ການຖ່າຍທອດສົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນພະຫັດ ວັນທີ 16 ກັນຍາ 2021. ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວ, ໃນທົ່ວໂລກ ແລະ ບາງຂໍ້ແນະນຳເພິ່ມເຕີມ.

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 15 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 5,270 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 154 ຄົນ:
– ກໍລະນີນໍາເຂົ້າ ມີ 23 ຄົນ ຈາກ ແຂວງສະຫວັນນະເຂດ 10 ຄົນ, ນະຄອນຫຼວງ 5 ຄົນ, ຈໍາປາສັກ 3 ຄົນ, ຄຳມ່ວນ 3 ຄົນ ແລະ ສາລະວັນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.
– ຕິດເຊື້ອໃນຊຸມຊົນ 131 ຄົນ ແມ່ນມີລາຍລະອຽດດັ່ງນີ້:
• ຄຳມ່ວນ 58 ຄົນ:
– ກຸ່ມທີ 1: ບ້ານນາໄກ່ເຂຍ, ເມືອງທ່າແຂກ ແມ່ນກຸ່ມທີ່ມີອາການທາງລະບົບຫາຍໃຈ 10 ຄົນ.
– ກຸ່ມທີ 2: ຄ້າຍຄຸມຂັງເມືອງທ່າແຂກ (ສຳຜັດກັບຕໍາຫລວດ) ມີ 01 ຄົນ;
– ກຸ່ມທີ 3 ຈາກ 4 ເມືອງຄື: ເມືອງທ່າແຂກ 20 ບ້ານ, ເມືອງ ມະຫາໄຊ 02 ບ້ານ, ເມືອງເຊບັ້ງໄຟ 03 ບ້ານ ແລະ ເມືອງໄຊບົວທອງ 01 ບ້ານ.
• ສະຫວັນນະເຂດ 22 ຄົນ:
– ຈາກສະຖານທີ່ຂຸມຄັງ 17 ຄົນ
– ພະນັກງານບໍລິສັດເອຄອນ 5 ຄົນ
o ເພດຍິງ, ອາຍຸ 31 ປີ, ບ້ານຫົວເມືອງໃຕ້, ນະຄອນໄກສອນ
o ເພດຊາຍ, ອາຍຸ 29 ປີ, ບ້ານໄຊຍະພູມ, ນະຄອນໄກສອນ
o ເພດຊາຍ,ອາຍຸ 29 ປີ, ບ້ານ ໂພນສູງ, ນະຄອນໄກສອນ
o ເພດຊາຍ, ອາຍຸ 30 ປີ, ບ້ານ ໂພນທັນ, ໄຊບູລີ
o ເພດຊາຍ, ອາຍຸ 29 ປີ, ບ້ານອຸດົມວິໄລ, ນະຄອນໄກສອນ
• ຈໍາປາສັກ 20 ຄົນ: ທັງໝົດມາຈາກນະຄອນປາກເຊ
• ຫຼວງພະບາງ 13 ຄົນ:
– ກຸ່ມທີ 1: ມີ 09 ຄົນ ຈາກ ບ້ານໂພນໄຊ, ເມືອງນານ, ໄດ້ຈຳກັດບໍລິເວນ ຢູ່ສູນເມືອງນານ ແຕ່ວ່າ ໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໂພນໄຊ ທີ່ໄດ້ລາຍງານໃນວັນທີ 12 ກັນຍາ 2021.
– ກຸ່ມທີ 2: ມີ 03 ຄົນ ຈາກບ້ານຫ້ວຍແລ, ເມືອງງອຍ, ອາຊີບ: ກໍາມະກອນ (ທັງ 03 ຄົນ) ແລະ ເດີນທາງມາຈາກນະຄອນ ຫລວງວຽງຈັນ ໃນວັນທີ 01 ກັນຍາ 2021, ເຂົ້າສູນເມືອງງອຍ ແລະ ໄດ້ເກັບຕົວຢ່າງ 03 ຄັ້ງ, ຊື່ງຄັ້ງທີ 03 ແມ່ນ ເກັບໃນວັນທີ 15 ກັນຍາ 2021 ແມ່ນກວດພົບເຊື້ອ.
– ກຸ່ມທີ 3: ມີ 01 ຄົນ ຢູ່ບ້ານທ່າລີ່, ເມືອງນານ, ຊື່ງພົວພັນກັບກໍລະນີຕິດເຊື້ອ ຢູ່ບ້ານດຽວກັນ.
