ໃນຕອນບ່າຍ ວັນທີ 12 ພຶດສະພາ 2021, ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ຖະແຫຼງຂ່າວ ລາຍງານສະພາບການການລະບາດຂອງພະຍາດ COVID-19 ຢູ່ສປປລາວ:
I. ຢູ່ ສປປ ລາວ ມາຮອດປະຈຸບັນ ມີ
• ລາຍງານຜູ້ຕິດເຊື້ອ ທັງໝົດ 1,417 ຄົນ (ໃໝ່ 55)
• ເສຍຊີວີດ 1 ຄົນ (ໃໝ່ 0)
• ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີ ທັງໝົດ 328 ຄົນ(ນະຄອນຫຼວງ 31 ຄົນ) ແລະ ຈະໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດ;
• ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1,088 ຄົນ
 ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 55 ຄົນ (ກໍລະນີຢັ້ງຢືນທີ 1,363 – 1,417)
– ສຳລັບຄົນເຈັບຕິດເຊື້ອໃໝ່ ຈາກ ແຂວງບໍ່ແກ້ວ 25 ຄົນ, ນະຄອນຫຼວງ 09 ຄົນ ແລະຈໍາ ປາສັກ 21 ຄົນ. ກໍລະນີນຳເຂົ້າ 21 ກໍລະນີ ແມ່ນແຮງງານລາວຢູ່ແຂວງຈໍາປາສັກ ແລະ ກໍລະນີຕິດເຊື້ອພາຍໃນຊຸມຊົນ 34 ຄົນ ແມ່ນພົວພັນກັບຜູ້ຕິດເຊື້ອເກົ່າ.
– ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.
 ນອກຈາກນີ້ ຂໍຮຽກຮ້ອງມາຍັງບັນດາທ່ານ ທີ່ມີລາຍຊື່ຂ້າງລຸ່ມທີ່ໄດ້ໄປເກັບຕົວຢ່າງກວດຫາເຊື້ອພະຍາດ COVID-19 ໃນນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ຂໍ້ມູນບໍ່ລະອຽດ ແມ່ນໃຫ້ຮີບຮ້ອງ ໂທປະສານ ດຣ ນ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ຫຼື 020 55663579. ລາຍຊື່ລະອຽດມີ ດັ່ງຕໍ່ໄປນີ້:
1. ນ ນ້ອຍ ອາຍຸ 29 ປີ ບ້ານ ໂພນເຄັງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
2. ທ. ມິນຕາ ອາຍຸ 23 ປີ
– ໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໂຕ ໂທກັບເບີດັ່ງກ່າວ ຫຼື ແຈ້ງຕໍ່ອໍານາດການປົກຄອງບ້ານຂອງທ່ານເພື່ອຕິດຕໍ່ຫາພະນັກງານແພດດໝໍດ່ວນ, ຖ້າທ່ານໃດຮັບຮູ້ແລ້ວບໍ່ຮີດຮ້ອນມາສະເໜີໂຕ ຫຼື ຈົງໃຈລົບຫຼີກ ແມ່ນ ຈະຖືກປະຕິບັດລະບຽບວິໄນ ຕາມກົດໝາຍບ້ານເມືອງ.
ຕາຕະລາງ 1 : ລາຍງານກໍລະນີຜູ້ຕິດເຊື້ອທັງໝົດ ໃນ ສປປ ລາວ ປະຈໍາວັນທີ 11/5/2021
ລ/ດ ແຂວງ ກໍລະນີສະສົມທັງໝົດ
ນັບແຕ່ປີ 2020 ຮອດປັດຈຸບັນ ຄົນເຈັບຕິດເຊື້ອໃໝ່
ວັນທີ 11/5/2021 ໝາຍເຫດ
1 ນະຄອນຫຼວງວຽງຈັນ 748 ຕິດເຊື້ອໃໝ່ 9 ເສຍຊີວິດ 1 ຄົນ
2 ຈຳປາສັກ 209 21
3 ຫຼວງພະບາງ 16
4 ສະຫັວນນະເຂດ 51
5 ບໍ່ແກ້ວ 329 25
6 ສາລະວັນ 13
7 ຫຼວງນ້ຳທາ 7
8 ວຽງຈັນ 19
9 ຜົ້ງສາລີ 5 ຄົນເຈັບແຂວງຜົ້ງສາລີ 1 ຄົນນອນປີ່ນປົວຢູ່ແຂວງອຸດົມໄຊ
10 ອຸດົມໄຊ 10
11 ໄຊຍະບູລີ 3
12 ໄຊສົມບູນ 1
13 ເຊກອງ 1 ຄົນເຈັບແຂວງເຊກອງແຕ່ນອນປີ່ນປົວຢູ່ແຂວງຈຳປາສັກ
14 ບໍລິຄຳໄຊ 3
15 ຄຳມ່ວນ 1
16 ຫົວພັນ 0
17 ຊຽງຂວາງ 1
18 ອັດຕະປື 0
ລວມ 1417 55
1. ວຽກງານວີເຄາະ ກວດຊອກຫາເຊື້ອພະຍາດ ໂຄວີດ 19
• ໃນວັນທີ 11 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 4,985 ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 55 ຄົນ.
