລິເວນ ຢູ່ສູນຈຳກັດບໍລິເວນ
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 44 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,483 ຄົນ. ແລະ ທຸກຄົນທີ່ເຂົ້າມາສູນດັ່ງກ່າວແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
ຂໍ້ແນະນຳ
• ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ້ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້;
• ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ທັງພາກລັດ ແລະ ເອກະຊົນ ໃຫ້ພ້ອມໃຈປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ຢ່າງເຄັງຄັດ. ຖ້າບັນດາທ່ານຝ່າຝືນບໍ່ປະຕິບັດຕາມຄໍາສັ່ງ, ຈະໄດ້ຖືກປະຕິບັດລະບຽບວິໄນຕາມກົດໝາຍ ແຫ່ງ ສປປ ລາວ.
• ສຳລັບ ທ່ານທີ່ຈະໄປສັກວັກຊີນ, ຖ້າຫາກທ່ານມີພະຍາດປະຈຳໂຕ ຈຳເປັນຕ້ອງໄດ້ກິນຢາ ໃນຊ່ວງໄລຍະເວລາດັ່ງກ່າວ ຂໍໃຫ້ທ່ານພົກພາຢາປະຈຳໂຕຂອງທ່ານໄປນຳ ຕາມຄຳແນະນຳຂອງແພດ. ນອກຈາກນັ້ນ ການຕື່ມຂໍ້ມູນລົງໃນແບບຟອມ ຖ້າຫາກໃນແບບຟອມ ບໍ່ໄດ້ລະບຸພະຍາດປະຈຳໂຕຂອງທ່ານ, ທ່ານສາມາດຕື່ມຂໍ້ມູນເພິ່ມເຕີມໃສ່ໄດ້ ເພື່ອເປັນຂໍ້ມູນໃຫ້ແກ່ແພດໝໍ ໃນການພິຈາະລະນາການສັກວັກຊີນ ໃຫ້ແກ່ທ່ານ.
• ການອອກກໍາລັງກາຍເປັນສິ່ງທີ່ດີເພື່ອສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ແລະ ສຸຂະພາບແຂງແຮງດີ ແຕ່ໃນໄລຍະທີ່ພວກເຮົາປະຕິບັດມາດຕະການເຄັ່ງຄັດນີ້ ຂໍຮຽກຮ້ອງມາຍັງທ່ານຈົ່ງມີສະຕິລະວັງຕົວສູງເຊັ່ນ ໃນເວລາຈະອອກກໍາລັງກາຍບໍ່ໃຫ້ຈັດກັນ ເປັນກຸ່ມເປັນກ້ອນ ຫຼື ຈູ້ມກັນ ແລະ ສາມາດຮັກສາໄລຫ່າງໄດ້. ອີກປະການໜຶ່ງ ຖ້າເປັນໄປໄດ້ກໍ່ຂໍຮຽກຮ້ອງທຸກໆທ່ານ ຄວນອອກກໍາລັງກາຍຢູ່ບ້ານຢູ່ເຮືອນຂອງຕົນ ເປັນການດີທີ່ສຸດ.
• ບັນຫາໜຶ່ງທີ່ສຳຄັນ ເວລາທ່ານໄປກວດຊອກຫາເຊື້ອ ຂໍການຮ່ວມມືນຳບັນດາທ່ານ ຂໍໃຫ້ທ່ານແຈ້ງລາຍລະອຽດຂອງຕົນເອງຢ່າງຈະແຈ້ງ ຊື່, ນາມສະກຸນ, ອາຍຸ, ທີ່ຢູ່ ແລະ ເບີໂທລະສັບຕິດຕໍ່ ພ້ອມທັງເບີໂທລະສັບຄວບຄົວຂອງຕົນ ເພີ່ມ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕິດຕໍ່ພົວພັນກັບຄືນຫາພວກທ່ານ ໃນເວລາໄດ້ຜົນກວດ, ຖ້າຫາກທ່ານໃດ ຈົງໃຈປົກປິດຂໍ້ມູນ ຫຼື ລົບຫຼີກ ແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ;
• ໃນໄລຍະລໍຖ້າຜົນກວດ ຂໍໃຫ້ບັນດາທ່ານ:
– ຈົ່ງຈໍາກັດບໍລິເວນຢູ່ເຮືອນຂອງຕົນ ຈົນຄົບ 14 ວັນ
– ແຍກຕົນເອງອອກຈາກຄົນໃນຄອບຄົວ
– ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ
– ຖ້າຜົນກວດບວກ (+) ຈະມີທີມງານແພດຕິດຕໍ່ຫາທ່ານ ເພື່ອຮັບທ່ານເຂົ້ານອນ
ປິ່ນປົວ
– ຖ້າຜົນກວດລົບ (-) ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນຈົນຄົບ 14 ວັນ
ໃນໄລຍະຈໍາກັດບໍລິເວນ ຫາກມີອາການໃດໜຶ່ງເຊັ່ນ: ໄຂ້, ໄອ, ດັງບໍ່ໄດ້ກິ່ນ ຫຼື ລີ້ນບໍ່ໄດ້ຮັບລົດຊາດ ໃຫ້ທ່ານກັບຄືນມາກວດ ພ້ອມທັງບອກຂໍ້ມູນກ່ຽວກັບວັນທີ ໃນການກວດຄັ້ງທຳອິດ.
• ສຳລັບ ຜູ້ທີ່ຖືກກຳນົດໃຫ້ອອກໂຮງໝໍ ເພື່ອໄປສືບຕໍ່ຕິດຕາມອາການຂອງຕົນຢູ່ເຮືອນແມ່ນ ໃຫ້ປະຕິບັດຕາມຄຳແນະນຳຂອງແພດ ຄື:
– ແຍກຕົນເອງອອກຈາກຄົນໃນຄອບຄົວ ເປັນເວລາ 7 ວັນ ແລະ ບໍ່ໃຊ້ສິ່ງຂອງຮ່ວມກັນ
– ວັດແທກ ແລະ ບັນທຶກອຸນຫະພູມທຸກວັນ ເຊົ້າ-ແລງ
– ຕິດຕາມອາການຂອງຕົນ, ຖ້າຫາກ ຮູ້ສຶກບໍ່ສະບາຍ, ໃຫ້ທ່ານຮີບຮ້ອນໄປພົບແພດຢູ່
ສະຖານທີ່ບໍລິການໃກ້ບ້ານທ່ານ.
• ບັນດາທີ່ນັບຖື ແລະ ຮັກແພງ, ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ ໄດ້ທາງ:
o ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
o ນອກຈາກນີ້ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື covid19.gov.la ແລະ
o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກ cdc.gov.la
o ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະ
ນະສຸກ
o ແລະ ສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).
• ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ ກອງເລຂາຄະນະສະເພາະກິດ ກໍ່ຄືປະຊາຊົນລາວ ໃນຂອບເຂດທົ່ວປະເທດ, ຂໍສະແດງ ຄວາມຂອບໃຈເປັນຢ່າງສູງມາຍັງ ຄະນະຊຽວຊານແພດ ຈາກ ສປ ຈີນ ແລະ ສສ ຫວຽດນາມ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານກັນ ແລະ ຄວບຄຸມພະຍາດໂຄວິ-19, ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ, ອຸປະຖຳ ເຄື່ອງບໍລິໂພກ ແລະ ອຸປະໂພກ ລວມທັງ ປັດໄຈ ເຂົ້າໃນການປ້ອງກັນ, ຄວບຄຸມພະຍາດດັ່ງກ່າວ.