ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ການລາຍງານ  ກ່ຽວກັບສະພາບການລະບາດ ຂອງພະຍາດໂຄວິດ-19 ໃນວັນພຸດທີ 29 ກັນຍາ 2021, ຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດ COVID-19, ໃຫ້ຮູ້ວ່າ: ໃນປະຈຸບັນເຫັນວ່າ ມີການຕົວ ເລກການຕີດເຊື້ອໃນຊຸມຊົນເພີ້ມຂຶ້ນຫຼາຍ, ໃນມື້ວານນີ້ ວັນທີ 28 ກັນຍາ 2001 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 7,075 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 547 ຄົນ ຕິດໃນ ຊຸມຊົນ = 535 ຄົນ ແລະ ດີນທາງຈາກຕ່າງປະເທດ 12 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 23,488 ຄົນ, ເສຍຊີວິດສະສົມ 17 (01ໃໝ່) ຍັງສືບຕໍ່ປິ່ນປົວ 4,766 ຄົນ.

ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີກເສຍຊີວິດໃໝ່ 01 ຄົນ: ເພດຍີງ 57 ປີ ອາຊີບ ປະຊາຊົນ ບ້ານ ໂພນໂຮງ, ເມືອງໂພນໂຮງ ແຂວງວຽງຈັນ, ຜູ້ກ່ຽວຕິດເຊື້ອຈາກໄປ ເພາະທານບ້ານໂພນຫໍທີ່ມີ ລາຍງານການຕິດເຊື້ອມາກ່ອນ, ວັນທີ່ເລີ່ມເຈັບ ວັນທີ່ 26 ກັນຍາ 2021 ໃນເບື້ອງຕົ້ນ ບໍ່ມີອາການຮ້າຍແຮງ ແຕ່ຜູ້ກ່ຽວ ມີພະຍາດປະຈໍາໂຕ ເປັນເບົາຫວານ ແລະ ຕັ້ງຊົງ, ວັນທີ່ 27 ກັນຍາ 2021 ພາຍຫຼັງກວດພົບເຊື້ອໄດ້ໄປປິ່ນປົວຢູ່ໂຮງໝໍພາກສະໜາມ ແຂວງວຽງຈັນ ແລະ ຕໍ່ມາມີອາການຫາຍໃຈຍາກ ແລະ ໄດ້ໃສ່ທໍ່ຊ່ວຍຫາຍໃຈແຕ່ອາການຂອງ ຜູ້ກ່ຽວບໍ່ດີຂື້ນ, ວັນທີ່ 28 ກັນຍາ 2021 ຜູ້ກ່ຽວບໍ່ມີການ ຕອບສະໜອງ ແລະ ເສຍຊີວິດໃນເວລາຕໍ່ມາ , ທາງ ແຂວງໄດ້ເຮັດພິທີສົ່ງສະການມ້ຽນສົບຕາມລະບຽບການ.

ຂໍ້ມູນໂດຍຫຍໍ້ ກ່ຽວກັບຕິດເຊື້ອໃໝ່ 547 ຄົນ ມີດັ່ງນີ້

  1. ການຕິດເຊື້ອໃນຊຸມຊົນມີຈຳນວນ 535 ຄົນ ຄື:

ກ.  ນະຄອນຫຼວງວຽງຈັນມີ 173 ຄົນ, ລາຍລະອຽດມີດັ່ງນີ້:

– ພະນັກງານໂຮງງານ Trio 52 ຄົນ

– ພະນັກງານໂຮງງານ Alpilao 4 ຄົນ

– ໂຮງງານ ເຄບີ     1 ຄົນ

– ໂຮງງານຊຳເກດ (ດຽບວູ)    1 ຄົນ

– ພະນັກງານໂຮງໝໍມິດຕະພາບ 1 ຄົນ

– ພະນັກງານ, ທະຫານ, ຕຳຫຼວດ 9 ຄົນ (ຕໍາຫຼວດ 3 ແລະ ທະຫານ 6)

– ແມ່ຄ້າພໍ່ຄ້າຕະຫຼາດ 18 ຄົນ (ຕະຫຼາດອົດຊີ 7, ທົ່ງຂັນຄ່າ 4)

