ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 22 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 5,652 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 694 ຄົນ:
– ກໍລະນີນໍາເຂົ້າ ມີ 28 ຄົນ ຈາກ ແຂວງ ສາລະວັນ 13 ຄົນ, ນະຄອນຫຼວງວຽງຈັນ 5 ຄົນ,
ສະຫວັນນະເຂດ 5 ຄົນ, ຈຳປາສັກ 4 ຄົນ ແລະ ຄຳມ່ວນ 1 ຄົນ, ເຊິ່ງກວດພົບຈາກແຮງງານ
ລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.
ສໍາລັບ ການຕິດເຊື້ອໃນຊຸມຊົນ ມີ 666 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 563 ຄົນ: ເກືອບ 90 ເປີເຊັນ ມາຈາກໂຮງງານ ຕັດຫຍິບລາຍລະອຽດຄື:
– ຈາກໂຮງງານ TriO: 371 ຄົນໃນຈໍານວນຕົວຢ່າງທັງໝົດ 669;
– ຈຸດເກັບຕົວຢ່າງ ເມືອງ ນາຊາຍທອງ: ພົບ 89 ຄົນ ໃນຈໍານວນທັງໝົດ 280ຕົວຢ່າງ;
– ໂຮງງານ Venture ບ້ານສາຍນໍ້າເງິນ: 42 ຄົນ ໃນຈໍານວນ 140 ຕົວຢ່າງ;
– ຈຸດເກັບ ຕົວຢ່າງ ຈາກບຶງຂະຫຍອງ : ໃຫ້ຜົນບວກ 36 ຄົນ; ໃນຈໍານວນ 390 ຕົວຢ່າງ:
– ຈຸດເກັບຕົວຢ່າງໂຮງໝໍເຊດຖາທິລາດ ແລະ ໂຮງໝໍ ເດັກ 9 ຄົນ ຈາກ ເມືອງໄຊ
ເສດຖາ ມີ 02 ຄົນ (02 ບ້ານ), ເມືອງ ຫາດຊາຍຟອງ 03 ຄົນ (03 ບ້ານ), ເມືອງໄຊ
ທານີ 01 ຄົນ ( ບ້ານໜອງວຽງຄໍາ) , ເມືອງສີໂຄດຕະບອງ ມີ 02 ຄົນ (02 ບ້ານ),
ເມືອງ ນາຊາຍທອງ ມີ 01 ຄົນ ຈາກບ້ານໜອງປັກແຮດ ເປັນພະຍາບານ ພະແນກສຸກ
ເສີນ ໂຮງໝໍເດັກ ຜູ້ກ່ຽວມີນ້ອງໄພ້ ທີ່ເຮັດວຽກຢູ່ໂຮງງານ Trio ທີ່ມີຄົນຕິດເຊື້ອມາ
ກ່ອນ.
– ມາຈາກ: ສູນກັກກັນສີໂຄດ ມີ 8 ຄົນ, ສູນຫລັກ 27 ມີ 8 ຄົນ, ໂຮງໝໍ 103 ມີ 1 ຄົນ, ໂຮງໝໍມິດຕະພາບ ມີ 1 ຄົນ ແລະ ກົມໃຫຍ່ກອງທັບ 641 ມີ 4 ຄົນ,
2. ຈຳປາສັກ 46 ຄົນ:
– 19 ຄົນ ຈາກນິຄົມ 1 (ສວນຢາງ) ບ້ານໜອງກອກ ເມືອງບາຈຽງ ເປັນຄົນຫວຽດນາມ, 3 ຄົນ ສວນຢາງພາລາດັກໆ (ຄົນລາວ 1, ຄົນ ຫວຽດນາມ 2), 3 ຄົນ ມາຈາກບ້ານພອງເພາະ ມ. ປະທຸມພອນ ເປັນບ້ານໃໝ່ ທີ່ພົວພັນກັບຈຸ້ມປະທຸມພອນ ສ່ວນທີ່ເຫຼືອມາຈາກນະຄອນປາກເຊ ລວມມີ ທະຫານ 1 ຄົນ, ພະນັກງງານໂຮງແຮມ 1, ພະນັກງານໄອຍະການ 1.
