ຕອນເຊົ້າຂອງວັນທີ 27 ພຶດສະພາ 2021, ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ພ້ອມທັງບັນດາຄຳແນະນຳຕ່າງໆ.
ວັນທີ 26 ສປປ ລາວ ພົບຜູ້ຕິດເຊື້ອໃໝ່ ທັງໝົດ 12 ຄົນ ໃນນັ້ນ ນະຄອນຫຼວງ 4 ຄົນ, ສະຫວັນນະເຂດ 03 ຄົນ ແລະ ຈໍາປາສັກ 05 ຄົນ ເຊິ່ງ ສໍາລັບສະຫວັນນະເຂດ ແລະ ຈໍາປາສັກ ນັ້ນແມ່ນ ກໍລະນີນໍາເຂົ້າ ສ່ວນນະຄອນຫຼວງວຽງຈັນນັ້ນ ແມ່ນ ການຕິດເຊື້ອຈາກຜູ້ສໍາຜັດໃກ້ຊິດ. ດັ່ງນັ້ນ ເຮັດໃຫ້ ສປປ ລາວ ມີຜູ້ຕິດເຊື້ອສະສົມ ທັງໝົດ 1,895 ຄົນ ແລະ ເສຍຊິວິດສະສົມທັງໝົດ 2 ຄົນ. ບໍ່ມີການເສຍຊິວິດໃໝ່. ໃນນັ້ນ ປິ່ນປົວຫາຍດີທັງໝົດ 1,281 ຄົນ (ໃໝ່ 20 ຄົນ) ແລະ ຍັງສືບຕໍ່ປິ່ນປົວ ທັງໝົດ 612 ຄົນ.
• ມາຮອດວັນທີ 26 ພຶດສະພາ 2021 ມີຜູ້ເດີນທາງ ເຂົ້າ ສປປ ລາວ ທັງໝົດ 2,788 ຄົນ, ເຂົ້າສະໜາມບິນວັດໄຕ 516 ຄົນ, ມີແຮງງານລາວ ເຂົ້າມາ 130 ຄົນ ເຫຼືອນັ້ນ ແມ່ນ ບຸກຄົນທົ່ວໄປ ແລະ ພະນັກງານຂັບລົດ ແລະ ຜູ້ຕິດຕາມ
• ທົ່ວປະເທດມີສູນຈໍາກັດບໍລິເວນຮອງຮັບຜູ້ເດີນທາງເຂົ້າມາ ສປປ ລາວ ທີ່ເປີດນຳໃຊ້ຢູ່ທັງໝົດ 44 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 3,430 ຄົນ.
• ໃນວັນທີ 26 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,990 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 12 ກໍລະນີ
 ສໍາລັບກໍລະນີຕິດເຊື້ອໃໝ່ 12 ຄົນ (ກໍລະນີຢັ້ງຢືນທີ 1884 – 1895) ຄົນເຈັບຕິດເຊື້ອໃໝ່ຈາກ ນະຄອນຫຼວງວຽງຈັນ 4 ຄົນ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ, ເຊັ່ນ: ບ້ານຈອມມະນີ, ບ້ານຮ່ອງໄກແກ້ວ, ບ້ານ ວັງຊາຍ ແລະ ພະນັກງານກະຊວງໂຍທາທິການ ແລະ ຂົນສົ່ງ.
• ສຳລັບ 5 ຄົນ ຢູ່ແຂວງຈຳປາສັກ ແລະ 3 ຄົນ ຢູ່ແຂວງສະຫວັນນະເຂດ ນັ້ນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ.
• ເຖິງແມ່ນວ່າ ສະພາບການລະບາດໃນນະຄອນຫຼວງວຽງຈັນ ກໍ່ຄືບາງແຂວງ ມີລາຍງານຜູ້ຕິດເຊື້ອເປັນພຽງ 01 ຕົວເລກ (ຕໍ່າກວ່າ 10) ແຕ່ຂື້ນໆ ລົງໆ, ສະພາບການການລະບາດ ໃນນະຄອນຫຼວງວຽງຈັນ ມີລາຍງານຈໍານວນບ້ານແດງ ທັງໝົດ 29 ບ້ານ ໃນ 6 ຕົວເມືອງ. ເຖິງວ່າມີແຈ້ງການເລກທີ 528/ຫສນຍ ແລະ ແຈ້ງການຂອງ ນະຄອນຫຼວງວຽຈັນ ກໍ່ຕາມ. ສັງເກດເຫັນວ່າ ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ, ໝູ່ເພື່ອນ, ຊຸມແຊວສັງສັນກັນ ເຮັດໃຫ້ມີສະພາບການລະບາດເປັນຈຸ້ມໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່. ນອກຈາກນັ້ນ ຜູ້ຕິດເຊື້ອບາງຄົນບໍ່ສະແດງອາການ ຈີ່ງສືບຕໍ່ໄປເຄື່ອນໄຫວເຮັດວຽກຕາມປົກກະຕິ ເຮັດໃຫ້ການລະບາດເຂົ້າສູ່ບັນດາຫ້ອງການ, ສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ ເຮັດໃຫ້ມີລາຍງານຜູ້ຕິດເຊື້ອໃໝ່ເກີດຂື້ນໃນແຕ່ລະວັນ;
