ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຖ່າຍທອດສົດ ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນພະຫັດ ວັນທີ 2 ກັນຍາ 2021.
ກ່ຽວກັບສະພາບໂຄວິດ-19 ຢູ່ໃນ ສປປ ລາວ ແລະ ບາງຂໍ້ແນະນໍາເພິ່ມເຕີມ.
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 1 ກັນຍາ 2021܀
ໄດ້ກວດວິເຄາະທັງໝົດ 3,711 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 170 ຄົນ
ເຊິ່ງຕິດເຊື້ອໃນຊຸມຊົນ 41 ຄົນ ເປັນຜູ້ສໍາຜັດໃກ້ຊິດນໍາຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 129 ຄົນ ຈາກ ສະຫວັນນະເຂດ 48 ຄົນ, ສາລະວັນ 41 ຄົນ ,ນະຄອນຫຼວງວຽງຈັນ 17 ຄົນ, ຄໍາມ່ວນ 13 ຄົນ, ຈຳປາສັກ 6 ຄົນ, ບໍລິຄໍາໄຊ 3 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີລາຍລະອຽດດັ່ງນີ້:
• ນະຄອນຫຼວງວຽງຈັນ 9 ຄົນ:
– 1 ຄົນ ແມ່ນເພດຊາຍ ອາຍຸ 44 ປີ ມາຈາກ ບ້ານ ໜອງແຫ້ວ ເມືອງຫາດຊາຍຟອງເຊິ່ງໄດ້ກັກໂຕແຍກປ່ຽວຢູ່ບ້ານຕັ້ງແຕ່ວັນທີ່ 24 ສິງຫາ 2021 ແລະ ອີກ 8 ຄົນ
ເດີນທາງມາຈາກບໍ່ແກ້ວ ທີ່ມາກັກຕົວ ຢູ່ ສູນຫລັກ 27 ແລະ ສູນ ປາກງື່ມ
• ແຂວງ ສະຫວັນນະເຂດ 22 ຄົນ:
– ພະນັກງານແພດ 1 ຄົນ,
– ອີກ 01 ຄົນ ເປັນພະຍາບານ ຢູ່ບ້ານໄຊຍະພູມ ແຕ່ເຮັດວຽກຢູ່ຕຶກເດັກຂອງໂຮງໝໍ
ແຂວງສະຫວັນນະເຂດ;
– 03 ຄົນເປັນພະນັກງານລັດຕະນະລັງສີ
– 02 ຄົນ ເປັນພະນັກງານລ້ານຊ້າງ ທີ່ກັກໂຕຢູ່ໂຮງແຮມ ຊຶ່ງມີສາຍພົວພັນກັບ
ພະນັກງານຂັບລົດ ບໍລິສັດຕະນະວົງ
– ອີກ 13 ຄົນ ເປັນພະນັກງານເວນຍາມຂອງບໍລິສັດສະຫວັນປາກ
– 01 ຄົນ ປະຊາຊົນຢູ່ບ້ານອຸດົມວິໄລ ແລະ 01 ຄົນ ຢູ່ບ້ານລັດຕະນະລັງສີໃຕ້
– ອີກ 01 ຄົນ ຢູ່ບ້ານໂພນສະຫວ່າງໃຕ້
• ຄໍາມວນ 4 ຄົນ,
– 03 ຄົນ ແມ່ນອາສາສະໜັກ ທີ່ເປັນພະຍາບານ ມາປະຈໍາການຢູ່ສູນກັກກັນສະໜາມກິລາແຂວງຄໍາມ່ວນ ໃນວັນທີ 21 ສິງຫາ 2021 ຊຶ່ງທັງ 03 ຄົນ ມີອາການໄຂ້ ແລະ ໄອ ໃນວັນທີ 31 ສິງຫາ 2021
ອີກ 01 ຄົນ ຢູ່ບ້ານເລົ່າໂພນໄຊ ເມືອງທ່າແຂກ ເປັນຜູ້ສໍາຜັດໃກ້ຊິດກັບ ຜູ້ຕິດເຊື້ອ
• ບໍ່ແກ້ວ 4 ຄົນ:
– 3 ຄົນຈາກເມືອງຕົ້ນເຜິ້ງ (ໜື່ງໃນ 3 ຄົນ ແມ່ນ ເຈົ້າໜ້າທີ່ຕຳຫລວດຈາກເມືອງຕົ້ນເຜິ້ງ); ແລະ ອີກ 1 ຄົນຈາກເມືອງຫ້ວຍຊາຍ
ຫຼວງພະບາງ 1 ຄົນ : ເປັນເພດຍິງ ອາຍຸ 49 ປີ ອາຊີບເຮັດນາ ບ້ານນາຝາຍ ເມືອງນານ ເປັນຜູ້ສໍາຜັດກັບຜູ້ຕິດເຊື້ອກ່ອນໜ້ານີ້ (ໄດ້ໄປຮ່ວມງານສົບ)
• ສາລະວັນ 1 ຄົນ : ເປັນພະນັກງານຂັບລົດທະຫານປະຈຳຢູ່ສູນວິທະຍາໄລຄູເມືອງສາລະວັນປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້.