3. ຄໍາມ່ວນ 25 ຄົນ:
4. ສະຫວັນນະເຂດ 10 ຄົນ:
– ຄ້າຍຄຸມຂັງຫຼັກ 6 ມີ 07 ກໍລະນີ (ກວດຕົວຢ່າງຄັ້ງທີ່ 03)
ບ້ານວົງວິໄລ, ເມືອງເຊໂປນ ມີ 01 ກໍລະນີ ເປັນນ້ອງຊາຍຂອງພະນັກງານຕໍາຫລວດຄ້າຍຄຸມຂັງຫຼັກ 6 ທີ່ຕິດເຊື້ອມາກ່ອນ
– ບ້ານໄຊຍະມຸງຄົນ, ນະຄອນໄກສອນ ມີ 01 ກໍລະນີ (ກວດຄັ້ງທີ່ 02) ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ພັກຢູ່ບ້ານພັກດຽວກັນ ຊຶ່ງໄດ້ລາຍງານໃນວັນທີ 10 ກັນຍາ 2021
– ຄົນຫວຽດນາມ ມີ 01 ກໍລະນີ (ເພດຊາຍ, ອາຍຸ 40 ປີ) ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ
5. ບໍລິຄໍາໄຊ 5 ຄົນ: ທັງ 5 ເປັນຜູ້ສໍາຜັດໃກ້ຊິດ ແລະ ເປັນຄອບຄົງດຽວກັນກັບຜູ້
ຕິດເຊື້ອຜ່ານມາ
– ເພດຍິງ 32 ປີ ອາຊີບ ເຮັດນາ ລູກສາວ
– ເພດຍິງ 17 ປີ ອາຊີບ ນັກຮຽນ ຫຼານສາວ
– ເພດຍິງ 18 ປີ ອາຊີບ ນັກຮຽນ ຫຼານສາວ
– ເພດຍິງ 72ປີ ອາຊີບ ຫວ່າງງານ ເມຍ
ປະຈຸບັນ 4 ຄົນ ນອກຈາກລູກຊາຍ ແມ່ນຢູ່ ມໍ ຕົ້ນ ໂພນສີ ເມືອງ ປາກກະດິງ
6.ຫລວງນ້ຳທາ 5 ຄົນ:
ທັງໜົດ ເປັນສັນຊາດຈີນ, ທີ່ເດີນທາງມາຈາກ ເຂດພິເສດ ສາມຫຼ່ຽມຄໍາ.
7. ຫຼວງພະບາງ 5 ຄົນ:
– ບ້ານໂພນໄຊ, ເມືອງນານ ມີ 04 ກໍລະນີ, ກັກໂຕຢູ່ສູນເມືອງນານ (ອາຊີບ: ຊາວສວນ 02 ກໍລະນີ; ອາຊີບ: ກຳມະກອນ ແລະ ນັກຮຽນ) ທີ່ໄດ້ສໍາຜັດໃກ້ຊິດກັບຄົນບ້ານໂພນໄຊຕິດເຊື້ອ.
– ບ້ານຂົວທີ 01, ນະຄອນຫລວງພະບາງ (ເພດຊາຍ, ອາຍຸ 21 ປີ, ອາຊີບ: ນັກສຶກສາ ຮຽນອອນລາຍ ບໍ່ໄດ້ໄປໃສ ຢູ່ແຕ່ເຮືອນ), ບໍ່ມີອາການຫຍັງ (ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ)
8. ແຂວງວຽງຈັນ 4 ຄົນ:
03 ຄົນ ແມ່ນເຮັດວຽກຢູ່ໂຮງງານຊີມັງວັງວຽງ
– ບ້ານປາກເປາະ, ເມືອງວັງວຽງ ມີ 01 ກໍລະນີ (ເພດຊາຍ, ອາຍຸ 39 ປີ)
– ບ້ານພູດິນແດງ, ເມືອງວັງວຽງ ມີ 01 ກໍລະນີ (ເພດຊາຍ, ອາຍຸ 59 ປີ)
– ບ້ານຂຶ້ນມາກ, ເມືອງວັງວຽງ ມີ 01 ກໍລະນີ (ເພດຍິງ, ອາຍຸ 27 ປີ)
– ມີ 01 ຄົນ (ເພດຍິງ, ອາຍຸ 53 ປີ) ຢູ່ບ້ານໂພນຫໍ, ເມືອງໂພນໂຮງ ຊື່ງມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ໄປເຮືອນດີ ຢູ່ບ້ານໂພນຫໍ ແລະ ໄດ້ລາຍງານ ໃນວັນທີ 22 ກັນຍາ 2021.
