ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນພຸດ ວັນທີ 1 ກັນຍາ 2021. ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ, ໃນໂລກ ແລະ ບາງຂໍ້ແນະນຳເພີ່ມເຕີມ.
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 31 ສິງຫາ 2021:
ໄດ້ກວດວິເຄາະທັງໝົດ 3,828 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 274 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 54 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 220 ຄົນ ຈາກ ແຂວງວຽງຈັນ 1 ຄົນ, ຄຳມ່ວນ 4 ຄົນ, ສາລະວັນ 3 ຄົນ ,ຈຳປາສັກ 45 ຄົນ ແລະ ສະຫວັນນະເຂດ 167 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:
• ນະຄອນຫຼວງ 2 ຄົນ, ທັງໝົດແມ່ນຜູ້ສຳຜັດໃກ້ຊິດກັບກຸ່ມຕິດເຊື້ອຜ່ານມາ
– ຈາກ ບ້ານອ່າງໃຫ່ຍ ເມືອງ ສີໂຄດຕະບອງ 01 ຄົນ: ເພດຍີງ ອາຍຸ 36 ປີ ອາຊີບແມ່ເຮືອນ
– ບ້ານໂພນສົມບູນ ເມືອງ ສີໂຄດຕະບອງ 01 ຄົນ, ເພດຍີງ ອາຍຸ 33 ປີ ອາຊີບ, ພະນັກງານບໍລິສັດວຽງທອງການຢາ ໄດ້ໄປວຽກລ່າສຸດວັນສຸກ ວັນທີ່ 27 ສີງຫາ 2021. ຜູ້ກ່ຽວ ເປັນຜູ້ສຳຜັດໃກ້ຊິດ ແລະ ຢູ່ໃນໄລຍະກັກໂຕ ທີ່ເຊື່ອມໂຍງກັບ ບໍລິສັດຂົນສົ່ງທາງບົກ-ທາງນໍ້າ ທ່າເຮືອຫຼັກ 4.
• ແຂວງ ສະຫວັນນະເຂດ 12 ຄົນ:
– ມາຈາກ ບ້ານລັດຕະນະລັງສີໃຕ້ ມີ 04 ຄົນ ທີ່ໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເປັນພະນັກງານການຢາໂຮງໝໍແຂວງ;
– ບ້ານຫົວເມືອງເໜຶອ ມີ 03 ຄົນ;
– ອີກ 05 ຄົນ ທີມງານກຳລັງສອບສວນເອົາຂໍ້ມູນເຊີ່ງຈະແຈ້ງໃຫ້ບັນດາທ່ານຊາບພາຍຫຼັງ
• ບໍ່ແກ້ວ 18 ຄົນ:
- ທັງໝົດ 18 ຄົນມາຈາກ ເຂດເສດຖະກິດພິເສດສາມລ່ຽມທອງຄຳ
• ຈໍາປາສັກ 14 ຄົນ
– ພະນັກງານແພດ ຢູ່ໂຮງໝໍຊຸມຊົນ ເມືອງປະທຸພອນ 12 ຄົນ;
– ເຈົ້າໜ້າທີ່ ຕຳຫລວດ 1 ຄົນ ແລະ ຜູ້ສຳຜັດໃກ້ຊິດ 1 ຄົນ
• ຄຳມ່ວນ 4 ຄົນ, ທັງໝົດເປັນໃນຄອບຄົວ ແລະ ສໍາພັດໃກ້ຊິດຂອງກໍລະນີຕິດເຊື້ອຜ່ານມາ
– ເມືອງ ຫີນບູນ: 3 ຄົນ ຈາກບ້ານມ່ວງໄຂ່
– ເມືອງ ທ່າແຂກ: 1 ຄົນ ຈາກບ້ານ ເລົາໂພໄຊ.
• ຫຼວງນ້ຳທາ 1 ຄົນ
• ຫຼວງພະບາງ 1 ຄົນ : ບ້ານປ່າໄຜ່ ເມືອງນານ, ຊື່ງ ສຳຜັດ ກັບຜູ້ຕິດເຊື້ອ ຈາກເມືອງ ນານ.
• ໄຊຍະບູລີ 1 ຄົນ : ເປັນພະນັກງານຂັບລົດ ຢູ່ບໍລິສັດພອນສະຫັວນ ບ້ານສີເມືອງ, ເມືອ ງໄຊຍະບູລີ ສຳຜັດກັບຜູ້ເຊື້ອຜ່ານມາ.
• ແຂວງວຽງຈັນ 1 ຄົນ : ບ້ານໂພນແພງ, ເມືອງທຸລະຄົມ ທີ່ເຊື່ອມໂຍງກັບກໍລະນີຈາກບ້ານ ດອນດູ່ ເມືອງຫາດຊາຍຟອງ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,289 ຄົນ, ເສຍຊີວິດສະສົມ 14 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,418 ຄົນ.