• ນະຄອນຫຼວງ 9 ຄົນ:
– ໜອງທາເໜືອ 02 ຄົນ
– ຮ່ອງໄກ່ແກ້ວ 01 ຄົນ
– ຕາດທອງ 01 ຄົນ
– ໂຮງງານຕັດຫຍິບ ອິນເຕີເມດ ແຟຊັນ 03 ຄົນ (ບ້ານ ໄຊສະຫວ່າງ ເມືອງໄຊທານີ 02 ຄົນ; ແລະ ດອນໜູນ 01 ຄົນ)
– ບ້ານ ດ່ານຊ້າງ 01 ຄົນ (ລູກຊາຍກໍລະນີຕິດເຊື້ອທີ່ແມ່ຂາຍເຄື່ອງຢູ່ຕະຫລາດດ່ານຊ້າງ ແລະ ໄດ້ລາຍງານ ໃນວັນທີ 14 ກັນຍາ 2021).
– ບ້ານ ຫ້ວຍຫົງ, ເມືອງຈັນທະບູລີ 01 ຄົນ, ເປັນລູກຊາຍ ຂອງກຸ່ມ ທີ່ໄປເຮືອນດີ ພີ່ນ້ອງ ຢູ່ບ້ານສ້າງນໍ້າມັນ, ນະຄອນປາກເຊ ໃນວັນທີ 05 ກັນຍາ 2021
• ບໍ່ແກ້ວ 6 ຄົນ: ເມືອງຕົ້ນເຜິ້ງ 05 ຄົນ ແລະ ເຂດເສດຖະກິດພິເສດ 01 ຄົນ
• ຫຼວງນໍ້າທາ 2 ຄົນ: ທັງໝົດຄົນສັນຊາດຈີນ ທີ່ເຄີຍເຮັດວຽກ ຢູ່ ເຂດ ພິເສດສາມຫລ່ຽມຄໍາ
• ສາລະວັນ 1 ຄົນ ຈາກ ບ້ານໂນນເດື່ອ, ເມືອງເລົ່າງາມ, ເປັນຜູ້ສຳຜັດໄກ້ສິດ ກັບສາມີ ທີ່ຕິດເຊື້ອ ແລະ ຖືກລາຍງານ ໃນວັນທີ 9 ກັນຍາ 2021.
ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ໃນນະຄອນຫຼວງວຽງຈັນ:
– ບໍລິສັດ ອານພີລາວ ແອງແຕກນາຊົງນານ ຈຳກັດຜູ້ດຽວ (ໂຮງງານ ຕັດຫຍິບ) ບ້ານຫນອງທາເຫນືອ, ເມືອງ ຈັນທະບູລີ
– ໂຮງງານ ຕັດຫຍິບ ອິນທິເມດ ແຟຊັນ, ບ້ານ ໄຊສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
– ຮ້ານ D-mart ພະຂາວ
– ວັນທີ 6 ກັນຍາ 2021 ໄປຕໍ່ເອກະສານຢູ່ ດ່ານຂົວມິດຕະພາບ
– ວັນທີ 7 ກັນຍາ 2021 ໄປກວດຢູ່ ຄລິນິກ ຫ້ວຍຫົງ
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 18,059 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,108 ຄົນ.
ສໍາລັບ ບ້ານທີ່ຖືກກຳນົດເປັນ ບ້ານແດງໃໝ່ ປະຈຳວັນທີ 16 ກັນຍາ 2021 ໃນນະຄອນຫຼວງວຽງຈັນ ມີ 1 ບ້ານ ຄື ບ້ານໜອງທາເໜືອ, ເມືອງຈັນທະບູລີ
– ບ້ານທີ່ຍັງເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 19 ບ້ານ
– ບ້ານທີ່ຍັງເປັນເຂດແດງ ໃນແຂວງບໍ່ແກ້ວ ມີ 4 ບ້ານ
– ບ້ານທີ່ຍັງເປັນເຂດແດງ ໃນແຂວງສະຫວັນນະເຂດ ມີ 23 ບ້ານ
– ບ້ານທີ່ຍັງເປັນເຂດແດງ ໃນແຂວງຄຳມ່ວນ ມີ 45 ບ້ານ
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ
ຖານທີ່ທີ່ກຳນົດໄວ້.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 15 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1,814 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 112 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7,624 ຄົນ.
ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ:
• ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 227,190,094 (537,993 ໃໝ່), ເສຍຊິວິດທັງໝົດ 4,671,892 (9,761 ໃໝ່), ປີ່ນປົວຫາຍດີ 203,857,066 (5615,589 ໃໝ່). ສໍາລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.
• ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ
– ປະເທດທີ່ລາຍງານຜູ້ຕິດເຊື້ອຫຼາຍກ່ວາໝູ່ແມ່ນ ປະເທດໄທ ເຊິ່ງມີຜູ້ຕິດເຊື້ອໃໝ່ 13,798 ຄົນ ແລະ ເສຍຊີວິດໃນມື້ດຽວ 144 ຄົນ, ຮອງລົງມາແມ່ນ ສສ ຫວຽດນາມ ມີລາຍງານຜູ້ຕິດເຊື້ອໃໝ່ 10,585 ຄົນ ແລະ ເສຍຊີວິດໃນມື້ດຽວ 250 ຄົນ.