9. ຊຽງຂວາງ 2 ຄົນ:
ບ້ານຫໍສິມ, ເມືອງຜາໄຊ ມີ 02 ກໍລະນີ (ເພດຊາຍ, ອາຍຸ 67 ປີ, ອາຊີບ: ຜູ້ເຖົ້າ ແລະ ເພດຍິງ ອາຍຸ 58 ປີ, ອາຊີບ: ຜູ້ເຖົ້າ) ແລະ ມີປະຫວັດສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ ທີ່ໄປງານເຮືອນດີ.
10. ສາລະວັນ 1 ຄົນ:
ບ້ານນາເຫຼັກ, ເມືອງສາລະວັນ, ກັກໂຕຢູ່ບ້ານຄົນດຽວ ເປັນລູກຊາຍ ຂອງຜູ້ຕິດເຊື້ອ
ທີ່ລາຍງານໃນວັນທີ 06 ກັນຍາ 2021.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່
ປິ່ນປົວທີ່ຖືກກໍານົດໄວ້.
» ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 20,646 ຄົນ, ເສຍຊີວິດສະ
ສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,861 ຄົນ.
➢ເຂດສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງວຽງຈັນ
– ໂຮງງານ ອານພີ, ບ້ານໜອງທາ, ເມືອງ ຈັນທະບູລີ
– ໂຮງງານ ທຣີໂອ, ບ.ສີເກີດ, ມ. ນາຊາຍທອງ
– ໂຮງງານ ເວັນເຈີ, ບ.ສີວິໄລ, ມ. ໄຊທານີ
– ຕະຫຼາດທ່າງອນ
– ໂຮງງານນໍ້າດື່ມ ຄຣິດສະຕໍ.
– ຊຸບເປີມາເກັດດີມາກ ຫຼັກ 7
– ບໍລິສັດ ເມືອງວັງ
– ບໍລິສັດ ດີເຄ.
– ບໍລິສັດ ກຸງສີເຊົ່າສິນເຊື່ອ
➢ ບ້ານໃໝ່ທີ່ກໍານົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 2 ບ້ານ:
– ເມືອງໄຊທານີ: ບ້ານ ໂນນແກ້ວ
– ເມືອງ ສີສັດຕະນາກ: ບ້ານ ໂພນສະຫວັນ
* ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນແມ່ນມີ:
1) ຈຸດເກັບຕົວຢ່າງ ເດີ່ນກິລາໃນຮົ່ມ ບຶງຂະຫຍອງ,
2) ຈຸດເກັບຕົວຢ່າງ ເມືອງໄຊເສດຖາ ໂຮງຮຽນ ມສ ລາວ-ຫວຽດ.
3) ຈຸດເກັບຕົວຢ່າງ ມສ ເຈົ້າອະນຸວົງ,
4) ຈຸດເກັບຕົວຢ່າງ ເຄື່ອນທີ່ຕາມໂຮງງານ 3 ກຸ່ມ
5) ຈຸດເກັບຕົວຢ່າງ ມ. ນາຊາຍທອງ ແມ່ນຢູ່ ໂຮງໝໍເມືອງ
6) ຈຸດເກັບຕົວຢ່າງ ມ. ໄຊທານີ ແມ່ນຢູ່ ມສ ຕານມີໄຊ
7) ນອກຈາກນີ້ຍັງມີບັນດາໂຮງໝໍສູນກາງກໍ່ເກັບຕົວຢ່າງເຊັ່ນກັນ
ເຊິ່ງທັງ 7 ທີມແມ່ນໃຫ້ບໍລິການບັນດາທ່ານທຸກວັນຕອນເຊົ້າ 9-12 ມ (ວັນຈັນ
ຫາ ວັນອາທິດ) ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
> ສໍາລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ
ຖານທີ່ທີ່ກໍານົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການ
ລະບາດໃນຊຸມຊົນ.
• ການ ໃຫ້ບໍລິການ ສັກວັກຊິນຍັງສືບຕໍ່ ຄືເກົ່າ ຈຸດທີ 1) ຢູ່ ສູນການຄ້າລາວໄອເຕັກ
2) ຢູ່ວັດຈີນ ບ້ານດົງປາແລບ, 3) ໂຮງໝໍເມືອງ 9 ຕົວເມືອງ, ສໍາລັບບ້ານແດງຈະມີທີມເຄື່ອນທີ່ລົງໃຫ້ບໍລິການໃນເຂດບ້ານຂອງທ່ານ
➢ ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 22 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1,965 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 115 ສູນ ແລະ 55 ໂຮງແຮມ, ມີຜູ້ຈໍາກັດບໍລິເວນ 6,930 ຄົນ.