➢ ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,459 ຄົນ, ເສຍຊີວິດສະສົມ 14 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,317 ຄົນ.
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນນີ້
ແມ່ນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ
(ວັນຈັນ ຮອດ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີ
ທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີລາຍງານຄົນເຈັບຕິດເຊື້ອ.
• ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື
ສະຖານທີ່ທີ່ກໍານົດໄວ້.
» ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 1 ກັນຍາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ້ານຕ່າງໆໃນ ສປປ ລາວ ຈໍາ
ນວນ ທັງໝົດ 2,177 ຄົນ
ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ 107 ສູນ ແລະ 51 ໂຮງແຮມ ມີຜູ້ຈໍາກັດບໍລິເວນ 7,865 ຄົນ.
ສະພາບການລະບາດພະຍາດຢູ່ ສປປ ລາວ ປັດຈຸບັນນີ້ພົບມີການຕິດເຊື້ອ ໃນພະນັກງານທີ່ປະຕິບັດໜ້າທີ່ຢູ່ສະຖານທີ່ບໍລິການສາທາລະນະສຸກຫຼາຍແຫ່ງ ເຮັດໃຫ້ພະນັກງານແພດກໍ່ມີກໍາລັງຫຼຸດລົງ ແຕ່ຜູ້ຕິດເຊື້ອໃໝ່ຍັງສືບຕໍ່ເພີ່ມຂຶ້ນໃນແຕ່ລະວັນ ແລະ ຍັງມີການແຜ່ລະບາດໃນຊຸມຊົນເຂົ້າຫາສໍານັກງານອົງການ, ລັດວິສາຫະກິດ, ບໍລິສັດເອກະຊົນ, ຄອບຄົວ, ຫຼາຍແຂວງມີການລາຍງານຜູ້ຕິດເຊື້ອໃນຊຸມຊົນເພີ່ມຂຶ້ນ ເຊິ່ງເປັນສັນຍານທີ່ອາດຈະມີການແຜ່ລະບາດເປັນວົງກ້ວາງໃນຊຸມຊົນ. ດັ່ງນັ້ນ ຈິ່ງຮຽກຮ້ອງມາຍັງບັນດາທ່ານໃຫ້ເອົາໃຈໃສ່ເປັນເຈົ້າການໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດໂດຍສະເພາະປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 1094/ຫສນຍ ລົງວັນທີ 31 ສີງຫາ 2021
ວິທີປ້ອງກັນການຕິດເຊື້ອພະຍາດ ໂຄວິດ-19:
– ບໍ່ຊຸມແຊວທຸກຮູບແບບ
– ຮັກສາໄລຍະຫ່າງ ແລະ ບໍ່ຢູ່ໃກ້ຄົນທີ່ມີອາການບໍ່ສະບາຍ
– ລ້າງມືໃສ່ສະບຸດ້ວຍ ນ້ຳສະອາດ ຫຼື ເຈວທີ່ມີທາດເຫຼົ້າ
– ໃສ່ຜ້າອັດປາກ-ດັງ ຢ່າງຖືກວິທີ
– ບໍ່ເດີນທາງໄປເຂດສ່ຽງ ຫຼື ສະຖານທີ່ສ່ຽງ, ສະຖານທີ່ແອອັດ, ສະຖານທີ່ ອາກາດບໍ່ຖ່າຍເທ
– ໝັ່ນເຮັດອະນາໄມ ແລະ ຂ້າເຊື້ອຈຸດສ່ຽງຕ່າງໆ
– ບໍ່ໄຊ້ສິ່ງຂອງສ່ວນຕົວຮ່ວມກັບຄົນອື່ນໃສ່ ແລະ ຖອດ ອຸປະກອນປ້ອງກັນໂຕເອງໃຫ້ຖືກວິທີ
ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal), ພວກເຮົາທຸກຄົນຕ້ອງຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນ, ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນແລະ ສາມາດກັບມາດໍາລົງຊີວິດປົກກະຕິໂດຍໄວ