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບ ນະຄອນຫຼວງວຽງຈັນນີ້ ແມ່ນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຮອດ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
• ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
ສຳລັບ ບ້ານແດງທີ່ຖືກກຳນົດເປັນບ້ານແດງໃໝ່ຕື່ມ ຢູ່ນະຄອນຫຼວງວຽງຈັນ ມີ: ບ້ານ ສະພັງໝໍ້, ເມືອງ ໄຊເຊດຖາ.
ສະຖານທີ່ສ່ຽງຕ່າງໆໃນນະຄອນຫຼວງວຽງຈັນ ທີ່ຜູ້ຕິດເຊື້ອໃໝ່ເດີນທາງໄປ ມີ:
– ຄລີນິກແຂ້ວໃກ້ກັບໂຮງຮຽນມິດຕ້າທົ່ງປົ່ງ,
– ຮ້ານຂາຍເຄື່ອງຍ່ອຍແຄມທາງຕະຫຼາດທົ່ງປົ່ງ.
ບັນດາບ້ານແດງໃນຂອບເຂດທົ່ວປະເທດ ທີ່ມີກໍລະນີຢັ້ງຢືນກໍລະນີການຕິດພະຍາດ
ນະຄອນຫລວງວຽງຈັນ
-ເມືອງ ໄຊທານີ
ບ້ານ ຈະເລີນໄຊ 29/8/2021 12/8/2021 0 3
ບ້ານ ດົງໂດກ 23/8/ 2021 06/9/ 2021 0 1*
ບ້ານ ຄໍາຮຸ່ງ 27/8/2021 10/9/2021 0 2
-ເມືອງສັງທອງ
ບ້ານກົວ 23/8/2021 6/9/2021 0 2
-ເມືອງຫາດຊາຍຟອງ
ບ້ານດອນດູ່ 26/8/2021 09/9/2021 0 10
ບ້ານສິມມະໂນໃຕ້ 28/8/2021 11/9/2021 0 11
ບ້ານໜອງແຫ້ວ 27/8/ 2021 10/9/2021 0 6
ບ້ານສິມມະໂນເໜືອ 28/8/2021 11/9/2021 0 4
ບ້ານໜອງແວງ 29/8/2021 12/9/2021 0 3
ບ້ານປາກເປັ່ງ 31/8/2021 14/9/2021 0 8
ບ້ານທ່າພະ 28/8/2021 11/9/2021 0 2
ບ້ານດົງຄໍາຊ້າງ 28/8/2021 11/9/2021 0 2
-ເມືອງສີສັດຕະນາກ
ບ້ານ ທ່ານພະລານໄຊ 28/8/2021 11/9/2021 0 6
ບ້ານ ຈອມເພັດເໜືອ 29/8/2021 12/9/2021 0 2
-ເມືອງໄຊເຊດຖາ
ບ້ານນາໄຊ 31/8/2021 14/9/2021 2
ບ້ານ ສະພັງໝໍ້ 31/8/2021 14/9/2021 2
ແຂວງບໍ່ແກ້ວ
– ເມືອງຕົ້ນເຜິ້ງ
ບ້ານ ໃຫຍ່ສີເມືອງງາມ 20/8/2021 3/9/2021
ບ້ານດອນສະຫວັນ 26/8/2021 09/9/2021
ບ້ານຄ້ວານ 26/8/2021 09/9/2021
– ເມືອງຫ້ວຍຊາຍ
ບ້ານພິກຸນທອງ 26/8/2021 09/9/2021
ແຂວງສະຫວັນນະເຂດ
– ນະຄອນໄກສອນ
ບ້ານລັຕະນະລັງສີ ເໜືອ 27/8/2021 10/9/2021
ບ້ານນາເລົ່າ 27/8/2021 10/9/2021
ບ້ານສຸນັນທາ 18/8/21 1/9/2021
ບ້ານໂພນສະຫວ່າງ-ເໜືອ 20/8/21 3/9/2021
ບ້ານໂພນສະຫວ່າງ-ໃຕ້ 21/8/2021 4/9/2021
ບ້ານໂພໄຊ* 20/8/2021 3/9/2021
ບ້ານໂພນສະອາດ 21/8/2021 4/9/2021
ແຂວງຄໍາມ່ວນ
– ເມືອງທ່າແຂກ
ບ້ານ ໜອງບົວຄຳ 28/8/2021 11/9/2021
ບ້ານສຸກສະຫວັນ 28/8/2021 11/9/2021
– ຫີນບູນ
ບ້ານ ດົງມ່ວງໄຂ່ 28/8/2021 11/9/2021
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 31 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,009 ຄົນ
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 110 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 7,662 ຄົນ.
ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ:
• ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມ ຈາກ 221 (ປະເທດ/ເຂດ). ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 218.470.436 (693.668ໃໝ່), ເສຍຊິວິດທັງໝົດ 4.532.366 (10.387 ໃໝ່), ປີ່ນປົວຫາຍດີ 195.311.450 (628.052ໃໝ່). ສຳລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.
• ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ
– ປະເທດໄທ ມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ເຖິງ 14,666 ຄົນ, ຮອງລົງມາ ແມ່ນ ສສ ຫວຽດນາມ ສູງເຖິງ 12,607 ຄົນ.
– ສຳລັບ ປະເທດທີ່ມີລາຍງານຜູ້ເສຍຊີວິດໃໝ່ ສູງກວ່າໝູ່ ແມ່ນ ປະເທດໄທ ເຖິງ 190 ຄົນ.
• ມື້ວານນີ້ ທາງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະວັນທີ່ 1-15 ກັນຍາ 2021, ສະບັບເລກທີ 1094/ຫສນຍ ລົງວັນທີ 31 ສິງຫາ 2021, ເຊີ່ງຂ້າພະເຈົ້າຈະຂະຫຍາຍບາງເນື້ອໃນທີ່ສຳຄັນຂອງແຈ້ງການດັ່ງກ່າວໃຫ້ບັນດາທ່ານໄດ້ເຂົ້າໃຈເຖີງຈຸດປະສົງໃນການອອກມາດຕະການດັ່ງກ່າວເຫຼົ່ານັ້ນ. ດັ່ງທີ່ພວກທ່ານໄດ້ຕິດຕາມຖະແຫຼງການພົບເຫັນວ່າມີຫຼາຍແຂວງລວມທັງນະຄອນຫຼວງແມ່ນເລີ່ມມີສັນຍານການຕິດເຊື້ອເຂົ້າສູ່ຊຸມຊົນ ດ້ວຍເຫດນັ້ນຈີ່ງມີມາດຕະການຂໍ້ 1.6 ຫ້າມບຸກຄົນເດີນທາງເຂົ້າ-ອອກເຂດທີ່ມີການຕິດເຊື້ອ (ເຂດແດງ) ແລະ ຂໍ້ 1.11 ປິດການສັນຈອນພາຫະນະຢູ່ນະຄອນຫຼວງວຽງຈັນແຕ່ເວລາ 22:00-05 ໂມງເຊົ້າ, ຂໍ້ 1.8 ຫ້າມຈັດປະຊຸມ, ງານໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆທີ່ມີຜູ້ເຂົ້າຮ່ວມຫຼາຍກ່ວາ 20 ຄົນ ໃນເຂດທີ່ມີການລະບາດພະຍາດ….ເຊີ່ງເປັນມາດຕະການເພື່ອສະກັດກັ້ນການແຜ່ເຊື້ອພະຍາດ ໂຄວີດ-19 ຈາກຄົນຜູ້ໜື່ງຫາຄົນຜູ້ໜື່ງໄດ້ຢ່າງສີ້ນເຊີງ ແລ້ວໃຫ້ໜ່ວຍແພດເກັບຕົວຢ່າງເຄື່ອນທີ່ສາມາດຊອກຄົ້ນຫາກໍລະນີຕິດເຊື້ອລວມທັງຜູ້ສຳຜັດໃກ້ຊິດໄດ້ໂດຍໄວ ເພື່ອນຳເອົາເຂົາເຈົ້າເຫຼົ່ານັ້ນເຂົ້າໃນສູນຈຳກັດບໍລິເວນ.
• ເຖີງຢາ່ງໃດກໍ່ຕາມ ມາດຕະການທີ່ວາງອອກນັ້ນຈະບໍ່ມີຜົນສັກສິດຖ້າບັນດາທ່ານ ພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບ ກໍ່ຄື ທຸກຄົນທີ່ອາໃສດຳລົງຊີວິດໃນ ສປປລາວ ຫາກບໍ່ຕື່ນຕົວປະຕິບັດຢ່າງເຄັ່ງຄັດ ກໍ່ຈະເຮັດໃຫ້ພວກເຮົາບໍ່ສາມາດຫຼຸດພົ້ນອອກຈາກການລະບາດຄັ້ງນີ້ໄດ້ໂດຍໄວ.
• ສະນັ້ນ ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ມີຄວາມຈໍາເປັນທີ່ສຸດ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ໂດຍສະເພາະ ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ – ສະຖານທີ່ແອອັດ, ບໍ່ໃຫ້ຊຸມແຊວເປັນກຸ່ມ, ຕ້ອງການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70 ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ, ຖ້າຫາກທ່ານຮູ້ສືກວ່າ ເປັນກຸ່ມສ່ຽງຕ້ອງຈໍາກັດບໍລິເວນຕົນເອງທັນທີ ພ້ອມທັງໄປກວດຊອກຫາເຊື້ອ ແລະ ເຖິງແມ່ນວ່າ ຜົນກວດຈະເປັນລົບ ກໍ່ຕ້ອງໄດ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນົດ 14 ວັນ ຫຼື ກັບມາກວດຄືນຖ້າວ່າມີອາການຜິດປົກກະຕິ;
• ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal), ພວກເຮົາທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນ, ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດຳລົງຊີວິດປົກກະຕິໂດຍໄວ.