ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນພະຫັດ ວັນທີ 19 ສິງຫາ 2021 ໃຫ້ຮູ້ວ່າ:
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 18 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 2,456 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 284 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 19 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ບໍ່ແກ້ວ (ເມືອງຕົ້ນເຜິ້ງ) 2 ຄົນ
– ສະຫວັນນະເຂດ 17 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 265 ຄົນ ແມ່ນມາຈາກ ຈຳປາສັກ 82 ຄົນ, ຄຳມ່ວນ 66 ຄົນ, ສະຫວັນນະເຂດ 63 ຄົນ, ສາລະວັນ 44 ຄົນ, ນະຄອນຫຼວງ 7 ຄົນ, ຫຼວງພະບາງ 1 ຄົນ, ໄຊຍະບູລີ 1 ຄົນ ແລະ ອຸດົມໄຊ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 11,313 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4,435 ຄົນ.
ສຳລັບ ຈຸດບໍລິການກວດໂຄວິດ-19 ນອກສະຖານທີ່ຂອງນະຄອນຫຼວງວຽງຈັນ ແມ່ນຢູ່ ມສ ສີໂຄດ ເຊິ່ງໄດ້ເປີດໃຫ້ບໍລິການບັນດາທ່ານທຸກໆມື້ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
ສຳລັບ ບ້ານທີ່ຖືກກຳນົດເປັນເຂດແດງ ໃນຂອບເຂດທົ່ວປະເທດ ມີດັ່ງຕໍ່ໄປນີ້:
ລ/ດ
ແຂວງ/Provinces ເມືອງ District ບ້ານ
Village ວັນທີເລີ່ມ
Starting day* ວັນທີສິ້ນສຸດການເປັນເຂດແດງ
Ending Day
1 ນະຄອນຫລວງ ປາກງື່ມ ໂພນຂາມ 05/08/2021 19/08/2021
2 ນະຄອນຫລວງ ໄຊທານີ ໄຜ່ລ້ອມ 14/08/2021 27/08/2021
3 ວຽງຈັນ ວັງວຽງ ນາມອນ 12/08/2021 25/08/2021
6 ສະຫວັນນະເຂດ ນະຄອນໄກສອນ ອຸດົມວິໄລ 11/08/2021 24/08/2021
7 ຈໍາປາສັກ ນະຄອນປາກເຊ ພູມ່ວງຂື້ນກັບກຸ່ມບ້ານພູຄຸນ 06/08/2021 19/08/2021
8 ຈໍາປາສັກ ນະຄອນປາກເຊ ແຊງ 07/08/2021 20/08/2021
9 ຈໍາປາສັກ ນະຄອນປາກເຊ ສະພານໄຊ 09/08/2021 22/08/2021
10 ຈໍາປາສັກ ປະທຸມພອນ ເສັດເຕົາເຫຼັກ 08/08/2021 21/08/2021
11 ຈໍາປາສັກ
ໂຂງ
ນາ 08/08/2021 21/08/2021
12 ຈໍາປາສັກ ພຽງດີ 08/08/2021 21/08/2021
13 ຈໍາປາສັກ ຫາງຄອນ 08/08/2021 21/08/2021
ຈໍາປາສັກ ຊະນະສົມບູນ ສີວິໄລ 12/08/2021 25/08/2021
ຈໍາປາສັກ ໂພນທອງ ວັດຫໍ 7/08/2021 20/08/2021
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 18 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາຕາມດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,178 ຄົນ, ໄດ້ຖືກເກັບຕົວຢ່າງ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້;
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 106 ສູນ ແລະ 51 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 12,079 ຄົນ. ພວກເຮົາຍັງສາມາດຮອງຮັບໄດ້ຕື່ມອີກ 22,406 ຄົນ, ໃນນັ້ນ ສູນ ແມ່ນ 15,025 ຄົນ ແລະ ໂຮງແຮມ 7,381 ຄົນ.
• ຜູ້ຈໍາກັດບໍລິເວນສະສົມ ທົ່ວປະເທດ ນັບແຕ່ວັນທີ 01 ມັງກອນ 2021 ຮອດປະຈຸບັນ ມີ 84,543 ຄົນ.
