ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນພຸດ ວັນທີ 11 ສິງຫາ 2021. ໃຫ້ຮູ້ວ່າ:
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 10 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 2,725 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 285 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 07 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ສະຫວັນນະເຂດ 1 ຄົນ (ນັກສຶກສາແພດ ທີ່ເປັນອາສາສະໝັກຊ່ວຍກັ່ນກອງ ແລະ ສໍາພາດແຮງງານ ເຊິ່ງເຮັດວຽກຢູ່ສູນໄດ້ 01 ເດືອນ)
– ຈຳປາສັກ 02 ຄົນ (ທັງສອງ ແມ່ນພະນັກງານ ປກສ ປະຈຳຢູ່ດ່ານ)
– ບໍ່ແກ້ວ 03 ຄົນ (ເມືອງຕົ້ນເຜິ້ງ) ເປັນຄົນລາວ 01 ຄົນ, ຈີນ 01 ຄົນ ແລະ ວຽດ 01 ຄົນ
– ອັດຕະປື 01 ຄົນ (ແພດຢູ່ໂຮງໝໍ ກັບຈາກໄປອົບຮົມ ວຽກງານໄຂ້ມາລາເລຍ ຢູ່ແຂວງສະຫວັນນະເຂດ)
ສ່ວນ ກໍລະນີນໍາເຂົ້າ ມີ 278 ຄົນ, ຈາກ ນະຄອນຫຼວງ 30 ຄົນ, ແຂວງວຽງຈັນ 01 ຄົນ, ຄຳມ່ວນ 60 ຄົນ, ສາລະວັນ 12 ຄົນ, ສະຫວັນນະເຂດ 97 ຄົນ ແລະ ຈໍາປາສັກ 78 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 9,161 ຄົນ, ຄົນເຈັບເສຍຊີວິດສະສົມ 8 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4,100 ຄົນ.
 ສຳລັບ ຈຸດບໍລິການກວດໂຄວິດ-19 ຢູ່ ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານທຸກມື້.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 10 ສິງຫາ 2021 ມີຜູ້ເດີນທາງເຂົ້າມາຜ່ານດ່ານຕ່າງໆ ໃນ ສປປລາວ ທັງໝົດ 2,750 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ 14 ວັນ.
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 100 ສູນ ແລະ 48 ໂຮງແຮມ ມີຜູ້ຈຳກັດບໍລິເວນ 14,228 ຄົນ.
• ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ໃນອາຊຽນ ຍັງຄົງໜ້າເປັນຫ່ວງ ໃນຫຼາຍປະເທດມີຜູ້ຕິດເຊື້ອສະສົມເພິ່ມສູງຂຶ້ນ ຍ້ອນສາຍພັນເດວຕ້າ ຈຶ່ງເຮັດໃຫ້ບາງປະເທດກັບມາໃຊ້ມາດຕະການລ໋ອກດາວຄືນອີກ;