2. ວຽກງານການຈຳກັດບໍລິເວນ ຢູ່ສູນຈຳກັດບໍລິເວນ
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 47 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,386 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
ຂໍ້ແນະນຳ
ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ້ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້;
• ສຳລັບ ທ່ານທີ່ຈະໄປສັກວັກຊີນ, ຖ້າຫາກທ່ານມີພະຍາດປະຈຳໂຕ ຈຳເປັນຕ້ອງໄດ້ກິນຢາ ໃນຊ່ວງໄລຍະເວລາດັ່ງກ່າວ ຂໍໃຫ້ທ່ານພົກພາຢາປະຈຳໂຕຂອງທ່ານໄປນຳ ຕາມຄຳແນະນຳຂອງແພດ. ນອກຈາກນັ້ນ ການຕື່ມຂໍ້ມູນລົງໃນແບບຟອມ ຖ້າຫາກໃນແບບຟອມ ບໍ່ໄດ້ລະບຸພະຍາດປະຈຳໂຕຂອງທ່ານ, ທ່ານສາມາດຕື່ມຂໍ້ມູນເພິ່ມເຕີມໃສ່ໄດ້ ເພື່ອເປັນຂໍ້ມູນໃຫ້ແກ່ແພດໝໍ ໃນການພິຈາະລະນາການສັກວັກຊີນ ໃຫ້ແກ່ທ່ານ.
• ບັນຫາສຳຄັນ ຂໍການຮ່ວມມືນຳບັນດາທ່ານ ເມື່ອທ່ານໄປກວດຊອກຫາເຊື້ອ ຂໍໃຫ້ທ່ານແຈ້ງລາຍລະອຽດຂອງຕົນເອງຢ່າງຈະແຈ້ງ ຊື່, ນາມສະກຸນ, ອາຍຸ, ທີ່ຢູ່ ແລະ ເບີໂທລະສັບຕິດຕໍ່ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕິດຕໍ່ພົວພັນກັບຄືນຫາທ່ານ ໃນເວລາໄດ້ຜົນກວດ, ຖ້າຫາກທ່ານໃດ ຈົງໃຈປົກປິດຂໍ້ມູນ ຫຼື ລົບຫຼີກ ແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ;
• ໃນໄລຍະລໍຖ້າຜົນກວດ ຂໍໃຫ້ບັນດາທ່ານ:
– ຈໍາກັດບໍລິເວນຢູ່ເຮືອນ, ຫຼີກລ້ຽງການອອກຈາກບ້ານ
– ແຍກຕົນເອງອອກຈາກຄົນໃນຄອບຄົວ
– ປະຕິບັດມາດຕະການປ້ອງກັນການຕິດເຊື້ອ
– ຖ້າຜົນກວດບວກ (+) ຈະມີທີມງານແພດຕິດຕໍ່ຫາທ່ານ ເພື່ອຮັບທ່ານເຂົ້ານອນ
ປິ່ນປົວ
– ຖ້າຜົນກວດລົບ (-) ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນຈົນຄົບ 14 ວັນ
ຫາກໃນໄລຍະຈຳກັດບໍລິເວນ ຫາກມີອາການໃດໜຶ່ງເຊັ່ນ: ໄຂ້, ໄອ, ດັງບໍ່ໄດ້ກິ່ນ ຫຼື ລີ້ນບໍ່ໄດ້ຮັບລົດຊາດ ໃຫ້ທ່ານກັບມາກວດຄືນ ພ້ອມທັງບອກຂໍ້ມູນກ່ຽວກັບວັນທີ ໃນການກວດຄັ້ງທຳອິດ.
• ສຳລັບ ຜູ້ທີ່ຖືກກຳນົດໃຫ້ອອກໂຮງໝໍ ເພື່ອໄປສືບຕໍ່ຕິດຕາມອາການຂອງຕົນຢູ່ເຮືອນ ຕາມຄຳແນະນຳຂອງແພດ ສິ່ງທີ່ທ່ານຄວນປະຕິບັດ ມີຄືດັ່ງນີ້:
– ແຍກຕົນເອງອອກຈາກຄົນໃນຄອບຄົວ ເປັນເວລາ 7 ວັນ ແລະ ບໍ່ໃຊ້ສິ່ງຂອງຮ່ວມກັນ
– ວັດແທກ ແລະ ບັນທຶກອຸນຫະພູມທຸກວັນ ເຊົ້າ-ແລງ
– ຕິດຕາມອາການຂອງຕົນ, ຖ້າຫາກ ຮູ້ສຶກບໍ່ສະບາຍ, ໃຫ້ທ່ານຮີບຮ້ອນໄປພົບແພດຢູ່
ສະຖານທີ່ບໍລິການໃກ້ບ້ານທ່ານ.
• ທ້າຍສຸດນີ້ ຂໍແຈ້ງໃຫ້ທ່ານຊາບວ່າ ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດຕາມຂໍ້ມູນຂ່າວສານ ໄດ້ທີ່:
o ວິທະຍຸ ໂທລະພາບ ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ
o ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື covid19.gov.la ແລະ
o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກcdc.gov.la
o ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະ
ນະສຸກ
o ແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165).
• ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ ກອງເລຂາຄະນະສະເພາະກິດ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ, ອຸປະຖຳ ເຄື່ອງບໍລິໂພກ ແລະ ອຸປະໂພກ ລວມທັງ ປັດໄຈ ເຂົ້າໃນການປ້ອງກັນ, ຄວບຄຸມພະຍາດັ່ງກ່າວ.
Loading...