• ຕໍ່ກັບສະພາບການດັ່ງກ່າວ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຢ່າງເຂັ້ມງວດ ຄຽງຄູ່ກັນນັ້ນ ກໍ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ເປັນຕົ້ນ ແມ່ນ ຖ້າບໍ່ມີຄວາມຈຳເປັນ ບໍ່ໃຫ້ອອກຈາກບ້ານ ຫຼື ເດີນທາງໄປແຂວງອື່ນ, ໃຫ້ ການຮັກສາໄລຍະຫ່າງໃນສັງຄົມ, ຫຼີກລ້ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ຊຸມຊົນແອອັດ, ໃສ່ຜ້າປິດປາກ-ດັງ ແລະ ລ້າງມື ດ້ວຍເຈວ ແລະ ເຫຼົ້າ 70 ເລື້ອຍໆ,;
• ຖ້າຫາກທ່ານ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະຍາດໂຄວີດ 19 ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ຈົນຄົບ 14ມື້້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາເປັນລົບ (-) ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈິ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດຈົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ;
• ການລະບາດ ຮອບທີ່ ສອງ ທີ່ເກີດຢູ່ ສປປ ລາວ ນີ້ ອາດຈະ ມີຈໍານວນຄົນຕິດເຊື້ອຫຼາຍກວ່າປະຈຸບັນ ແຕ່ເນື່ອງຈາກວ່າ ພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ປະຊາຊົນໄດ້ຮັບວັກຊິນປ້ອງກັນ COVID-19 ເຊິ່ງມາຮອດປະຈຸບັນນີ້ ພວກເຮົາສາມາດສັກໄດ້ ເຂັ້ມທີ 1 ແມ່ນ 639,878 ໂດສ ແລະ ເຂັ້ມທີ 2 ສັກໄດ້ 174,212 ໂດສ, ເຊິງໃນນັ້ນ ກຸ່ມສ່ຽງບໍ່ວ່າຈະເປັນແພດໝໍ ຫຼື ພະນັກງານ ຈາກຂະເເໜງການຕ່າງໆ ກໍ່ໄດ້ຮັບວັກຊິນ ປ້ອງກັນໂດຍສ່ວນໃຫຍ່ ສິ່ງດັ່ງກ່າວກໍ່ເຮັດໃຫ້ຄົນຕິດເຊື້ອ ຫຼຸດລົງ ຕາມທີ່ກະຊວງສາທາລະນະສຸກໄດ້ຄາດຄະເນໄວ້ ແຕ່ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ບໍ່ຄວນຈະຫຼົງໄຫຼກັບການລາຍງານຈໍານວນຕິດເຊື້ອໃໝ່ເພາະ ພວກເຮົາຍັງບໍ່ທັນສາມາດຢຸດຢັ້ງວົງຈອນຂອງການແຜເຊື້ອໃນຄັ້ງນີ້ໄດ້ເທື່ອ. ບາງແຂວງປະຊາຊົນກໍ່ຍັງລັງເລໃນການໄປສັກວັກຊິນ ເພາະຄິດວ່າ ແຂວງຕົນເອງຍັງບໍ່ມີກໍລະນີຕິດເຊື້ອເທື່ອ ແຕ່ ເມື່ອເກີດມີການລະບາດໃນແຂວງຂອງທ່ານແລ້ວຈຶ່ງຈະໄປສັກວັກຊິນມັນກໍ່ຕ້ອງໃຊ້ເວລາຢ່າງໝ້ອຍ 1 ເດືອນ ຈຶ່ງເຮັດໃຫ້ຮ່າງກາຍຫຼັງຈາກໄດ້ຮັບວັກຊິນປ້ອງກັນ ສາມາດ ຕ້ານກັບ COVID-19, ດັ່ງນັ້ນ, ຂ້າພະເຈົ້າຮຽກຮ້ອງໃຫ້ ອໍານາດການປົກຄອງທ້ອງຖິ່ນ, ພະແນກສາທາລະນະສຸກແຂວງ ກໍ່ຄື ພະແນກການອື່ນໆ ຈົ່ງຊີ້ນໍາຢ່າງໃກ້ຊິດໃນບັ້ນສັກຢາປ້ອງກັນມນແຂວງຂອງທ່ານໃຫ້ບັນລຸເປົ້າໝາຍທີ່ໄດ້ວ່າໄວ້ ທັງນີ້ກໍ່ເພື່ອ ປ້ອງກັນໂຕທ່ານເອງ, ຄົນໃນຄອບຄົວ, ສັງຄົມ ແລະ ປະເທດຊາດ ຈາກການລະບາດຮອບທີ ສອງ ໂດຍໄວ.
• ສຳລັບ ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການທ່ານສາມາດຕິດຕາມໄດ້ທາງ:
o ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ
o ນອກຈາກນີ້ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄືcovid19.gov.la ແລະ
o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກcdc.gov.la
o ເຟດບຸກຂອງສູນຂ່າວສານການແພດແລະສຸຂະສຶກສາ, ກະຊວງສາທາລະ
ນະສຸກ
o ແລະສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).
Loading...