– ຜູ້ສຳຜັດກັບຄົນຕິດເຊື້ອຜ່ານມາ     51 ຄົນ

– ທີມງານກຳລັງສັງລວມເອົາຂໍ້ມູນເພີ່ມເຕີມ 36 ຄົນ

ຂ. ຄຳມ່ວນ 141 ຄົນ:

– ແຂວງ 15 ຄົນ (ບໍລິສັດໄຄຢວນ 9 ຄົນ ແລະ ຊຸມຊົນທົ່ວໄປ 6 ຄົນ),

– ເມືອງທ່າແຂກ 116 ຄົນ;

– ເມືອງ ຫີນບູນ 1 ຄົນ;

– ເມືອງໜອງບົກ 3 ຄົນ;

– ເມືອງ ຍົມມະລາດ1 ຄົນ;

– ເມືອງເຊບັ້ງໄຟ1 ຄົນ ;

– ເມືອງ ໄຊບົວທອງ1 ຄົນ ;

– ເມືອງ ມະຫາໄຊ 1 ຄົນ;

ຄ.ຈຳປາສັກ 61 ຄົນ:

– ນະຄອນປາກເຊ 17 ຄົນ

– ເມືອງບາຈຽງ 28 ຄົນ (ກຳມະກອນໂຮງງານດັກລັກ 8 ຄົນ, ບໍລິສັດສະຫວັນນາລີ 3 ຄົນ, ຫ້ວຍລືສີ 17 ຄົນ)

– ເມືອງປະທຸມພອນ 15 ຄົນ

– ເມືອງປາກຊ່ອງ 1 ຄົນ

ງ.ສະຫວັນນະເຂດ 50 ຄົນ:

– ທະຫານຄ້າຍ 644 ບ້ານຈະເລີນສຸກ ເມືອງ ອຸທຸມພອນ ມີ 30 ຄົນ

– ບ້ານໂພໄຊ ນະຄອນໄກສອນ 3 ຄົນ

– ບ້ານຈະເລີນສຸກ ເມືອງອຸທຸມພອນ 1 ຄົນ , ເປັນພະນັກງານແພດ

– ບ້ານໄຊມຸງຄຸນ ເມືອງປະທຸມພອນ 1 ຄົນ , ເປັນພະນັກງານແພດອາສາ

– ບ້ານວົງພັນສີ ເມືອງອຸທຸມພອນ 5 ຄົນ ທັງໝົດເປັນຄອບຄົວຂອງຜູ້ຕິດເຊື້ອຜ່ານມາ

– ບ້ານຊອກ ນະຄອນໄກສອນ 1 ຄົນ ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

– ພະນັກງານງານມີຄອນ 5 ຄົນ ທັງໝົດເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ

ຈ. ຫຼວງພະບາງ 49 ຄົນ:

-ເມືອງງອຍ 43 ຄົນ (ບ້ານໜອງຂຽວ 27 ຄົນ ໃນນີ້ມີພະນັກງານແພດ 1 ຄົນ ແລະ ນັກສືກ ສາແພດ 1 ຄົນ) ພົວພັນກັບຜູ້ຕິດເຊື້ອຜ່ານມາ

-ເມືອງຊຽງເງິນ ບ້ານປາກຂັ້ນ 2 ຄົນ

-ເມືອງນ້ຳບາກ ບ້ານນ້ຳຖ້ວມໃຕ້ 1 ຄົນ

– ເມືອງນານ ບ້ານ ປ່າໃຜ 1 ຄົນ

ສ.ແຂວງວຽງຈັນ 19 ຄົນ:

– ເມືອງວຽງຄໍາ ມີ 10 ຄົນ

– ເມືອງແກ້ວອຸດົມ 3 ຄົນ

– ເມືອງໝື່ນ 3 ຄົນ

– ເມືອງໂພນໂຮງ 2 ຄົນ

ຊ.ສາລະວັນ 15 ຄົນ:

– ບ້ານນາໂດນ 5 ຄົນ ເປັນຄອບຄົວກັບຜູ້ຕິດເຊື້ອຜ່ານມາ

– ບ້ານຫຼັກສອງ 5 ຄົນ ເປັນຄອບຄົວກັບຜູ້ຕິດເຊື້ອຜ່ານມາ

-ບ້ານ ໂພນແກ້ວ 5 ຄົນ ເປັນຄອບຄົວກັບຜູ້ຕິດເຊື້ອຜ່ານມາ

ຍ.ບໍ່ແກ້ວ 11 ຄົນ: ທັງໝົດເປັນຄົນລາວ 7 ຄົນ ແລະ ຄົນຈີນ 3 ຄົນ

– ຈາກບ້ານພຽງງາມເມືອງຕົ້ນຜິ້ງ 9 ຄົນ

ຈາກບ້ານດອນມຸນ 1 ຄົນ

ເຂດເສດຖະກິດພິເສດ 1 ຄົນ

ດ.ບໍລິຄຳໄຊ 6 ຄົນ: ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

ຕ.ໄຊສົມບູນ 4 ຄົນ: ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

ຖ.ອັດຕະປື 2 ຄົນ: ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

ທ. ເຊກອງ 2 ຄົນ: ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

ນ.ຫຼວງນ້ຳທາ 1 ຄົນ: ຄົນຈີນທີ່ລັກລອບເຂົ້າເມືອງ

ຢ.ຊຽງຂວາງ 1 ຄົນ: ເປັນພະນັກງານງານເຄື່ອນໄຟຟ້ານໍ້າງຽບ ບ້ານສົບຂາມ ເມືອງຜາໄຊ

ສຳລັບຜູ້ຕິດເຊື້ອໃນຊຸມຊົນເຫຼົ່ານີ້ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນ

ຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ຂອງແຂວງ ( ດັ່ງນັ້ນໃຫ້ຖືສຳຄັນໃນເວລາທີ່ໄປກວດ

ຕົວຢ່າງຕ້ອງແຈ້ງເບີໂທລະ ສັບທີ່ໃຊ້ເປັນປະຈຳໃຫ້ແພດໝໍຢູ່ບ່ອນເກັບຕົວຢ່າງ ເພື່ອສາມາດຕິດຕໍ່ຫາ

ທ່ານໂດຍທັນທີ ຖ້າຫາກຜົນກວດ ເປັນບວກ)

  1. ສ່ວນການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 12 ຄົນ ຄື: ນະຄອນຫຼວງ 01 ຄົນ

ສະຫວັນນະເຂດ 03, ສາລະວັນ 03 ຄົນ, ຈຳປາສັກ 05 ຄົນ, ເຊິ່ງທັງໝົດນັ້ນແມ່ນໄດ້ມີ

ການເກັບຕົວຢ່າງແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິ ເວນ ຂອງແຕ່ລະແຂວງ ແລະ

ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ແຂວງກຳນົດໄວ້ເປັນສະຖານທີ່ປິ່ນປົວຄົນເຈັບທີ່ຕິດເຊື້ອ

  1. ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19

➢ ສຳລັບຢູ່ບັນດາແຂວງແມ່ນທ່ານສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດ ໂຄວິດ19ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມທີ່ທາງຄະນະສະເພາະກິດຂອງແຂວງກຳ ນົດ ຢູ່ພາຍໃນແຂວງ,ນອກຈາກຈຸດກວດຄົງທີ່ແລ້ວຖ້າຫາກມີການລະບາດໃນຊຸມຊົນທີມ ງານເຝົ້າລະວັງຂອງແຂວງກໍຈະມີການຊອກຄົ້ນຫາກໍລະນີຜູ້ຕິດເຊື້ອແບບບຸກໂດຍການ

ເຄື່ອນທີ່ໄປເກັບຕົວຢ່າງ ຢູ່ສະຖານທີ່ ເຊິ່ງມີຜູ້ຕິດເຊື້ອໃໝ່ ແລະ ເຂດທີ່ມີການລະບາດໃນຊຸມຊົນ

➢ ສຳລັບຢູ່ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:

ຈຸດກວດຄົງທີ່

– ສະໝານກິລາໃນຮົ່ມ ບຶງຂະຫຍອງ

– ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ

– ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ

ທຸກຈຸດກວດ ຄົງທີ່ແມ່ນໃຫ້ບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ9:00-11:30 ໂມງ

