ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ອີງຕາມການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນພະຫັດ ວັນທີ 5 ສິງຫາ 2021. ໃຫ້ຮູ້ວ່າ:
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 4 ສິງຫາ 2021 :
ໄດ້ກວດວິເຄາະທັງໝົດ 2,392 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 206 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 19 ຄົນ ຄື:
ນະຄອນຫຼວງວຽງຈັນ 3 ຄົນ
ບໍ່ແກ້ວ 12 ຄົນ (ເມືອງຕົ້ນເຜິ້ງ)
ຈຳປາສັກ 4 ຄົນ
ສຳລັບ ຜູ້ຕິດເຊື້ອໃໝ່ 3 ຄົນ ຢູ່ນະຄອນຫຼວງວຽງຈັນ, ລາຍລະອຽດ ມີດັ່ງນີ້:
1 ຄົນ ແມ່ນພະນັກງານຢູ່ສູນຈຳກັດບໍລິເວນ.
1 ຄົນ ແມ່ນສັນຊາດ ຫວຽດນາມ ກວດພົບເຊື້ອກ່ອນເດີນທາງກັບປະເທດ, ເປັນເພດຊາຍ ອາຍຸ 30 ປີ,​ ຜູ້ກ່ຽວເດີນທາງມາຈາກ ສສ ຫວຽດນາມ ໃນໄລຍະວັນທີ 7-8 ກໍລະກົດ 2021 ມາຮອດແຂວງບໍ່ແກ້ວ ວັນທີ 9-10 ກໍລະກົດ ແລະ ໄດ້ເຮັດວຽກຢູ່ແຂວງບໍ່ແກ້ວ (ບໍ່ຮູ້ຢູ່ບ່ອນໃດ)
– ວັນທີ 4 ສິງຫາ 2021 ເວລາ 10 ໂມງເຊົ້າ ເດີນທາງມານະຄອນຫຼວງວຽງຈັນ ນຳກັນ​ 20 ຄົນ. ເມື່ອມາຮອດຄິວລົດສາຍເໜືອ ຜູ້ກ່ຽວ ໄດ້ເດີນທາງໄປກວດວິເຄາະ ຢູ່ ສວລ ກ່ອນເດີນທາງກັບປະເທດ ແລະ ຜົນກວດແມ່ນພົບເຊື້ອ.
ສ່ວນອີກ 1 ຄົນອອກຈາກສູນຈຳກັດບໍລິເວນ ພາຍຫຼັງສິ້ນສຸດການຈຳກັດບໍລິເວນ 14 ວັນ.
ສ່ວນ ຜູ້ຕິດເຊື້ອໃໝ່ 4 ຄົນ ຢູ່ແຂວງຈຳປາສັກ,​ ໃນນັ້ນ 2 ຄົນ ເປັນພະນັກງານຢູ່ດ່ານວັງເຕົ່າ, 1 ຄົນເປັນພະນັກງານອະນາໄມຂ້າເຊື້ອ ແລະ 1 ຄົນແມ່ນເປັນຄົນໃນຄອບຄົວຂອງພະນັກ
ງານອະນາໄມຂ້າເຊື້ອ.
ສ່ວນ ກໍລະນີນໍາເຂົ້າ ມີ 187 ຄົນ ຈາກ ນະຄອນຫຼວງ 50 ຄົນ, ວຽງຈັນ 1 ຄົນ, ບໍລິຄຳໄຊ 4 ຄົນ, ສະຫວັນນະເຂດ 74 ຄົນ, ສາລະວັນ 8 ຄົນ ແລະ ຈຳປາສັກ 50 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7,511 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3,696 ຄົນ.
ສຳລັບ ຈຸດບໍລິການກວດໂຄວິດ-19 ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານ ນັບແຕ່ມື້ນີ້ເປັນຕົ້ນໄປ.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
ວັນທີ 4 ສິງຫາ 2021 ມີຜູ້ເດີນທາງເຂົ້າມາຜ່ານດ່ານຕ່າງໆ ໃນ ສປປລາວ ທັງໝົດ 3,778 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ 14 ວັນ.
ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 69 ສູນ ແລະ 44 ໂຮງແຮມ ມີຜູ້ຈຳກັດບໍລິເວນ 12,125 ຄົນ.
ປະຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ໃນຫຼາຍປະເທດທົ່ວໂລກ ຍັງມີທ່າອ່ຽງເພິ່ມຂຶ້ນໃນແຕ່ລະວັນ ພ້ອມທັງ ປະສົບກັບການລະບາດຮອບໃໝ່ ເຊິ່ງເກີດຈາກສາຍພັນເດວຕ້າ;​
ສຳລັບ ການລະບາດຢູ່ບັນດາປະເທດອ້ອມຂ້າງ ສປປ ລາວ ມີລັກສະນະເພິ່ມຂຶ້ນ ມີລາຍງານຜູ້ຕິດເຊື້ອໃໝ່ ຫຼາຍກວ່າ 2 ໝື່ນກວ່າຄົນ ແລະ ຜູ້ເສຍຊີວິດ ຫຼາຍຮ້ອຍຄົນ ພາຍໃນມື້ດຽວ ເຊິ່ງມີຄວາມສ່ຽງສູງ ທີ່ຜູ້ເດີນທາງຈາກປະເທດດັ່ງກ່າວ ຈະນຳເຊື້ອພະຍາດ ເຂົ້າມາແຜ່ລະບາດໃນບ້ານເຮົາ ເຊິ່ງສັງເກດເຫັນໄດ້ຈາກ ຜູ້ຕິດເຊື້ອໃໝ່ໃນແຕ່ລະວັນ ແມ່ນມາຈາກກໍລະນີນຳເຂົ້າຫຼາຍຮ້ອຍຄົນຕໍ່ມື້;
ຕໍ່ກັບສະພາບການດັ່ງກ່າວ, ເພື່ອສະກັດກັ້້ນການລະບາດຂອງສາຍພັນເດວຕ້າ ຢູ່ໃນໂລກ ກໍ່ຄື ຢູ່ໃນປະເທດຂອງພວກເຮົາ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ພໍ່ແມ່, ປະຊາຊົນ, ທະຫານ, ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມ ໂດຍສະເພາະ ຜູ້ທີ່ນອນຢູ່ໃນກຸ່ມເປົ້າໝາຍທີ່ເປັນບູລິມະສິດ ຕ້ອງຮີບຮ້ອນໄປຮັບການສັກວັກຊີນ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຕົນເອງ ກໍ່ຄື ພູມຄຸ້ມກັນໝູ່ ເພື່ອເຮັດໃຫ້ສັງຄົມລາວຂອງພວກເຮົາ ຫຼຸດພົ້ນອອກຈາກການລະບາດຂອງພະຍາດໂຄວິດ-19 ແລະ ກັບຄືນສູ່ສະພາວະປົກກະຕິໂດຍໄວ;
ເຖິງຢ່າງໃດກໍ່ຕາມ ໃນສະພາວະປັດຈຸບັນ ເຖິງວ່າທ່ານໄດ້ຮັບວັກຊີນ ເຂັມ 1 ຫຼື ຄົບແລ້ວ ກໍ່ໍ່ໝາຍຄວາມວ່າ ຈະບໍ່ຕິດເຊື້ອໂຄວິດ-19. ສະນັ້ນ, ການປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ,​ ການດຳລົງຊີວິດປົກກະຕິແບບໃໝ່ເຊັ່ນ: ການຮັກສາໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຫຼີກເວັ້ນໄປສະຖານທີ່ແອອັດ ຫຼື ມີຄວາມສ່ຽງສູງ;
ອີກເທື່ອໜຶ່ງ, ຂໍຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 956/ຫສນຍ, ລົງວັນທີ 3 ສິງຫາ 2021 ຢ່າງເຄັ່ງຄັດ ກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນໄລຍະວັນທີ 4 – 18 ສິງຫາ 2021.
ທ້າຍສຸດນີ້ ຂໍແຈ້ງໃຫ້ທ່ານຊາບວ່າ ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດຕາມຂໍ້ມູນຂ່າວສານ ທີ່ເປັນທາງການໄດ້:
ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 covid19.gov.la​
ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ cdc.gov.la
ແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165).