• ອົງການອະນາໄມໂລກ ປະກາດວ່າ ປັດຈຸບັນ ກຳລັງທົດລອງຢາ 3 ໂຕ ປະກອບ ມີ artesunate, imatinib ແລະ infliximab ເຊິ່ງໄດ້ທົດລອງນຳໃຊ້ໃນຄົນເຈັບທີ່ກຳລັງນອນປິ່ນປົວຢູ່ໂຮງໝໍ ເພື່ອຫຼຸດຜ່ອນຄວາມສ່ຽງໃນການເສຍຊີວິດ ເຊິ່ງທັງ 3 ຕົວຢາ ໄດ້ຖືກນຳໃຊ້ເຂົ້າໃນການປິ່ນປົວຜ່ານມາ ເປັນຕົ້ນ ຢາ artesunate ໃຊ້ສຳລັບ ປິ່ນປົວພະຍາດໄຂ້ມາລາເຣຍທີ່ຮຸນແຮງ, ຢາ imatinib ປິ່ນປົວມະເຮັງບາງຊະນິດ ແລະ ຢາ infliximab ປິ່ນປົວພະຍາດພູມຄຸ້ມກັນ ເຊັ່ນ ພະຍາດປະດົງ. ການທົດລອງ 3 ຢານີ້ ຖືວ່າເປັນຂ່າວດີຂອງໂລກເຮົາ ເຊິ່ງຜົນຂອງການສຶກສາຄົ້ນຄວ້າ ພວກເຮົາຈະລາຍງານບັນດາທ່ານຕື່ມໃນພາຍຫຼັງ;
• ສຳລັບ ສປປ ລາວ ເຮົາ ກະຊວງສາທາລະນະສຸກ ກໍ່ໄດ້ເຮັດການສຶກສາຄົ້ນຄວ້າ ໃນການນຳໃຊ້ພືດເປັນຢາ ເພື່ອສົມທົບເຂົ້າໃນການປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19 ເຊິ່ງມີ 3 ຊະນິດ ຄື: ຕົ້ນລາຊາບີ, ຜັກຄາວທອງ ແລະ ຫົວກະຊາຍຂາວ, ຜົນຂອງການສຶກສາຄົ້ນຄວ້າ ເຫັນວ່າ ມີຫຼັກຖານສອດຄ່ອງກັນ ໃນການປ້ອງກັນ, ປິ່ນປົວ ແລະ ຢຸດຢັ້ງເຊື້ອພະຍາດໄວຣັສໄດ້ດີພໍສົມຄວນ. ແຕ່ເຖິງຢ່າງໃດກໍ່ຕາມ, ກໍ່ຂໍໃຫ້ບັນດາທ່ານ ອ່ານ ແລະ ສຶກສາຄຳແນະນຳຢ່າງລະອຽດ ຫຼື ສອບຖາມນຳຜູ້ຊ່ຽວຊານຕື່ມ ເພື່ອນຳໃຊ້ຢາດ່ັງກ່າວໃຫ້ຖືກຕ້ອງ, ສົມເຫດສົມຜົນ ແລະ ປາດສະຈາກຜົນຂ້າງຄຽງໜ້ອຍທີ່ສຸດ;
• ສຳລັບ ການຈຳກັດບໍລິເວນຢູ່ສູນນ້ັນ ເຫັນວ່າ ມີການກວດພົບເຊື້ອຂອງຜູ້ຖືກຈຳກັດບໍລິເວນ ເມື່ອໃກ້ຈະຄົບກຳນົດທີ່ຈະອອກຈາກສູນ ຫຼື ພາຍຫຼັງອອກຈາກສູນແລ້ວ ເຊິ່ງທັງໝົດນີ້ ກໍ່ແມ່ນມີສາເຫດມາຈາກສູນຈຳກັດບໍລິເວນທີ່ມີຈຳນວນຈຳກັດ, ບໍ່ສາມາດຮັກສາໄລຍະຫ່າງໄດ້ ແລະ ຄວາມເຂົ້າໃຈໃນການປ້ອງກັນຕົວເອງ ຂອງຜູ້ຈຳກັດບໍລິເວນ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ. ດັ່ງນັ້ນ, ຄະນະສະເພາະກິດ ຈຶ່ງອອກແຈ້ງການ ພາຍຫຼັງ ອອກຈາກສູນຈຳກັດບໍລິເວນຢູ່ນະຄອນຫຼວງວຽງຈັນ ຫຼື ບັນດາແຂວງຄົບ 14 ວັນແລ້ວ ໃຫ້ອົງການປົກຄອງທ້ອງຖິ່ນຕິດຕາມ ການສືບຕໍ່ຈຳກັດບໍລິເວນຢູ່ເມືອງ ຫຼື ບ້ານຕື່ມອີກ 14 ວັນ ຢ່າງເຂັ້ມງວດ ເພື່ອຕິດຕາມອາການ, ຖ້າມີອາການຫ ຈະໄດ້ເກັບຕົວຢ່າງກວດ ເພື່ອກວດຊອກຫາເຊື້ອ;
• ການລົງທະບຽນອອນລາຍ ເພື່ອໄປສັກວັກຊີນ ແມ່ນເພື່ອຫຼີກລ້ຽງຄວາມແອອັດ ແລະ ຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ເມື່ອທ່ານໄປຮັບວັກຊີນ. ສຳລັບ ນະຄອນຫຼວງວຽງຈັນ ຂໍເຊີນຊວນບັນດາທ່ານ ສືບຕໍ່ລົງທະບຽນອອນລາຍ ທີ່ເວັບໄຊ້ http://vaccinatelaos.la ເພື່ອຮັບບໍລິການຢູ່ທີ່ສູນການຄ້າລາວ-ໄອເຕັກ, ໂຮງໝໍເມືອງທຸກແຫ່ງ ແລະ ວັດຈີນ (ດົງປາແຫຼບ);
• ສຳລັບ ບັນດາແຂວງ ກໍ່ຂໍເຊີນຊວນ ພໍ່ແມ່, ພີ່ນ້ອງ, ປະຊາຊົນ, ທະຫານ, ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ໄປຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ ທີ່ທາງການກຳນົດໄວ້ ເພື່ອສ້າງພູມຄຸ້ມກັນໃຫ້ຕົວຂອງທ່ານ ແລະ ພູມຄຸ້ມກັນໝູ່ ເພື່ອໃຫ້ການລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ຢູ່ປະເທດພວກເຮົາ ຢຸດຕິລົງໂດຍໄວ.