  • ທີມກວດເຄື່ອນທີ່

01 ທີມ ຂອງສາທາເມືອງໄຊທານີ , 01 ທີມ ຂອງສາທາ ເມືອງ ສີສັດຕະນາກ 01 ທີມ,  ຂອງສາທາເມືອງສີໂຄດຕະບອງ ແມ່ນເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ ມີການລະບາດ ພາຍໃນເມືອງຂອງຕົນ , ສາທາເມືອງນາຊາຍທອງ ແມ່ນມີ 02 ທີມ:

– 01 ທີມ ປະຈຳຢູ່ບ້ານ ຫ້ວຍນໍ້າເຢັນ ຈົນຮອດວັນພຸດ ທີ 29 ກັນຍາ 2021

– 01 ທິມ ເຄື່ອນທີ່ໄປເກັບຕົວຢ່າງຕາມສູນຈຳກັດບໍລິເວນພາຍໃນເມືອງ

– 02 ທີມ ຂອງ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ໄປຊ່ວຍທຸກ ເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ

* ສຳລັບສະຖານຈຸດໃຫ້ ວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :

  1. ໂຮງໝໍ ສູນກາງ
  2. ໂຮງໝໍ ເມືອງ 9 ຕົວເມືອງ
  3. ສູນການຄ້າລາວໄອເຕັກ
  4. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຮອດ ວັນສຸກ)

* ສ່ວນການໄປຮັບວັກຊີນໃນໄລຍະປະຕິບັດມາດຕະການຈຳກັດການສັນຈອນນີ້:

ໃນກໍລະນີບໍ່ໄດ້ຢູ່ໃນບ້ານແດງ: ທ່ານທີ່ໄປສັກເຂັ້ມ 1 ແມ່ນໃຫ້ສະເໜີຂໍອະນຸຍາດຈາກອໍານາດການ

ປົກຄອງບ້ານເພື່ອອອກໃບຢັ້ງຢືນໃຫ້ , ສ່ວນທ່ານທີ່ໄປສັກເຂັ້ມ 2 ແມ່ນໃຫ້ ເອົາບັດຂຽວທີ່ສັກ

ເຂັມ1 ແລ້ວໄປຢັ້ງຢືນຕໍ່ຈົ້າໜ້າທີ່ປະຈໍາດ່ານກວດເພື່ອ ອໍານວຍຄວາມສະ ດວກແກ່ຜູ້ຈະໄປຮັບ

ວັກຊີນ ປ້ອງກັນ ໂຄວິດ 19

  • ສຳລັບບ້ານແດງ ແມ່ນຈະມີທີມເຄື່ອນທີ່ໄປໃຫ້ບໍລິການສັກວັກຊີນຢູ່ບ້ານ ທີ່ເປັນເຂດແດງ
  • ວັນທີ 28/9/2021

ຈຳນວນບ້ານແດງຢູ່ ທົ່ວປະເທດມີ 257 ບ້ານ, ຈາກ 10 ແຂວງ ແລະ 39 ເມືອງ ( ສຳລັບ

ນະຄອນຫຼວງວຽງຈັນ ມີ 108 ບ້ານ ຈາກ 08 ຕົວເມືອງ )

-ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ມາເປັນເຂດເຫຼືອງ ໃນທົ່ວປະເທດ ມີ 55 ບ້ານ

-ບ້ານ ທີ່ ກຳນົດເປັນເຂດແດງໃໝ່ໃນນະຄອນຫຼວງວຽງຈັນ ວັນທີ 28/9/2021 ມີ 19 ບ້ານ ແລະ

07 ເມືອງ

  • ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ

ວັນທີ 28 ກັນຍາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈຳນວນ ທັງໝົດ 1,838 ຄົນ,

ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ນໍາ

ສົ່ງເຂົ້າໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼືໂຮງແຮມຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້

ຈົນຄົບກຳນົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້ ,

-ຮອດປະຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ106ສູນ ແລະ 55ໂຮງ ແຮມ

ມີຜູ້ຈຳກັດບໍລິເວນທັງໝົດ 7,095 ຄົນ.( ສູນ 5,028ຄົນ ໂຮງແຮມ 2,067 ຄົນ )