• ສຳລັບ ສປປ ລາວ ຜູ້ທີ່ເດີນທາງເຂົ້າມາ ພາຍຫຼັງຈຳກັດບໍລິເວນຄົບກຳນົດ 14 ວັນ ຢູ່ສູນຂອງສູນກາງ/ແຂວງ ແລ້ວ ຈະໄດ້ສືບຕໍ່ໄປຈຳກັດບໍລິເວນຢູ່ສູນຂອງເມືອງ/ບ້ານ ຕື່ມອີກ 14 ວັນ ເພື່ອສະກັດກັ້ນ ການແຜ່ລະບາດໃນຊຸມຊົນບໍ່ໃຫ້ເປັນວົງກວ້າງ ຕ້ອງປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 956/ຫສນຍ, ລົງວັນທີ 3 ສິງຫາ 2021. ນອກຈາກນັ້ນ, ສັງເກດເຫັນວ່າ ຍັງມີບາງຮ້ານກິນດື່ມ ເປີດໃຫ້ບໍລິການແກ່ລູກຄ້າ ບໍ່ປະຕິບັດຕາມແຈ້ງການທີ່ຄະນະສະເພາະກິດວາງອອກ ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການລະບາດຮອບໃໝ່ໃນຊຸມຊົນ, ເຊັ່ນຕົວຢ່າງໄດ້ການລັກລອບອອກຈາກສູນຈໍາກັດບໍລິເວນ ສະຫນາມກິລາ ແຂວງຄໍາມ່ວນ ໃນເວລາ 22:20 ຂອງວັນທີ່ 10/08/2021 ເປັນເພດຍິງ ອາຍຸ 27 ປີ ອາຊິບ ຂາຍເຄື່ອງ ພື້ນຖານເປັນຄົນບ້ານວົງພັນສີ ເມືອງອູທຸມພອນ ແຂວງສະຫັວນນະເຂດ ແຕ່ບ້ານສາມີຢູ່ບ້ານນາຈານ ເມືອງມະຫາໄຊ ແຂວງຄໍາມ່ວນ ແຕ່ຜູ້ກ່ງວໄດ້ໄປເຮັດວຽກກັບສາມີ ຢູ່ກຸງເທບ ປະເທດໄທ ແລະ ເດີນທາງມາຮອດ ສປປ ລາວ ທີ່ 6/08/2021 ພ້ອມທັງໄດ້ເກັບຕົວຢ່າງ, ຊື່ງຜູ່ກ່ຽວຖືກກັກໂຕຢູ່ສູນສະຫນາມກິລາແຂວງ ແຕ່ທີ່ 6-9/08/2021. ສາມີ ແລະ ຜູ້ກ່ຽວ ໄດ້ກັກໂຕ ຢູ່ສູນດຽວກັນ ແຕ່ຢູ່ຄົນລະໂຊນ ໄດ້ແຍກກັນລະຫວ່າງເມຍ ແລະ ຜົວ ຊຶ່ງຜົວຂອງຜູ້ກ່ຽວໄດ້ເກັບຕົວຢ່າງ 02 ຄັ້ງ ເປັນຜົນລົບທັງສອງຄັ້ງ. ແຕ່ຜົນກວດຂອງຜູ້ເປັນເມຍ ແມ່ນພົບເຊື້ອ, ໄດ້ຮັບລາຍງານທີ່ 10/08/2021 ຊື່ງປະຈຸບັນນີ້ ຍັງຊອກຜູ້ກ່ຽວບໍ່ເຫັນເທື່ອ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ຜູ້ກ່ຽວເຂົ້າມາຮັບການປິ່ນປົວ ເພື່ອບໍ່ໃຫ້ແຜ່ລາມໄປສູ່ຄອບຄົວ,ຍາດຕິພີ່ນ້ອງ ແລະ ຊຸມຊົນ.
• ເພື່ອກ້າວຂ້າມຜ່ານວິກິດນີ້ໄປດ້ວຍກັນ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງເຂັ້ມງວດໃນການປ້ອງກັນຕົນເອງ, ບໍ່ເອົາມືສຳຜັດໃບໜ້າ, ໃສ່ຜ້າປິດປາກ-ດັງ, ຫຼີກລ້ຽງການອອກຈາກບ້ານ ຖ້າບໍ່ຈຳເປັນ, ຮັກສາໄລຍະຫ່າງ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື, ບໍ່ຈັດງານສັງສັນກັບໝູ່ຄູ່, ຖ້າທ່ານຮູ້ສຶກບໍ່ສະບາຍ ຫຼື ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຕ້ອງຮີບໄປພົບແພດ ເພື່ອເກັບຕົວຢ່າງກວດ ແລະ ຮັບການປິ່ນປົວໃຫ້ທັນການ ແລະ ທີ່ສໍາຄັນທຸກຄົນໃນກຸ່ມເປົ້າໝາຍຕ້ອງໄປສັກວັກຊິນເພື່ອປ້ອງກັນພະຍາດໂຄວິດ-19 ຕາມຈຸດທີ່ໄດ້ກໍານົດໄວ້ ເພື່ອສ້າງພູມຄຸ້ມກັນໃນຊຸມຊົນ.