• ສະພາບການຕິດເຊື້ອຂອງພະຍາດ COVID-19 ໃນປະເທດພວກເຮົາ ໂດຍລວມແລ້ວ ແມ່ນມີທ່າອ່ຽງຫຼຸດລົງ ເນື່ອງຈາກ ກໍລະນີນຳເຂົ້າຈາກແຮງງານຫຼຸດລົງ ແຕ່ສັງເກດເຫັນວ່າ ການຕິດເຊື້ອໃນຊຸມຊົນຢູ່ບາງແຂວງແມ່ນເພິ່ມຂຶ້ນ ເປັນຕົ້ນ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ. ຕໍ່ກັບສະພາບການດັ່ງກ່າວ, ຄະນະສະເພາະກິດ ໄດ້ປະເມີນ ພ້ອມທັງ ຕີລາຄາສະພາບ ແລະ ທ່າອ່ຽງຂອງການລະບາດ ຈຶ່ງໄດ້ອອກແຈ້ງການ ໃນການສືບຕໍ່ປະຕິບັດມາດຕະການຜ່ອນຜັນ ສະບັບເລກທີ 1177/ຫສນຍ, ລົງວັນທີ 15 ກັນຍາ 2021 ເຊິ່ງແຈ້ງການດ່ັງກ່າວ ກໍ່ແມ່ນການສືບຕໍ່ປະຕິບັດຄຳສັ່ງສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ແຈ້ງການສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021 ສຳລັບໄລຍະ 15 ວັນຕໍ່ໜ້າ ຈົນໄປເຖິງວັນທີ 30 ກັນຍາ 2021;
• ເນື້ອໃນຫຼັກ ຂອງແຈ້ງການ ດັ່ງກ່າວ ກໍ່ຍັງສືບຕໍ່ ປະຕິບັດມາດຕະການທີ່ໄດ້ ລະບຸໄວ້ໃນແຈ້ງການ 1094/ຫສນຍ, ແຕ່ມີບາງມາດຕະການຜ່ອນຜັນໃໝ່ ເຊັ່ນ: ອະນຸຍາດໃຫ້ໂຮງຮຽນກິນນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາ ແລະ ພະນັກງານຄູ-ອາຈານ ດຳເນີນການຮຽນ-ການສອນໄດ້ ໂດຍໂຮງຮຽນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ນະຄອນຫຼວງວຽງຈັນ;
• ສຳລັບ ມາດຕະການຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ-ອົງການຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງວາງອອກ ແມ່ນໃຫ້ດຳເນີນຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຕາມແຕ່ກໍລະນີໜັກ ຫຼື ເບົາ;
• ບັນດາທ່ານ ທີ່ນັບຖື ແລະ ຮັກແພງ ການຕິດເຊື້ອໃນໄລຍະຜ່ານມາ ສັງເກດເຫັນວ່າ ເກີດຈາກການໄປຮ່ວມງານຊາປະນາກິດສົບ, ເກີດມີການແຜ່ເຊື້ອສູ່ຄົນອອມຂ້າງ ແລະ ຄົນໃນຄອບຄົວ ເມື່ອກັບຈາກງານດັ່ງກ່າວ ເຊິ່ງສາເຫດກໍ່ມາຈາກງານດັ່ງກ່າວ ຂາດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເຊັ່ນ: ການວັດແທກອຸນຫະພູມ, ການຈຳກັດຈຳນວນຄົນເຂົ້າຮ່ວມກິນທານ, ການຮັບປະທານອາຫານ ລວມທັງ ກິດຈະກຳອື່ນໆ ທີ່ບໍ່ມີການຮັກສາໄລຍະຫ່າງ. ສະນັ້ນ, ຄະນະສະເພາະກິດ ຈຶ່ງໄດ້ອອກຄຳແນະນຳເພິ່ມເຕີມ ກ່ຽວກັບ ການຈັດຕັ້ງປະຕິບັດງານຊາປະນາກິດສົບ, ສະບັບເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021;
• ການໃສ່ຜ້າປິດປາກ-ດັງ, ການກວດຊອກຫາເຊື້ອ ແລະ ການສັກວັກຊີນ ກໍ່ຍັງແມ່ນມາດຕະການຫຼັກ ແລະ ຕົ້ນຕໍ ໃນການສະກັດກ້ັນ, ຢຸດຢັ້ງການແຜ່ລະບາດ.